ລັດໃຫ້ເອກະຊົນ ຂຸດຄົ້ນຫີນອ່ອນ ຢູ່ເມືອງພູວົງ ເພີ່ມຕື່ມ
2024.03.29

ພະແນກແຜນການ ແລະການລົງທຶນ ແຂວງອັດຕະປື ໄດ້ເຊັນສັນຍາກັບບໍລິສັດ ແສງອາລຸນ ຂຸດຄົ້ນ ແລະປຸງແຕ່ງຫີນອ່ອນ ປາໂກໄດ ອັດຕະປື ຈຳກັດ ໃນວັນທີ 27 ມີນາ 2024 ນີ້ ເພື່ອຂຸດຄົ້ນ ແລະປຸງແຕ່ງຫີນອ່ອນ ປາໂກໄດ ໃນເນື້ອທີ່ 4 ເຮັກຕ້າຣ໌ ຢູ່ເຂດບ້ານ ຄໍາວົງສາ ເມືອງພູວົງ ແຂວງອັດຕະປື ແລະສ້າງໂຮງງານປຸງແຕ່ງ ໃນເນື້ອທີ່ 7.5 ເຮັກຕ້າຣ໌ ຢູ່ເຂດບ້ານ ທາດພະໄຊ ເມືອງໄຊເສດຖາ ແຂວງອັດຕະປື, ມີໄລຍະສໍາປະທານ ທັງໝົດ 8 ປີ, ອີງຕາມລາຍງານ ຂອງໜັງສືພິມລາວພັດທະນາ.
ເຈົ້າໜ້າທີ່ ຜູ້ຂໍສະຫງວນຊື່ ແລະຕໍາແໜ່ງ ຢູ່ເມືອງພູວົງ ທ່ານນຶ່ງກ່າວວ່າ ປັດຈຸບັນ ໃນເມືອງພູວົງ ມີບໍລິສັດ ຂອງນັກລົງທຶນລາວ ເຂົ້າມາສໍາປະທານ ຂຸດຄົ້ນຫີນອ່ອນ ປາໂກໄດຕື່ມອີກ ຄືເປັນບໍລິສັດທີ 2 ແລ້ວ ຫລັງຈາກທີ່ບໍລິສັດ ຂອງນັກລົງທຶນຈີນ ເຂົ້າມາຂຸດຄົ້ນ ແຮ່ທາດຊະນິດດຽວກັນນີ້ ໄດ້ຫລາຍປີແລ້ວ.
“ມັນມີ 2 ບໍລິສັດແລ້ວ ໂຕນຶ່ງຂອງລາວເຮົານີ້ຫັ້ນນ່າ. ຕາມຮູ້ກໍມີແຕ່ໃຫຍ່ໆ ກໍເປັນແຕ່ນຶ່ງ ກໍ 2 ແລ້ວແຫລະ ມີ 2 ແລ້ວແຫລະ ເອີ ຂອງຈີນ ບໍ່ໃຫຍ່ຂອງຈີນແລ້ວ. ແມ່ນ ດົນແລ້ວເປັນ 5-6 ປີ 6-7 ປີແລ້ວບໍ່ ຈີນເຮັດ ບໍ່ນຶ່ງກໍຂາຍໃຫ້ຄົນລາວເຮົາຫັ້ນແຫລະສໍາປະທານ.”
ແລະເຈົ້າໜ້າທີ່ ຢູ່ເມືອງພູວົງ ອີກທ່ານນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຍັງບໍ່ຮູ້ຄັກ ແນ່ວ່າ ບໍລິສັດດັ່ງກ່າວ ຈະເລີ່ມຂຸດຄົ້ນເມື່ອໃດ, ແຕ່ກໍຮູ້ວ່າ ສ່ວນຫລາຍ ບໍລິສັດຂຸດຄົ້ນຫີນອ່ອນ ປາໂກໄດ ໃນເມືອງນີ້ ຈະຂຸດຄົ້ນແຮ່ທາດ ຢູ່ພູກາງໂຮງ ໃນເຂດບ້ານພູວົງສາ ແລະຫີນອ່ອນທີ່ຂຸດໄດ້ນັ້ນ ຈະນໍາໄປປຸງແຕ່ງ ຢູ່ບ່ອນອື່ນ ຍ້ອນຢູ່ເມືອງພູວົງນີ້ ຍັງບໍ່ມີໂຮງງານປຸງແຕ່ງເທື່ອ.
“ແຕ່ວ່າຕົວນີ້ກະບໍ່ຮູ້ ຕົວນີ້ບໍລິສັດໃໝ່ນີ້ບໍ່ ບໍ່ທັນຮູ້ເທື່ອວ່າເຂົາສິເລີ່ມເມື່ອໃດ ແມ່ນໆ ເຂດຄໍາວົງສາ ເມືອງພູວົງ ເຂດພູກາງໂຮຕີ໋ ຈະໄປແຕ່ງຢູ່ໃສບໍ່ຮູ້ ບໍ່ມີດອກ ໂຮງງານປຸງແຕ່ງແປຮູບ ບໍ່ມີ.”
ກ່ຽວກັບໂຄງການສໍາປະທານຂຸດຄົ້ນ ແລະປຸງແຕ່ງທີ່ວ່ານີ້ ປະຊາຊົນບ້ານ ຄໍາວົງສາ ເມືອງພູວົງ ນາງນຶ່ງ ເວົ້າວ່າ ນາງກໍຍັງບໍ່ທັນຮູ້ຂ່າວນີ້ເທື່ອ, ຢູ່ໃນເຂດບ້ານຄໍາວົງສານີ້ ໜ້າຈະບໍ່ມີແຮ່ທາດ ຫລືຫີນອ່ອນ ປາໂກໄດ, ມັນມີຢູ່ແຖວເທິງພູໃກ້ເຂດບ້ານ ຈະມີຫີນອ່ອນ ຢູ່ບໍລິເວນນັ້ນ.
“ບໍ່ ນ້ອງບໍ່ຮູ້ເດ້ ບໍ່ຮູ້ບໍ່ເຫັນ ຄືສິບໍ່ມີດອກໃນເຂດບ້ານ ຄັນຢູ່ພູຫັ້ນມີຢູ່ ຢູ່ເທິງພູຫັ້ນ. ບໍ່ ຂຸດ ຢູ່ເທິງບໍ່ແຮ່ບໍ່ທໍາພຸ້ນ ຢູ່ເທິງພູ.”
ເມືອງພູວົງ ອີງຕາມຄໍາເວົ້າ ຂອງນາຍຊ່າງ ແກະສະຫລັກຫີນອ່ອນ ຢູ່ເມືອງໄຊເສດຖາ ແຂວງອັດຕະປື ແລ້ວແມ່ນວ່າ ເປັນເມືອງ ທີ່ມີບໍ່ຫີນອ່ອນ ປາໂກໄດຫລາຍ ໂດຍສະເພາະໃນເຂດພູກາງໂຮງ. ກ່ອນໜ້າປີ 2014 ຊາວບ້ານພາກັນໄປຂຸດຫີນອ່ອນນັ້ນ ມາຂາຍ. ແຕ່ຕໍ່ມາ ໃນປີ 2016 ລັດຖະບານ ໄດ້ເຊັນສັນຍາ ໃຫ້ບໍລິສັດ ພັທນາຫິນປະເສີດ ລາວ-ຈີນ ຂອງນັກລົງທຶນຈີນ ສໍາປະທານການ ຂຸດຫີນອ່ອນ ປາໂກໄດ ເຮັດໃຫ້ຊາວບ້ານ ບໍ່ສາມາດເຂົ້າໄປຂຸດຫາໄດ້ອີກ. ສ່ວນຫີນອ່ອນ ທີ່ຊື້ຂາຍກັນ ໃນປັດຈຸບັນນີ້ ເປັນຫີນອ່ອນ ທີ່ເຫລືອມາຕັ້ງແຕ່ປີ 2014
“ມັນ ກໍບ່ອນດຽວຫັ້ນແຫລະ ເມືອງພູວົງ ແຕ່ມັນມີຫລາຍບໍ່ ເມືອງພູວົງມີຫລາຍບໍ່ ພູກາງໂຮງມັນຈະເປັນສາຍພູຫລວງນະ. ຢູ່ຫັ້ນມັນຫລາຍ ຫີນມັນຂຸດຕັ້ງແຕ່ປີ 2014 ພຸ້ນນ່າ ຊ່ວງນີ້ປະ ຊາຊົນຂຶ້ນໄປເອົາໄດ້ເດ້ ດຽວນີ້ເພິ່ນໃຫ້ສ້າງເຂດສໍາປະທານແລ້ວ. ຈີນມາສໍາປະທານແລ້ວເພິ່ນກໍຢຸດເລີຍ ຫລາຍບໍ່ດອກ ມັນບໍ່ມີແຕ່ຈີນມາສໍາປະທານ ວຽດກໍມີ ລາວກໍມີມາສໍາປະທານ.”
ເພື່ອຂໍຮູ້ກ່ຽວກັບ ການສ້າງໂຮງງານປຸງແຕ່ງຫີນອ່ອນ ຂອງບໍລິສັດດັ່ງກ່າວ ຢູ່ໃນເຂດບ້ານ ທາດພະໄຊ ເມືອງໄຊເສດຖານັ້ນ ວິທຍຸເອເຊຽເສຣີ ໄດ້ຕິດຕໍ່ຖາມໄປຍັງຊາວບ້ານ ໃນບ້ານດັ່ງກ່າວ ແຕ່ຊາວບ້ານຫລາຍຄົນ ບອກວ່າ ຍັງບໍ່ທັນຮູ້ເຣື່ອງນີ້ເທື່ອ.
ໂຄງການລົງທຶນ ຂຸດຄົ້ນ ແລະປຸງແຕ່ງຫີນອ່ອນ ປາໂກໄດ ຂອງບໍລິສັດ ແສງອາລຸນ ຂຸດຄົ້ນ ແລະປຸງແຕ່ງຫີນອ່ອນ ປາໂກໄດ ທີ່ວ່ານີ້ ສາມາດຂຸດຄົ້ນໄດ້ ສະເລ່ຽ 600 ໂຕນຕໍ່ປີ, ມີທຶນຈົດທະບຽນ ມູນຄ່າ 20 ຕື້ກີບ, ມູນຄ່າການລົງທຶນທັງໝົດ 50 ຕື້ກີບ, ເປັນການລົງທຶນຂອງບໍລິສັດເອກກະຊົນ ທັງໝົດ. ໃນພິທີເຊັນສັນຍານັ້ນ ບໍລິສັດນີ້ ໄດ້ມອບພັນທະລ່ວງໜ້າ ຈໍານວນ 170,000 ໂດລ້າຣ໌ສະຫະລັດ ໃຫ້ອໍານາດການປົກຄອງແຂວງອັດຕະປື.
ໂຄງການລົງທຶນນີ້ ເປັນໂຄງການທີ 2 ທີ່ແຂວງອັດຕະປື ອະນຸຍາດໃຫ້ບໍລິສັດເອກກະຊົນ ເຂົ້າມາຂຸດຄົ້ນ ແຮ່ປາໂກໄດ ຢູ່ໃນເຂດເມືອງພູວົງ ຊຶ່ງເມື່ອວັນທີ 1 ມີນາ 2024 ນີ້ ທາງແຂວງ ກໍໄດ້ເຊັນສັນຍາກັບ ບໍລິສັດ ພັທນາຫີນ ປາໂກໄດ ອັດຕະປື ຈໍາກັດຜູ້ດຽວ ເພື່ອໃຫ້ຂຸດຄົ້ນ ແລະປຸງແຕ່ງຫີນປາໂກໄດແລະຫີນປະດັບ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງຄືກັນນີ້ ໃນເນື້ອທີ່ຂຸດຄົ້ນ 4.19 ເຮັກຕ້າຣ໌ ໄລຍະເວລາສໍາປະທານ ທັງໝົດ 10 ປີ.