ຄົນງານ ສວນໝາກໂມຈີນ ຖິ້ມສິ່ງເສດເຫຼືອ ໃສ່ຫ້ວຍນ້ຳຊາວບ້ານ

ພູວົງສ໌
2021.12.06
ຄົນງານ ສວນໝາກໂມຈີນ ຖິ້ມສິ່ງເສດເຫຼືອ ໃສ່ຫ້ວຍນ້ຳຊາວບ້ານ ສວນໝາກໂມ, ວັນທີ 6 ພຶສພາ 2020
ນັກຂ່າວ ພົລເມືອງ

ເມື່ອປະມານ ທ້າຍເດືອນພຶສຈິກາ ທີ່ຜ່ານມາ ກັມມະກອນ ຢູ່ສວນໝາກໂມ ບໍຣິສັດວຽງແກ້ວ ຂອງນັກລົງທຶນຈີນ ຢູ່ບ້ານໜອງປະຈິດ, ເມືອງບໍ່ແຕນ ແຂວງໄຊຍະບູຣີ ໄດ້ຖິ້ມສິ່ງເສດເຫຼືອ ຈາກສວນກ້ວຍ ລົງໃສ່ລຳຫ້ວຍ ທີ່ຊາວບ້ານໃຊ້ດື່ມ ແລະ ອາບ ເຮັດໃຫ້ນ້ຳໃນຫ້ວຍ ປົນເປື້ອນໄປດ້ວຍສິ່ງເສດເຫຼືອ ແລະ ຕັນ. ດັ່ງຊາວບ້ານ ຢູ່ບ້ານໜອງປະຈິດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ທັນວາ ນີ້ວ່າ:

“ດັນໄມ້ບົງລົງຫ້ວຍນັ້ນ ຍັງບໍ່ທັນໄດ້ແກ້, ແຕ່ຫາກເຂົາເອົາແມັກໂຄຣມາຢູ່.”

ບັນຫາກັມມະກອນ ຢູ່ສວນໝາກໂມຈີນ ຖິ້ມສິ່ງເສດເຫຼືອ ລົງຫ້ວຍນ້ຳ ມີມາແຕ່ເດືອນພຶສຈິກາ ພາຍຫຼັງທີ່ບໍຣິສັດຈີນ ໄດ້ມີການປັບໜ້າດິນໃໝ່ ແລ້ວເຫັນວ່າ ສິ່ງເສດເຫຼືອຕ່າງໆ ຈາກສວນກ້ວຍ ຂັດຂວາງພື້ນທີ່ປູກໝາກໂມ ຈຶ່ງໄດ້ຍູ້ລົງສູ່ລຳຫ້ວຍ. ມາຮອດມື້ນີ້, ບໍຣິສັດຈີນ ກໍຍັງບໍ່ແກ້ໄຂ ບັນຫາດັ່ງກ່າວ. ຊາວບ້ານ ຢູ່ບ້ານໜອງປະຈິດ ອີກຜູ້ນຶ່ງ ກ່າວວ່າ:  

“ພວກຄະນະບ້ານນີ້ ກໍບໍ່ໄດ້ໄປຕິດຕາມນຳ. ແລ້ວໄປເບິ່ງແລ້ວ ໂອ້ ມັນຍູ້ລົງໝົດແລ້ວ ກໍຍູ້ກົກບົງລົງຕັນຫ້ວຍຕັນຫັ້ນ ແລ້ວຢ້ານມັນບ່າມາທາງໄຮ່ ທາງສວນເຂົານ່າ. ຕັນນ້ຳໄປບໍ່ໄດ້ ມັນກໍຊິບ່າຝ່າຍໃດຝ່າຍນຶ່ງໄປ ຈັ່ງຊັ້ນ.​ ປະຊາຊົນ ແລ້ວຢາກໃຫ້ອະນາມັຍ ດຽວນີ້ນ່າ. ຕົ້ນໄມ້ບາງຈຸດ ຄັນມັນບໍ່ມ້ຽນແທ້ ໂອ້ ປະຊາຊົນກະເສັຽຫາຍຫັ້ນແຫຼະ.”

ກ່ຽວກັບເຣື່ອງນີ້, ອຳນາດການປົກຄອງບ້ານ ກ່າວວ່າ ບັນຫາສວນໝາກໂມຈີນ ຖິ້ມສິ່ງເສດເຫຼືອ ຫຼືຖິ້ມຂີ້ເຫຍື້ອ ໃສ່ລຳຫ້ວຍນັ້ນ, ຍັງບໍ່ທັນເຖິງຂັ້ນເມືອງ ຫຼືຂັ້ນແຂວງ ເປັນພຽງບັນຫາລະດັບທ້ອງຖິ່ນ ທີ່ຊາວບ້ານ ຕ້ອງການໃຫ້ອຳນາດການປົກຄອງ ຂັ້ນບ້ານ ໄດ້ແກ້ໄຂ, ທາງຄະນະບ້ານ ຈຶ່ງໄດ້ປະສານງານ ກັບບໍຣິສັດຈີນ ໃຫ້ມີການແກ້ໄຂບັນຫານີ້ຢູ່.

“ມັນກໍບົງ ທີ່ວ່າ ກໍໄມ້ເນາະ ມັນຢູ່ແຄມຫ້ວຍ ມັນຍູ້ລົງໃສ່ແມ່ນ້ຳນ່າ ແລ້ວມັນນີ້ ຈ້າງແມັກໂຄຣ ມາຈົກອອກ ຈົກອອກເປີດໜ້າຫ້ວຍຄືເກົ່າ ບໍ່ໃຫ້ມີຫຍັງຂວາງຫ້ວຍ, ຈັ່ງຊີ້ນ່າ.”

ກ່ອນໜ້ານີ້ ຊາວບ້ານ ຈຳນວນນຶ່ງ ກໍບໍ່ຢາກຍອມເອົາດິນ ໃຫ້ຄົນຈີນເຊົ່າ ເນື່ອງຈາກພວກເຂົາເຈົ້າ ກັງວົນເຖິງຜົລກະທົບ ດ້ານສິ່ງແວດລ້ອມ ທີ່ຈະກະທົບກັບດິນປູກຝັງ ຂອງເຂົາເຈົ້າ, ແຕ່ກໍຕ້ອງຍອມເອົາດິນ ໃຫ້ຄົນຈີນເຊົ່າ ທົດລອງປູກໝາກໂມ ເນື່ອງຈາກພາຍໃນບ້ານ ໄດ້ຮ່ວມກັນລົງປະຊາມະຕິ ແລ້ວເອົາສຽງສ່ວນຫຼາຍ ທີ່ສນັບສນູນໃຫ້ຈີນ ເຊົ່າດິນປູກໝາກໂມ ເປັນມະຕິເອກະພາບກັນ. ຊາວບ້ານ ຢູ່ບ້ານໜອງປະຈິດ ອີກຜູ້ນຶ່ງ ກ່າວວ່າ:

“ບາງຄົນກໍບໍ່ຢາກໃຫ້ເຊົ່າ ບາງຄົນກໍໃຫ້ເຊົ່າ ຫາງສຽງເຂົາເຈົ້າຫຼາຍ ລະກະໄປທາງຫຼາຍພຸ້ນ. ຜົລກະທົບເຂົາເບິ່ງ ແລ້ວເບິ່ງປີນຶ່ງເນາະ. ຖ້າຫາກວ່າປີນີ້, ມັນເຮັດແບບໃດເນາະ ກະທົບຫຼາຍບໍ່ ຖ້າວ່າມັນກະທົບຫຼາຍ ເພິ່ນກະຈະບໍ່ໃຫ້ມາເລີຍ.”

ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ ຫ້ອງການຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ກໍໄດ້ລົງຕິດຕາມ ການໃຊ້ສານເຄມີ ໃນສວນໝາກໂມ ຂອງນັກລົງທຶນຈີນ ຢ່າງຕໍ່ເນື່ອງ. ຂະນະທີ່ ໄລຍະປາຍເດືອນພຶສຈິກາ ຫາຕົ້ນເດືອນທັນວາ ຈະເປັນໄລຍະທີ່ບໍຣິສັດຈີນ ຢູ່ໃນຂັ້ນຕອນແປງດິນ ເພື່ອກຽມແນວພັນໝາກໂມ ຈຶ່ງຍັງບໍ່ທັນມີບັນຫາ ທີ່ເກີດຈາກການໃຊ້ສານເຄມີເທື່ອ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງບໍ່ແຕນ ກ່າວວ່າ:

“ໄດ້ສົ່ງພະນັກງານວິຊາການ ໄປຕິດຕາມ. ຍັງບໍ່ທັນໄດ້ໃສ່ຫຍັງເທື່ອ ມີແຕ່ຫາກໍເຣີ່ມຕົ້ນ ກຽມດິນ ແລ້ວກ້າເບັ້ຽ ຊິກຽມປູກ.”

ເນື້ອທີ່ດິນ ທີ່ບໍຣິສັດວຽງແກ້ວ ຂອງນັກລົງທຶນຈີນແຫ່ງນີ້ ມາເຊົ່າດິນ ຂອງຊາວບ້ານ ຢູ່ບ້ານໜອງປະຈິດ ເພື່ອທົດລອງປູກໝາກໂມນັ້ນ, ມີທັງໝົດ 50 ເຮັກຕ້າຣ, ເຊິ່ງຮູບແບບການເຊົ່າດິນ ດ້ວຍການຈ່າຍຄ່າເຊົ່າດິນ ໃຫ້ຊາວບ້ານ ຜູ້ເຊິ່ງເປັນເຈົ້າຂອງດິນ ເຮັກຕ້າຣລະ 10,000 ບາທ ຕໍ່ປີ ຫາກດິນທີ່ຈີນຈະເຊົ່ານັ້ນ ເປັນດິນປູກຝັງ ແລະ ຈະຈ່າຍຄ່າເຊົ່າໃຫ້ ເຮັກຕ້າຣລະ 5,000 ບາທ ຕໍ່ປີ ຫາກດິນທີ່ຈີນຈະເຊົ່ານັ້ນ ເປັນດິນເປົ່າວ່າງຊື່ໆ. ສ່ວນແຮງງານ ແລະ ອື່ນໆ ນັກລົງທຶນຈີນ ຈະເປັນຜູ້ຮັບຜິດຊອບເອງ ມີແຕ່ເຊົ່າດິນນຳຊາວບ້ານເທົ່ານັ້ນ.

ການລົງທຶນປູກໝາກໂມ ຂອງນັກລົງທຶນຈີນ ໃນເທື່ອນີ້, ຊາວບ້ານ ຢູ່ບ້ານໜອງປະຈິດ ສ່ວນໃຫຍ່ ຈະສມັກໃຈ ໃຫ້ນັກລົງທຶນຈີນ ເຊົ່າດິນຂອງໂຕເອງ ເປັນໄລຍະເວລາ 4 ເດືອນຕໍ່ປີ ໃນແຕ່ລະປີ ນັບແຕ່ເດືອນພຶສຈິກາ ຫາເດືອນກຸມພາ ເປັນເວລາທັງໝົດ 3 ປີ ເນື່ອງຈາກໃນໄລຍະ ທີ່ຈີນປູກໝາກໂມ ສ່ວນໃຫຍ່ແລ້ວ ດິນຈະວ່າງເປົ່າ ຫຼືວ່າງເວັ້ນ ຈາກການທຳການຜລິຕ. ສ່ວນໄລຍະເວລາທີ່ເຫຼືອ ຫຼັງຈາກເດືອນກຸມພາ ຫາເດືອນຕຸລາ ຂອງແຕ່ລະປີ ເຈົ້າຂອງດິນ ກໍຈະພາກັນປູກໝາກສາລີ, ໝາກຖົ່ວແດງ, ປູກຫຍ້າ ເພື່ອທຳການຜລິຕ ຫາລາຍໄດ້ສູ່ຄອບຄົວ. ທັງນີ້, ເຣື່ອງຜົລກະທົບ ຈາກການໃຊ້ສານເຄມີ ຂອງຈີນນັ້ນ, ຍັງບໍ່ທັນໄດ້ກະທົບ ຈົນປະກົດຢ່າງຈະແຈ້ງເທື່ອ ຈຶ່ງຕ້ອງລໍຖ້າເບິ່ງໄປກ່ອນ ເນື່ອງຈາກເປັນປີທຳອິດ ທີ່ພາຍໃນບ້ານ ພາຍໃນເມືອງ ມີບໍຣິສັດຈີນ ມາລົງທຶນປູກໝາກໂມ.

ບໍຣິສັດດັ່ງກ່າວ ໄດ້ເຂົ້າມາຂໍເຊົ່າດິນ ຂອງຊາວບ້ານ ເພື່ອທົດລອງປູກໝາກໂມ ໃນປີ 2021 ນີ້ ເປັນປີທຳອິດ ຕັ້ງແຕ່ເດືອນພຶສຈິກາ 2021 ຈົນຮອດເດືອນກຸມພາ 2022 ທີ່ຈະມາເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.