ຜູ້ຖືກຜົລກະທົບ ຈາກໂຄງການເຂື່ອນ ຕຣຽມຍ້າຍອອກ
2021.12.02
ຊາວບ້ານຜູ້ຖືກຜົລກະທົບ ຈາກໂຄງການເຂື່ອນໄຟຟ້າຫຼວງພຣະບາງ ທີ່ມີບ່ອນຢູ່ອາສັຍ ຢູ່ບໍຣິເວນອ້ອມຂ້າງເຂື່ອນຈໍານວນນຶ່ງ ຕຣຽມໂຍກຍ້າຍອອກຈາກບ່ອນເກົ່າ ໄປຢູ່ບ່ອນໃໝ່ຕາມທີ່ທາງການຈັດສັນໃຫ້ ແລະເຖິງແມ່ນວ່າ ຊາວບ້ານບາງສ່ວນຈະໄດ້ຮັບຄ່າຊົດເຊີຍແລ້ວ ແຕ່ຊາວບ້ານກໍຍັງມີຄວາມເຫັນວ່າ ຄ່າຊົດເຊີຍດັ່ງກ່າວນີ້ ບໍ່ພຽງພໍກັບສິ່ງທີ່ພວກເຂົາເຈົ້າສູນເສັຍໄປ, ດັ່ງຊາວບ້ານ ຢູ່ບ້ານລາດຫານ ເມືອງງາ ແຂວງອຸດົມໄຊ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 2 ທັນວາ 2021 ນີ້ວ່າ:
“ຍັງໆ ເຂົາວ່າຈະຍ້າຍໆວ່າຊີ້ ເພິ່ນກໍຊອກບ່ອນແລ້ວ ແຕ່ກໍບໍ່ຮູ້ວ່າ ເພິ່ນຊິໃຫ້ຍ້າຍໃນຕອນໃດ ກໍຍັງບໍ່ຮູ້ວ່າຈະຍ້າຍໄປຈັ່ງຊິໃດຊິນ່າ ຍັງບໍ່ຊັດເຈນນີ້ ເອີ່ (ຄ່າຊົດເຊີຍ) ໃຫ້ຢູ່ໆ ອັນພຽງພໍນີ້ ກໍບໍ່ພຽງພໍແລ້ວ.”
ໃນຂະນະດຽວກັນ ກໍຍັງມີຊາວບ້ານຜູ້ຖືກຜົລກະທົບ ຈາກໂຄງການດັ່ງກ່າວນີ້ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍແນວໃດເທື່ອນັ້ນເວົ້າວ່າ ຄັນວ່າທາງການມີແນວທາງວ່າຈະຈ່າຍຄ່າຊົດເຊີຍ ກໍຢາກພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາຈ່າຍຄ່າຊົດເຊີຍໃຫ້ແກ່ພວກເຂົາເຈົ້າຢ່າງສົມເຫດສົມຜົນ, ດັ່ງຊາວບ້ານ ຢູ່ບ້ານຫ້ວຍຍໍ້ ເມືອງຈອມເພັດ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນແຫຼະກໍໄດ້ຍິນຂ່າວ ວ່າເຂົາຈະໃຫ້ຍ້າຍອອກ ກໍມີບາງໂຄງການ ຖືວ່າໄດ້ຍິນວ່າ ໄດ້ຮັບ ບາງບ້ານກໍໄດ້ຮັບ ບາງບ້ານກໍບໍ່ໄດ້ຮັບ ຂະເຈົ້າໄດ້ເຮັດ ມີບ້ານຈັດສັນຊີ້ໃຫ້ ໄດ້ຮັບການດູແລ ການເບິ່ງແຍງ ໃຫ້ມັນຄຸ້ມຄ່າ ກັບການທີ່ຂະເຈົ້າໄດ້ຍ້າຍທ້ອງຖິ່ນໄປບ່ອນໃໝ່.”
ຊາວບ້ານອີກຜູ້ນຶ່ງ ຢູ່ບ້ານຫ້ວຍແຂ້ ເມືອງຈອມເພັດ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຖິງແມ່ນວ່າ ທາງການຈະມີນະໂຍບາຍ ຊອກຫາບ່ອນຢູ່ອາສັຍບ່ອນໃໝ່ໃຫ້ແກ່ຊາວບ້ານຜູ້ຖືກຜົລກະທົບ ແຕ່ຢ່າງໃດກໍຕາມ ຄັນເປັນໄປໄດ້ ຊາວບ້ານກຸ່ມດັ່ງກ່າວ ກໍບໍ່ຢາກໂຍກຍ້າຍອອກຈາກບ່ອນຢູ່ອາສັຍເດີມ ຍ້ອນພວກເຂົາເຈົ້າບໍ່ຢາກເສັຍດິນໄຮ່ ດິນນາ ດິນສວນທີ່ບຸກເບີກໄວ້ ແລະອີກທັງ ບ່ອນຢູ່ອາສັຍໃໝ່ ທີ່ທາງການຕຣຽມໄວ້ໃຫ້ນັ້ນ ກໍບໍ່ສາມາດເຮັດການກະເສດໄດ້ຄືເກົ່າ:
“ຄວາມຈິງ ເພິ່ນກະບໍ່ຢາກຍ້າຍແຫຼະ ປະຊາຊົນຂະເຈົ້າເສັຍດາຍໄຮ່ນາຕາກ້າ ລະກໍພື້ນຖານຂອງຂະເຈົ້າ ແລ້ວກໍແບບວ່າ ຍ້າຍໄປຢູ່ບ່ອນໃໝ່ ບໍ່ມີໄຮ່ນາຄືແຕ່ເກົ່າ ຂະເຈົ້າກໍບໍ່ຢາກໂຍກຍ້າຍຊິນ່າ ບ້ານຈັດສັນ ໄປຢູ່ຢ້ານເຂື່ອນເນາະ ຂະເຈົ້າຢ້ານອັນນັ້ນນ່າ.”
ສໍາລັບການຈັດສັນບ່ອນຢູ່ອາສັຍ ແລະດິນທໍາການກະເສດແຫ່ງໃໝ່ ໃຫ້ກັບຊາວບ້ານຜູ້ຖືກຜົລກະທົບນັ້ນ ໜ່ວຍງານທີ່ກ່ຽວຂ້ອງ ຍັງຢູ່ລະຫວ່າງການຄົ້ນຄວ້າຂໍ້ມູນຢູ່ ໂດຍໄລຍະຕົ້ນນີ້ ຄາດວ່າຈະເປັນພື້ນທີ່ບໍຣິເວນດ້ານເທິງຂອງເຂື່ອນ ແລະບໍ່ຫ່າງໄກຈາກບ່ອນອາສັຍເກົ່າປານໃດ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ໃນແຂວງຫຼວງພຣະບາງກ່າວວ່າ:
“ໃນເມື່ອຖືກຜົລກະທົບ ເລື້ອງບ້ານເຮືອນເນາະ ລະແມ່ນທາງຣັຖບານ ກໍຄືທາງເຈົ້າຂອງເຂື່ອນໄຟຟ້າຫັ້ນ ກໍຈັດສັນໃຫ້ ແລ້ວກໍຖືວ່າ ຍ້າຍອອກຈາກບ່ອນລຸ່ມໄປຢູ່ບ່ອນເທິງ ຫ່າງໄກຈາກບ້ານເກົ່າ ກໍຖືວ່າບໍ່ໄກປານໃດ ຄັນຖ້າກໍຣະນີຜູ້ກ່ຽວຫັ້ນ ຮັບຄ່າຊົດເຊີຍ ຜູ້ກ່ຽວຈະໄປຢູ່ບ່ອນໃດຢ່າ ກໍໄປປຸກຢ້າວປຸກເຮືອນຕາມຈຸດປະສົງ.”
ປັດຈຸບັນ ທາງການລາວ ໄດ້ດໍາເນີນການຕາມຂບວນການ ຂອງກອງປຶກສາຫາລືລ່ວງໜ້າ ຕາມທີ່ຄະນະກັມມາທິການແມ່ນໍ້າຂອງ ຫຼື MRC ແນະນໍາຮຽບຮ້ອຍແລ້ວ ເພື່ອໃຫ້ປະເທດໄທຍ, ກັມພູຊາ ແລະວຽດນາມ ສາມາດເຂົ້າເຖິງລາຍຣະອຽດ ແລະຂໍ້ຕົກລົງຕ່າງໆຂອງໂຄງການ ສໍາລັບຊອກຫາວິທີ ໃນການຫຼຸດຜ່ອນຜົລກະທົບຂ້າມຊາຍແດນທີ່ອາຈເກີດຂຶ້ນໃນອະນາຄົດ ເນື່ອງຈາກແຜນພັທນາໂຄງການເຂື່ອນໄຟຟ້າຫຼວງພຣະບາງດັ່ງກ່າວນີ້ ຕັ້ງຢູ່ເທິງແມ່ນໍ້າຂອງສາຍຫຼັກ ແລະມີລັກສະນະເຊື່ອມຕໍ່ກັບຫຼາຍປະເທດ, ດັ່ງຜູ້ອໍານວຍການ ຝ່າຍວາງແຜນການຜລິດໄຟຟ້າ ກະຊວງພະລັງງານແລະບໍ່ແຮ່ ທ່ານນຶ່ງ ກ່າວໃນກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສັຍຣະດັບພາກພື້ນ ຄັ້ງທີ່ 11 ເມື່ອວັນທີ່ 30 ພຶສຈິກາ 2021 ທີ່ຜ່ານມານີ້ວ່າ:
“ໄດ້ປະຕິບັດຕາມຂບວນການ PNPCA ແລ້ວ ສ່ວນເຣື່ອງແຜນປະຕິບັດການຮ່ວມ ຂອງໂຄງການໄຟຟ້າ ເຂື່ອນຫຼວງພຣະບາງນັ້ນ ກໍໄດ້ດໍາເນີນການຈັດຕັ້ງຂຶ້ນແລ້ວ ອີກທັງກໍໄດ້ມີການປະສານງານ ຮ່ວມກັບປະເທດສະມາຊິກ MRC ຮວມເຖິງ ນັກພັທນາໂຄງການ ສ່ວນເຣື່ອງຄວາມຄືບໜ້າ ໃນການກໍ່ສ້າງໂຄງການດັ່ງກ່າວນີ້ ຍັງບໍ່ມີການກໍ່ສ້າງເທື່ອ.”
ທີ່ຜ່ານມາ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ດໍາເນີນການກໍ່ສ້າງເຂື່ອນພາຍໃນປະເທດລາວໄປແລ້ວ ເປັນຈໍານວນ 78 ແຫ່ງ ແລະມີແຜນຕໍ່ໜ້າວ່າ ຈະສ້າງເພີ່ມຂຶ້ນອີກໃນອະນາຄົດ ໃນຂະນະທີ່ຊາວລາວຈໍານວນຫຼາຍ ບໍ່ຕ້ອງການໃຫ້ມີການສ້າງເຂື່ອນຕື່ມ ຍ້ອນເປັນການທໍາລາຍສິ່ງແວດລ້ອມ ແລະຊັພຍາກອນທັມມະຊາດ ອີກທັງຜູ້ທີ່ໄດ້ຮັບຜົນປໂຍດໂດຍຕົງ ແມ່ນບັນດານັກລົງທຶນຊາວຕ່າງຊາດ ບໍ່ແມ່ນປະຊາຊົນພາຍໃນປະເທດລາວ, ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ:
“ເຂື່ອນຕ່າງໆ ທີ່ເພິ່ນສ້າງຂຶ້ນ ມັນບໍ່ໄດ້ນໍາຜົລຜລິດທາງດ້ານເສຖກິຈ ມາທໍາການພັທນາ ສ້າງສາປະເທດລາວ ບໍ່ໄດ້ສ້າງຜົລລາຍໄດ້ ຫຼືກວມຜົລປໂຍດ ໃຫ້ແກ່ປະຊາຊົນລາວເນາະ ສ່ວນຫຼາຍມີແຕ່ພວກ ນັກລົງທຶນຊາວຕ່າງຊາດ.”
ໂຄງການເຂື່ອນໄຟຟ້້າຫຼວງພຣະບາງ ຈະເຮັດໃຫ້ຊາວບ້ານ ປະມານ 9,374 ຄົນ ຈາກ 2,133 ຄອບຄົວ ໃນ 26 ບ້ານ ຢູ່ເມືອງຈອມເພັດ ແຂວງຫຼວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູຣີ ແລະເມືອງງາ ແຂວງອຸດົມໄຊ ໄດ້ຮັບຜົລກະທົບ ໂດຍໃນນີ້ ໄດ້ແຍກອອກເປັນ 4 ກຸ່ມ ຄື:
ກຸ່ມທີ່ 1 ໄດ້ຮັບຜົລະທົບທັງໝົດ 100% ແລະຖືກໂຍກຍ້າຍຈໍານວນ 581 ຄອບຄົວ, ກຸ່ມທີ່ 2 ໄດ້ຮັບຜົລກະທົບບາງສ່ວນ ແລະມີຄອບຄົວຖືກໂຍກຍ້າຍ ຈໍານວນ 692 ຄອບຄົວ, ກຸ່ມທີ່ 3 ສູນເສັຍທີ່ດິນທໍາກິນ ຈໍານວນ 671 ຄອບຄົວ ແລະກຸ່ມທີ່ 4 ສ່ວນຫຼາຍເປັນບ້ານທ້າຍເຂື່ອນ ເຊິ່ງໄດ້ຮັບຜົລກະທົບ ແຕ່ບໍ່ຖືກໂຍກຍ້າຍ ມີຈໍານວນ 189 ຄອຍຄົວ.
ອີງຕາມການຣາຍງານ ຂອງທ່ານ ວີຣະຍົດ ສະເຫຼີມນົນ ຮອງຜູ້ຈັດການ ໂຄງການເຂື່ອນຫຼວງພຣະບາງ ທາງໂຄງການໄດ້ສ້າງເສັ້ນທາງເຂົ້າ-ອອກແລ້ວ ແລະທ່າເຮືອ 3 ຈຸດ ກໍກໍ່ສ້າງສໍາເຣັດແລ້ວ ສ່ວນການພັທພື້ນທີ່ ດໍາເນີນການແລ້ວ 98% ແລະການກໍ່ສ້າງທີ່ບ່ອນພັກອາສັຍຄົນງານ ເກືອບສໍາເຣັດແລ້ວ.
ໂຄງການເຂື່ອນໄຟຟ້າຫຼວງພຣະບາງ ເປັນໂຄງການຮ່ວມທຶນ ລະຫວ່າງ ຣັຖບານລາວ, ບໍຣິສັດພະລັງງານ Petro Vietnam ຂອງວຽດນາມ ແລະບໍຣິສັດ ຊ.ການຊ່າງ ຂອງໄທຍ ໂດຍເຂື່ອນດັ່ງກ່າວນີ້ ມີກໍາລັງການຜລິດ 1,460 ເມກາວັດ, ມູນຄ່າການລົງທຶນ 3 ຕື້ໂດລາສະຫະຣັຖ ເປັນເຂື່ອນຝາຍນໍ້າລົ້ນ ຄືກັບເຂື່ອນໄຊຍະບູຣີ ມີນໍານົດສ້າງສໍາເຣັດໃນປີ 2027 ໂດຍໄຟຟ້າທີ່ຜລິດໄດ້ຈະສົ່ງຂາຍໃຫ້ໄທຍ ແລະວຽດນາມ.