ຈີນຂຸດເກືອກາລີ ປ່ອຍນໍ້າເສັຽລົງໃສ່ນໍ້າຂອງ ຢູ່ເມືອງໜອງບົກ
2023.12.08
ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ທີ່ໄດ້ຂຸດຄົ້ນເກືອກາລີ ຢູ່ເມືອງໜອງບົກ ແລະ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ປ່ອຍນໍ້າເສັຽ ທີ່ບໍ່ມີການບໍາບັດ ລົງໃສ່ແມ່ນ້ໍາຂອງ.
ເຈົ້າໜ້າທີ່ກະຊວງພລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ບໍຣິສັດຈີນ ທີ່ຂຸດຄົ້ນເກືອກາລີ ຢູ່ເຂດເມືອງໜອງບົກ ໄດ້ປ່ອຍນໍ້າເສັຽລົງໃສ່ແມ່ນໍ້າຂອງ ໂດຍບໍ່ມີການບໍາບັດ ຈົນເຮັດໃຫ້ຊາວບ້ານເຂດໃກ້ຄຽງ ລົງຫາປາບໍ່ໄດ້.”
ເຈົ້າໜ້າທີ່ທ່ານນີ້ ຍັງກ່າວຕື່ມອີກວ່າ:
“ໜ່ວຍງານດ້ານສິ່ງແວດລ້ອມ ຂອງແຂວງຄໍາມ່ວນ ໄດ້ລົງໄປແຈ້ງເຕືອນ ບໍຣິສັດດັ່ງກ່າວແລ້ວ, ແຕ່ ບໍຣິສັດ ກໍເມີນເສີຍ ໂດຍບໍ່ມີການດໍາເນີນການ ແກ້ໄຂຫຍັງ.”
ຈຸດທີ່ມີການຣາຍງານວ່າ ປ່ອຍນໍ້າເສັຽລົງໃສ່ແມ່ນໍ້າຂອງ ແມ່ນຢູ່ເຂດເມືອງໜອງບົກ. ບໍຣິສັດ ດັ່ງກ່າວ ໄດ້ຕິດຕັ້ງ ທໍ່ລະບາຍນໍ້າລົງໃສ່ແມ່ນໍ້າຂອງ ຫຼາຍຈຸດ ແລະ ມີການປ່ອຍນໍ້າ ໃນຕອນກາງຄືນ.
ຊາວບ້ານເມືອງໜອງບົກ ທ່ານນຶ່ງໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ເຂົາກະປ່ອຍລົງນໍ້າຂອງຫັ້ນແຫຼະ ເຂົາເດີນທໍ່ໃຫຍ່ບັກໆ ເດີນທໍ່ໃຫຍ່ ໃຫຍ່ກວ່າຕີຣົຖ ປ່ອຍແບບວ່າ ປ່ອຍກາງຄືນ ຂ້ອຍເບິ່ງ ມັນກະຕ້ອງປ່ອຍຫັ້ນແຫຼຈັ່ງໃດ ຂັ້ນບໍ່ປ່ອຍ ມັນຊິໄດ້ ມີຫຼາຍບ່ອນ ເຂົາເຈາະທໍ່ນໍ້າລົງນໍ້າຂອງ ທໍ່ໃຫຍ່ໆ ທໍ່ຕີນຣົຖ ລຽນເທື່ອລະ 4 ທໍ່ 5 ທໍ່ ລຽນກັນລົງໄປເຂົາເຮັດທາງ.”
ການຈ່າຍຄ່າຊົດເຊີຍໃຫ້ ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບນັ້ນ ບໍ່ເປັນໄປຕາມລາຄາທ້ອງຕລາດ ຍ້ອນວ່າ ຣັຖບານບີບບັງຄັບ ໃຫ້ປະຊາຊົນ ຕ້ອງຮັບເອົາຄ່າຊົດເຊີຍພຽງແຕ່ 30,000 ກີບ ຕໍ່ແມັດມົນທົນ ຫຼື ແມັດກ່າເຣ້.
ຊາວບ້ານ ເມືອງໜອງບົກ ທ່ານນີ້ ໄດ້ກ່າວວ່າ:
“ຜົລກະທົບຫຼາຍມັນກະຖືກດິນໄຮ່ ດິນນ່າ ເຂົາກະຊົດເຊີຍ ຫາກແຕ່ວ່າ ຣັຖບານບີບຫຼາຍລະ ປະຊາຊົນຫັ້ນ ດຽວນີ້ເຂົາຫຼຸບນ່າ ວ່າຊັ້ນຊາ ຂາຍໄຮ່ ຂາຍນາເຂົາລະໄປຊື້ກະບໍ່ໄດ້ ມັນຖືກເດ້ແມັດກ່າເຣ້ນຶ່ງ 30 ພັນກີບເນາະ ໂອແມັດກ່າເລ້ນຶ່ງໄຮ່ນາເຂົາເນາະ ແມັດກ່າເລ້ນຶ່ງ 50-60 ພັນກິີບພຸ້ນແຫຼເນາະ ຖືກໂພດຫາກແຕ່ວ່າ ຣັຖບິີບບັງຄັບເຂົາ ເຂົາຈໍາເປັນຊື່ໆ ທຸກມື້ນີ້.”
ບໍຣິສັດ ຊີໂນ ອາກຣີ ໂປຕາສ ຈໍາກັດ ເຊິ່ງເປັນບໍຣິສັດຂອງຈີນ ເປັນຜູ້ທີ່ໄດ້ຮັບສັມປະທານຈາກຣັຖບານລາວ ໄດ້ມີການສໍາຣວດ ຕາມເນື້ອທີ່ປ່າ ແລະ ເຂດທົ່ງນາຂອງປະຊາຊົນ ເປັນບໍຣິເວນກ້ວງອອກໄປຫຼາຍຮ້ອຍກິໂລແມັດມົນທົນ.
ມີການຂຸດເຈາະເລິກລົງໄປໃຕ້ດິນ ຈົນເຖິງ 100 ແມັດ ແລະ ມີຄວາມຍາວຫຼາຍກິໂລແມັດ ຈົນຣົຖບັນທຸກສາມາດແລ່ນລົງໄປໄດ້.
ບາງກໍຣະນີ ກໍເກີດອຸບັດຕິເຫດ ຈົນເຮັດໃຫ້ຄົນງານ ທີ່ເຮັດວຽກຢູ່ໃນອຸໂມງນັ້ນ ເສັຽຊີວິດ.
ຊາວບ້ານ ທ່ານີ້ ກ່າວຕື່ມວ່າ:
“ຈາກໜ້າດິນລົງໄປຫັ້ນ 100 ປາຍແມັດ ລະກະເຫຼືອນັ້ນ ກະເປັນຊັ້ນອັນນັ້ນເລີຍ ກະບໍ່ເຫຼືອລະເນາະ ຕາຍເຂົາກະອັນນັ້ນ ເຂົາກະບໍ່ແຈ້ງກໍ້ ຂອງແນວມັນລົງອຸໂມງນຶ່ງມາກະ ມັນຫັນໃຈ ກະບໍ່ສະດວກສະບາຍ ມັນບາງຄົນຕາຍ.”
ການຂຸດຄົ້ນເກືອກາລີ ໄປກວມເອົາທີ່ດິນນາ ດິນສວນຂອງປະຊາຊົນຫຼາຍບ່ອນ ແລະ ປະຊາຊົນຕ້ອງຈໍາຍອມເອົາຄ່າຊົດທີ່ບໍ່ເປັນທັມ ຍ້ອນວ່າ ເຈົ້າໜ້າທີ່ຣັຖບັງຄັບໃຫ້ປະຊາຊົນ ຕ້ອງຮັບເອົາ.
ຊາວເມືອງໜອງບົກ ອີກຄົນນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຄັນວ່າ ມັນຖືກເຂົາເຈົ້າຍອມຈ່າຍ ຄັນວ່າ ໃຜບໍ່ຍອມໃຫ້ຫັ້ນນ່າ ກະບໍ່ໄດ້ເງິນເຂົາກະເອົາໄປເລີຍ ສົມມຸດວ່າ ຄືຂ້ອຍບໍ່ຍອມແບບນີ້ນ່າ ເຂົາກະຕ້ອງໄດ້ເອົາໄປເລີຍ ເພາະ ວ່າ ມັນຢູ່ໃນເຂດເຂົາ.”
ການຂຸດເຈາະເປັນບໍລິເວນກວ້າງ ມັນສົ່ງຜົລກະທົບຕໍ່ພື້ນດິນ ແລະ ມີຜົລະທົບໃນໄລຍະຍາວ ຢູ່ໃນເຂດດັ່ງກ່າວ ຍ້ອນວ່າ ດິນຈະມີການຍຸບໂຕລົງ ຫຼື ເຈື່ອນ.
ນັກວິຊາການ ດ້ານການກໍ່ສ້າງ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ເຈາະໃຕ້ດິນສ່ວນຫຼາຍກະມີແຕ່ດິນຍຸບ ເຮັດໃຫ້ເຂດນັ້ນມີການປ່ຽນແປງ ຜົລກະທົບສ່ວນຫຼາຍ ເຮັດໃຫ້ເຂດນັ້ນມີການປ່ຽນແປງແດ່ຫັ້ນແຫຼະ ລະບົບທໍລະນີ ເຈົ້າໄປດູດມັນອອກ ລະບົບອື່ນໄປທົດແທນ ມັນມີສິດດິນຍົບດິນເຈື່ອນ ແທ້ໂຕນີ້ນະ.”
ເຈົ້າໜ້າທີ່ບາງຄົນ ກໍສະແດງຄວາມເປັນຫ່ວງ ວ່າ ປະເທດລາວ ຊິບໍ່ເຫຼືອຫຍັງ ຍ້ອນວ່າ ມີການຂຸດຄົ້ນຕລອດ 24 ຊົ່ວໂມງ ໂດຍມີການແບ່ງກະກັນເຮັດວຽກ.
ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ຜູ້ທີ່ຮູ້ເຫດການ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ວ່າ:
“ໂອ້ຫຼາຍບ່ອນເຈາະ ເມືອທາງສະຫວັນ ເຈາະເມືອວຽງ ມັນຊິໝົດລະນ່າ ມັນຊິຫຼຸອອກໝົດລະນ່າ ປະເທດລາວເຮົາ.”
ຣັຖບານລາວ ໃຫ້ຈີນສັມປະທານ ການຂຸດຄົ້ນເກືອກາລີ ຢູ່ແຂວງຄໍາມ່ວນ ກໍເພື່ອແລກກັບການທີ່ຣັຖານລາວ ຢືມເງິນຈີນມາກໍ່ສ້າງທາງຣົຖໄຟ ລາວ-ຈີນ.
ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນີ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ໂຕນີ້ແຫຼະຄໍ້າປະກັນ ທາງຣົຖໄຟຫັ້ນ ໂຕນີ້ແຫຼະ ຊິເປັນໂຕລົບໜີ້ກັນໄດ້ຫັ້ນ. ແມ່ນໂຕນີ້ແຫຼະ ໂຄຄໍາມ່ວນນີ້ແຫຼະ ໂຕນີ້ແຫຼະ ມັນມີບ່ອນອື່ນບໍ່ມີແຫຼະ ຄໍ້າປະກັນທາງຣົຖຫັ້ນນະ.”
ບໍຣິສັດ ດໍາເນີນການຂຸດຄົ້ນ ທັງກາງເວັນ ແລະ ກາງຄືນ ຕລອດ 24 ຊົ່ວໂມງ ໂດຍ ມີການຜັດປ່ຽນກະການເຮັດວຽກ ແລະ ບາງກໍໍລະນີ ຄົນງານທີ່ເຮັດວຽກຢູ່ ກໍເກີດມີອາການໝົດສະຕິ ຫຼື ບາງກໍຣະນີ ກໍມີການເສັຽຊີວິ.
ຄົນງານ ທີ່ເຮັດວຽກກັບບໍຣິສັດ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນປີ 2022 ທີ່ຜ່ານມາອີກວ່າ:
“ກະບໍ່ປານໃດແຫຼະ ອາກາດກະດາຍ ພໍແຕ່ຫາຍໃຈໃດ໋. ໂອຍ, ຊ໊ອກຂຶ້ນມາເກືອບທຸກມື້; ຂ້ອຍກໍຍັງແຂງຂຶ້ນມາເທື່ອນຶ່ງແລ້ວ ແບບວ່າ ລົງໄປຮ້ອນຫຼາຍແລ້ວ ບາງທີຜູ້ມີໂຣກປະຈຳຕົວຊີ້ນ່າ ຄືຂ້ອຍເວົ້າຫັ້ນແຫຼະ ຊ໊ອກຂຶ້ນມາ ແຂງໄປເລີຍຈັງຊີ້. ມີແນວນັ້ນຫັ່ນ ໂອຍ ຕາຍ ທິມງານຂ້ອຍນີ້ ກໍສອງຄົນແລ້ວ ຂ້ອຍກັບອີກຜູ້ນຶ່ງ ຕາເລືອກຂຶ້ນມາເລີຍແລ້ວ. ບໍ່ມີສະຕິເລີຍແຫຼະ.”
ການຂຸດຄົ້ນເກືອກາລີ ຢູ່ບໍຣິເວນເມືອງທ່າແຂກ ແລະ ເມືອງໜອງບົກ ແຂວງຄຳມ່ວນນັ້ນ ໄດ້ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະຊີວິຕການເປັນຢູ່ ຂອງປະຊາຊົນທ້ອງຖິ່ນ.
ຄົນງານ ທ່ານດຽວກັນນີ້ ໄດ້ກ່າວຕື່ມອີກວ່າ:
“ເຂົາເຮັດບໍ່ລະອຽດປານໃດຫັ້ນນ່າ; ເປັນເກືອດີແດ່ ບໍ່ດີແດ່ ເອົາໄປກອງໄວ້ ຄູນເປັນພູພຸ້ນແລ້ວ ຊໍ່າພູພຸ້ນແລ້ວ ຝົນຕົກລົງມາ ນ້ຳໄຫຼໄປ ໄປເຂົ້າທົ່ງນາເຂົາຫັ້ນແຫຼະ ບາງເທື່ອນ້ຳຫຼາຍ ມັນກໍລົ້ນ.”
ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ຂໍອະນຸຍາດສັມປະທານ ແຮ່ເກືອກາລີ ຢູ່ບ້ານໜອງລົ່ມ ເມືອງໜອງບົກ ແຂວງຄຳມ່ວນ ໃນເນື້ອທີ່ເກືອບ 50 ກິໂລຕາແມັດ ໃນເດືອນເມສາປີ 2022.
ຕໍ່ມາ ບໍຣິສັດ ດັ່ງກ່າວ ໄດ້ຂຍາຍເນື້ອທີ່ ສຳຣວດເພີ່ມເຊິ່ງກວມເອົາເນື້ອທີ່ຫຼາຍບ້ານ ໃນເມືອງທ່າແຂກ ແລະ ເມືອງໜອງບົກ ເປັນຕົ້ນ ບ້ານດົງບູນ, ບ້ານນາຄຳ, ບ້ານນາຫລຸບ, ບ້ານປ່າຕີ້ວ, ບ້ານຊຽງຫວາງ ແລະ ບ້ານດົງໃຕ້ຈົນມາຮອດປັດຈຸບັນ ມີເນື້ອທີ່ທັງໝົດປະມານ 200 ກິໂລຕາແມັດ ອີງຕາມຂໍ້ມູນຈາກຊາວບ້ານ.
ໃນປີ 2022, ບໍຣິສັດ ມີແຜນການຂຍາຍການຜລິດເກືອກາລີ ຈາກ 2 ລ້ານຕັນຕໍ່ປີ ໃຫ້ໄດ້ 3-5 ລ້ານຕັນ ຕໍ່ປີ ໃນອີກ 5 ປີ ເພື່ອສົ່ງອອກໄປຂາຍ ຢູ່ປະເທດຈີນ, ວຽດນາມ, ອິິນໂດເນເຊັຽ, ໄທຍ, ມາເລເຊັຽ, ອິນເດັຽ, ນີວຊີແລນດ໌ ແລະ ຢີ່ປຸ່ນ ອີງຕາມຂໍ້ມູນຈາກບໍຣິສັດດັ່ງກ່າວ.
ບໍຣິສັດ ຊີໂນ ອາກຣີ ໂປຕາສ ຈໍາກັດ ກໍາລັງມີການໄກ່ເກັ່ຍ ດ້ານທີ່ດິນ ແລະຄ່າຊົດເຊີຍໃຫ້ແກ່ຊາວບ້ານ ຈໍານວນນຶ່ງ ທີ່ຖືກຜົລກະທົບຈາກໂຄງການນີ້, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະ ບໍຣິສັດສັມປະທານ ຍັງບໍ່ສາມາດເປີດເຜີຍ ຣາຍລະອຽດໄດ້ວ່າ ມີຈັກຄອບຄົວ ແລະ ມີອີກຈັກບ້ານທີ່ຈະໄດ້ຮັບຜົລກະທົບ.
ວິທຍຸ ເອເຊັຽເສຣີ ພະຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ ຜແນກຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນ ເພື່ອຖາມຣາຍລະອຽດ ກ່ຽວກັບຈໍານວນຄອບຄົວ ແລະ ຈໍານວນບ້ານ ທີ່ໄດ້ຮັບຜົລກະທົບ, ແຕ່ເຈົ້າໜ້າທີ່ບໍ່ຮັບໂທຣະສັບ.
ການຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ເຈົ້າໜ້າທີ່ທາງການ ກໍມີແຕ່ລົງລະດົມ ໃຫ້ປະຊາຊົນ ຢູ່ຈຸດທີ່ມີການເວີນຄືນທີ່ດິນນັ້ນ ມອບດິນໃຫ້ແກ່ໂຄງການ.
ທີ່ຜ່ານມາ, ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າ ແຂວງຄໍາມ່ວນ ເຄີຍ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນເດືອນ 17 ກໍຣະກະດາ 2023 ວ່າ:
“ໂຕນີ້ໆ ດຽວນີ້ ຍັງບໍ່ທັນກໍານົດວ່າ ຊິລົງບ່ອນໃດ ເພາະວ່າ ເພິ່ນຍັງລົງເຄື່ອນໄຫວ ກ່ຽວກັບຊຸກຍູ້ບັນດາ ທີ່ວ່າ ມັນຕິດພັນກັບ ປະຊາຊົນຫັ້ນເນາະ ໝາຍຄວາມວ່າ ຕິດພັນກັບດິນໄຮ່, ດິນນາ ເພິ່ນຍັງລົງວຽກ ກ່ຽວກັບວຽກຊົດເຊີຍຢູ່.”
ໃນເບື້ອງຕົ້ນ, ການສໍາຣວດເນື້ອ ຂຸດຄົ້ນບໍ່ເກືອກາລີ ໃນເນື້ອທີ່ເກືອບ 50 ກິໂລຕາແມັດ ຂອງບໍຣິສັດ ຊີໂນ ອາກຣີ ໂປຕາສ ຈໍາກັດ ຂອງຈີນ ໄດ້ສຳເຣັດແລ້ວພ້ອມທັງມີແຜນຈະສົ່ງບົດ ຣາຍງານ ຜົລການສຳຣວດໃຫ້ ກົມທໍຣະນີສາດ ແລະ ແຮ່ທາດຮັບຊາບ ເພື່ອທີ່ຈະດຳເນີນການ ໃນຂັ້ນຕອນຕໍ່ໄປ ອີງຕາມການຣາຍງານຂອງ ທ່ານ ຈູ້ຊຽງລີ ເຈົ້າໜ້າທີ່ ຂອງບໍຣິສັດດັ່ງກ່າວ ຕໍ່ກອງປະຊຸມເຜີຍແຜ່ ເນື້ອໃນການສຳຣວດໂຄງການດັ່ງກ່າວ ໃນວັນທີ 17 ກໍຣະກະດາ 2023.