ທາງການ ກຽມຍົກຍ້າຍ 4 ບ້ານ ຈາກໂຄງການ ເຂື່ອນຫລວງພຣະບາງ
2024.02.21

ທາງການລາວ ກຽມຍົກຍ້າຍປະຊາຊົນ 4 ບ້ານ ຢູ່ເມືອງງາ ແຂວງອຸດົມໄຊ ທີ່ຖືກຜົນກະທົບຈາກໂຄງການເຂື່ອນຫລວງພຣະບາງ, ແຕ່ປະຊາຊົນເຫັນວ່າ ການຊົດເຊີຍບໍ່ເໝາະສົມ. ປະຊາຢູ່ 4 ບ້ານທີ່ຈະຖືກຍົກຍ້າຍໃນຄັ້ງນີ້ ລວມມີ ບ້ານລາດຫານ, ບ້ານຍວຍໄຮ່, ບ້ານ ລາດກຶມ ແລະ ບ້ານຄົກຜຸ ມີນໍາກັນທັງໝົດປະມານ 400 ຄອບຄົວ ຫຼື ປະມານ 2,000 ຄົນ ຍ້ອນໄດ້ຮັບຜົນກະທົບ ຈາກເຂື່ອນຫລວງພຣະບາງ.
ປັດຈຸບັນ ບໍລິສັດ ຜູ້ພັດທະນາໂຄງການເຂື່ອນຫລວງພຣະບາງ ກໍາລັງບຸກເບີກເນື້ອທີ່ ແລະ ກໍ່ສ້າງບ້ານຈັດສັນໃໝ່ ແລະ ມີແຜນການສ້າງສໍາເລັດທຸກໜ້າວຽກ ລວມທັງການຍົກຍ້າຍປະຊາຊົນ ພາຍໃນທ້າຍປີ 2024 ຫາ 2025.
ຊາວບ້ານທີ່ ຈະຖືກຍົກຍ້າຍເຫັນວ່າ ການຊົດເຊີຍເຮືອນຈັດສັນໃໝ່ ແລະ ເງີນຊົດເຊີຍ ຍັງບໍ່ເໝາະສົມ.
ຊາວບ້ານຜູ້ທີ່ໄດ້ຮັບຜົນກະທົບໄດ້ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ກຸມພາ ວ່າ:
“ກະຢາກໄດ້ເໝາະສົມໜ້ອຍໜຶ່ງ ຕາມພັກ, ຕາມຣັຖ, ຕາມໂຄງການຫັ້ນນ່າ ກະຢາກໄດ້ເໝາະສົມພໍຢູ່ ພໍ່-ແມ່ປະຊາຊົນຫັ້ນ ເຫັນວ່າ ຍົກຍ້າຍອອກຈາກບ່ອນທຸກເນາະ ໄປຢູ່ບ່ອນສະບາຍ ກະຢາກໃຫ້ມັນສະບາຍ ກະຢາກຮ້ອງຂໍເພິ່ນຫັ້ນແລ້ວ ຄິດໄລ່ເໝາະສົມ ຂະເຈົ້າຄິດໄລ່ຫັ້ນນ່າ ຜົນກະທົບຕໍ່ພໍ່-ແມ່ປະຊາຊົນນີ້ແລ້ວ ຊິເຮັດໃຫ້ເຂົາຕໍ່າຕ້ອຍ ນ້ອຍໃຈອີກຕື່ມຫັ້ນນ່າ ຕ້ອງໄດ້ໃຫ້ເໝາະສົມກັບຈິດໃຈປະຊາຊົນຫັ້ນແດ່.”
ຊາວບ້ານ ທ່ານນີ້ ກ່າວຕື່ມອີກວ່າ ແບບເຮືອນຈັດສັນໃໝ່ນັ້ນ ແມ່ນເຮືອນກໍ່ປູນຍົກສູງ ບໍ່ມີຕະລ່າງ, ບໍ່ມີເຮືອນຄົວ, ກວ້າງຍາວປະມານ 20 ຄູນ 20 ແມັດ ຂະນະທີ່ເຮືອນຫຼັງເກົ່າ ຂອງປະຊາຊົນສ່ວນຫຼາຍ ເປັນເຮືອນສອງຊັ້ນຫລັງໃຫຍ່ ສ່ວນເງິນຄ່າຊົດເຊີຍທີ່ຊາວບ້ານຈະໄດ້ຮັບ ກໍຈະຢູປະມານ 30-50 ລ້ານ ກິີບເທົ່ານັ້ນ ແຕ່ຊາວບ້ານສະເໜີຄ່າຊົດເຊີຍ 100-200 ລ້ານ ກີບ ຈຶ່ງຈະເໝາະສົມກັບສະພາບເສດຖະກິດ-ການເງິນໃນປັດຈຸບັນ.
ນອກຈາກນີ້ ຊາວບ້ານບ້ານຍັງກັງວົນເລື່ອງເນື້ອທີ່ຜະຫລິດກະສິກໍາ ແລະ ລ້ຽງສັດທີ່ເໝາະສົມ. ຊາວບ້ານລາດກຶມ ທີ່ເປັນນຶ່ງໃນ 4 ບ້ານ ທີ່ຈະຖືກຍົກຍ້າຍ ໄດ້ພາກັນສະເໜີເງິນຄ່າຊົດເຊີຍ 100-200 ລ້ານ ກິີບ ເພື່ອໄປປຸກສ້າງເຮືອນ ດ້ວຍຕົນເອງ ຍ້ອນວ່າ ເຂົາເຈົ້າບໍ່ຢາກໄປຢູ່ເຮືອນຈັດສັນໃໝ່, ແຕ່ ກໍຍັງບໍ່ໄດ້ຄໍາຕອບຈາກພາກສ່ວນກ່ຽວຂ້ອງ.
ຊາວບ້ານລາດກຶມ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ກຸມພາ ວ່າ:
“ພໍ່ກະຊິໄປນໍາແຜນຂອງບໍຣິສັດຫັ້ນແຫລະ ຊິນໍາ ແຜນຫັ້ນໝົດແຫລະ ເຂົາວ່າຢາກໄດ້ແຕ່ເງິນຊົດເຊີຍຫັ້ນ ເຂົາຊິປຸກເອົາເອງ ເພາະວ່າ ບ້ານເຮົາມັນຊິມີເນື້ອທີ່ຫຼາຍ ມີອາຊີບພຽງພໍ ອາຊີບລ້ຽງສັດກະມີ ມີທີ່ໄຮ່ ທີ່ນາກະມີ ຄັນໄປຄັນໄປຢູ່ລາດແອນ (ບ້ານຈັດສັນໃໝ່) ມັນບໍ່ມີເນື້ອທີ່ ມັນກັບກາຍມາເຮັດວຽກແຕ່ບ່ອນເກົ່າຫັ້ນ ເຂົາຢາກຂັດຂ້ອບແນວນັ້ນ.”
ປະຊາຊົນບ້ານລາດຫານ ກໍມີຄວາມກັງວົນໃຈ ກ່ຽວຄ່າຊົດເຊີຍ ເພາະວ່າ ເຂົາເຈົ້າຕ້ອງສູນເສັຍທີ່ດິນ, ເຮືອນ, ເນື້ອທີ່ກະສິກໍາ ແລະ ອາຊີບ ແລະ ເຂົາເຈົ້າຕ້ອງການໃຫ້ມີການຊົດເຊີຍໃຫ້ໄວ.
ຊາວບ້ານລາດຫານ ທ່ານນຶ່ງ ໄດ້ກ່າວວ່າ:
“ຊົດເຊີຍນີ້ກະຕໍ່າຫລາຍ ດຽວນີ້ ຂໍຕົກລົງຂອງເຈົ້າແຂວງນີ້ ມັນອອກມາແຕ່ປີ 2021 ຄັນພວກເຈົ້າຊິຊົດເຊີຍ ກະຊົດເຊີຍໃຫ້ມັນແລ້ວສາ ປະຊາຊົນເຂົາກະຮ້ອງຂໍວ່າ ຄັນຖ້າຊິໃຊ້ກະຢາກໃຫ້ໃຊ້ໄວສາ ຄໍາບາດນຶ່ງຮອດ 30 ກວ່າລ້ານແລ້ວຊິນ່າ ສົມມຸດແລ້ວນີ້ ເພາະວ່າ ເງິນປະເທດລາວນີ້ ມັນເຟີ້ແລ້ວເດ້ ກະກັງວົນໃຈພາກຣັຖບໍ່ເວົ້າໃຫ້ແລ້ວກະແລ້ວ.”
ໃນຂະນະທີ່ ເຈົ້າໜ້າທີ່ທາງການ ກໍໃຫ້ຄໍາເຫັນວ່າ ການຊົດເຊີຍຕ້ອງໄປຕາມຂໍ້ກໍານົດ ຂອງພາກ່ວນກ່ຽວຂ້ອງ ແລະ ຊາວບ້ານກໍມາຮັບຄ່າຊົດເຊີຍແລ້ວ.
ເຈົ້າໜ້າທີ່ຜແນກ ຊັບພະຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ກຸມພາ ວ່າ:
“ແຕ່ຄວາມຈິງຫັ້ນນ່າ ໜ້ອຍ ຫລື ຫລາຍ ມັນບໍ່ເປັນປະເດັນ ເພາະເຮົາຕ້ອງອີງຕາມຂໍ້ຕົກລົງຂອງພາກສ່ວນກ່ຽວຂ້ອງເນາະ ຂອງຄະນະກໍາມະການຫັ້ນນ່າ ຄະນະກໍາມະການ ມັນກະມີທຸກຂະແໜງການຂອງພາກຣັຖຫັ້ນແຫລະ ຫົວໜ່ວຍຊົດເຊີຍຫັ້ນນ່າ ທີ່ປະຊາຊົນເຂົາບໍ່ຍອມຮັບອັນນັ້ນ ໃນເບື້ອງຕົ້ນ ກະຍັງວ່າ ເຂົາບໍ່ຮັບ ເພາະເຂົາຍັງບໍ່ທັນເຂົ້າໃຈລະອຽດ ແຕ່ວ່າ ດຽວນີ້ເຂົາກະມາຮັບໝົດແລ້ວ ບໍ່ມີຈັກຄອບຄົວ ຈັກຄົນທີ່ວ່າປະຕິເສດຫັ້ນນ່າ.”
ສະເພາະ 4 ບ້ານ ທີ່ຈະຖືກຍົກຍ້າຍເປັນພຽງສ່ວນນຶ່ງເທົ່ານັ້ນ, ແຕ່ໂດຍລວມແລ້ວ ຈໍານວນບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການ ເຂື່ອນຫລວງພຣະບາງ ມີທັງໝົດ 23 ບ້ານ ທັງຢູ່ເມືອງຈອມເພັດ ແລະ ເມືອງປາກອຸ ແຂວງຫລວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູລີ, ແລະ ເມືອງງາ ແຂວງ ອຸດົມໄຊ.
ມີການຈັດແບ່ງອອກເປັນ 4 ກຸ່ມ ໃນບັນດາບ້ານທີ່ໄດ້ຮັບຜົນກະທົບ ດັ່ງນີ້:
ກຸ່ມທີ 1 ເປັນກຸ່ມທີ່ໄດ້ຮັບຜົນກະທົບ 100 ເປີເຊັນ ມີບ້ານທີ່ຖືກຍົກຍ້າຍ 6 ບ້ານ.
ກຸ່ມທີ 2 ໄດ້ຮັບຜົນກະທົບບາງສ່ວນ ແລະ ມີບາງຄອບຄົວຖືກຍົກຍ້າຍ ແລະ ຫຍັບຍ້າຍ ຈໍານວນ 9 ບ້ານ.
ກຸ່ມທີ 3 ສູນເສັຍທີ່ດິນ ແຕ່ບໍ່ຖືກຍົກຍ້າຍ ຈໍານວນ 8 ບ້ານ.
ກຸ່ມທິີ 4 ເປັຍບ້ານ ທ້າຍເຂື່ອນທີ່ອາດຈະໄດ້ຮັບຜົນກະທົບ ຈາກໂຄງການ ແຕ່ບໍ່ຖືກຍົກຍ້າຍ ຈໍານວນ 3 ບ້ານ.
ໂຄງການເຂື່ອນຫລວງພຣະບາງ ມີກໍາລັງການຜະຫລິດ 1,460 ເມັກກາວັດ ຕັ້ງຢູ່ບ້ານຫ້ວຍຫຍໍ້ ເມືອງຈອມເພັດ ແຂວງ ຫລວງພຣະບາງ ຫ່າງຈາກເມືອງມໍລະດົກໂລກ ແຂວງຫລວງພຣະບາງ ປະມານ 25 ກິໂລແມັດ.
ຫລັງຈາກ ທາງການໄທຍ ໄດ້ເຊັນສັນຍາຊື້ຂາຍໄຟຟ້າ ຈາກເຂື່ອນດັ່ງກ່າວ ໃນເດືອນພຶສຈິກາ 2022, ໂຄງການດ່ັງກ່າວ ກໍເລີ່ມດໍາເນີນການກໍ່ສ້າງ ຢ່າງເປັນທາງການແລ້ວ ໂດຍ ມີສັນຍາດໍາເນີນງານກໍ່ສ້າງ ແຕ່ກາງປີ 2023 ຈົນຮອດ ທ້າຍປີ 2028.
ບໍຣິສັດ ທີ່ເປັນເຈົ້າຂອງໂຄງການ ເຂື່ອນຫລວງພຣະບາງ ແມ່ນ ບໍລິສັດ ຫລວງພຣະບາງພາວເວີ ຈໍານກັດ ຫລື LPBP ໂດຍ ມີບໍລິສັດ ຜູ້ຖືກຮຸ້ນປະກອບມີ ບໍລິສັດ ພີທີ ຈໍາກັດ 38 ເປີເຊັນ, ບໍລິສັດ PetroVietnam Power 10 ເປີເຊັນ, ບໍລິສັດ ໄຊຍະບູລີ ພາວເວີ 42 ເປີເຊັນ ແລະ ບໍລິສັດ ຊ. ການຊ່າງ 10 ເປີເຊັນ ເຊິ່ີງມີມູນຄ່າການລົງທຶນທັງໝົດ 3 ຕື້ໂດລ້າ ແລະ ສົ່ງໄຟຟ້າອອກຂາຍໄປປະເທດໄທຍ.