ຊາວບ້ານກັງວົນ ນໍ້າຊອງ ອາດປົນເປື້ອນສານເຄມີ
2023.12.19
ຊາວບ້ານ ທີ່ອາໄສຢູ່ແຄມນໍ້າຊອງ ແຂວງວຽງຈັນ ກັງວົນເຣື່ອງຄຸນນະພາບນໍ້າ ທີ່ອາດປົນເປື້ອນສານເຄມີ ຈາກການຂຸດຄົ້ນແຮ່ທາດ ແລະສວນກ້ວຍ ຂອງຄົນຈີນ ເນື່ອງຈາກສະພາບນໍ້າຕາມແລວ ແມ່ນ້ໍາຊອງມີສະພາບຂຸ່ນ, ບາງຈຸດ ສະພາບນໍ້າຊອງ ມີສີແດງຂຸ່ນ ຄ້າຍກັບຂີ້ຕົມ ຈຶ່ງເຮັດໃຫ້ເກີດຄວາມກັງວົນ ແລະຍ້ານສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມໃນພື້ນທີ່.
ຊາວບ້ານຜູ້ນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກ່າວວ່າ ສະພາບນໍ້າຊອງຂຸ່ນ, ບາງຈຸດສະພາບນໍ້າ ມີສີແດງຂຸ່ນ ຄ້າຍກັບຂີ້ຕົມນັ້ນ ອາດເກີດຈາກ ບໍຣິສັດແຮ່ທາດ ຂອງຄົນຈີນ ລັກລອບລ້າງແຮ່ທາດ ແລ້ວປ່ອຍລົງແຫຼ່ງນໍ້າ ທັມມະຊາຕ ແລະມີການປ່ອຍນໍ້າເປື້ອນ ຂອງສວນກ້ວຍຈີນ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ທັນວາ ນີ້ວ່າ:
“ໂອ້...ໄດ້ຍິນຢູ່ ເພາະວ່າຢູ່ຫຼັງບ້ານເຮົານີ້ ກະລ້າງແຮ່ຢູ່ນີ້ ເພາະວ່ານໍ້າທຸກເສັ້ນ. ມັນລົງນໍ້າຊອງໝົດຫັ້ນນ່າເນາະ. ບໍ່ມີນ່າ ບໍ່ມີບໍ່ບໍາບັດເນາະ. ດຽວນີ້ ໂອ້... ແຮງມີຜົລກະທົບຫຼາຍ ແນວເນາະ. ຫຼັກໆລະແມ່ນ ຕົ້ນຕໍນໍ້າຊອງ ແທ້ໆກະມີສວນກ້ວຍຈີນຢູ່ ນໍາຫັ້ນເນາະ. ແຮງໜັກໜ່່ວງໂຕນີ້ຫັັ້ນ ຜົລກະທົບມັນກະມີຫຼາຍອັນເນາະ.”
ຊາວບ້ານຜູ້ນີ້ ກ່າວອີກວ່າ ຢາກສເນີໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມ, ກວດກາຄຸນນະພາບຂອງນໍ້າຊອງ ເພື່ອສ້າງຄວາມສະບາຍໃຈ ໃຫ້ກັບຊາວບ້ານໃນພື້ນທີ່ ເພາະແມ່ນໍ້າຊອງ ເປັນແມ່ນໍ້າສາຍຫຼັກ ຂອງເມືອງວັງວຽງ ທີ່ຊາວບ້ານຫາປາມາກິນ ແລະນໍາປາໄປຂາຍ ທັງຍັງເປັນແຫຼ່ງທ່ອງທ່ຽວສໍາຄັນ ຂອງເມືອງວັງວຽງອີກດ້ວຍ ຫາກມີສານເຄມີປົນເປື້ອນ ຫຼື ຄຸນນະພາບນໍ້າບໍ່ດີ ກໍອາດສົ່ງຜົລກະທົບ ຕໍ່ຊີວິດການເປັນຢູ່ ຂອງຊາວບ້ານ ແລະການທ່ອງທ່ຽວ.
ຊາວບ້ານອີກຜູ້ນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກ່າວວ່າ ຄຸນນະພາບນໍ້າຊອງ ບໍ່ໄດ້ໃສຄືແຕ່ກ່ອນ ເພາະຜູ້ປະກອບການທຸຣະກິຈ ແລະໂຄງການພັທນາຕ່າງໆ ພາກັນປ່ອຍນໍ້າເປື້ອນ ລົງແຫຼ່ງນໍ້າທັມມະຊາຕ ແລະໄຫຼລົງສູ່ແມ່ນໍ້າຊອງ ຈົນເຮັດໃຫ້ແມ່ນໍ້າຊອງຂຸ່ນຢ່າງໜັກ ໂດຍສະເພາະ ໃນເຂດໂຕເມືອງວັງວຽງ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂຕສາຍນໍ້າ ແມ່ນໍ້າຊອງນີ້ ມັນກະແຕະຕ້ອງຢູ່ ທາງເມືອງມັນກະນໍ້າຂຸ່ນ ມັນກະແຕະຕ້ອງຫຼາຍແນວ ແຕ່ວ່າອ້າຍກະ ບໍ່ໄດ້ໃຊ້.”
ຊາວບ້ານອີກຜູ້ນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກ່າວວ່າ ຄຸນນະພາບນໍ້າຊອງ ໃນປັດຈຸບັນບໍ່ຄ່ອຍດີປານໃດ. ໃນບາງຈຸດສະພາບນໍ້າຊອງຈະຂຸ່ນ ແລະເປັນຂີ້ຕົມ ຄ້າຍກັບມີການປົນເປື້ອນສານເຄມີ ຈົນເຮັດໃຫ້ຊາວບ້ານບໍ່ກ້າຫາປາມາກິນ ຫຼື ສັດນໍ້າ ສັດປ່າ ກໍບໍ່ສາມາດຢູ່ອາໄສໄດ້ແລ້ວ.
ເພຶື່ອບໍ່ໃຫ້ສົ່ງຜົລກະທົບ ຕໍ່ຊີວິດການເປັນຢູ່ ແລະການທ່ອງທ່ຽວ ໃນເມືອງວັງວຽງ ຈຶ່ງຢາກໃຫ້ທາງການລາວ ລົງຕິດຕາມ, ກວດກາຢ່າງເຂັ້ມງວດ ໂດຍສະເພາະ ບໍຣິສັດຂຸດຄົ້ນແຮ່ທາດ ຂອງຄົນຈີນ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພາະວ່າ ເຫັນທາງເມືອງ ກໍຂຶ້ນມາເທື່ອນຶ່ງ ເວົ້າໆກັນຢູ່ ຈັກເຂົາຊິແກ້ໄຂແນວໃດ. ຂ້ອຍກະບໍ່ຮູ້ລະອຽດ ມັນເປັນນໍ້າຂຸ່ນໆ. ເປັນນໍ້າຂີ້ຕົມຫັ້ນນ່າ. ປ່ອຍລະ ບາງທີປາ ມັນກະບໍ່ມັກຢູ່ຫັ້ນນ່າ. ບໍ່ຈັກວ່ານໍ້າຫັ້ນ ມັນສົ່ງຜົລກະທົບແນວໃດ ຕໍ່ສັດນໍ້າຫັ້ນນ່າ.”
ຊາວບ້ານອີກຜູ້ນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກ່າວວ່າ ສ່ວນແມ່ນໍ້າຊອງ ຕອນລຸ່ມ ສະພາບນໍ້າຍັງໃສ, ບໍ່ຂຸ່ນ ຊາວບ້ານຍັງຫາປາມາກິນ ໄດ້ຕາມປົກກະຕິ ໂດຍໃນໄລຍະທີ່ຜ່ານມາ ກໍເຫັນທາງການລາວລົງຕິດຕາມ, ກວດກາຄຸນນະພາບນໍ້າຊອງເລື້ອຍໆ ແຕ່ກະບໍ່ຮູ້ວ່າ ຄຸນນະພາບນໍ້າດີ ຫຼືບໍ່ດີ ແນວໃດ ເພາະທາງການລາວ ບໍ່ໄດ້ແຈ້ງຂໍ້ມູນໃຫ້ຊາວບ້ານຮັບຮູ້ຈັກເທືືອ.
ດັ່ງຊາວບ້ານ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນກະຈະມີ ເປັນແບບຂະເຈົ້າປ່ອຍນໍ້າລົງມັນເປັນຊ່ວງຊື່ໆ. ມັນນໍ້າເສັຍ ຂະເຈົ້າກະກວດກາເລື້ອຍໆຢູ່ດອກ, ແຕ່ຫັກກະບໍ່ຮູ້ນໍາເຣື່ອງນີ້ນ່າ. ເຂດທີ່ເພິ່ນໄປຫາ (ປາ) ມັນຈະບໍ່ໃກ້ໂຕເມືອງ ມັນຈະໄກອອກໄປໜ້ອຍນຶ່ງ. ມັນຈະເປັນ ບ່ອນນໍ້າສະອາດແລ້ວເຈົ້າ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງວຽງຈັນ ກ່າວວ່າ ຕໍ່ຄວາມກັງວົນ ຂອງຊາວບ້ານນີ້ ທາງການລາວ ກໍໄດ້ຮັບຮູ້ບັນຫາດັ່ງກ່າວແລ້ວ ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງພື້ນທີ່ຕິດຕາມ, ກວດກາຄຸນນະພາບນໍ້າ ຕາມແລວແມ່ນໍ້າຊອງຢ່າງຕໍ່ເນື່ອງ.
ໃນໄລຍະທີ່ຜ່ານມາ ພົບວ່າ ເປັນການລັກລອບລ້າງແຮ່ທາດ ຂອງຄົນຈີນ ຈຶ່ງໄດ້ສັ່ງໃຫ້ປັບປັບແກ້ໄຂ ໂດຍການບໍາບັດນໍ້າເປື້ອນ ໃຫ້ໄດ້ມາຕຖານ ກ່ອນຈະປ່ອຍນໍ້າລົງ ແຫຼ່ງນໍ້າທັມມະຊາຕ.
ຫຼ້າສຸດນີ້ ເມື່ອຕົ້ນເດືອນທັນວາ ທີ່ຜ່ານມາ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ຕິດຕາມ, ກວດກາຄຸນນະພາບນໍ້າຊອງ ຍ້ອນມີຊາວບ້ານແຈ້ງວ່າ ບໍຣິສັດຈີນລ້າງແຮ່ທາດ ແລ້ວປ່ອຍລົງສູ່ແມ່ນໍ້າຊອງ ຈົນເຮັດໃຫ້ສະພາບນໍ້າຊອງຂຸ່ນ ແຕ່ປັດຈຸບັນ ຍັງບໍ່ທັນສລຸບຜົລຢ່າງຈະແຈ້ງເທື່ອ ເພາະພວມຢູ່ລະຫວ່າງການວິເຄາະ ຄຸນນະພາບນໍ້າ.
ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນຈະມີໜ່ວຍງານ ຂອງຣັຖດອກລົງໄປກວດ. ເກັບກໍາເຣື່ຶອງຄຸນນະພາບນໍ້າ. ກວດຕາມບົດຣາຍງານຂອງບໍຣິສັດຫັ້ນແຫຼະ. ເພິ່ນລົງກວດແລ້ວ ເພິ່ນສັງເກດ ອັນນີ້ມັນອາດຊິບໍ່ສອດຄ່ອງວ່າຊັ້ນເນາະ. ຕາມນິຕິກັມ ທາງບໍຣິສັດກະຕ້ອງໄດ້ເຮັດຫັ້ນແຫຼະ. ເຣື່ອງເກັບກໍາຂໍ້ມູນ, ເຣື່ອງຄຸນນະພາບນໍ້າເບາະ ຫຼືວ່າສິ່ງແວດລ້ອມ ທີ່ວ່າ ມັນຕິດພັນຫັ້ນນ່າ.”
ກ່ອນໜ້ານີ້ ຍານາງ ວິໄຊ ສຣິດທິຣາດ ສະມາຊິກສະພາແຫ່ງຊາຕ ນະຄອນຫຼວງວຽງຈັນ ກໍເຄີຍກ່າວ ສເນີຕໍ່ກອງປະຊຸມສໄມສາມັນ ເທື່ອທີ່ 6 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 6 ພຶສຈິກາ 2023 ຜ່ານມາວ່າ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາ ສວນກ້ວຍຈີນ ຢູ່ເມືອງວຽງຄໍາ ແລະເມືອງທຸລະຄົມ ແຂວງວຽງຈັນ ເພື່ອປ້ອງກັນບັນຫາໃນອະນາຄົດ ທີ່ອາດມີການປ່ອຍນໍ້າເປື້ອນ ລົງສູ່ໜອງນໍ້າທັມມະຊາຕ.
ເຊັ່ນດຽວກັບທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ກໍໄດ້ກ່າວຣາຍງານ ຢູ່ໃນກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 7 ພຶສຈິກາ ທີ່ຜ່ານມາວ່າ ຣັຖບານລາວ ໄດ້ອະນຸຍາດໃຫ້ນັກລົງທຶນ ຂຸດຄົ້ນ ແລະສົ່ງອອກແຮ່ທາດ ແບບທົດລອງ ເຊິ່ງສ່ວນໃຫຍ່ ເປັນບໍຣິສັດຂອງນັກລົງທຶນຈີນ ແລະວຽດນາມ ແຕ່ເຖິງວ່າ ບໍຣິສັດເຫຼົ່ານັ້ນ ຈະມອບພັນທະໃຫ້ຣັຖບານລາວ ແຕ່ຄວາມເສັຍຫາຍ ທີ່ເກີດຂຶ້ນຕໍ່ສະພາບແວດລ້ອມ ແລະສັງຄົມ ກໍໜັກໜ່ວງ ຈົນບໍ່ສາມາດປະເມີນມູນຄ່າໄດ້ ແລະພາກສ່ວນທີ່ກ່ຽວຂ້ອງໃດ ກໍບໍ່ໄດ້ລົງຕິດຕາມກວດກາ ຢ່າງໃກ້ຊິດ ຈົນກາຍເປັນບັນຫາ ແລະນັບມື້ຈະຮຸນແຮງຂຶ້ນ.