ນ້ຳຊອງ ເມືອງວັງວຽງ ຂຸ່ນ, ຊາວບ້ານເຊື່ອ ຍ້ອນມີການ ລ້າງແຮ່ທາດ

ຈຳປາທອງ
2024.12.25
ນ້ຳຊອງ ເມືອງວັງວຽງ ຂຸ່ນ, ຊາວບ້ານເຊື່ອ ຍ້ອນມີການ ລ້າງແຮ່ທາດ ຊາວບ້ານຜູ້ໜຶ່ງ ພວມຫາປາ ຕາມແຄມນ້ຳຊອງ ໃນເຂດເມືອວັງວຽງ ແຂວງວຽງຈັນ. (TS) ເດືອນຕຸລາ 2020
RFA

ປະຊາຊົນ ທີ່ອາໄສຢູ່ແຄມນໍ້າຊອງ, ເມືອງວັງວຽງ ແຂວງວຽງຈັນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນນໍ້າຊອງຂຸ່ນ ເພາະບໍລິສັດ ຂຸດຄົ້ນບໍ່ແຮ່ ແຫ່ງນຶ່ງ ທີ່ຕັ້ງຢູ່ເຂດບ້ານຖິ່ນອ່ອນ, ຊຶ່ງຢູ່ເບື້ອງເທິງ ຂອງນໍ້າຊອງ ລ້າງແຮ່ລົງມາ ນັບຕັ້ງແຕ່ ຕົ້ນເດືອນທັນວາ 2024 ນີ້ ເປັນຕົ້ນມາ ເຮັດໃຫ້ບໍ່ສາມາດ ຫາປູ-ຫາປາ, ເກັບໄຄ ແລະ ລົງອາບນໍ້າ ໄດ້ຄືເກົ່າ. ລົງໄປອາບນໍ້າເທື່ອໃດ ຂຶ້ນມາແລ້ວ ຄັນຕົນຄັນໂຕ. ແຕ່ຍັງບໍ່ມີຂໍ້ມູນ ຄັກແນ່ວ່າ ແມ່ນບໍລິສັດໃດ ເປັນຜູ້ລ້າງແຮ່ລົງມາ ເພາະໃນເຂດນັ້ນ, ມີ 2-3 ບໍລິສັດ ຕັ້ງຢູ່ ແລະ ບໍ່ຮູ້ວ່າ ເປັນຂອງຄົນສັນຊາດໃດ, ອີງຕາມຄໍາເວົ້າ ຂອງປະຊາຊົນ ບ້ານຜາແດງ ເມືອງວັງວຽງ ນາງໜຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ທັນວາ 2024 ນີ້ ແລ້ວແມ່ນວ່າ ຜົນກະທົບທີ່ວ່ານັ້ນ ເປັນມາໄດ້ 3-4 ອາທິດແລ້ວ.

“ຕາມທີ່ເຫັນມານີ້ ໄດ້ 3-4 ອາທິດແລ້ວໄດ໋, ຂຸ່ນມາຕະຫຼອດ. ເຂົາຊິໄປດໍາປາ ກໍໄປບໍ່ໄດ້ ນໍ້າຂຸ່ນ, ໄປກໍບໍ່ເຫັນປາ, ບໍ່ເຫັນກຸ້ງ ວ່າຊັ້ນສາ. ດຽວນີ້ຫັ້ນ ແລ້ວແມ່ນວ່າ ລົງ ກໍລົງບໍ່ໄດ້ ລົງນໍ້າຊອງ ຂຶ້ນມາແລ້ວ ຈະຄັນຕົນຄັນໂຕ. ໄດ້ຍິນເຂົາວ່າ ເຂົາລ້າງແຮ່ທາດ ຢູ່ທາງຖິ່ນອ່ອນ ພຸ້ນ, ຫົວນໍ້າຊອງ.”

ແລະ ເຈົ້າຂອງຮ້ານອາຫານ ຢູ່ແຄມນໍ້າຊອງ, ເມືອງວັງວຽງ ນາງໜຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຢູ່ບໍລິເວນຍອດນໍ້າຊອງ ໃນເຂດບ້ານຖິ່ນອ່ອນ ມີການຂຸດຄົ້ນແຮ່ເຫຼັກ ແລະ ນໍາແຮ່ ທີ່ຂຸດຄົ້ນໄດ້ນັ້ນ, ໄປເກັບໄວ້ ຢູ່ຕາມແຄມຫ້ວຍຕ່າງໆ ໃນເຂດບ້ານຫ້ວຍນໍ້າເຢັນ ເພື່ອລ້າງ ເຮັດໃຫ້ນໍ້າ ໃນສາຍນໍ້າຊອງ ເປື້ອນ ແລະ ບາງມື້ ນໍ້າຂຸ່ນ ເປັນສີແດງ, ສີເຫຼືອງ ແບບສີຂີ້ຕົມ, ຊຶ່ງສ່ວນຫຼາຍ ເປັນຍາມມື້ຄືນ. ດັ່ງທີ່ນາງເວົ້າວ່າ:

“ເຂົາເຈົ້າກໍລ້າງກ່ອນ, ແລ້ວມັນກໍລົງນໍ້າຊອງ ຫັ້ນ, ມັນກໍເປື້ອນມາເລີຍ ແນວນີ້, ຫັ້ນນ່າ. ມັນມາແຕ່ບາງມື້  ບາງມື້ນີ້ ກໍຂຸ່ນ. ມື້ວານນີ້ຂຸ່ນ, ຂຸ່ນຄືຂີ້ຕົມນີ້ແຫຼະ, ມື້ນີ້ໃສແລ້ວ. ສ່ວນຫຼາຍ ຊິເປັນມື້ຄືນ ນໍ້າຊິຂຸ່ນ, ຫັ້ນນ່າ. ສ່ວນຫຼາຍ ເຂົາຈະປ່ອຍມື້ຄືນ.”

ນາງເວົ້າຕື່ມວ່າ ການຂຸດຄົ້ນ ແລະ ລ້າງແຫ່ເຫຼັກ ນອກຈາກຈະເຮັດໃຫ້ ມີຜົນກະທົບ ຕໍ່ສິ່ງແວດລ້ອມ, ເຮັດໃຫ້ນໍ້າຊອງ ຂຸ່ນແລ້ວ ລົດໃຫຍ່ແກ່ແຮ່ ເຫຼົ່ານັ້ນ, ກໍຍັງເຮັດໃຫ້ ຖະໜົນຫົນທາງ ໃນເຂດບ້ານ ເປ່ເພນໍາດ້ວຍ.

ໃນຂະນະດຽວກັນ, ເຈົ້າຂອງຮ້ານອາຫານ ຢູ່ແຄມນໍ້າຊອງ ອີກຜູ້ໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ທັນວາ ນີ້ວ່າ ການທີ່ນໍ້າຊອງ, ຊຶ່ງເປັນສາຍນໍ້າສໍາຄັນ ຂອງເມືອງວັງວຽງ ທີ່ຊາວບ້ານ ພາກັນຫາປາມາກິນ ແລະ ນໍາໄປຂາຍ ແລະ ທັງເປັນບ່ອນທ່ອງທ່ຽວສໍາຄັນ ຂອງເມືອງວັງວຽງ ນີ້, ເປິເປື້ອນຄືແນວນັ້ນ ເຮັດໃຫ້ມີຜົນກະທົບ ທັງຕໍ່ວິຖີຊີວິດ ຂອງປະຊາຊົນ ແລະ ການທ່ອງທ່ຽວ ຂອງເມືອງວັງວຽງ ນໍາດ້ວຍ. ດັ່ງນັ້ນ, ຈຶ່ງຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ລົງມາກວດເບິ່ງ ແລະ ແກ້ໄຂ ເພື່ອເຮັດໃຫ້ນໍ້າຊອງ  ກັບມາໃສ ຄືເກົ່າ. ດັ່ງທີ່ທ່ານກ່າວວ່າ:

“ຄັນນໍ້າຂຸ່ນນີ້, ກໍບໍ່ມີຄົນລົງແລ້ວ ບໍ່ມີຄົນຫຼິ້ນ ເພາະວ່າ ນໍ້າມັນເປື້ອນ ອາບ ມັນກໍບໍ່ໄດ້. ປາ ກໍບໍ່ເຖິງຂັ້ນຕາຍ, ແຕ່ວ່າ ມັນກໍລົບກວນ ສະພາບນິເວດ ຂອງປາ. ຄິດວ່າ ມັນກໍກະທົບ ຕໍ່ການຫາປາບໍ່, ການດໍາລົງຊີວິດ ຂອງປະຊາຊົນ, ການທ່ອງທ່ຽວ, ຊີ້ນ່າ. ລົງອາບນໍ້າ ອາບຫຍັງ ມັນກໍຂ້ອນຂ້າງ ບໍ່ສະບາຍ, ບໍ່ສະດວກແຫຼະ ເປັນນໍ້າຂຸ່ນ.”

ກ່ຽວກັບບັນຫາ ທີ່ວ່ານີ້, ເຈົ້າໜ້າທີ່ ຢູ່ເມືອງວັງວຽງ ນາງໜຶ່ງ ຢືນຢັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສາເຫດທີ່ເຮັດໃຫ້ ນໍ້າຊອງຂຸ່ນ ແມ່ນຍ້ອນການລ້າງແຮ່ທາດ ຢູ່ບໍລິເວນ ເທິງສາຍນໍ້ານັ້ນແທ້, ແຕ່ບໍ່ສາມາດ ລະບຸໄດ້ວ່າ ແມ່ນບໍລິສັດໃດ ຍ້ອນຢູ່ບໍລິເວນດັ່ງກ່າວ ມີ 2-3 ບໍລິສັດ ຕັ້ງຢູ່ ແລະ ວ່າ ພາກສ່ວນທີ່ກ່ຽວຂ້ອງ ຄືຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງວັງວຽງ ໄດ້ສົ່ງໜັງສືລາຍງານ ໄປໃຫ້ທາງແຂວງວຽງຈັນ ຮູ້ ເພື່ອຂໍທິດຊີ້ນໍາ. ດັ່ງທີ່ນາງ ເວົ້າວ່າ:

“ແມ່ນແລ້ວ ມັນເກີດຈາກການລ້າງແຮ່ ຂອງບໍລິສັດ ບາງບໍລິສັດ, ຫັ້ນນ່າ ທີ່ວ່າເຂົາເຈົ້າ ປຸງແຕ່ງແຮ່, ຫັ້ນນ່າ. ແມ່ນ, ມັນຈະມີປະມານ 2-3 ບໍລິສັດນີ້ແຫຼະ ທີ່ທາງເມືອງ ລາຍງານຫາທາງແຂວງ. ຖ້າເບິ່ງທາງແຂວງ ເພິ່ນຊິມີທິດ ຊີ້ນໍາແນວໃດ, ທາງເຮົາຈຶ່ງແກ້ຕໍ່ໄປ, ຫັ້ນນ່າ. ປີໜ້າບໍ, ທາງແຂວງ ຊິສົ່ງກັບມາ.”

ແຕ່ເຖິງຢ່າງໃດກໍຕາມ, ເຫດການນໍ້າຊອງ ເປິເປື້ອນ ຈາກການຂຸດຄົ້ນແຮ່ທາດ ໃນເທື່ອນີ້ ບໍ່ແມ່ນເປັນຄັ້ງທໍາອິດ ຍ້ອນວ່າ ເມື່ອເດືອນທັນວາ 2023 ນໍ້າໃນລໍານໍ້າຊອງ ກໍຂຸ່ນຜິດປົກກະຕິ. ບາງບ່ອນ ນໍ້າເປັນສີແດງຂຸ່ນ ຄ້າຍຄືກັນກັບຂີ້ຕົມ, ຊຶ່ງຊາວບ້ານ ພາກັນສັນນິຖານວ່າ ເປັນຜົນມາຈາກ ການລ້າງແຮ່ທາດ ແລະ ການປົນເປື້ອນ ສານພິດເຄມີ ຈາກສວນກ້ວຍຈີນ.

ແລະ ເມື່ອກ່ອນນັ້ນ, ໃນປີ 2018 ນໍ້າໃນລໍານໍ້າຊອງ ຢູ່ເຂດເມືອງວັງວຽງ ກໍຂຸ່ນ ແລະ ເປື້ອນ ຍ້ອນຂີ້ຕົມ ແລະ ສິ່ງເສດເຫຼືອ ຂອງວັດຖຸກໍ່ສ້າງ ທາງລົດໄຟລາວ-ຈີນ ໄຫຼລົງມາໃສ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.