ແມ່ນໍ້າຂອງ ກໍາລັງຈະຕາຍ

ອຸ່ນແກ້ວ
2023.07.28
ແມ່ນໍ້າຂອງ ກໍາລັງຈະຕາຍ ສະພາບນ້ຳຂອງ ທີ່ແຫ້ງຂອດ. ເດືອນພຶສພາ ປີ 2023.
RFA

ມີການສາຍຮູບເງົາເຣື່ອງທີ່ຊື່ວ່າ “Murdering the Mekong” ຫຼື ແປເປັນພາສາລາວ ວ່າ ການຄາດຕະກໍາແມ່ນໍ້າຂອງ ໝາຍເຖິງຜົລກະທົບ ຈາກການສ້າງເຂື່ອນໃສ່ແມ່ນໍ້າຂອງ.​ ທ່ານ Tom Fawthrop ທີ່ເປັນນັກຂ່າວ ແລະ ເປັນຜູ້ສ້າງຮູບເງົາດັ່ງກ່າວ ແລ້ວເອົານໍາມາສາຍ ຢູ່ ບາງກອກ ປະເທດໄທຍ. ເນື້ອໃນຂອງຮູບເງົາດັ່ງກ່າວ ໄດ້ເວົ້າເຖິງການສ້າງເຂື່ອນໄຊຍະບູລີ ທີ່ສໍາເຣັດໄປແລ້ວໃນປີ 2019 ແລະ ຂາຍໄຟຟ້າໄປປະເທດໄທຍ​ ສ່ວນວ່າ ເຂື່ອນຫລວງພຣະບາງ ທີ່ກໍາລັງກໍ່ສ້າງ ກໍມີເປົ້າໝາຍຈະສົ່ງໄຟຟ້າໄປຂາຍ ຢູ່ປະເທດໄທຍ ເຊັ່ນດຽວກັນ. ສິ່ງດັ່ງກ່າວ ເປັນວິກິດທີ່ບໍ່ໄດ້ຮັບການເບິ່ງແຍງ ຈາກຜູ້ວາງນະໂຍບາຍ ຢູ່ໃນປະເທດລຸ່ມແມ່ນໍ້າຂອງ.

ທ່ານ Tom Fawthrop ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 25 ກໍຣະກະດາ ວ່າ:

“ບໍ່ແມ່ນພຽງວິກິດຊື່ໆ ແຕ່ເປັນວິກິດທີ່ບໍ່ໄດ້ຮັບການແກ້ໄຂ ໂດຍ ຜູ້ວາງນະໂຍບາຍ ແລະ ບໍ່ໄດ້ຮັບການເບິ່ງແຍງ ໂດຍ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ໃນຂະນະດຽວກັນ ຊາວບ້ານທີ່ອາໄສຢູ່ແຄມນ້ໍາຂອງ ແລະ ຜູ້ຊ່ຽວຊານທັງຫຼາຍ ກໍເຫັນຄືກັນວ່າ ແມ່ນໍ້າຂອງກໍາລັງຈະຕາຍ ຍ້ອນຫຍັງແມ່ນໍ້າຂອງຈຶ່ງກໍາລັງຈະຕາຍ ສາເຫດຫຼັກທີ່ເຮັດໃຫ້ແມ່ນໍ້າຂອງຕາຍ ບໍ່ແມ່ນການປ່ຽນແປງດິນຟ້າອາກາດ ແຕ່ເປັນເຂື່ອນໄຟຟ້າ ທີ່ບໍ່ມີຂໍ້ບັງຄັບ ການສືຶກສາ ແລະ ການປະເມີນຜົລ ກະທົບດ້ານສິ່ງແວດລ້ອມ ທີ່ເໝາະສົມ ແລະ ບໍ່ມີການກວດສອບ.​”

ທ່ານ Tom Fawthrop ກ່າວຕື່ມອີກວ່າ:

“ເຮົາເວົ້າເຖິງປະເທດລາວ ຍ້ອນລາວ ຄວນເປັນປະເທດທີ່ເຮັດວຽກ ຮ່ວມປຶກສາກັບປະເທດອື່ນໆ ໃນເອເຊັຽ ຕາເວັນ ອອກສ່ຽງໃຕ້ ແຕ່ຕອນທາງການລາວພະຍາຍາມສ້າງ ເຂື່ອນໄຊຍະບູລີ ຕົວແທນຂອງກັມພູຊາ ແລະ ວຽດນາມ ບໍ່ເຫັນດີກັບແຜນການສ້າງເຂື່ອນນີ້ ຈົນກວ່າຈະມີການສຶກສາຜົລກະທົບທາງສິ່ງແວດລ້ອມ ແລະ ມີການສເນີໃຫ້ມີການຢຸດສ້າງເຂື່ອນ ເປັນເວລາ 10 ປີ. ທາງການລາວ ກັບບໍ່ສົນໃຈ ເດີນໜ້າສ້າງເຂື່ອນຕໍ່. ຮູບເງົາຂອງເຮົາຢາກຫວນຄືນກັບມາວ່າ ຕ້ອງຢຸດສ້າງເຂື່ອນດຽວນີ້.”

ອົງການພາກປະຊາຊົນ ກໍເຫັນວ່າ ເຂື່ອນໄຊຍະບູລີ ໄດ້ສ້າງຜົລກະທົບ ຕໍ່ວິຖີຊີວິດຂອງຊາວບ້ານ ລວມເຖິງລະບົບນິເວດ ຢູ່ແມ່ນໍ້າຂອງ.

ຍານາງ ອ້ອມບຸນ ທິບສຸນາ, ປະທານສະມາຄົມ ເຄືອຂ່າຍສະພາອົງກອນຊຸມຊົນ ລຸ່ມນ້ຳຂອງ 7 ແຂວງພາກອີສານ ກ່າວວ່າ:

“ວິຖີຊີວິດຂອງພີ່ນ້ອງຊາວບ້ານ ທັງການກິນ ການຢູ່ ຄວາມໝັ້ນຄົງທາງອາຫານ ປ່ຽນໄປຫຼາຍ ເຊັ່ນປາໃນແມ່ນໍ້າຂອງ ຫາຍາກຂຶ້ນ. ແລ້ວພົບວ່າ ຂນາດປານ້ອຍລົງ ເກີດປະກົດການປາຫລົງຣະດູ ຍ້ອນນ້ໍາຂຶ້ນລົງໃນແຕ່ລະວັນ. ຢູ່ໃນທ້ອງປາມີໄຂທຸກຣະດູ ເຊິ່ງຜິດປົກຕິ ປາກໍມີລາຄາສູງຂຶ້ນ.​”

ຍາງນາງ ກ່າວຕື່ມວ່າ ລະດັບນໍ້າຂອງທີ່ບໍ່ແນ່່ນອນ ເຮັດໃຫ້ເກີດດິນເຈື່ອນ ດິນແຄມຂອງທີ່ຊາວບ້ານໃຊ້ປູກຜັກຄ່ອຍໆ ຫາຍໄປຄືກັນ ສົ່ງຜົລຕໍ່ວິຖີຊີວິດ ຂອງຊາວບ້ານ ແລະ ການສ້າງເຂື່ອນຫລວງພຣະບາງ ຍິງສົ່ງຜົລກະທົບ ຮຸນແຮງຂຶ້ນ.

ຂະນະທີ່ ຊາວບ້ານ ຢູ່ເມືອງ ໄຊຍະບູລີ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວວ່າ ບັນຫາຫຼັກຄື ການທີ່ເຂື່ອນຕັນນໍ້າ ແລະ ປ່ອຍນໍ້າໂດຍບໍ່ມີການແຈ້ງຊາວບ້ານ ບາງເທື່ອແຈ້ງແລ້ວບໍ່ປ່ອຍ ເຮັດໃຫ້ເມື່ອປ່ອຍນໍ້າ ປະຊາຊົນຕຣຽມນໍາເຮືອຂຶ້ນບໍ່ທັນ.

ອີງຕາມຣາຍງານ ການວິໄຈ ຂອງອາຈານ ສັນຕິ ໄພຫລົບລີ້, ອາຈາກພາກວິຊາ ທໍລະນີວິທະຍາ ຄະນະວິທະຍາສາດ ຈຸລາລົງກອນ ມະຫາວິທະຍາໄລ ພົບວ່າ ເຂື່ອນໄຊຍະບູລີ ເປັນເຂື່ອນທີ່ຕັ້ງຢູ່ໃນບ່ອນທີ່ມີໂອກາດ ໄດ້ຮັບແຮງສັ່ນສະເທືອນ ແຜນດິນໄຫວສູງຫຼາຍ ສ່ວນວ່າ ເຂື່ອນຫລວງພຣະບາງ ນັ້ນ ຕັ້ງຢູ່ບ່ອນທີ່ມີໂອກາດໄດ້ຮັບແຮງສັ່ນສະເທື່ອນ ຈາກແຜນດິນໄຫວ.

ອາຈານ ສັນຕິ ໄພຫລົບລີ້ ກ່າວວ່າ:

“ມັນມີຮອຍເລື່ອນ. ໂຕນີ້​ຫລວງພຣະບາງ ແລະ ໄຊຍະບູລີ ໂດຍສະເພາະ ໄຊຍະບູລີ ມີຮອຍເລື່ອນຫຼັກທີ່ໃຊ້ໃນການພິຈາຣະນາ. ຮອຍເລື່ອນດຽນບຽນຟູ ເຊິ່ງໂຕນີ້ ມັນຍາວ ແລະ ມັນໃຫຍ່ ເຊິ່ງກໍບໍ່ໄດ້ແປກທີ່ເຂື່ອນຫລວງພຣະບາງ ຫຼື ເຂື່ອນໄຊຍະ ມີໂອກາດ ໄດ້ຮັບແຮງສັ່ນສະເທື່ອນຫຼາຍກວ່າ ເຂື່ອນອື່ນໆ. ມັນບໍ່ໄດ້ໝາຍຄວາມວ່າ ຈະພັງ ມັນຂຶ້ນຢູ່ກັບຄວາມສາມາດ ໃນການຕ້ານທານ ແລະ ຄວາມບອບບາງ ຂອງສິ່ງປຸກສ້າງ ຫຼື ຂອງມະນຸສ. ມັນກໍແລ້ວແຕ່ລະຟື້ນທີ່.

ໃນປີ 2019 ທີ່ຜ່ານມາ ກໍເກີດແຜນດິນໄຫວ ຢູ່ເມືອງຫົງສາ ແຂວງໄຊຍະບູລີ 18 ຄັ້ງ ມີຄວາມແຮງສູງສຸດຢູ່ທີ່ 6.4 ຣິກເຕີ ເຮັດໃຫ້ບ້ານເຮືອນ ແລະ ສິ່ງປຸກສ້າງໄດ້ຮັບຄວາມເສັຽຫາຍ ແຕ່ມີແຈ້ງການອອກມາວ່າ ເຂື່ອນໄຊຍະບູລີ ບໍ່ໄດ້ຮັບຜົລກະທົບ ຈາກເຫດແຜ່ນດິນໄຫວ ຍ້ອນວ່າ ເຂື່ອນສາມາດຕ້ານຄວາມຮຸນແຮງ ຂອງແຜນດິນໄຫວໄດ້ ປະມານ 7 ຫາ 8 ຣິກເຕີ.

ເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວວ່າ:

“ເພິ່ນວ່າ ເປັນຮອຍເລື່ອນຕາມຂໍ້ມູນເພິ່ນສເນີ ແຕ່ວ່າ ມັນໄກຈາກຕົວເຂື່ອນໄຊຍະບູລີຫຼາຍ ຜ່ານມາເນາະ ເຄີຍມີແຜນດິນໄຫວຢູ່ ຫົງສ 6.4 ຣິກເຕີ. ມັນກໍບໍ່ທັນກະທົບກັບເຂື່ອນ ໄຊຍະບູລີແດ່ ກໍບໍ່ມີບັນຫາຫຍັງເລີຍ. ຂໍ້ມູນກໍຢູ່ລະດັບ 7 ປາຍ ພຸ້ນ ແຫຼະ 8 ຣິກເຕີ. ບໍ່ແນ່ໃຈກໍປະມານນັ້ນ ຖືວ່າເກີນກວ່າສະຖິຕິ ທີ່ເຄີຍມີ ເກີດໃນຕົວ ໃນປະເທດ ໃນຂອບເຂດ.

ສ່ວນແຂວງຫລວງພຣະບາງນັ້ນ ກໍມີຮອຍເລື່ອນຢູ່ຫຼາຍ ແຕ່ຮອຍເລື່ອນເລົ່ານັ້ນຢູ່ໄກຈາກບໍລິເວນ ເຂື່ອນ ແລະ ອ່າງເກັບນໍ້າ.

ເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານນຶ່ງກ່າວວ່າ:

ຫລວງພຣະບາງ ເຮົານີ້ ກໍຢູ່ ໃນຮອຍເລື່ອນເນາະ. ຮອຍເລື່ອນຫຼາຍຫລວງພຣະບາງ. ມີຮ່ອງຮອຍວ່າ ຮອຍເລື່ອນມີພະລັງ ມັນກໍຍັງມີ ມີ 3-4 ຈຸດຢູ່. ກໍຢູ່ໄກກັນໜ້ອຍນຶ່ງ ເວົ້າເຣື່ອງໂຄງສ້າງຊັ້ນດິນ ຫີນ ເນາະ ວ່າ ຢູ່ເຂດນັ້ນ ມັນຈະເປັນຫີນຍຸກເກົ່າແກ່ ກໍບໍ່ມີ. ມີມັນກໍໜ້ອຍດຽວ.

ນອກຈາກນີ້ ຍັງມີຂໍ້ກັງວົນອີກຄື ຜົລກະທົບທີ່ຈະເກີດຂຶ້ນ ຕໍ່ເມືອງຫລວງພຣະບາງ ທີ່ເປັນເມືອງມໍຣະດົກໂລກ ຕັ້ງຫ່າງຈາກເຂື່ອນຫລວງພຣະບາງ 25 ກິໂລແມັດ ເຖິງວ່າ ທາງການລາວ ຈະສົ່ງຣາຍງານປະເມີນຜົລກະທົບ ຕໍ່ເມືອງຫລວງພຣະບາງ ໃຫ້ອົງການຢູເນສໂກ້ ຫຼາຍສະບັບໃນປີ 2021 ແລະ 2022, ແຕ່ອົງການຢູເນສໂກ້ ຍັງເປັນກັງວົນ ແລະ ຈະຕິດຕາມເບິ່ງ ການປົກປັກຮັກສາ ນະຄອນຫລວງພຣະບາງ ຕໍ່ໃນກອງປະຊຸມ ຄັ້ງທີ 45 ໃນເດືອນກັນຍາ 2023 ນີ້ ຕື່ມ.  

ປັດຈຸບັນ ມີການວາງແຜນສ້າງເຂື່ອນ ໃສ່ແມ່ນໍ້າຂອງຕອນລຸ່ມ 11 ເຂື່ອນ ຄື ຢູ່ປະເທດລາວ 9 ເຂື່ອນ ແລະ ຢູ່ ກັມພູຊາ 2 ແຫ່ງ ໃນນັ້ນສ້າງສໍາເຣັດແລ້ວ 2 ເຂື່ອນຄື ເຂື່ອນໄຊຍະບູລີ ແລະ ເຂື່ອນດອນສະໂຮງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.