ບັນຫາ ທາງຫຼວງແຫ່ງຊາຕ 13 ເໜືອເປ່ເພຫຼາຍ
2023.07.20

ປັດຈຸບັນ, ທາງຫຼວງເລຂທີ 13 ເໜືອ ຈາກສາມແຍກສີໄຄ ເມືອງສີໂຄດຕະບອງ ຫາສີ່ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄລຍະທາງຍາວ 6 ກິໂລແມັດ ເປ່ເພຫຼາຍ ເປັນບວກເປັນຂຸມໃຫຍ່ໃນຫຼາຍຈຸດ ໂດຍສະເພາະຕໍ່ໜ້າສາມແຍກທົ່ງປົ່ງ, ຕລາດໜອງໜ້ຽວ ແລະສາມແຍກໜອງແຕ່ງ. ມາເຖິງປັດຈຸບັນ ພາກສ່ວນທາງການທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ມີການສ້ອມແປງເທື່ອ.
ດັ່ງທີ່ຊາວ ບ້ານ ນາງນຶ່ງ ຢູ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 17 ກໍຣະກະດາ ນີ້ວ່າ:
“ໂອ! ຖນົນຍັງບໍ່ໄດ້ແປງເລີຍເຈົ້າ. ເຈົ້າໂອແມ່ນລະ, ທາງກໍ່ເຣີ່ມເພແລ້ວເຈົ້າ. ບໍ່, ເຂົາເຈົ້າຈະຂຍາຍທາງຫຼະ ເຮັດທາງໃໝ່ແລ້ວເຈົ້າ. ແມ່ນເຂົາເຈົ້າເຮັດແຕ່ສີໄຄໄປຫາສີເກີດ ແມ່ນແຫຼະ. ໂອ ກໍ່ຍັງເຂົ້າໄປທາງດ່ວນແນເຈົ້າ.”
ຊາວບ້ານ ອີກນາງນຶ່ງ ຢູ່ບ້ານໜອງໜ້ຽວ ເມືອງດຽວກັນນີ້ ກໍ່ເວົ້າວ່າ ທາງທີ່ເປ່ເພ ໃນເຂດໜ້າຕລາດໜອງໜ້ຽວ, ໃນປັດຈຸບັນນີ້ ຍັງບໍ່ທັນມີການສ້ອມແປງເທື່ອ.
“ຍັງເທື່ອ, ຢູ່ໃນຕລາດ ຍັງບໍ່ໄດ້ທຳ ຍັງບໍ່ໄດ້ແປງເທື່ອ.”
ໃນຂະນະດຽວກັນ ພະນັກງານປ້ຳນ້ຳມັນແຫ່ງນຶ່ງໃນເຂດນັ້ນ ເວົ້າວ່າ ຫາກຜູ້ໃດທີ່ຕ້ອງການເດີນ ທາງໄປບ້ານໜອງແຕ່ງ ກໍສາມາດໄປໄດ້ໂດຍໃຊ້ເສັ້ນທາງ ໜອງບຶກຕັດໃໝ່ ໄປອອກທາງດົງໂດກ-ສີເກີດ ເຊິ່ງເປັນທາງເບຕົງ 4 ເລນ ແລ້ວອ້ອມເຂົ້າມາທາງໜອງແຕ່ງ ເພື່ອຫລີກທາງຫຼວງເລຂທີ 13 ເໜືອ ແຕ່ສີໄຄ ຫາໜອງແຕ່ງ ທີ່ຍັງເປ່ເພຢູ່.
“ໃກ້ໆ ທາງຈະຂຶ້ນທາງດ່ວນ ຈະມີປ້ຳໜອງແຕ່ງ (ຈາກ) ເສັ້ນດົງໂດກ ຖ້າເຮົາຕຣົງໄປຈະຂື້ນທາງດ່ວນ ຈະລ້ຽວຊ້າຍປະມານ 500 ແມັຕກໍ່ຮອດແລ້ວ ຖນົນກະໂອເຄແລ້ວ ສາມາດໄປໄດ້.”
ທາງເລຂທີ 13 ເໜືອ ແຕ່ສາມແຍກສີໄຄ ຫາສີ່ແຍກສີເກີດ ເປັນເສັ້ນທາງສຳຄັນ ທີ່ເຊື່ອມຕໍ່ໂຕເມືອງນະຄອນຫຼວງວຽງຈັນ ແລະສນາມບິນສາກົລວັດໄຕ ໄປແຂວງພາກເໜືອ ຂອງລາວ, ຈາກສີ່ແຍກສີເກີດ ສາມາດເດີນທາງຂຶ້ນໄປ ພາກເໜືອດ້ວຍ ທາງດ່ວນ ລາວ-ຈີນ ແລະຖ້າຈະໄປພາກໃຕ້ຕ້ອງໃຊ້ທາງສີເກີດ-ດົງໂດກ ໄປຖນົນ ໄກສອນ ພົມວິຫານ ແລ້ວເຂົ້າທາງຫຼວງເລຂທີ 13 ໃຕ້.
ເສັ້ນທາງສາຍດັ່ງກ່າວ ທີ່ເປ່ເພນີ້ ມີຄົນໃຊ້ຫຼາຍ ທັງຣົຖນ້ອຍ, ຣົຖໃຫຍ່ ແລະຣົຖບັນທຸກຂນາດໜັກ ແລ່ນ ເຊິ່ງກໍ່ເປັນສາເຫດນຶ່ງ ທີ່ເຮັດໃຫ້ທາງເປ່ເພໄວ. ເຖິງແມ່ນວ່າ, ຈະມີການສ້ອມແປງເເປັນປະຈຳ ແຕ່ການສ້ອມແປງນັ້ນ ບໍ່ໄດ້ຄຸນນະພາບ ແລະມີຝົນຕົກໜັກໃນຣະດູຝົນນໍາອີກ.
ອີງຕາມການຣາຍງານ ຂອງຂ່າວສານປະເທດລາວ, ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງລາວ ສົມທົບກັບ ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຊີ້ນຳໂຄງການສ້ອມແປງທາງ ເຂດບ້ານໜອງແຕ່ງເພື່ອແກ້ໄຂ ການສັນຈອນຊົ່ວຄາວ ທີ່ກຸ່ມບໍຣິສັດ ຕັງຈະເລີນ ຈຳກັດ ປະມູນໂຄງ ການກໍ່ສ້າງທາງເລກ 13 ເໜືອພາກຂຍາຍ ເຂດສີໄຄ-ສີເກີດ ນີ້ໄດ້.
ປັດຈຸບັນ ຜູ້ຮັບເໝົາວຽກສ້ອມແປງທາງ ໄດ້ແບ່ງເງິນສ້ອມແປງທາງເລກທີ 13 ໃຕ້ ມາແກ້ໄຂການສັນຈອນ ໃນເຂດທີ່ວ່ານີ້ກ່ອນ ຍ້ອນງົບປະມານບໍ່ພຽງພໍ.
ໃນຂະນະນີ້ ຢູ່ເຂດບ້ານໜອງແຕ່ງ ເສັ້ນທາງໄດ້ຖືກສ້ອມແປງແລ້ວ, ໄປມາໄດ້ເປັນປົກກະຕິ.
ດັ່ງທີ່ເຈົ້າໜ້າທີ່ ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:
“ໂອ້ ເຈົ້າ. ສ້ອມແປງແລ້ວ ຂີ່ມາໄດ້ປົກກະຕິລະເດີ້ ເພາະວ່າເຂົາເຈົ້າແປງແລ້ວ. ປູຢາງທັມມະດາ ບໍ່ໄດ້ແມ່ນຄອນກຣີດ (ເບຕົງ).”
ປັດຈຸບັນ ໂຄງການປັບປຸງ ແລະສ້ອມແປງ ທາງຫຼວງເລຂທີ 13 ເໜືອ ໄລຍະດັ່ງກ່າວ ກຳລັງຈະເຣີ່ມປະຕິບັດໃນມໍ່ໆ ນີ້ ໂດຍຈະໃຊ້ທຶນ ທີ່ກູ້ຍືມມາຈາກທະນາຄານໂລກ. ຂະນະນີ້ໂຄງການດັ່ງກ່າວ ຢູ່ໃນຂັ້ນຕອນຂອງການ ກະກຽມເຊັນສັນຍາ ແລະການອະນຸມັດ ງົບປະມານ ໃຫ້ກຸ່ມບໍຣິສັດດັ່ງກ່າວຢູ່.
ນອກຈາກເຂດທີ່ວ່ານີ້ແລ້ວ ທາງຫຼວງເລຂທີ 13 ເໜືອ ຢູ່ເຂດອື່ນໆ ກໍ່ເປ່ເພຫຼາຍ ໂດຍສະເພາະແຕ່ເມືອງກາສີ ແຂວງວຽງຈັນ ຫາເມືອງພູຄູນ ແຂວງຫຼວງພຣະບາງ ເຊິ່ງ ທ່ານ ສົມມາລີ ຄຳເກັ່ງ ສະມາ ຊິກສະພາແຫ່ງຊາຕ ເຂດ 6 ແຂວງຫຼວງພຣະບາງ ໄດ້ສເນີໃຫ້ຣັຖບານແກ້ໄຂ ຢູ່ໃນກອງປະຊຸມ ສະພາແຫ່ງຊາຕ ໃນມື້ວັນທີ 28 ມິຖຸນາ ທີ່ຜ່ານມາວ່າ.
“ທາງ 13 ເໜືອຂອງພວກເຮົານີ້ນໍ ປະກົດວ່າປັດຈຸບັນນີ້ ລະແມ່ນຊ່ວງກາສີ ໄປຫາທາງພູຄູນ. ອອກໄປຊຽງເງິນ ແລ້ວກະທາງໄປຊຽງຂວາງນີ້ ຖືວ່າເປ່ເພຫຼາຍ ຂຸມເລິກທີ່ສຸດ, ແລະກະເຫັນວ່າການຂົນສົ່ງແຮ່ທາດ ຜ່ານຣົຖ 24-26 ລໍ້ນີ້ ຖືວ່າເປັນ ຂບວນຫຼາຍຫັ້ນແຫຼະນໍ ໃນໄລຍະກ່ອນພູເກົ້າຫຼັກນີ້ ໄປບໍ່ໄດ້ກໍ່ຖືວ່າຈັກເປັນອຳມະພາດໝົດ. ຖ້າວ່າຣົຖຄັນດັ່ງກ່າວນີ້ຄາທາງຫັ້ນນ່າ. ຊັ້ນຊີເຮັດມີວິທີການແກ້ໄຂແນວໃດນໍ ໃນການແກ້ໄຂສຸກເສີນ ຫຼືວ່າການກຳນົດໃຫ້ແກ່ຣົຖຂົນສົ່ງ ດັ່ງກ່າວຫັ້ນ ຢຸດການເຄື່ອນຍ້າຍ ໃນໄລຍະຣະດູຝົນນີ້ນໍ.”
ທ່ານ ງາມປະສົງ ເມືອງມະນີ ຣັຖມົນຕຣີກະຊວງໂຍທາທິການ ແລະຂົນສົ່ງ ກໍໄດ້ເວົ້າວ່າ ເຣື່ອງນີ້ມີຄວາມຈິງ.
“ທາງເລຂ 13 ເໜືອນໍ ໂດຍສະເພາະທາງກາສີ ອັນນີ້ກໍ່ແມ່ນຄວາມຈິງຫັ້ນແຫຼະນໍ ໂດຍສະເພາະຍາມຝົນນີ້ກະຖືວ່າ ຖືກຕັດຂາດນັ້ນແຫຼະນໍ ໄລຍະນຶ່ງ ເພາະສະນັ້ນແຫຼະ ໃນຊ່ວງນີ້ກໍ່ຖືໄດ້ວ່າບ່ອນເຮົາໄດ້ຊຸກຍູ້ຜູ້ຮັບເໝົາຫັ້ນແຫຼະ ເພື່ອແກ້ໄຂນໍ ເພື່ອໃຫ້ທາງຫັ້ນສາມາດຜ່ານໄປໄດ້ ຄືເຮົາຮູ້ຫັ້ນແລ້ວລະ ຖືວ່າບ່ອນເຮົາກະມີຄວາມຫຍຸ້ງຍາກທາງງົບປະມານນໍ ໃນການຮັບຮອງງົບປະມານ ໃນການບຳລຸງຮັກສາເສັ້ນທາງນີ້ກະຖືວ່າມີຄວາມຊັກຊ້າ ອັນນີ້ບ່ອນເຮົາກໍ່ໄດ້ຊຸກຍູ້ ເຂົາເຈົ້າໃຫ້ແກ້ໄຂ ໃຫ້ມີການຂົນຖ່າຍສິນຄ້າ ຫຼືວ່າໃຫ້ມີການໄປມາຫາສູ່ຫັ້ນໄດ້ນໍ.”
ບັນຫາ ຖນົນຫົນທາງເປ່ເພ ຢູ່ລາວ ບໍ່ພຽງແຕ່ທາງຫຼວງເລຂທີ 13 ເທົ່ານັ້ນ ແຕ່ທາງຫຼວງສາຍອື່ນໆ ໃນທົ່ວປະເທດ ເປັນຕົ້ນ ທາງຫຼວງເລຂທີ 4 ແຕ່ເມືອງແກ່ນທ້າວ ຫາ ເທສບານເມືອງໄຊຍະບູຣີ ແຂວງໄຊຍະບູຣີ ກໍເປ່ເພໜັກ, ເປັນບວກ ເປັນຂຸມເລິກ ຫລາຍ, ເຮັດໃຫ້ການເດີນທາງ ມີຄວາມຫຍຸ້ງຍາກ ແລະໃຊ້ເວລາດົນ ໃນການເດີນທາງ, ດັ່ງນັ້ນ ປະຊາຊົນຈຶ່ ງຮຽກຮ້ອງໃຫ້ພາກສ່ວນ ທີ່ກ່ຽວຂ້ອງເລັ່ງແກ້ໄຂ.