ທາງຫຼວງ ເຂດພາກເໜືອ ເປ່ເພຫຼາຍ ໃນຣະດູຝົນ
2023.06.30
ປັດຈຸບັນ ທາງຫຼວງເຂດພາກເໜືອ ຂອງປະເທດລາວ ຍັງມີສະພາບເປ່ເພ, ແຄບສັ້ນ, ໂຄ້ງ, ບໍ່ມີຮົ້ວກັ້ນທາງ, ບໍ່ມີໄຟເຍືອງທາງ ແລະ ອັນຕະຣາຍເຮັດໃຫ້ເກີດອຸປັດຕິເຫດ ເປັນປະຈຳ ໂດຍສະເພາະເສັ້ນທາງໃນເສັ້ນທາງ 4C ແຕ່ເມືອງກາສີ-ເມືອງນານ ເຂດພູ 9 ຫຼັກ ໃນແຂວງຫຼວງພຣະບາງ.
ດັ່ງຄົນຂັບຣົຖຂົນສົ່ງ ສິນຄ້າເສັ້ນທາງລະຫວ່າງເມືອງກາສີ-ຫຼວງພຣະບາງ ມາເປັນໄລຍະເວລາ 7 ປີ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 30 ມິຖຸນາ 2023 ນີ້ວ່າ:
“ທາງຫຼວງບໍ່ ຖ້າວ່າມັນມີຄວາມສ່ຽງ ແລ້ວກໍອັນຕະຣາຍນີ້ ປັດຈຸບັນນີ້ກໍຄືພູ 9 ຫຼັກ. ເກີດອຸປັດຕິເຫດມື້ລະເທື່ອ ມື້ລະຄັນ-ສອງຄັນ ກໍມີບາງເທື່ອ ກໍສອງຄັນ ບາງເທື່ອກໍສາມຄັນ. ໄປກໍມີສ່ວນຫຼາຍ ກໍຈະເປັນປະເພດລົດບັນທຸກສິນຄ້າ ເຄື່ອງຫັ້ນ. ບາງທີ່ຕົກເຫວ ບາງທີ່ກໍຕຳກັນ. ເສັ້ນທາງໄປພູ 9 ຫຼັກ, ໂຕທີ່ວ່າຢູ່ລະຫວ່າງກາງ ເມືອງກາສີ ກັບ ເມືອງນານນີ້ ມັນຊິສັ້ນມັນບໍ່ເປັນທາງລາດຢາງ ມັນຍັງເປັນລຸກລັງ.”
ສໍາລັບເສັ້ນທາງ ໃນເຂດພູ 9 ຫຼັກ ລະຫວ່າງກິໂລແມັດທີ 24 ຫາ ກິໂລແມັດທີ 33 ມັກເກີດບັນຫາດິນເຈື່ອນ ເປັນປະຈຳ ຍ້ອນດິນຢູ່ບໍຣິເວນດັ່ງກ່າວ ບໍ່ແຂງໂຕ ທັງມີນໍ້າຊືມອອກມາຕລອດ ເຮັດໃຫ້ການເກາະໂຕຂອງດິນບໍ່ດີ ຈຶ່ງເກີດດິນເຈື່ອນໄດ້ງ່າຍ ເມື່ອມີຝົນຕົກລົງມາ ແລະ ມາຮອດປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ສາມາດຊອກຫາສາເຫດໄດ້ວ່າ ນໍ້າທີ່ຊືມອອກມານັ້ນ ມາແຕ່ໃສ. ອີງຕາມຄຳກ່າວ ຂອງ ທ່ານ ພຸດທະສັກ ແສງບົວລະພັນ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງກາສີ ແຂວງວຽງຈັນ ຕໍ່ສື່ມວນຊົນ ທ້ອງຖິ່ນ ເມື່ອວັນທີ 8 ມິຖຸນາ ທີ່ຜ່ານມາ.
ເຖິງແມ່ນວ່າ ຈະອັນຕະຣາຍ ໂດຍສະເພາະໃນໄລຍະຣະດູຝົນ ແຕ່ຄົນຂັບຣົຖຂົນສົ່ງສິນຄ້າ ຈຳນວນໜຶ່ງຍັງຄົງເລືອກໃຊ້ ເສັ້ນທາງໃນເຂດພູ 9 ຫຼັກ ເມື່ອທຽບໃສ່ ການເດີນທາງ ດ້ວຍເສັ້ນທາງເລຂທີ 13 ເໜືອ ເຂດກາສີ ແຂວງວຽງຈັນ ຫາ ພູຄູນ ແຂວງຫຼວງພຣະບາງ ຍ້ອນເສັ້ນທາງໃນເຂດພູ 9 ຫຼັກໃຊ້ໄລຍະເວລາໃນການເດີນທາງ ສັ້ນກ່ວາ.
ດັ່ງຄົນຂັບຣົຖຂົນ ສົ່ງສິນຄ້າຄົນດຽວກັນ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີຕື່ມວ່າ:
“ຖ້າວ່າໄປທາງອື່ນກໍວ່າ ກໍມັນກໍຊິອ້ອມໄປໄກຫັ້ນນ່າ ເພາະວ່າໂຕນີ້ ໄປຫຼວງພຣະບາງ ໄລຍະທາງມັນກໍຊິໃກ້ກ່ວາ ທາງພູຄູນມັນກໍມີຄວາມສ່ຽງຄືກັນ ສ່ຽງຄືກັນເພາະວ່າມັນຊິໂຄ້ງ. ໂຄ້ງ ມັນຊິໂຄ້ງຫຼາຍກ່ວາຫັ້ນນ່າ ໂຄ້ງຫັກສອກ ແລ້ວກໍເສັ້ນທາງມັນກໍຊິເປັນທາງຊັນ ອີກຈັ່ງຊິຫັ້ນນ່າເປົນຖນົນ ເປັນທາງລາດຢາງທີ່ວ່າເປັນຂາດເປັນຊ່ວງໆ ແບບນີ້ນ່າທາງລາດຢາງຫັ້ນ ແຕ່ວ່າດຽວນີ້ຫັ້ນມັນມັນຂາດແລ້ວ ແບບນີ້ນ່າມັນເພແລ້ວ.”
ສຳລັບສາເຫດສຳຄັນ ທີ່ເຮັດໃຫ້ເສັ້ນທາງຫຼວງເປ່ເພ ສ່ວນໜຶ່ງເປັນຍ້ອນຜູ້ໃຊ້ເສັ້ນທາງ ມັກມີການບັນທຸກສິນຄ້າເກີນກຳນົດ. ສ່ວນເຈົ້າໜ້າທີ່ຮັບຜິດຊອບ ກ່ຽວກັບເຣື່ອງນີ້ ພັດບໍ່ໄດ້ດຳເນີນການ ກວດກາຜູ້ກະທຳຜິດ ຢ່າງຈິງຈັງ.
ດັ່ງຄົນຂັບຣົຖ ສົ່ງສິນຄ້າ ໃນແຂວງພາກເໜືອ ອີກທ່ານໜຶ່ງກ່າວວ່າ:
“ຕອນທີ່ຂຶ້ນນີ້ເນາະ ຕັ້ງແຕ່ກາສີໄປຈົນຮອດພູຄູນນີ້ເນາະ ນີ້ກໍຂຶ້ນຢ່າງດຽວ ຖ້າວ່າຣົຖໜັກ ຖ້າວ່າລົງມານີ້ເນາະເກີດມີຄວາມສ່ຽງ ທີ່ວ່າເຈິກັນທີ່ໂຄງແບບນີ້ນ່າ ທາງມັນກໍແຄບແບບນີ້ນ່າ ເວົ້າເຣື່ອງກົມຂົນສົ່ງ ຫຼືວ່າຂະເຈົ້າ ກໍບໍ່ໄດ້ ຂະເຈົ້າກໍອອກທາງຫຼວງ ແລ້ວຂະເຈົ້າກໍບໍ່ກຳນົດເດ້ ແທ້ໆ ບໍ່ໄດ້ກວດການໍ້າໜັກ ເຄັ່ງຂັດປານໃດ. ບາງຄັນຂະເຈົ້າກໍບັນທຸກ 60-70 ຕັນມັນກໍເກີດ ຫຼື ວ່າ 50 ປາຍມັນກໍເກີນມັນກໍບໍ່ໄດ້ເຫັນທາງມັນກໍເກີນໄປແລ້ວ.”
ສ່ວນເສັ້ນທາງຫຼວງແຫ່ງຊາຕ R3 ເຊິ່ງເປັນສ່ວນໜຶ່ງຂອງເສັ້ນທາງສາຍໄໝ ທີ່ທາງການຈີນ ຜັກດັນເສັ້ນທາງ ໃນການເຊື່ອມໂຍງທາງພາກພື້ນ ແລະສາກົນທັງນີ້ໃນສ່ວນຂອງເສັ້ນທາງ R3 ທີ່ຕັດຜ່ານປະເທດລາວ ແມ່ນມີໄລຍະທາງປະມານ 200 ກິໂລແມັດ ເປັນເສັ້ນທາງເຊື່ອມຈາກຊາຍແດນ ປະເທດຈີນເຂົ້າມາຍັງເມືອງບໍ່ເຕັນ ແຂວງຫຼວງນໍ້າທາ ເພື່ອຕໍ່ໄປຍັງແຂວງບໍ່ແກ້ວ ແລ້ວອອກສູ່ປະເທດໄທຍ ແຕ່ທີ່ຜ່ານມາ ເປັນເສັ້ນທາງທີ່ເກີດອຸປັດຕິເຫດ ຣົຖບັນທຸກຕຳກັນ ຫຼື ຕົກເຫວ ເຮັດໃຫ້ເກີດມີຜູ້ເສັຍຊີວິດ ຢ່າງຕໍ່ເນື່ອງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ:
“ຖ້າວ່າຣົຖເສັຍຫຼັກຣົຖຂົນສົ່ງແທ້ໆ ຫັ້ນນ່າກໍປະມານຢູ່ຣົຖຂົນສົ່ງສິນຄ້າ ແລ້ວໄປມັນກໍມີການຕົກຫົງຕົກເຫວ ຫຍັງຫັ້ນນ່າ ມັນກໍຢູ່ແຂວງບໍ່ແກ້ວ ນີ້ນ່າ ຂົນສົ່ງໄປທາງບໍ່ເຕັນເນາະ ມັນເປັນຄວາມຜິດພາດ ຂອງໂຊເຟີ້. ສະພາບຝົນຕົກ ມັນເປັນດອຍເປັນອັນນັ້ນເດ ເສັ້ນກໍປູຢາງທັມມະດານີ້ແຫຼະ ຫັ້ນ່າ R3.”
ປັດຈຸບັນເສັ້ນທາງຫຼວງ ແຫ່ງຊາຕ R3 ບາງຈຸດເຣີ່ມເປ່ເພ ເປັນຂຸມ ແລະບໍ່ມີໄຟເຍືອງທາງ ອີກທັງເສັ້ນທາງດັ່ງກ່າວ ຍັງຕັ້ງຢູ່ເທິງພູດອຍ ເຮັດໃຫ້ການເດີນທາງ ປະສົບຄວາມຫຍຸ້ງຍາກ ແລະເກີດອຸປັດຕິເຫດ ຢ່າງຕໍ່ເນື່ອງ ຈົນຄົນໃນພື້ນທີ່ຮູ້ຈັກນຳກັນວ່າ ເປັນເສັ້ນທາງມໍຣະນະ ແລະຈຳເປັນຕ້ອງເດີນທາງດ້ວຍຄວາມລະມັດລະວັງ ຢ່າງສູງ, ຖ້າຫາກຕ້ອງການເດີນທາງ ໃນຣະດູຝົນ.
ດັ່ງຊາວບ້ານ ຢູ່ເມືອງບໍ່ເຕັນ ແຂວງຫຼວງນໍ້າທາກ່າວວ່າ:
“ທາງນັ້ນກໍດີຢູ່ແຕ່ວ່າ ຍາມນີ້ມັນຍາມຝົນເນາະ ມັນໝື່ນຄົນກໍຕ້ອງຄ່ອຍໄປ ຄ່ອຍມາຫັ້ນແຫຼະ ມັນຕ້ອງໄດ້ລະມັດລະວັງດົນໆ ກໍມີເທື່ອໜຶ່ງ ອຸປັດຕິເຫດມັນໝື່ນ ມັນພັງບົນພູດອຍເດ້ ສ່ວນຫຼາຍແມ່ນຣົຖບັນທຸກສ່ວນຫຼາຍນີ້ ຣົຖບັນທຸກຕ່າງໜັກ ແລ້ວກັບທາງບົນດອຍ ມັນສູງ ແລ້ວກໍມັນໝື່ນ ເຄື່ອງເອົາມາແຕ່ໄທຍ ໄປຈີນ ເພິ່ນເອົາມາແຕ່ບໍ່ແກ້ວ ນີ້ ເອົາໄປເພິ່ນເອົາທາງຫຼວງນໍ້າທາ ແລ້ວກໍເອົາອອກໄປຈີນເລີຍ.”
ໃນຮອບສອງເດືອນທີ່ຜ່ານມາ ສຈ ກິແກ້ວ ໄຂຄຳພິທູນ ຮອງນາຍົກຣັຖມົນຕຣີລາວ ໄດ້ກ່າວໃນກອງປະຊຸມ ວຽກງານຄວາມປອດພັຍ ທາງຫຼວງວ່າ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊອກຫາວິທີແກ້ໄຂແລະປັບປຸງກົນໄກວຽກງານ ເພື່ອປ້ອງກັນແລະຫຼຸດຜ່ອນ ອຸປັດຕິເຫດທາງຫຼວງ ທີ່ເກີດຂຶ້ນຢ່າງຫຼວງຫຼາຍໃນແຕ່ລະປີ. ດັ່ງເຈົ້າໜ້າທີ່ ຕຳຣວດຈາຣະຈອນ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ຢູ່ນະຄອນຫຼວງວຽງຈັນກ່າວວ່າ:
“ຂະເຈົ້າຈະໄປສ້ອມແປງທາງໃຫຍ່ ທາງຫຼວງນີ້ແຫຼະຂະເຈົ້າ ຈະຄໍ້າປະກັນເບິດແຕ່ວ່າ ຢູ່ແຂວງທີ່ວ່າຂະເຈົ້າມີແຫຼ່ງທ່ອງທ່ຽວ ຫຼາຍມີຢູ່ພາກໃຕ້ ກໍຫຼາຍພາກເໜືອກໍ່ສ່ວນໜຶ່ງ ຂະເຈົ້າມີແຜນທີ່ຈະຫຼຸດຜ່ອນ ອັນນ່່າຕາມຖນົນຫັ້ນນ່າ ເພາະວ່າຂະເຈົ້າມີພວກອັນຂົນສົ່ງ ຂະເຈົ້າລົງກວດຫັ້ນນ່າ ກວດຄວາມໄວເນາະ ກວດທຸກມື້ຫັ້ນນ່າ ການຂັບຂີ່ລົງກວດຕິດຕາມຈັ້ງຊິນ່າ.”
ອີງຕາມການຣາຍງານ ຂອງກົມຕຳຣວດຈາຣະຈອນ ກະຊວງປ້ອງກັນຄວາມສງົບ ລະບຸວ່າໃນຮອບ 6 ປີຜ່ານມາ ລະຫວ່າງປີ 2017-2022 ມີອຸປັດຕິເຫດ ບົນທ້ອງຖນົນ ທົ່ວປະເທດ 37,258 ກໍລະນີ, ພາຫະນະເປ່ເພ 66,236 ກໍຣະນີ, ມີຜູ້ໄດ້ຮັບບາດເຈັບ 58,203 ກໍຣະນີ ແລະ ມີຜູ້ເສັຍຊີວິດ 5,991 ກໍຣະນີ.
ສໍາລັບປີ 2022 ທີ່ຜ່ານມາມີອຸປັດຕິເຫດ ຕາມທ້ອງຖນົນທົ່ວ ປະເທດ 6,440 ຄັ້ງ, ພາຫະນະເປ່ເພ 11,358 ກໍຣະນີ, ມີຜູ້ໄດ້ຮັບບາດເຈັບ 10,132 ກໍຣະນີ ແລະ ມີຜູ້ເສັຍຊີວິດ 947 ກໍຣະນີ. ໃນນີ້ສ່ວນຫຼາຍ ເປັນກຸ່ມຄົນທີ່ດື່ມເຫຼົ້າ, ມີອາຍຸບໍ່ຮອດ 16 ປີ ແລະ ບໍ່ມີໃບຂັບຂີ່, ສ່ວນອຸປັດຕິດເຫດທີ່ເກີດຂຶ້ນ ຫຼາຍນະຄອນຫຼວງວຽງຈັນ, ຈຳປາສັກ, ສວັນນະເຂດ, ວຽງຈັນ ແລະ ຫຼວງພຣະບາງ ໃນນີ້ແມ່ນສ້າງຄວາມເສັຍຫາຍຫຼາຍ ກ່ວາໝູ່ແມ່ນແຂວງບໍ່ແກ້ວ ມູນຄ່າ 14,254,050,000 ກີບ (ສິບສີ່ຕື້ ສອງຮ້ອຍຫ້າສິບສີ່ ລ້ານ ຫ້າສິບພັນກີບ).
ສໍາລັບອຸປັດຕິເຫດ ຕາມທ້ອງຖົນ ມີສາເຫດມາຈາກຜູ້ຂັບຂີ່ ຍານພາຫະນະ, ສະພາບຍານພາຫະນະ ແລະ ເສັ້ນທາງ ສະພາບແວດລ້ອມ ໃນນີ້ກວມເອົາປະມານ 95% ຂອງອຸປັດຕິເຫດ ທັງໝົດເກີດຈາກຜູ້ຂັບຂີ່ ລະເມີດກົດຈາຣະຈອນ ເປັນຕົ້ນດື່ມສິ່ງມືນເມົາ ແລ້ວຂັບຣົຖ, ແລ່ນຣົຖໄວເກີນກໍານົດ, ປ່ຽນທິດທາງ ສັນຈອນກະທັນຫັນ ເຊິ່ງສ່ວນຫຼາຍບໍ່ມີໃບຂັບຂີ່ ຍານພາຫະນະ.