ບໍຣິສັດເອກະຊົນ ສັມປະທານ ຂຸດຄົ້ນຫິນອ່ອນ-ຫິນປະດັບ ຢູ່ອັດຕະປື

ສຸພັດຕາ
2024.03.05
ບໍຣິສັດເອກະຊົນ ສັມປະທານ ຂຸດຄົ້ນຫິນອ່ອນ-ຫິນປະດັບ ຢູ່ອັດຕະປື ຮູບປະກອບ: ຫີນຄວັດປະດັບ ຢູ່ແຂວງອັດຕະປື ທີ່ຊາວບ້ານທ້ອງຖິ່ນ ຄົ້ນພົບ.
ນັກຂ່າວ ພົລເມືອງ

ເມື່ອວັນທີ 1 ເດືອນມີນາ ທີ່ຜ່ານມານີ້ ຜແນກແຜນການ ແລະການລົງທຶນ ແຂວງອັດຕະປື ໄດ້ເຊັນສັນຍາ ກັບບໍຣິສັດ ພັທນາຫິນປາໂກດິດ ອັດຕະປື ຈໍາກັດຜູ້ດຽວ ເພື່ອເຮັດການຂຸດຄົ້ນ ແລະປຸງແຕ່ງຫິນອ່ອນປາໂກດິນ ແລະຫິນປະດັບ ໃນເນື້ອທີ່ 4.19 ເຮັກຕ້າຣ໌ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງ ແຂວງອັດຕະປື ໂດຍມີໄລຍະເວລາສັມປະທານ ທັງໝົດເປັນເວລາ 10 ປີ, ອີງການຕາມການຣາຍງານ ຂອງຂ່າວສານອ໋ອນລາຍນ໌ ອັດຕະປື ເມື່ອວັນທີ 3 ເດືອນມີນາ ປີ 2024.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຜແນກແຜນການ ແລະການລົງທຶນ ແຂວງອັດຕະປື ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກ ທີ່ຈະໃຫ້ຂໍ້ມູນຫຼາຍໄປກວ່ານີ້.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ແຂວງອັດຕະປື ທ່ານນຶ່ງ ກ່າວວ່າ ສໍາລັບໂຄງການດັ່ງກ່າວ ທີ່ຫາກໍມີການເຊັນສັນຍານັ້ນ ແມ່ນໂຄງການໃໝ່ ຂອງນັກລົງທຶນລາວ ເຊິ່ງຈະເຣີ່ມຕົ້ນຂຸດຄົ້ນພາຍໃນປີນີ້ ແລະບໍ່ກ່ຽວຂ້ອງກັບໂຄງການຂຸດຄົ້ນຫິນປາໂກດິດ ຂອງນັກລົງທຶນຈີນ ທີ່ເຂົ້າມາສັມປະທານ ໃນກ່ອນໜ້ານີ້.

ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ເດືອນມີນາ ນີ້ວ່າ:

ໂຕນີ້ ສັມປະທານໃໝ່ໃດ໋ ຕາມສັນຍາຫັ້ນ ເຣີ່ມປີນີ້ ນີ້ແຫຼະ ອັນນີ້ຂອງຄົນລາວ. ອັນນັ້ນຂອງຄົນຈີນຕິ ຢູ່ເທິງ. ອັນນີ້ເພິ່ນສັມປະທານ ຢູ່ເຂດບ້ານ ຄໍາວົງສາ.”

ໃນຂະນະທີ່ ເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງອັດຕະປື ນາງນຶ່ງ ກ່າວວ່າ ພາຍຫຼັງທີ່ບໍຣິສັດດັ່ງກ່າວ ໄດ້ເຊັນສັນກັບທາງການແລ້ວ ທາງຜແນກແຮງງານ ແລະ ສວັດດີການສັງຄົມ ກໍກໍາລັງມີການຕິດຕາມ ຄວາມເຄື່ອນໄຫວ ທາງດ້ານຄົນງານ ທີ່ຈະນໍາໃຊ້ຢູ່ໃນໂຄງການດັ່ງກ່າວ ເຊິ່ງທາງບໍຣິສັດ ຍັງບໍ່ທັນສະແດງເຈດຈໍານົງ ໃຫ້ຮູ້ເທື່ອ ວ່າ ຈະນໍາໃຊ້ຄົນງານລາວໃນທ້ອງຖິ່ນ, ຄົນງານລາວ ຈາກຕ່າງແຂວງ ຫຼືຄົນງານສັນຊາຕອື່ນໆ.

ດັ່ງຍານາງ ກ່າວວ່າ:

“ໂຕນີ້ ມັນຕ້ອງຂຶ້ນ ເບິ່ງກັບວ່າ ເຈົ້າຂອງໂຄງການຫັ້ນ ມີຄວາມຕ້ອງການນໍາໃຊ້ແຮງງານ ຈາກພາຍໃນ ຫຼື ແຮງງານປະເທດໃດ. ຄັນເພິ່ນມີແຜນ ແລ້ວເພິ່ນຈະ ເຮັດແຜນນໍາໃຊ້ແຮງງານມາຫາເຮົາ. ຂຶ້ນແຜນຂໍໂກຕ້າໄວ້ຫັ້ນນ່າ. ໂຕນີ້ເຮົາກະບໍ່ທັນຮູ້ ວ່າເພິ່ນຊິໃຊ້ທ້ອງຖິ່ນ ຫຼືບໍ່ ເພາະວ່າດຽວນີ້ ກໍາລັງຢູ່ຂັ້ນຕອນ ເພິ່ນເຊັນສໍາຣວດກັນ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ໄປຫາຊາວບ້ານ ບ້ານຄໍາວົງສາ ທີ່ຢູ່ໃນພື້ນທີ່ ຂອງໂຄງການດັ່ງກ່າວ ເພື່ອສອບຖາມວ່າ ມີຄວາມກັງວົນແນວໃດ ຫຼືບໍ່ ແຕ່ກໍບໍ່ສາມາດຕິດຕໍ່ຫາຊາວບ້ານໃນເຂດນັ້ນ ຜ່ານທາງສື່ສັງຄົມອ໋ອນລາຍນ໌ໄດ້ເທື່ອ.

ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານຢູ່ເມືອງພູວົງ ທ່ານນຶ່ງ ກ່າວວ່າ ສໍາລັບຢູ່ບ້ານຄໍາວົງສາ ກໍຢູ່ໃກ້ຄຽງກັບເຂດບ້ານຂອງທ່ານ ແລະກ່ອນໜ້ານີ້ ກໍເຄີຍມີບໍຣິສັດນຶ່ງ ເຂົ້າໄປຂຸດຄົ້ນ ຫິນປາໂກດິນ ແລະຫິນປະດັບ ຢູ່ບ້ານດັ່ງກ່າວແລ້ວ ເມື່ອປີ 2023 ແຕ່ທ່ານເອງ ກໍບໍໍ່ໄດ້ສົນໃຈ ຫຼືຕິດຕາມຢ່າງໃກ້ຊິດ.

ດັ່ງທ່ານກ່າວວ່າ:

ກະບໍ່ໄກເຈົ້າ ຄໍາວົງສາ ກະໃກ້ໆ ມີບໍຣິສັດນຶ່ງ ຢູ່ບ່ອນຫັ້ນ. ອັນນີ້ກະ ກະບໍ່ແນ່ໃຈປານໃດ ເພາະວ່າ ບໍຣິສັດໂຕນີ້. ແມ່ນຕ່າງກັນນ່າເຈົ້າ.”

ທາງດ້ານ ຊ່າງແກະສະຫຼັກ ຢູ່ແຂວງອັດຕະປື ທ່ານນຶ່ງ ກ່າວວ່າ ສໍາລັບຢູ່ເຂດເມືອງພູວົງ ກໍເປັນເມືອງ ທີ່ມີຫິນອ່ອນປາໂກດິດ ແລະຫິນປະດັບຢ່າງຫຼວງຫຼາຍ ແລະກໍມີບໍຣິສັດ ເຂົ້າມາສັມປະທານຂຸດຄົ້ນ ຢູ່ໃນກ່ອນໜ້ານີ້ແລ້ວຈໍານວນນຶ່ງ ແລະທາງການ ກໍໄດ້ສັ່ງຫ້າມ ບໍ່ໃຫ້ຊາວບ້ານ ໄປຂຸດຄົ້ນຫິນດັ່ງກ່າວອີກ ແຕ່ກໍຍັງມີຊາວບ້ານຈໍານວນນຶ່ງ ທີ່ໄປຂຸດຄົ້ນ ຫິນປະເພດດັ່ງກ່າວມາຂາຍ ເພື່ອຫາຣາຍໄດ້ເຂົ້າຄອບຄົວ.

ດັ່ງທ່ານກ່າວວ່າ:

ແມ່ນ ມັນຂອງຄົນຈີນ ແລະກໍຂອງຄົນລາວ ເຮົາກະບໍ່ຮູ້. ແບບມັນຫຼາຍບໍຣິສັດ ເຂົາສັມປະທານ. ດຽວນີ້ ມັນຂຸດຄົ້ນບໍ່ໄດ້ ເພາະວ່າ ເຂົາສັມປະທານແລ້ວ. ມີແຕ່ວ່າ ມີປະຊາຊົນ ຜູ້ທີ່ເຂົາເຄີຍຂຸດຄົ້ນມາແລ້ວ ແລ້ວມາຂາຍແນ່.”

ໃນຂະນະດຽວກັນ ພໍ່ຄ້າຂາຍເຄື່ອງປະດັບ ຢູ່ແຂວງອັດຕະປື ທ່ານນຶ່ງກ່າວວ່າ ບໍຣິສັດເອກະຊົນ ທັງຂອງຄົນຈີນ ແລະຄົນລາວ ທີ່ຂຸດຄົ້ນຫິນອ່ອນປາໂກດິດ ແລະຫິນປະດັບ ຢູ່ເມືອງພູວົງນັ້ນ ກໍລ້ວນແຕ່ຂຸດຄົ້ນເພື່ອສົ່ງຂາຍ ໄປຍັງປະເທດຈີນ ເປັນຫຼັກ ຍ້ອນຕລາດໃນປະເທດຈີນ ມີຄວາມຕ້ອງການຫິນປະເພດດັ່ງກ່າວ ເພື່ອນໍາໄປແກະສະຫຼັກ ເປັນພຣະຮູບ, ປະຫຼັກແຂນ, ຮູບປັ້ນ ແລະເຄື່ອງປະດັບຕ່າງໆ ທີ່ຂາຍໄດ້ລາຄາດີ.

ດັ່ງທ່ານກ່າວວ່າ:

ໂອ້ ເຂົາເອົາໄປເຮັດຫັ້ນ ຄວັດນີ້ ໄປເຮັດກໍາໄລ (ປະຫຼັກແຂນ) ເຮັດແຫວນຫຍັງ ຄວັດມັງກອນຫຍັງນີ້ ພວກອ້າຍນ້ອງ ເຂົາໄປເອົາ ໃຫ້ເຮົາຂາຍໃຫ້ ອັນນັ້ນເຮົາບໍ່ຈັກເຂົາ.”

ສໍາລັບໂຄງການດັ່ງກ່າວນີ້ ຈະມີແຜນ ກໍາລັງການຜລິດຫິນອ່ອນປາໂກດິດ ປະມານ 600 ແມັດກ້ອນຕໍ່ປີ ມູນຄ່າລົງທຶນ ປະມານ 80 ຕື້ກີບ ເຊິ່ງເປັນການລົງທຶນ ຂອງເອກະຊົນລາວທັງໝົດ ແລະໃນໂອກາດ ພິທີເຊັນສັນຍາໃນມື້ດັ່ງກ່າວ ທາງບໍຣິສັດ ພັທນາຫິນປາໂກດິດ ອັດຕະປື ຈໍາກັດຜູ້ດຽວ ກໍໄດ້ມອບພັນທະລ່ວງໜ້າ ຈໍານວນ 100,000 ໂດລ້າຣ໌ສະຫະຣັຖ ແລະມອບເງິນພັນທະ ໃຫ້ແກ່ອົງການປົກຄອງແຂວງອັດຕະປື ຈໍານວນ 50,000 ໂດລ້າຣ໌ສະຫະຣັຖ.

ຢ່າງໃດກໍຕາມ ເມື່ອເດຶືອນກຸມພາ ປີ 2023 ທາງການແຂວງອັດຕະປື ຫາກໍອະນຸຍາດ ໃຫ້ບໍຣິສັດ ໂຊກດີມີໄຊ ກໍ່ສ້າງ ຈໍາກັດ ສໍາຣວດຫິນອ່ອນປາໂກດິດ ແລະຫິນ ປະດັບ ຢູ່ເຂດບບ້ານ ຄໍາວົງສາ ໃນເນື້ອທີ່ປະມານ 7 ກິໂລຕາແມັດ ແລະກ່ອນໜ້ານັ້ນ ບໍຣິສັດ ພັທນາຫິນປະເສີດ ລາວ-ຈີນ ກໍໄດ້ເຂົ້າມາຂຸດຄົ້ນ ຫິນປາໂກດິດ ຢູ່ເຂດພູກາງໂຮງ ເມືອງພູວົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.