ຜົລກະທົບ ພາຍຫຼັງນ້ຳຖ້ວມໃຫຍ່ ເຂດເມືອງຫີນບູນ-ເມືອງຄູນຄຳ
2023.08.29

ນໍ້າຖ້ວມແຮງ ຢູ່ເມືອງຫີນບູນ ແລະເມືອງຄູນຄໍາ ແຂວງຄໍາມ່ວນ ເຮັດໃຫ້ 20 ປາຍບ້ານໄດ້ຮັບຜົລກະທົບ, ໂຄງຮ່າງພື້ນຖານສໍາຄັນ ເຊັ່ນ ຖນົນຫົນທາງ, ໄຟຟ້າ, ນໍ້າປະປາ ເສັຍຫາຍໜັກ ແລະພື້ນທີ່ທໍາການກະເສດເກືອບ 5,000 ເຮັກຕ້າຣ໌ ໄດ້ຮັບຄວາມເສັຍຫາຍ. ດິນເຈື່ອນ, ເສັ້ນທາງ ເລກທີ 8A ຢູ່ເຂດພູໄຊ ລະຫວ່າງບ້ານຄູນຄໍາ ເມືອງຄູນຄໍາ ໄປຫາບ້ານໜອງກອກ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ທີ່ມີຄວາມຍາວທັງໝົດ 11 ກິໂລແມັດນັ້ນ ດຽວນີ້ຍັງມີຣົຖຄາຢູ່ 7 ຄັນ. ເສັ້ນທາງໃນເຂດດັ່ງ ກ່າວ ເຖິງແມ່ນຈະໄດ້ເປີດໃຊ້ແລ້ວ ແຕ່ກໍຍັງຕ້ອງໄດ້ສ້ອມແປງຕື່ມ ເພື່ອໃຫ້ໃຊ້ໄດ້ເປັນປົກກະຕິ ແລະຍັງບໍ່ທັນອະນຸຍາດໃຫ້ຣົຖຂນາດໃຫຍ່, ຣົຖຂົນສົ່ງສິນຄ້າ ແລ່ນຜ່ານໄປມາ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນ ສົ່ງ ແຂວງຄໍາມ່ວນທ່ານນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 29 ສິງຫານີ້.
“ຖືວ່າໃຊ້ໄດ້ແລ້ວເນາະ ແຕ່ວ່າມັນໃຊ້ໄດ້ສະເພາະທີ່ວ່າເປັນຣົຖກະບະ, ຣົຖຈິບ, ຣົຖເບົານີ້ຈະໄດ້ ແຕ່ວ່າເປັນຣົຖຂົນສົ່ງສິນຄ້າ ກະຍັງບໍ່ທັນໄດ້ສາມາດໄປໄດ້ເນາະ ແກ້ໄຂພໍໃຫ້ໄດ້ຣົດນ້ອຍທຽວໄດ້ເນາະ ຂຶ້ນຢູ່ຟ້າຝົນຕົກແນ່ເນາະ ມັນກະຕ້ອງໄດ້ມີຫລາຍພາກສ່ວນມາປະເມີນ.”
ທ່ານເວົ້າຕໍ່ໄປວ່າ ເນື່ອງຈາກໄລຍະນີ້ ຍັງມີຝົນຕົກໜັກຢູ່ ຈຶ່ງເຮັດໃຫ້ການສ້ອມ ແປງເສັ້ນທາງ ຍັງບໍ່ສາມາດຄາດໄດ້ວ່າ ຈະສ້ອມແປງແລ້ວເມື່ອໃດ ແລະທາງການເມືອງຄູນຄໍາ ກໍຍັງຕ້ອງໄດ້ເຝົ້າລະວັງຢ່າງຕໍ່ເນື່ອງ ໂດຍສະເພາະຕາມແລວເສັ້ນທາງ ທີ່ມີພູສູງ ແລະເຈົ້າໜ້າທີ່ເມືອງຄູນຄໍາ ເວົ້າວ່າ ຈາກສະພາບທີ່ເຫັນໃນປັດຈຸບັນ ຖືວ່າຍັງສ້ອມແປງບໍ່ທັນແລ້ວ ແລະຍັງບໍ່ແນະນໍາໃຫ້ປະຊາຊົນ ສັນຈອນໄປມາຕາມເສັ້ນ
ທາງນີ້ເທື່ອ.
ສ່ວນເຣື່ອງວ່າ ຈະສ້ອມແປງແລ້ວມື້ໃດນັ້ນ ຍັງບໍ່ສາມາດຄາດຄະເນໄດ້ ຍ້ອນຝົນຍັງຕົກຢ່າງຕໍ່ເນື່ອງຢູ່.
“ຄູນຄໍາມາຫລັກ 20 ຍັງບໍ່ທັນໄດ້ເທື່ອ ສ້ອມແປງແລ້ວລະບໍ່ ຍັງບໍ່ຮູ້ເທື່ອເດີໂຕນີ້ ເພາະວ່າຍັງມີຝົນຕົກຕໍ່ເນື່ອງຢູ່.”
ເຈົ້າຂອງເຮືອນພັກແຫ່ງນຶ່ງ ໃນເມືອງຄູນຄໍາ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 29 ສິງຫານີ້ ເຖິງສະພາບເສັ້ນທາງ ເລກທີ 8A ຢູ່ເຂດ ພູໄຮ ວ່າ ຖືວ່າໄດ້ຮັບ ຜົລກະທົບໜັກຫລາຍ, ມີແຕ່ຂີ້ຕົມ ແລະພາກສ່ວນທີ່ກ່ຽວຂ້ອງ ກໍພະຍາຍາມສ້ອມແປງ ເພື່ອໃຫ້ແລ້ວເສັດໄວ ແລະເຄື່ອນຍ້າຍຣົຖ ທີ່ຍັງຕິດຄ້າງຢູ່ໃນເຂດນັ້ນອອກ, ແຕ່ກໍເປັນການຢາກ ຍ້ອນຝົນຕົກຕິດຕໍ່ກັນຢູ່.
“ໂອ້ ຣົຖຍັງໄປບໍ່ໄດ້ນ່າ ຍັງໄປຍາກມັນຂີ້ຕົມຫລາຍ ມື້ຄືນພັດຝົນຕົກລົງມາອີກ ດິນພັດແຮງເຈື່ອນລົງມາອີກຢູ່ສລຸບແລ້ວ ຍັງສ່ຽງຢູ່ບາດນີ້ຝົນຕົກລົງມາເລື້ອຍໆ ດິນມັນພັດເຈື່ອນລົງ ພູຜາມ່ານກໍລົງ 3 ຈຸດມື້ວານນີ້ ເຂົາກະໄປຕັກອອກ.”
ນອກຈາກນັ້ນ ລະບົບໄຟຟ້າພາຍໃນເມືອງຫີນບູນ ແລະເມືອງຄູນຄໍາ ກໍໄດ້ຮັບຄວາມເສັຍຫາຍໜັກ ເຮັດໃຫ້ປະຊາຊົນເກືອບ 30 ບ້ານ ບໍ່ມີໄຟຟ້າໃຊ້ ນັບຕັ້ງ ແຕ່ວັນທີ 15 ສິງຫາ ເປັນຕົ້ນມາ. ຂະນະນີ້ ຢູ່ໃນລະຫວ່າງການຕິດຕັ້ງລະບົບຕາຂ່າຍ ແລະສາຍສົ່ງໄຟຟ້າ ຕາມບ້ານຕ່າງໆ. ມາເຖິງປັດຈຸບັນ 9 ບ້ານ ມີໄຟຟ້າໃຊ້ແລ້ວ ໂດຍຂໍໃຊ້ນໍາບໍຣິສັດນໍ້າເທີນ-ຫີນບູນ ໄປກ່ອນ ຊຶ່ງຂະນະນີ້ ກໍາລັງຕິດຕັ້ງໄຟຟ້າຢູ່ ດັ່ງທີ່ທ່ານກ່າວວ່າ:
“ທາງເຮົາ ກໍາລັງເລັ່ງຕິດຕັ້ງຕາຂ່າຍໄຟຟ້າຢູ່ ແຕ່ຍັງບໍ່ແນ່ໃຈວ່າ ຈະມີໄຟຟ້າໃຊ້ປົກກະຕິເມື່ອໃດ.”
ຊາວບ້ານຢູ່ເມືອງຄູນຄໍາ ທີ່ໄດ້ຮັບຜົລກະທົບຈາກໄພນໍ້າຖ້ວມຄັ້ງນີ້ ກໍເວົ້າເຖິງເຣື່ອງການສັນຈອນໄປມາ ຣະຫວ່າງບ້ານຕໍ່ບ້ານນັ້ນວ່າ ໄປມາໄດ້ແລ້ວ ແຕ່ບໍ່ສະ ດວກປານໃດ ເພາະເສັ້ນທາງບາງຈຸດ ຍັງເປັນບວກ ເປັນຂຸມ ມີຂີ້ຕົມຫລາຍຢູ່. ສ່ວນເຣື່ອງໄຟຟ້າ ກໍແບ່ງກັນໃຊ້ໃນແຕ່ລະບ້ານ ຕອນກາງເວັນ, ຕອນແລງ ແລະກາງຄືນ ແລະນໍ້າປະປາ ມີໃຊ້ເວລາສຸກເສີນ, ແຕ່ທາງການບອກວ່າ ຈະສ້ອມແປງຄືນ ທັງເຣື່ອງໄຟຟ້າ ແລະນໍ້າປະປາ ໃຫ້ແລ້ວຄົບໝົດທຸກບ້ານ ໃນເດືອນກັນຍາ ທີ່ຈະມາເຖິງນີ້.
“ດຽວນີ້ ໄຟເຮົາລະບໍ່ທັນໄດ້ປົກກະຕິ ຈະແບ່ງກັນບ້ານນີ້ໄດ້ຕອນເຊົ້າ, ຕອນແລງ, ກາງຄືນ ລະໄຕ້ບ້ານໃໝ່ ເພາະໄຟເຮົາບໍ່ທັນແປງບໍ່ທັນໄດ້ແລ້ວ ຕາມແຜນລະວ່າວັນທີ 9 ເດືອນ 9 ອາດສໍາເຣັດ ອາດໄດ້ໃຊ້ໄຟທົ່ວເມືອງ.”
ເມືອງຄູນຄໍາ ຊາວລາວຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ພາຍຫລັງທີ່ຊາວບ້ານໄດ້ຮັບຜົລກະທົບ ຈາກໄພນໍ້າຖ້ວມຄັ້ງນີ້ ທາງການ ແລະພາກເອກະຊົນ ກໍໄດ້ໃຫ້ການຊ່ອຍເຫລືອ ຫລາຍດ້ານ ທັງຢາປົວພະຍາດ, ອາຫານການກິນ, ເຄື່ອງນຸ່ງຫົ່ມ ແລະເງິນ ເທື່ອລະເລັກເທື່ອລະໜ້ອຍ ພໍໄດ້ບັັນເທົາຄວາມອຶດຫິວໃນລະດັບນຶ່ງ. ສ່ວນເຣື່ອງຊີວິດ ການເປັນຢູ່ໃນປັດຈຸບັນ ເວົ້າແລ້ວ ແມ່ນຍັງບໍ່ສະດວກປານໃດ ຍ້ອນບໍ່ມີໄຟຟ້າໃຊ້.
ດັ່ງທີ່ທ່ານກ່າວວ່າ:
“ໄດ້ຮັບຢູ່ເທື່ອລະເລັກລະໜ້ອຍ ພາກເອກະຊົນພາກຣັຖ ກະຄ່ອນທະຍອຍທະຍອຍມາລະ ເພາະວ່າຍັງຂາດໄຟນີ້ແຫລະຕົ້ນຕໍ ຍັງບໍ່ສະດວກປານໃດ.”
ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ໄດ້ໄປແຂວງຄໍາມ່ວນ ເມື່ອວັນທີ 27 ສິງຫານີ້ ເພື່ອຕິດຕາມສະພາບການແກ້ໄຂ ຟື້ນຟູຜົລກະທົບ ຈາກເຫດ ດິນເຈື່ອງ ແລະນໍ້າຖ້ວມ. ໃນນັ້ນ ທ່ານໄດ້ຮຽກຮ້ອງໃຫ້ມີການສືບຕໍ່ ການຊ່ອຍເຫລືອ, ປັບປຸງໂຄງຮ່າງພືນຖານ ແລະຊ່ອຍແກ້ໄຂຊີວິດ ການເປັນຢູ່ຂອງປະຊາ ຊົນ ທີ່ຖືກຜົລກະທົບ ໃຫ້ກັບເຂົ້າສູ່ສະພາບປົກຕິໂດຍໄວ. ທ່ານໄດ້ມອບເຄື່ອງບໍຣິໂພກ, ຢາປົວພະຍາດ ແລະອຸປກອນການສຶກສາ ພ້ອມທັງເງິນສົດຈໍານວນ 200 ລ້ານກີບ ໃຫ້ແກ່ເມືອງຄູນຄໍາ ແລະມອບເຄື່ອງບໍຣິໂພກ ມູນຄ່າ 348 ລ້ານກີບ ໃຫ້ບ້ານມ່ວງນໍ້າສາງ.
ສະເພາະເມືອງຄູນຄໍາ ມີ 14 ບ້ານຖືກນໍ້າຖ້ວມ. ໃນນັ້ນ ຖ້ວມໜັກ 9 ບ້ານ, ປະຊາຊົນໄດ້ຮັບຜົລກະທົບທັງໝົດ 2,182 ຄອບຄົວ ແລະ 12,767 ຄົນ. ເນື້ອທີ່ ທໍາການກະເສດ 22 ບ້ານ ຖືກນໍ້າຖ້ວມ, ນາປີເສັຍຫາຍ 2,372 ເຮັກຕ້າຣ໌, ສວນມັນຕົ້ນເສັຍຫາຍ 1,747 ເຮັກຕ້າຣ໌, ສວນກ້ວຍເສັຍຫາຍ 289 ເຮັກຕ້າຣ໌, ສວນຢາງພາລາເສັຍຫາຍ 66 ເຮັກຕ້າຣ໌ ແລະສວນຜັກເສັຍຫາຍ 10 ເຮັກຕ້າຣ໌. ນອກຈາກນັ້ນ ຍັງມີພາຫານະ, ກົນຈັກ ທີ່ໃຊ້ໃນການປູກຝັງ ແລະສັດລ້ຽງຂອງປະຊາຊົນ ເສັຍຫາຍຫລາຍ. ຊົນລະປະທານ, ເສັ້ນທາງຄົມນາຄົມ, ໂຮງຮຽນ, ໂຮງໝໍ ແລະຫົວໜ່ວຍທຸຣະກິຈ ກໍໄດ້ຮັບຜົລກະທົບໜັກນໍາດ້ວຍ.
ປັດຈຸບັນ ຫລາຍແຂວງຂອງລາວ ກໍາລັງປະເຊີນກັບຝົນຕົກໜັກ ເຮັດໃຫ້ຫລາຍພື້ນທີ່ເກີດນໍ້າຖ້ວມ ແລະດິນເຊາະເຈື່ອນ ຊຶ່ງໃນມື້ວັນທີ 28 ສິງຫານີ້ ກໍໄດ້ມີການແຈ້ງເຕືອນ ຜູ້ຂັບຂີ່ຍວດຍານພາຫະນະ ຕາມເສັ້ນທາງ ເລກທີ 13 ເໜືອໃນເຂດບ້ານ ແກ່ວກວ້າງ ເມືອງກາສີ ແຂວງວຽງຈັນ ໃຫ້ລະມັດລະວັງ ເນື່ອງຈາກມີດິນເຈື່ອນ ທັບຖົມເສັ້ນທາງ ເຮັດໃຫ້ການສັນຈອນໄປມາຕິດຂັດ.
ອົງການ ຖານຂໍ້ມູນນໍ້າຖ້ວມ (The Global Flood Database) ທີ່ໄດ້ຮັບທຶນ ສນັບສນູນຈາກ Google Earth Outreach ສະຫະຣັຖອາເມຣິກາ ໄດຣາຍງານວ່າ ໃນຊ່ວງປີ 2000-2015 ປະຊາກອນທົ່ວໂລກ ໄດ້ເພີ້ມຂຶ້ນເຖິງ 86 ລ້ານຄົນ ທີ່ອາໄສຢູ່ໃນເຂດ ທີ່ຖືກລະບຸວ່າ ປະເຊີນກັບໄພນໍ້າຖ້ວມ, ຊຶ່ງກວມເອົາອັດຕາສ່ວນ ຂອງປະຊາກອນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພີ້ມຂຶ້ນ 24% ຊຶ່ງໃນນັ້ນ ສປປ ລາວ ໄດ້ຖືກລະບຸວ່າ ເປັນໜຶ່ງໃນ 10 ປະເທດ ມີຄວາມສ່ຽງສູງສຸດ ດ້ານອຸທົກກະໄພ ໃນອະນາຄົດ ນັບແຕ່ ປີ 2010 ຫາປີ 2030.