ຜູ້ເສັຍດິນໃຫ້ ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຮຽກຮ້ອງຄ່າຊົດເຊີຍ ທີ່ເປັນທັມ
2023.12.18

ຊາວບ້ານ ທີ່ຖືກຜົລກະທົບ ສູນເສັຍທີ່ດິນໃຫ້ບໍຣິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ຂອງຈີນ ຢູ່ເມືອງໜອງບົກ ແລະເມືອງທ່າແຂກ ແຂວງຄໍາມ່ວນ ຈໍານວນ 18 ບ້ານ, 2,352 ຄອບຄົວ ເນື້ອທີ່ດິນເວນຄືນທັງໝົດ 1,973.95 ເຮັກຕ້າຣ໌ ຮຽກຮ້ອງໃຫ້ບໍຣິສັດຈີນ ແລະທາງການລາວ ຈ່າຍເງິນຄ່າຊົດເຊີຍຢ່າງເໝາະສົມ ແລະມີອີກຫຼາຍຄອບຄົວ ບໍ່ຢາກຍົກທີ່ດິນໃຫ້ກັບບໍຣິສັດຈີນ ເພາະກັງວົນວ່າ ຈະບໍ່ມີທີ່ດິນທໍາການກະເສດ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງໜອງບົກ ແຂວງຄໍາມ່ວນ ທີ່ໄດ້ຮັບຜົລກະທົບ ສູນເສັຍທີ່ດິນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ທັນວາ ນີ້ວ່າ:
“ມັນກະຖືກຜົລກະທົບລະບໍດຽວນີ້ນ່າ ກະທົບຫຼາຍ ບໍ່ແມ່ນໜ້ອຍໆ 5-6 ເຮັກຕ້າຣ໌ ພຸ້ນ ດຽວນີ້. ເອີ່.... ນາພັດເຮັດນາແຊງນາປີ ບາດນີ້ຫັ້ນນ່າ ບໍ່ມີຮອດບ່ອນໄປແລ້ວ ຄືແມ່ນນີ້ ເອົານີ້ໃຫ້ເຂົາລະໝົດເລີຍດຽວນີ້ ກະໃຫ້ເຮົາໄດ້ເງິນສົມໃຈເຮົາເນາະ. ພໍຊິໄປຊື້ໄຮ່ ຊື້ນາ ແບບນີ້ນ່າ."
ຊາວບ້ານຜູ້ນີ້ ກ່າວວ່າ ຕອນນີ້ ຊາວບ້ານຮັບຮູ້ແຕ່ວ່າ ບໍຣິສັດຈີນ ແລະທາງການລາວ ກໍາລັງປະເມີນຄືນການຊົດເຊີຍ ແຕ່ບໍ່ຮູ້ວ່າ ຈະໄດ້ຮັບເງິນຄ່າຊົດເຊີຍ ຫຼາຍ-ໜ້ອຍເທົ່າໃດ ເພາະຍັງບໍ່ມີພາກສ່ວນໃດ ແຈ້ງຂໍ້ມູນໃຫ້ກັບຊາວບ້ານໄດ້ຮັບຮູ້ເທື່ອ, ໄລຍະຜ່ານມາ ກໍມີຊາວບ້ານ ໄດ້ຮັບເງິນຊົດເຊີຍ ໄປແລ້ວຈໍານວນນຶ່ງ ແຕ່ການກໍານົດຫົວໜ່ວຍ ລາຄາເງິນຄ່າຊົດເຊີຍ ບໍ່ເທົ່າກັນ ບາງຄອບຄົວໄດ້ຫຼາຍ ບາງຄອບຄົວໄດ້ໜ້ອຍ.
ແນວໃດກໍຕາມ ຫາກຮຽກຮ້ອງໄດ້ ກໍຕ້ອງການເງິນຄ່າຊົດເຊີຍ ປະມານ 180-200 ລ້ານກີບຕໍ່ເຮັກຕ້າຣ໌ເຖິງຈະເໝາະສົມ ແລະພຽງພໍ ທີ່ຈະໃຫ້ຊາວບ້ານ ໄດ້ເອົາເງິນຄ່າຊົດເຊີຍ ຈໍານວນນັ້ນ ໄປຊອກຊື້ດິນຕອນໃໝ່.
ຊາວບ້ານອີກຜູ້ນຶ່ງ ໃນເມືອງໜອງບົກ ແຂວງຄໍາມ່ວນ ກ່າວວ່າ ບໍຣິສັດຈີນ ໄດ້ມາສັມປະທານເອົາທີ່ດິOການກະເສດ ແລະດິນປ່າໄມ້ ໃນເມືອງໜອງບົກ ໄປຈົນໝົດ. ບາງຄອບຄົວ ບໍ່ມີຮອດທີ່ດິນທໍາການກະເສດ ສ່ວນເງິນຄ່າຊົດເຊີຍ ກໍຍັງບໍ່ທັນຮູ້ເທື່ອ ວ່າຈະໄດ້ຮັບຫຼາຍ-ໜ້ອຍເທົ່າໃດ.
ສ່ວນບັນຫາ ທີ່ເກີດຂຶ້ນໃນປັດຈຸບັນ ມີຣົຖບັນທຸກຂນາດໃຫຍ່ ສັນຈອນໄປ-ມາ ພາຍໃນເຂດເມືອງ ແລະບ້ານຕ່າງໆ ຈົນເຮັດໃຫ້ສະພາບເສັ້ນທາງເປ່ເພ, ເປັນຂຸມ, ເປັນບວກ, ມີຂີ້ຝຸ່ນພັດປິວໄປທົ່ວທຸກພື້ນທີ່ ສ້າງຄວາມຫຍຸ້ງຍາກ ແລະລໍາຄານໃຈ ໃຫ້ກັບຊາວບ້ານ ໃນພື້ນທີ່ ຢ່າງໜັກ.
ນອກຈາກນີ້ ຊາວບ້ານໃນເມືອງໜອງບົກ ກໍມີຄວາມກັງວົນເຣື່ອງສິ່ງແວດລ້ອມ ເນື່ອງຈາກບໍຣິສັດຈີນ ໄດ້ເຂົ້າມາຂຸດເຈາະ ທີ່ດິນເປັນບໍຣິເວນກວ້າງຂວາງ ເພື່ອຂຸດຄົ້ນເກືອກາລີ ເປັນຕົ້ນ ດິນຊຸດໂຕ, ດິນປົນເປື້ອນສານເຄມີ ແລະມົລພິດທາງສຽງ.
ດັ່ງຊາວບ້ານຜູ້ນີ້ ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເວົ້າລວມແລ້ວກະ ຖືວ່າ ບ້ານເຮົາຢູ່ຈຸດສູນກາງ ມັນອ້ອມໝົດເລີຍ ໂດຍສະເພາະ ເມືອງໜອງບົກນີ້ ທາງໃຕ້ດິນນີ້ ໜ້າຈະເຂົ້າໄປທົ່ວໝົດແລ້ວ ດິນບາງເຈົ້າ ກະຖືວ່າ ເອົາໝົດເລີຍຫັ້ນນ່າ. ຄັນບໍ່ໄປຊື້ໃໝ່ ກະບໍ່ມີນາເຮັດ, ຜົລກະທົບ ກໍໜ້າຈະມີຫຼາຍຢ່າງ ຄວາມສ່ຽງເນາະ ພາຍໃຕ້ພື້ນດິນເນາະ. ເຂົາເຈາະເອົາເກືອ ມີອຸໂມງແມ່ນຫຍັງ ກະສ່ຽງຜົລກະທົບ ຢ້ານອັນແຜ່ນດິນມັນຊຸດເນາະ."
ສ່ວນຊາວບ້ານອີກຜູ້ນຶ່ງ ໃນເມືອງທ່າແທກ ແຂວງຄໍາມ່ວນ ກ່າວວ່າ ດຽວນີ້ ມີຊາວບ້ານຈໍານວນຫຼາຍຄອບຄົວ ໄດ້ຮັບຜົລກະທົບສູນເສັຍທີ່ດິນ ໃຫ້ກັບບໍຣິສັດຈີນ ແລ້ວບໍຣິສັດຈີນ ຈະຈ່າຍເງິນຄ່າຊົດເຊີຍໃຫ້ກັບຊາວບ້ານ, ສ່ວນຊາວບ້ານ ທີ່ສູນເສັຍທີ່ດິນໄປແລ້ວ ກໍພາກັນອອກໄປຊື້ທີ່ດິນຕອນໃໝ່ ທີ່ຢູ່ໄກຈາກບ້ານອອກໄປອີກ, ບາງຄອບຄົວ ກໍຕ້ອງອອກໄປຫາຢູ່ຫາກິນຕາມດົງຕາມປ່າ ທີ່ຢູ່ໄກຈາກໝູ່ບ້ານອອກໄປ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຖືກກະທົບຂະເຈົ້າຊື້ ກະຊື້ເອົາແບບທົດແທນຄືນຫັ້ນນ່າ ຕາຣາງແມັດເທົ່າໃດຫັ້ນນ່າ ຍັງບໍ່ຮູ້ ໄປຫາຊື້ (ທີ່ດິນ) ບ່ອນໃໝ່ ພໍມີຢູ່ (ທີ່ດິນ) ກະຍັບໄກອອກໄປ ໄປເລື້ອຍໆຫັ້ນແຫຼະ ຫາຂອງທັມມະຊາຕ ກິນໄດ້ຢູ່ບ້ານເຮົານ່າ."
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ແຂວງຄໍາມ່ວນ ທ່ານນຶ່ງ ກ່າວວ່າ ທາງການແຂວງຄໍາມ່ວນ ກໍາລັງສືບຕໍ່ ໃນການຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານ ທີ່ຖືກຜົລກະທົບ ເຊິ່ງການປະເມີນເບື້ອງຕົ້ນ ມີຊາວບ້ານຢູ່ເມືອງໜອງບົກ ແລະເມືອງທ່າແຂກ ແຂວງຄໍາມ່ວນ ຈໍານວນ 18 ບ້ານ, 2,352 ຄອບຄົວ ເນື້ອທີ່ເວນຄືນທີ່ດິນທັງໝົດ 1,973.95 ເຮັກຕ້າຣ໌ ຮວມເປັນເງິນທັງໝົດ 646 ຕື້ກີບ ທີ່ຈະຕ້ອງຈ່າຍໃຫ້ກັບຊາວບ້ານ.
ສ່ວນເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ ແລະຂໍ້ກັງວົນຕ່າງໆຂອງຊາວບ້ານ ແມ່ນເປັນວຽກງານຂອງຂອບໍຣິສັດຈີນ ຈະເປັນຜູ້ຮັບຜິດຊອບວຽກງານດັ່ງກ່າວ ເຊິ່ງປັດຈຸບັນ ກໍດໍາເນີນການຄວບຄູ່ໄປ ພ້ອມກັນກັບທາງການລາວ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເມືອງໜອງບົກ ແລ້ວກະເມືອງທ່າແຂກນີ້ ເຮັດແຮ່ເກືອໂປຕາສ ສັມປະທານໝົດແລ້ວ ຫັ້ນນ່າ ປັດຈຸບັນນີ້ເນາະ ການໄກ່ເກັ່ຍບ້ານນ່າ ເປັນໜ້າທີ່ຂອງພາກຣັຖເນາະ, ການຈັດສັນໝູ່ບ້ານ ການຈັດສັນຂອບເຂດຕ່າງໆເນາະ ການປະເມີນ ດ້ານເສຖກິຈຫັ້ນ ເປັນຄວາມຮັບຜິດຊອບ ຂອງບໍຣິສັດຢູ່ແລ້ວເນາະ."
ເມື່ອວັນທີ 18 ທັນວາ 2023 ທີ່ຜ່ານມານີ້ ທາງການແຂວງຄໍາມ່ວນ ກໍໄດ້ຈັດກອງປະຊຸມ ປຶກສາຫາລື ເພື່ອປະເມີນຄືນຊີວິດການເປັນຢູ່ ຂອງປະຊາຊົນທີ່ໄດ້ຮັບການຊົດເຊີຍ ເວນຄືນທີ່ດິນ ຫຼັງການຈັດຕັ້ງປະຕິບັດໂຄງການ ຂອງບໍຣິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ເປັນຕົ້ນ ບັນຫາຄອບຄົວ ທີ່ຍັງບໍ່ໃຫ້ຄົວຮ່ວມມື, ຄອບຄົວທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຕ່າງໆ ຮວມເຖິງຂໍ້ສເນີຂອງປະຊາຊົນ ເພື່ອຊອກຫາວິທີແກ້ໄຂ.
ບໍຣິສັດ ຊີໂນ-ອາກຣີ ໂປຕາສ ໄດ້ເຂົ້າມາລົງທຶນ ຢູ່ແຂວງຄໍາມ່ວນ ນັບແຕ່ປີ 2009 ເພື່ອດໍາເນີນທຸຣະກິຈ ດ້ານການຂຸດຄົ້ນ ແລະຈໍາໜ່າຍຝຸ່ນໂປຕາສ ແລະປັດຈຸບັນ ບໍຣິສັດ ໄດ້ດໍາເນີນການຂຸດຄົ້ນ ແລະຜລິດເກືອໂປຕາສ ແລ້ວ 14 ປີ ແລະໄດ້ຮັບສິດສັມປະທານ ເກືອໂປຕາສ ທັງໝົດໃນແຂວງຄໍາມ່ວນ.
ບໍຣິສັດ ຊີໂນ-ອາກຣີ ໂປຕາສ ແມ່ນເປັນນຶ່ງໃນບໍຣິສັດ ຂນາດໃຫຍ່ ດ້ານການຂຸດຄົ້ນແຮ່ເກືອໂປຕາສ ຢູ່ປະເທດລາວ ເຊິ່ງບໍຣິສັດ ໄດ້ຮັບສັມປະທານແຮ່ເກືອໂປຕາສ ຈາກຣັຖບານລາວ ໃນເນື້ອທີ່ 263.32 ກິໂລຕາແມັດ ຫຼືປະມານ 26,332 ເຮັກຕ້າຣ໌, ປະຣິມານສະສົມຂອງແຮ່ເກືອໂປຕາສ ມີຫຼາຍກວ່າ 1 ຕື້ຕັນ ແລະກ່ອນປີ 2027 ນີ້ ບໍຣິສັດ ຕັ້ງເປົ້າໝາຍ ຈະຜລິດປຸ໋ຍໂປຕາສ ໃຫ້ໄດ້ 5 ລ້ານຕັນ ແລະໃນໄລຍະຍາວ ຈະຜລິດໃຫ້ໄດ້ 10 ລ້ານຕັນ.