ປະຊາຊົນ ແຂວງຈໍາປາສັກ ຕ້ອງຈ່າຍຄ່າຜ່ານທາງແພງຂຶ້ນ

ຈຳປາທອງ
2024.06.04
ປະຊາຊົນ ແຂວງຈໍາປາສັກ ຕ້ອງຈ່າຍຄ່າຜ່ານທາງແພງຂຶ້ນ ດ່ານເກັບເງິນຕາມເສັ້ນທາງສາຍໜຶ່ງ ໃນແຂວງຈຳປາສັກ, ເດືຶອນກໍລະກົດ 2023.
RFA

ປັດຈຸບັນ ປະຊາຊົນ ທີ່ແລ່ນລົດ ຜ່ານທາງ ຢູ່ແຂວງຈໍາປາສັກ ຕ້ອງໄດ້ເສຍເງິນຄ່າຜ່ານທາງ ໃຫ້ບໍລິສັດເອກກະຊົນ ທີ່ສ້າງທາງ ຢ່າງໜ້ອຍ 7 ດ່ານ ເຖິງແມ່ນວ່າເປັນທາງຫລວງແຫ່ງຊາດ ກໍຕາມ ເຮັດໃຫ້ປະຊາຊົນຫລາຍຄົນ ເປັນຕົ້ນຜູ້ທີ່ຢູ່ນະຄອນປາກເຊ, ເມືອງໂພນທອງ, ເມືອງປາກຊ່ອງ ແລະເມືອງຈໍາປາສັກ ຈົ່ມວ່າ ແຕ່ກໍຫຍັງບໍ່ໄດ້ເຮັດ.

ດັ່ງຊາວບ້ານຢູ່ແຂວງຈໍາປາສັກຜູ້ໜຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ມິຖຸນານີ້ວ່າ:

ເທື່ອລະ 15,000 ສົມມຸດວ່າ 3 ເທື່ອເນາະມັນກະ 45,000ໄປກັບມັນກະ 90,000 ແລ້ວ ທາງຫລວງແຕ່ວ່າເພິ່ນໃຫ້ເອກກະຊົນໄປໝົດ ຕໍ່ວ່າເພິ່ນໃຫ້ເອກກະສານໄປເຮັດໄປບູລະນະ ທໍາມະດາຖ້າເຈົ້າສິເກັບເງິນ ເຈົ້າກະຕ້ອງບຸກເບີກໃໝ່ຫັ້ນນ່າ ອັນນີ້ມາເຮັດທັບໃສ່ທາງປະຊາຊົນທຽວ ທາງແຕ່ເກົ່າແຕ່ເດີມຫັ້ນນ່າ.”

ໃນຂະນະດຽວກັນ ປະຊາຊົນຢູ່ນະຄອນປາກເຊຜູ້ໜຶ່ງ ທີ່ໄດ້ໃຊ້ລົດເປັນປະຈໍາ ກໍເວົ້າວ່າ ຕົນຮູ້ສຶກເບື່ອໜ່າຍ ທີ່ຕ້ອງໄດ້ເສຍຄ່າຜ່ານທາງ ຫລາຍດ່ານ ຈາກນະ ຄອນປາກເຊ ໄປຫາເມືອງອື່ນໆທຸກມື້ ໄດ້ເສຍເງິນຫລາຍ ຍົກເວັ້ນແຕ່ເສັ້ນທາງຫລວງເລກທີ 13 ທີ່ບໍ່ໄດ້ເສຍຄ່າຜ່ານທາງ.

ຢູ່ທາງປາກເຊມີ 7 ດ່ານ ເສັ້ນທາງວັງເຕົ່າ-ປາກເຊ ແລ້ວກະປາກເຊ-ປາກຊ່ອງ ປາກເຊໄປວັດພູຈໍາປາສັກ ເສັຽ ແຕ່ວັງເຕົ້າຫວາ ເສັຽ 54,000 ຂາມາອັນນັ້ນນ່າ 7,000.”

ແລະຜູ້ແລ່ນລົດ ບໍລິການນັກທ່ອງທ່ຽວ ຢູ່ແຂວງຈໍາປາສັກ ຄົນໜຶ່ງກໍເວົ້າວ່າ ການເກັບເງິນຄ່າຜ່ານທາງ ຢູ່ຫລາຍເສັ້ນທາງ ໃນທຸກມື້ນີ້ ເປັນບັນຫາ ທີ່ປະຊາ ຊົນ ແລະຜູ້ປະກອບການທຸລະກິດຫລາຍຄົນ ຮູ້ສຶກເບື່ອໜ່າຍທີ່ສຸດ ຍ້ອນວ່າ ການເກັບຄ່າຜ່ານທາງນັ້ນ ບໍ່ສົມເຫດບໍ່ສົມຜົນ ເພາະວ່າ ທາງຫລວງແຫ່ງຊາດ ທີ່ລັດຖະບານໄດ້ສ້າງຂື້ນໃຫ້ປະຊາຊົນໃຊ້ນັ້ນ ແຕ່ພັດມີບໍລິສັດເອກກະຊົນ ເຂົ້າ ມາສໍາປະທານ ແລ້ວເກັບຄ່າຜ່ານທາງ.

ດັ່ງທີ່ທ່ານກ່າວວ່າ:

ແມ່ນໆ ໄດ້ເສັຽ ເຈົ້າ ໄປດ່ານຊ່ອງເມັກຫາປາກເຊນີ້ ມີ 3 ດ່ານເກັບດ່ານໜຶ່ງ 9,000 ກີບ ເກັບເທື່ອໜຶ່ງ9,000 ກີບໄປກັບເກັບໝົດ ເມືອງໂຂງບໍ່ໄດ້ເກັບ ເຈົ້າ ແຕ່ປາກຊ່ອງເກັບ ກັບໄປເມືອງຈໍາປາສັກ.”

ກ່ຽວກັບບັນຫາທີ່ວ່ານີ້ ຜູ້ປະກອບການດ້ານການທ່ອງທ່ຽວ ຢູ່ແຂວງຈໍາປາສັກທ່ານໜຶ່ງ ເວົ້ສວ່າ ເຖິງແມ່ນປະຊາຊົນສ່ວນໃຫຍ່ ຈະພະຍາຍາມຮຽກຮ້້ອງ ໃຫ້ຍົກເວັ້ນການເກັບເງິນຄ່າຜ່ານທາງ ເສັ້ນຕ່າງໆ ແຕ່ກໍເປັນໄປບໍ່ໄດ້ ຍ້ອນບໍລິສັດເອກກະຊົນ ທີ່ເຂົ້າມາສໍາປະທານເສັ້ນທາງນັ້ນ ກໍຈໍາເປັນຕ້ອງໄດ້ໃຊ້ເງິນໃນການ ສ້ອມແປງ ບູລະນະເສັ້ນທາງ ເນື່ອງຈາກລັດບໍ່ໃຫ້ງົບປະມານ.

ໂອ້ຍ ແຮງໄກມັນເປັຍໂຄງການໂຄງການ ບໍລິສັດເອກກະຊົນ ສໍາປະທານ 30 ກວ່າປີສາມາດຕໍ່ໄດ້ອີກ ມັນເປັນໄປບໍ່ໄດ້ນອກຈາກວ່າ ເອີ ລັດຖະບານສິມີເງິນມາກຖົມຂຸມໃຫ້ເຂົາໃນອະນາຄົດ ກໍບໍ່ແນ່ຄືກັນ ເພາະບໍລິສັດເອກກະຊົນເຂົາເອົາເງິນເຂົາ ອອກເຮັດທາງວ່າຊັ້ນສາ ລັດຖະບານກະບໍ່ມີເງິນໃຫ້ຄ່າເຂົາເຮັດວ່າຊັ້ນເນາະ.”

ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ຜະແນກໂຍທາທິການ ແລະຂົນສົ່ງ ແຂວງຈໍາປາສັກ ແລະຜະແນກການເງິນ ແຂວງຈໍາປາສັກ ເພື່ອຂໍຄໍາເຫັນເພີ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດ ທີ່ຈະໃຫ້ຄໍາເຫັນໄດ້.

ແຕ່ເຖິງຢ່າງໃດກໍຕາມ ພະນັກງານຂອງບໍລິສັດຮຸ້ນສ່ວນພາກໃຕ້ລາວຈໍາກັດ ປະຈໍາດ່ານເມືອງປາກຊ່ອງ ຊຶ່ງເປັນບໍລິສັດໜຶ່ງ ທີ່ເກັບຄ່າຜ່ານທາງ ກໍເວົ້າວ່າ ທາງບໍລິສັດຍັງເກັບຄ່າຜ່ານທາງຕາມປົກກະຕິ ໂດຍບໍ່ມີການຫລຸດຄ່າຜ່ານທາງ ຫລືບໍ່ມີນະໂຍບາຍພິເສດແຕ່ຢ່າງໃດ.

ດັ່ງທີ່ນາງກ່າວວ່າ:

ລົດເກງຫັ້ນ 15,000 ລົດຕູ້ແມ່ນ 25,000 ກັບ 50,000 ຂອງນ້ອງມີແຕ່ປາກຊ່ອງ ໂຕຫລັກ 21.

ເລື່ອງດ່ານເກັບເງິນຄ່າຜ່ານທາງຢູ່ແຂວງຈໍາປາສັກ ປະຊາຊົນຈໍານວນໜຶ່ງ ເວົ້າຜ່ານສື່ສັງຄົມອອນລາຍວ່າ ປັດຈຸບັນມີປະມານ 17 ດ່ານ ຊຶ່ງໃນຈໍານວນນັ້ນ ມີດ່ານວັງເຕົ່າ-ປາກເຊ-ປາກຊ່ອງ 5 ດ່ານ, ດ່ານວັງເຕົ່າ-ຈໍາປາສັກ 4 ດ່ານ, ດ່ານປາກເຊ-ວັງເຕົ່າ 3 ດ່ານ, ດ່ານປາກເຊ-ຈໍາປາສັກ 3 ດ່ານ ແລະດ່ານປາກເຊ-ປາກຊ່ອງ 2 ດ່ານ.

ເມື່ອກ່ອນໜ້້ານີ້ ຄືປີ 2017 ບໍລິສັດ ດວງດີ ກໍ່ສ້າງຂົວ-ທາງ ຈໍາກັດ ທີ່ເກັບເງິນຄ່າຜ່ານທາງ ຊີ້ແຈງວ່າ ກ່ອນທີ່ທາງບໍລິສັດ ຈະເກັບເງິນຄ່າຜ່ານທາງນັ້ນ ທາງບໍລິສັດກໍໄດ້ຜ່ານການສົມທົບກັບກະຊວງໂຍທາທິການ ແລະຂົນສົ່ງ, ກະ ຊວງແຜນການ ແລະການລົງທຶນ ແລະທາງການແຂວງຈໍາປາສັກແລ້ວ ແລະອັດຕາການຄິດໄລ່ເງິນເກັບຄ່າຜ່ານທາງນັ້ນ ກໍແມ່ນຄະນະກໍາມະການທີ່ກ່ຽວ ຂ້ອງ ຂອງລັດຖະບານລາວ ເປັນຜູ້ຄິດໄລ່.

ກ່ຽວກັບເລື່ອງນີ້ ຢູ່ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 9 ເມື່ອປີ 2022 ທ່ານ ໄຊບັນດິດ ຣາຊະພົນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ກໍໄດ້ສະເໜີໃຫ້ລັດຖະບານ ກວດກາ ແລະແກ້ໄຂບັນຫາການເກັບເງິນຄ່າຜ່ານທາງ ທີ່ບໍລິສັດ ດວງດີ ກໍ່ສ້າງຂົວ-ທາງຈໍາກັດ ຊຶ່ງເປັນຜູ້ສໍາປະທານ ທາງຫລວງແຫ່ງຊາດ ຢູ່ແຂວງຈໍາປາສັກ ຈາກນະຄອນປາກເຊ ໄປຫາເມືອງປາກຊ່ອງ ແລະຈາກນະຄອນປາກເຊ ໄປຫາດ່ານວັງເຕົ່າ ເມືອງໂພນທອງ ຍ້ອນວ່າ ການເກັບເງິນຄ່າຜ່ານທາງນັ້ນ ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນ ແລະພະນັກງານ-ລັດຖະກອນ ທີ່ເດີນທາງໄປ-ມາເປັນປະຈໍາ. ແຕ່ຈົນມາເຖິງປັດຈຸບັນນີ້ ຂໍ້ສະເໜີທີ່ວ່ານັ້ນ ກໍຍັງບໍ່ທັນໄດ້ຮັບການແກ້ໄຂ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.