ທາງການລາວ ມີແຜນຂຍາຍ ທາງຫຼວງແຫ່ງຊາຕ 13 ໃຕ້
2023.12.12
ໃນວັນທີ 23 ພຶສຈິກາ ປີ 2023 ທີ່ຜ່ານມານີ້ທາງການລາວ ໄດ້ປະຊຸມປຶກສາຫາລື ກ່ຽວກັບແຜນກໍ່ສ້າງ, ໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງຫຼວງແຫ່ງຊາຕ ເລຂທີ 13 ໃຕ້ ຕັ້ງແຕ່ ກິໂລແມັດທີ 21 ເມືອງໄຊທານີ ຫາ ກິໂລແມັດ 66 ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງເປັນໂຄງການໃໝ່ ເພື່ອຈະຂຍາຍທາງຫຼວງແຫ່ງຊາຕ ໃຫ້ກ້ວາງອອກປະມານ 20 ປາຍແມັດ.
ໂດຍການປະຊຸມຫາລືກັນໃນຄັ້ງນີ້ ເພື່ອຕຣຽມແຜນ ຈະຂໍກູ້ຢືມເງິນ ຈາກທະນາຄານໂລກ ຍ້ອນຣັຖບານບໍ່ມີງົບປະມານ ແລະຍັງມີການເວົ້າເຖິງ ຄ່າຊົດເຊີຍໃຫ້ຊາວບ້ານ ຈະໄດ້ຮັບຜົລກະທົບນໍາດ້ວຍ. ສ່ວນຈຳນວນຊາວບ້ານ ທີ່ຈະໄດ້ຮັບຜົລກະທົບນັ້ນ ທາງການບໍ່ສະດວກເປີດເຜີຍໂຕເລຂ ວ່າມີຈັກຄອບຄົວ ແລະຈັກບ້ານ.
ສໍາລັບຜົລກະທົບ ໃນໂຄງການດັ່ງກ່າວ ບໍ່ມີເຮືອນປະຊາຊົນ ສ່ວນໃຫຍ່ຈະປັນສິ່ງປຸກສ້າງ ລັກສະນະເປັນເທີບ ທີ່ຊາວບ້ານຕໍ່ເຕີມ ຍື່ນອອກໄປ ຜູ້ລະເລັກລະໜ້ອຍ ເທົ່ານັ້ນ. ປັດຈຸບັນທາງການລາວ ຍັງບໍ່ທັນໄດ້ຈ່າຍຄ່າຊົດເຊີຍ ເພາະຣັຖບານຕ້ອງລໍຖ້າເງິນກູ້ ຈາກທະນາຄານໂລກ ກ່ອນ. ສ່ວນຣາຍລະອຽດອື່ນໆ ຢູ່ໃນເອກະສານ ຍັງບໍ່ຂໍເປີດເຜີຍ ແລະຖ້າເອກະສານພ້ອມໂຕຈິງ ທາງການລາວກໍຈະລົງກວດກາອີກເທື່ອນຶ່ງ.
ດັ່ງເຈົ້າໜ້າທີ່ ໂຍທາທິການ ໃນນະຄອນຫຼວງວຽງຈັນ ທີ່ກ່ຽວຂ້ອງຂໍສງວນຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 01 ທັນວາ ທີ່ຜ່ານມາວ່າ:
“ໂຕນີ້ໂຄງການໃໝ່ ເພາະເຮົາຈະຂຶ້ນແຜນຂໍຢືມເງິນ ທະນາຄານໂລກນ່າແຕ່ວ່າ ເຮົາຂຍາຍມີປະມານ 20 ກ່ວາແມັດ ໜ້ອຍນຶ່ງ. ສິ່ງປຸກສ້າງມັນກະທົບ ມັນກໍບໍ່ມີຫຼາຍດອກ. ສ່ວນຫຼາຍມັນເປັນເທີບ ທີ່ວ່າເພິ່ນຕໍ່ເຕີມອອກມາ. ໂຕຈິງ ເພິ່ນຈະລົງໄປອີກວ່າ ໂຕໃດສົມຄວນແນວໃດ ແຕ່ວ່າໂຕນີ້ ເຮົາຍັງກຳນົດບໍ່ໄດ້ເອກະສານພ້ອມ ເພິ່ນຈະລົງມືເລີຍ.”
ເຈົ້າໜ້າທີ່ໂຍທາທິການ ທີ່ກ່ຽວຂ້ອງອີກທ່ານນຶ່ງ ກໍຢືນຢັນວ່າ ສໍາລັບໂຄງການດັ່ງກ່າວນີ້ ທາງການລາວຍັງບໍ່ທັນໄດ້ເຣີ່ມກໍ່ສ້າງ ແລະການປະຊຸມຫາລືກັນ ເປັນພຽງການປະເມີນ ສະຖານະການກໍ່ສ້າງ ຍັງບໍ່ທັນໄດ້ມີສັນຍາ ຫຼື ປະມູນແນວໃດ ເກີດຂຶ້ນ ແລະກໍຍັງບໍ່ທັນໄດ້ຕົກລົງ ລາຄາຄ່າຊົດເຊີຍ ໃຫ້ຜູ້ໄດ້ຮັບຜົລກະທົບ ເຊິ່ງຫາກໍຜ່ານການປະເມີນ ດ້ານສິ່ງແວດລ້ອມ ເມື່ອຕົ້ນເດືອນທັນວາ ຜ່ານມາ.
“ເພິ່ນປະເມີນເຣື່ອງຊິກະຕຣຽມ ການກໍ່ສ້າງບໍ່ທັນໄດ້ວ່າ ມີສັນຍາ ບໍ່ທັນວ່າ ໄດ້ມີການປະມູນຫຍັງດອກ ເພິ່ນບໍ່ທັນໄດ້ຜ່ານອັນນ່າ ຂໍ້ຕົກລົງທົດແທນເທື່ອນ່າ. ກອງປະຊຸມ ເພິ່ນຫາກວ່າ ຈະປະເມີນເຣື່ອງສິ່ງແວດລ້ອມ ຜ່ານສິ່ງແວດລ້ອມ ຫວ່າງອາທິດທີ່ແລ້ວນີ້ ບໍ່ທັນໄດ້ມີການຈ່າຍຫຍັງ ເທື່ອເດີ້.”
ກ່ຽວກັບເຣື່ອງນີ້ ຊາວບ້ານໄຜ່ລ້ອມ ເມືອງໄຊທານີ ກ່າວວ່າ ເຂດບ້ານນີ້ກໍຈະເປັນເຂດ ທີ່ຖືກຜົລກະທົບຈາກການກໍ່ສ້າງ ໂຄງການປັບປຸງ ແລະສ້ອມແປງເສັ້ນທາງ ຫຼວງແຫ່ງຊາຕ ເລຂທີ 13 ໃຕ້ ແຕ່ ກິໂລແມັດ 21 ເມືອງໄຊທານີ ຫາ ກິໂລແມັດ 66 ເມືອງປາກງື່ມ ນະຄອນຫຼວງວຽງຈັນ.
ສ່ວນໃຫຍ່ ບໍ່ມີເຮືອນຊາວບ້ານ ໄດ້ຮັບຜົລກະທົບ ມີແຕ່ສິ່ງປຸກສ້າງ ຕໍ່ເຕີມ ເປັນເທີບອອກໄປ ທີ່ຜ່ານມາມີເຈົ້າໜ້າທີ່ ລົງມາປະເມີນ ແລະປັກເສົາເຂດແດນ ສງວນໄວ້ ເພື່ອຈະກໍ່ສ້າງຂຍາຍ ຕາມໂຄງການດັ່ງກ່າວ ພ້ອມທັງເຮັດບົດບັນທຶກ ຜູ້ໄດ້ຮັບຜົລກະທົບໄວ້ແລ້ວ ແລະກໍມີການບອກຊາວບ້ານວ່າ ບໍ່ໃຫ້ປຸກສ້າງຕໍ່ເຕີມ ເຂົ້າມາໃນຫຼັກເຂດສງວນ ທີ່ປັກໄວ້ ຖ້າຜູ້ໃດລະເມີດກໍບໍ່ມີການຈ່າຍ ຄ່າຊົດເຊີຍ. ສ່ວນຜູ້ໃດທີ່ປຸກສ້າງເທີບ ຕໍ່ເຕີມເຮັດຮ້ານຄ້າໄປກ່ອນໜ້ານີ້ແລ້ວ ເຈົ້າໜ້າທີ່ກໍເຮັດບົດບັນທຶກໄວ້ ເພື່ອຈະຊົດເຊີຍໃຫ້ຕາມກົດໝາຍ.
“ເພິ່ນເຫັນມາແຕ່ພຸ້ນ ແຕ່ດົນ ເພິ່ນລົງມາເຮັດບົດບັນທຶກ ບໍ່ໃຫ້ສ້າງອອກໄປ ແລ້ວເພິ່ນຈະເຮັດ 4 ເລນພຸ້ນນ່າ. ໂຕໃດເພິ່ນປຸກສ້າງແລ້ວ ຖ້າມັນຖືກ ເພິ່ນກໍຈະເອົາເງິນໃຫ້ ຊົດເຊີຍໃຫ້ ສ່ວນຫຼາຍມັນກໍບໍ່ສູ່ມີເຮືອນດອກ. ເຂົາເຈົ້າເຮັດຂຶ້ນ ອອກມາ ເຂົາເຈົ້າກໍເຮັດແບບ ບໍ່ຖາວອນ ແບບມ້າງໄດ້.”
ຊາວບ້ານສົມປະເສີດ ເມືອງປາກງື່ມກ່າວວ່າເຂດບ້ານນີ້ ກໍຈະຖືກໂຄງການດັ່ງກ່າວ ເຊັ່ນກັນທີ່ຜ່ານມາເຈົ້າໜ້າທີ່ ກໍລົງມາເກັບຂໍ້ມູນ ແລະເຮັດບົດບັນທຶກໄວ້ ເຊັ່ນກັນ. ສ່ວນຜົລກະທົບ ສ່ວນໃຫຍ່ບໍ່ມີເຮືອນຊາວບ້ານ ມີສິ່ງປຸກສ້າງຕໍ່ເຕີມເລັກໜ້ອຍເທົ່ານັ້ນ ແລະບໍ່ໄດ້ຮັບຜົລກະທົບ ຫຼາຍ ຖ້າຫາກທາງການຈະກໍ່ສ້າງ ຂຍາຍທາງ ຊາວບ້ານກໍບໍ່ໄດ້ຂັດຂ້ອງ.
“ເກັບກໍາດົນແລ້ວ ເພິ່ນຈະມີການຂຍາຍເດ້ ບໍ່ຂັດຂ້ອງໄດ້ສົມປະເສີດນີ້ ກໍຈະໄດ້ຮັບຜົລກະທົບ ຢູ່ກາບໍ່ຫຼາຍປານໃດດອກ. ອັນເຮືອນແທ້ ກໍຈະບໍ່ຖືກດອກບໍ່ພໍກະທົບເທົ່າໃດ ດອກຈະຖືກ ເປັນໜ້າບ້ານ ໜ້າສ່ອງ ໄປຈັ່ງຊີ້ ເປັນຕູບງອມໆ ແງມໆ ໄປຈັ່ງຊີ້.”
ຊາວບ້ານດອນໄຮ່ ເມືອງປາກງື່ມກ່າວວ່າ ກໍມີຫຼາຍບ້ານຢູ່ໃນເມືອງປາກງື່ມ ທີ່ຈະໄດ້ຮັບຜົລກະທົບ ໃນການກໍ່ສ້າງດັ່ງກ່າວ ເຊິ່ງເຂດບ້ານດອນໄຮ່ ກໍເປັນນຶ່ງໃນນັ້ນ ແຕ່ຊາວບ້ານກໍບໍ່ໄດ້ຮັບຜົລກະທົບຫຼາຍ ແລະກໍບໍ່ມີເຮືອນຊາວບ້ານ ຖືກຜົລກະທົບ ສ່ວນໃຫຍ່ເປັນສິ່ງປຸກສ້າງ ເລັກນ້ອຍທີ່ຍື່ນອອກໄປ ແລະທໍ່ນໍ້າເທົ່ານັ້ນ.
“ເພິ່ນລົງມາສໍາຣວດ ບໍ່ໄດ້ເອົາອອກຫຼາຍນ່າ ສ່ວນຫຼາຍເຮືອນກໍບໍ່ໄດ້ຖືກຫຼາຍນ່າ ມີແຕ່ທໍ່ເຂົ້າບ້ານ ເປັນເທີບເປັນເງີບໄປສື່ໆ ເຂົາກໍຈະຊົດເຊີຍ ຕາມເງື່ອນໄຂຫັ້ນແຫຼະ ມັນຢູ່ໃນເຂດສງວນ ຂອງແລວທາງແລ້ວຮ້ານຄ້າ ກໍບໍ່ຫຼາຍດອກ ສ່ວນຫຼາຍມັນບໍ່ຖືກນ່າ.”
ຕໍ່ກັບການຂຍາຍທາງດັ່ງກ່າວ ຊາວບ້ານກໍບໍ່ໄດ້ຂັດຂ້ອງ ທີ່ທາງການຈະກໍ່ສ້າງ ໂຄງການປັບປຸງ ແລະສ້ອມແປງເສັ້ນທາງຫຼວງ ແຫ່ງຊາຕເລຂທີ 13 ໃຕ້ ແຕ່ ກິໂລແມັດ 21 ເມືອງໄຊທານີ ຫາ ກິໂລແມັດ 66 ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແຕ່ກ່ອນຈະເຣີ່ມກໍ່ສ້າງ ຊາວບ້ານກໍຢາກໃຫ້ຊົດເຊີຍ ເງິນໃຫ້ຜູ້ທີ່ໄດ້ຮັບຜົລກະທົບ ໃຫ້ສຳເຣັດກ່ອນກໍ່ສ້າງ ຕາມຂັ້ນຕອນໃຫ້ສຳເຣັດ ກ່ອນເພາະການຂຍາຍທາງ ອອກໃຫ້ກ້ວາງຂຶ້ນ ກໍຖືວ່າເປັນເຣື່ອງທີ່ດີ ສຳລັບການພັທນາຖນົນຫົນທາງ ໃນປະເທດລາວ.