ທາງ 18 A ແຂວງອັດຕະປື ກໍ່ສ້າງຫຼ້າຊ້າ, ເປ່ເພ
2024.07.10

ການກໍ່ສ້າງເສັ້ນທາງ 18 A ໃນແຂວງອັດຕະປື ຫຼ້າຊ້າ ແລະ ເສັ້ນທາງກໍເປ່ເພ ໂດຍສະເພາະແຕ່ເຂດບ້ານປິ່ນດົງ ໄປຫາ ເຊຄຳພໍ ທີ່ມີຫຼາຍຈຸດ ທີ່ເສັ້ນທາງດັ່ງກ່າວເປ່ເພ ເຖິງວ່າຈະສ້າງມາໄດ້ 6-7 ປີແລ້ວ ກໍຍັງບໍ່ທັນສຳເລັດ ສົມບູນເທື່ອ, ອີງຕາມຄວາມເວົ້າ ຂອງຊາວບ້ານ ທີ່ຢູ່ໃນຂົງເຂດເສັ້ນທາງ 18 A ຜູ້ທີ 1 ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ເດືອນ 7 ນີ້ວ່າ:
“ແຕ່ວ່າ ມັນເປັນໄລຍະບາງອັນ ມັນກໍມີການສ້ອມແປງ, ບາງຄັ້ງ ກໍບໍ່ມີການສ້ອມແປງ. ຮູ້ສຶກວ່າມັນກໍຍາກແຫຼະ ລະດູຝົນ ມັນຍັງເປັນທາງແດງ. ໄດ້ຍິນເຂົາຂ່າວວ່າ ເພິ່ນວ່າມີທິດ ຊິມີການພັທນາ ມັນຍັງບໍ່ທັນເຮັດປີນີ້ເນາະ ເພິ່ນວ່າຊິມີການເຮັດທາງ, ແຕ່ປິ່ນດົງ ໄປຫາ ເຊຄຳພໍ, ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ຫາກເສັ້ນທາງດິນແດງ 18 A ແຕ່ປິ່ນດົງ ຫາ ເຊຄຳພໍ ຈຸດໃດ ມີການເປ່ເພ ກໍຈະມີການສ້ອງແປງ ຈາກພາກສ່ວນ ທີ່ກ່ຽວຂ້ອງ, ແຕ່ບາງຈຸດ ກໍບໍ່ໄດ້ສ້ອມແປງ ຈົນເຮັດໃຫ້ ການສັນຈອນໄປ-ມາ ຂອງພໍ່ແມ່ປະຊາຊົນ ລວມເຖິງນັກຮຽນ ຫຍຸ້ງຍາກຫຼາຍ ໃນໄລຍະລະດູຝົນ.
ຂະນະທີ່ຊາວບ້ານ ທີ່ຢູ່ໃນຂົງເຂດເສັ້ນທາງ 18 A ຜູ້ທີ 2 ກໍກ່າວວ່າ ທ່ານເອງ ສາມາດຢັ້ງຢືນ ຕາມສະພາບໂຕຈິງ ທີ່ເຫັນດ້ວຍຕາວ່າ ເສັ້ນທາງ 18 A ແຕ່ປິ່ນດົງ ຫາ ເຊຄຳພໍ ເປັນເສັ້ນທາງດິນແດງທັງໝົດ ແລະ ບາງເທື່ອ ພາກສ່ວນທີ່ກ່ຽວຂ້ອງ ລົງມາສ້ອມແປງທາງ ໃນຍາມຝົນ, ແຕ່ແປງແລ້ວ ທາງມັນກໍເພຄືເກົ່າ. ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ນັບແຕ່ເທດສະບານແຂວງ ມາຫາ ປິ່ນດົງ ນີ້, ແມ່ນໄດ້ປູຢາງເນາະ 18 A ນີ້. ສ່ວນ ປິ່ນດົງ ຫາ ເຊຄຳພໍ ຫຼືຫຼັກ 48, ບ້ານແບງ ພຸ້ນນ່າ ເມືອງປະທຸມພອນ ຫັ້ນ, ມັນຍັງດິນແດງຢູ່ ມັນຍັງພົບຄວາມຫຍຸ້ງຍາກຢູ່, ເມື່ອໄປ ຖ້າຝົນຕົກ. ຖ້າຝົນບໍ່ຕົກ, ກະພໍໄປ.”
ກ່ຽວກັບເລື້ອງນີ້, ເຈົ້າໜ້າທີ່ ທ່ານໜຶ່ງ ທີ່ຮູ້ກ່ຽວກັບວຽກງານ ການກໍ່ສ້າງເສັ້ນທາງ ກ່າວວ່າ ໂຄງການລົງທຶນ ຂອງລັດ ທີ່ມີຢູ່ພາຍໃນແຂວງ ເປັນຕົ້ນ ການກໍ່ສ້າງເສັ້ນທາງດິນແດງ 18 A ຖືກກວດພົບວ່າ ບ້ວງທຶນທີ່ນຳໄປໃຊ້ ໃນການກໍ່ສ້າງ ເສັ້ນທາງດິນແດງ 18 A ບໍ່ຖືກຕ້ອງ ຈຶ່ງເຮັດໃຫ້ ການກໍ່ສ້າງ ຫຼ້າຊ້າອອກໄປ. ດັ່ງທ່ານຂະຫຍາຍຄວາມ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຂົາໄດ້ກໍ່ສ້າງມາແລ້ວ, ແຕ່ວ່າ ບ້ວງທຶນເຂົາຊິໄປນຳໃຊ້ ມັນຖືກບໍ່ ຕາມທີ່ວ່າ ເຂົາອະນຸມັດມາ, ຫັ້ນນ່າ. ເຂົາກວດກາເບິ່ງຈຸດນັ້ນເນາະ ກ່ຽວກັບເງິນກອງທຶນທາງ.”
ປັດຈຸບັນ, ຄະນະກວດກາພັກ-ລັດ ກຳລັງມີການກວດກາຄືນ ກ່ຽວກັບຜູ້ຄຸ້ມຄອງ ການນຳໃຊ້ບ້ວງທຶນ ການກໍ່ສ້າງ ເສັ້ນທາງດິນແດງ 18 A ຂະນະທີ່ຂໍ້ມູນ ທີ່ບໍ່ເປັນທາງການ ຈາກຫ້ອງວ່າການປົກຄອງແຂວງ ລະບຸວ່າ ເສັ້ນທາງດິນແດງ 18 A ຈັດຢູ່ໃນ ໂຄງການລົງທຶນ ຂອງລັດ ແລະ ໄດ້ດຳເນີນການກໍ່ສ້າງ ມາເປັນເວລາ 6-7 ປີແລ້ວ, ແຕ່ກໍຍັງບໍ່ທັນແລ້ວເທື່ອ.
ເຖິງຢ່າງໃດກໍຕາມ, ຕໍ່ບັນຫາການປັບປຸງ ແລະ ສ້ອມແປງເສັ້ນທາງ 18 A ນີ້, ທ່ານພົນໂທວັນທອງ ກອງມະນີ, ເຈົ້າແຂວງ ແຂວງອັດຕະປື ໄດ້ຊີ້ນຳ ໃນກອງປະຊຸມວຽກງານ ອົງການປົກຄອງແຂວງ ແຂວງອັດຕະປື ປະຈຳງວດທີ 2 ປີ 2024 ວ່າ ໃຫ້ຜແນກໂຍທາທິການ ແລະ ຂົນສົ່ງແຂວງ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ກວດກາບັນດາໂຄງການ ທີ່ກຳລັງລົງມືປະຕິບັດ ເປັນຕົ້ນ ເສັ້ນທາງ 18 A ທີ່ເຫັນສົມຄວນປັບປຸງ ແລະ ສ້ອມແປງ ໃນໄລຍະລະດູຝົນນີ້.
ນອກຈາກນີ້, ທ່ານເຈົ້າແຂວງ ແຂວງອັດຕະປື ຍັງໄດ້ເນັ້ນວ່າ ສິ່ງສຳຄັນ ພະນັກງານລັດ ຕ້ອງເປັນແບບຢ່າງ, ເສຍສະຫຼະ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຫ້າມໃຫ້ເກີດໃນທຸກຂົງເຂດວຽກງານ, ໂດຍສະເພາະແມ່ນ ຂົງເຂດເສດຖະກິດ ຕິດພັນກັບການລົງທຶນ ຂອງລັດ.