ຊາວບ້ານເມືອງງາ ຖືກຜົນກະທົບ ເຂື່ອນຫຼວງພຣະບາງເປັນກັງວົນ ຫຼາຍຢ່າງ
2024.04.16

ພາຍໃນປີ 2024-2025 ທາງການລາວ ກຽມຍົກຍ້າຍຊາວບ້ານ ຢູ່ເມືອງງາ ແຂວງອຸດົມໄຊ ຈຳນວນ 4 ບ້ານ ປະມານກ່ວາ 400 ຄອບຄົວ ຈາກທັງໝົດ 11 ບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້າຫຼວງພຣະບາງ ປະກອບມີ ບ້ານລາດຫານ, ບ້ານຍວຍໄຮ່ ແລະ ບ້ານຄົກຜຸ. ປັດຈຸບັນທາງການລາວ ແລະ ບໍລິສັດ ຜູ້ພັດທະນາໂຄງການດັ່ງກ່າວ ກຳລັງເລັ່ງບຸກເບີກເນື້ອທີ່ ເພື່ອປຸກສ້າງ, ເນື້ອທີ່ເຮັດກະສິກຳ ແລະກຽມຈະກໍ່ສ້າງບ້ານຈັດສັນໃໝ່ ໄປພ້ອມໆກັນ.
ຊາວບ້ານ ຢູ່ບ້ານລາດຫານ, ເມືອງງາ, ແຂວງອຸດົມໄຊ ເກີດຄວາມກັງວົນໃຈຫຼາຍຢ່າງ ທັງເລື່ອງເງິນຄ່າຊົດເຊີຍ ທີ່ບໍ່ສົມເຫດສົມຜົນ, ເລື່ອງເຮືອນຈັດສັນ ທີ່ມີຂະໜາດນ້ອຍ ແລະ ສ້າງບໍ່ໄດ້ມາດຕາມຄວາມຕ້ອງການ ຂອງຊາວບ້ານ ແລະ ເນື້ອທີ່ເຮັດກະສິກຳ ທີ່ອາດຈະປູກເຂົ້າບໍ່ໄດ້ຄືເກົ່າ.
ດັ່ງຊາວບ້ານລາດຫານ ເມືອງງາ ແຂວງອຸດົມໄຊ ນາງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ເມສານີ້ວ່າ:
“ທາງເຮົາພີ້ ກາຄືກັນວ່າເຄີຍເຮັດນາກິນແດ່ເນາະ ແລ້ວບາດນີ້ຖາມໝົດ ແລ້ວກາບໍ່ມີບ່ອນຊິທຳມາຫາກິນກາແມ່ນ ຢູ່ເພິ່ນເອົາເງິນໃຫ້ແຕ່ກາຜູ້ໃດໃຊ້ເປັນຈະຊິມີເງິນ ຕໍ່ຕື່ມເນາະຜູ້ໃດໃຊ້ບໍ່ເປັນກາຊິໝົດກາ ຄືວ່າເນາະຄັນວ່າຍ້າຍເມືອແລ້ວ ເຮັດກ້ອງລ່າງໃຫ້ແດ່ເນາະ ກາໄຄແດ່ ເຮືອນກາເຮືອນນ້ອຍ.”
ສຽງສະທ້ອນຂອງຊາວບ້ານ ສ່ວນຫຼາຍກາບໍ່ຢາກຍົກຍ້າຍອອກຈາກພື້ນ ທີ່ບ້ານເດີມ. ເພາະບ້ານເດີມທມີຄວາມອຸດົມສົມບູນ, ມີໄຮ່ນາ, ຮົ້ວສວນ ແລະ ສາມາດເດີນເຮືອນຫາປາ ໃນແມ່ນໍ້າຂອງໄດ້ຕະຫຼອດປີ. ຖ້າເປັນໄປໄດ້ ຢາກສະເໜີໃຫ້ບໍລິສັດ ຜູ້ພັດທະນາໂຄງການ ແລະ ທາງການລາວມອບເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານ. ຫຼັງຈາກນັ້ຊາວບ້ານ ຈະກໍ່ສ້າງເຮືອນຢູ່ອາໄສດ້ວຍຕົນເອງ ພາຍໃນເຂດບ້ານເດີມ ທີ່ຈະບໍ່ຖືກນໍ້າຖ້ວມ ເພາະບໍ່ຕ້ອງການທີ່ຈະໄປຢູ່ບ້ານຈັດສັນໃໝ່. ເນື່ອງຈາກມີຄວາມກັງວົນ ເລື່ອງຊີວິດການເປັນຢູ່ ຈະບໍ່ສະດວກສະບາຍ ແລະການເຮັດໄຮ່ເຮັດສວນ ແລະ ລ້ຽງສັດຈະມີຄວາມຫຍຸ້ງຍາກ ແລະ ລໍາບາກຂຶ້ນຕື່ມ.
ດັ່ງຊາວບ້ານຄົກຜຸ, ເມືອງງາ, ແຂວງອຸດົມໄຊ ກ່າວຕໍວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ປະຊາຊົນຂະເຈົ້ານີ້ຊິບໍ່ຢາກໄປແລ້ວວ່າຊັ້ນສະ ໄປກາຊິໄປປຸກຢູ່ແຕ່ເຮຶອນນັ້ນແລ້ວ ກາຊິກັບມາປຸກເຮືອນຢູ່ບ້ານເກົ່າເໝືອນເດີມ. ເພິ່ນກາເວົ້າວ່າຄວາມລໍາບາກ ພວກເຈົ້ານີ້ມັນຈະທຸກກ່ວາເກົ່າ ຢູ່ບ້ານເກົ່າຢູ່ສະບາຍກ່ວາ ຊົດເຊີຍກາຍັງບໍ່ຮູ້ຂ່າວຄາວເທື່ອ ນີ້ຍັງບໍ່ໄດ້ເທື່ອ.”
ອີງຕາມແຜນການຍົກຍ້າຍ ຂອງທາງການລາວແມ່ນຈະໃຫ້ບ້ານລາດ ກຽມຍົກຍ້າຍໄປຢູ່ກັບລາດແອ່ງ ເຊິ່ງເປັນໜຶ່ງໃນບ້ານ ທີ່ໄດ້ຮັບຜົນກະທົບຄືກັນ. ແຕ່ຊາວບ້ານລາດກືມສ່ວນຫຼາຍ ບໍ່ຕ້ອງການຍ້າຍໄປຢູ່ບ້ານລາດແອ່ງ ເພາະມັນໄກຈາກບ່ອນເຮັດກະສິກຳ ແລະບ່ອນຫາປາຂອງຊາວບ້ານ.
ໂດຍຊາວບ້ານກາໄດ້ສະເໜີ ໄປບໍລິສັດຜູ້ພັດທະນາໂຄງການ ແລະ ທາງການລາວວ່າຊາວບ້ານ ຕ້ອງການຄ່າຊົດເຊີຍ ທີ່ສົມເຫດສົມຜົນແລ້ວ ຈະໄປກໍ່ສ້າງເຮືອນຢູ່ອາໄສດ້ວຍຕົນເອງ ເຊິ່ງໃກ້ກັບເຂດບ້ານເດີມ ແຕ່ກາຍັງບໍ່ໄດ້ຮັບຄຳຕອບ ຈົນມາຮອດປັັດຈຸບັນ. ນອກຈາກນີ້ ການຍົກຍ້າຍບ້ານໄປຢູ່ບ້ານຈັດສັນໃໝ່ ຄັນບໍ່ມີຄວາມພ້ອມໃນດ້ານຕ່າງໆ ຈະເຮັດໃຫ້ຊາວບ້ານທຸກຍາກລົງຕື່ມ.
ດັ່ງຊາວບ້ານລາດກືມ, ເມືອງງາ, ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ທາງລາດກືມນີ້ຕາມແຜນເຂົາຕົກລົງຫັ້ນ ແທ້ລາດກືມກັບລາດແອ່ງ ບວກກັນພາກລັດ ຂັ້ນເທິງ ເພິ່ນໄດ້ຊົດເຊີຍເງິນແລ້ວ ກາບໍ່ຢາກໄດ້ເຮືອນອັນນັ້ນແທ້ ເຂົາຊິຍ້າຍໝໍ່ໆ ນັ້ນຍ້າຍຂຶ້ນມາເທິງນໍາບ້ານເກົ່າ ຫັ້ນຊິບໍ່ໄດ້ໂຮມກັບລາດແອ່ງ ຢາກໃຫ້ທາງບໍລິສັດ ຫັ້ນເພິ່ນໄລ່ເປັນເງິນຊົດເຊີຍ ກາເຮືອນ ດິນດອນຕອນຫຍ້ານີ້ເພິ່ນໄລ່ເປັນເງິນຊົດເຊີຍເລີຍ ແລ້ວໄທເຮົາ ເຮືອນໂຕນັ້ນໄປປຸກເອົາເອງ.”
ແຜນການຈັດສັນຍົກຍ້າຍ ແລະ ຟື້ນຟູຄຸນນະພາບຊີວິດການເປັນຢູ່ ຂອງຊາວບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການ ເຂື່ອນໄຟຟ້າຫຼວງພຣະບາງນີ້ ບໍລິສັດຜູ້ພັດທະນາໂຄງການ ແລະພາກສ່ວນທີ່ກ່ຽວຂ້ອງ ທັງໝົດຄວນຈະສຶກສາ ແລະປະເມີນຜົນກະທົບ ຢ່າງຮອບດ້ານເພື່ອສ້າງຄວາມເຊື່ອໝັ້ນ ແລະບໍ່ສ້າງຄວາມກັງວົນໃຈໃດໆ ໃຫ້ກັບຊາວບ້ານທີ່ໄດ້ຮັບຜົນກະທົບ ໂດຍສະເພາະເລືື່ອງທົດແທນຕ່າງໆ ທັງເງິນຄ່າຊົດເຊີຍ, ເນື້ອທີ່ເຮັດກະສິກຳ, ການຈັດສັນອາຊີບໃໝ່, ການຟື້ນຟູສະພາບຈິດໃຈ ແລະ ພື້ນຖານໂຄງຮ່າງທີ່ຈຳເປັນ.
ຖ້າຊາວບ້ານ ສ່ວນຫຼາຍຍັງມີຄວາມກັງວົນໃຈ ເລື່ອງຕ່າງໆ ກາເປັນການສະທ້ອນ ໃຫ້ເຫັນແລ້ວວ່າຊາວບ້ານບໍ່ມີມີເຊື່ອໝັ້ນວ່າ ຖ້າຍົກຍ້າຍໄປຢູ່ບ້ານຈັດສັນໃໝ່ ຈະມີຄຸນນະພາບຊີວິດການເປັນຢູ່ ທີ່ດີຂຶ້ນແນວໃດ.
ດັ່ງເຈົ້າໜ້າທີ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນວ່າ:
“ເວົ້າເລື່ອງການຈັດສັນຍົກຍ້າຍ ເວລາຂະເຈົ້າອອກໄປແລ້ວ ຈາກພື້ນທີ່ຂະເຈົ້າເຄີຍທໍາມາຫາກິນແລ້ວ ຂະເຈົ້າ ຈະໄດ້ດີກ່ວາເກົ່າ ຈັກເທົ່າຊີວິການເປັນຢູ່ ແລ້ວອານະຄົດການສຶກສາ ແມ່ນຫຍັງຕ່າງໆ ເນາະໂຕນີ້.”
ຊາວບ້ານທີ່ໄດ້ຮັບຜົນກະທົບ ຈໍານວນໜຶ່ງສະເໜີເອົາເງິນຄ່າຊົດເຊີຍ ປະມານ 100-200 ລ້ານກີບເພື່ອນໍາໄປປຸກສ້າງເຮືອນ ຢູ່ອາໄສດ້ວຍຕົນເອງ ເພາະບໍ່ຕ້ອງການຍົກຍ້າຍໄປຢູ່ບ້ານຈັດສັນໃໝ່ ຕາມແຜນຂອງໂຄງການ ແຕ່ຂໍ້ສະເໜີດັ່ງກ່າວທາງການລາວ ບໍ່ມີຄຳເຫັນ.
ບໍລິສັດຜູ້ພັດທະນາໂຄງການ ແລະ ທາງການລາວຈະສ້າງເຮືອນຢູ່ອາໄສ ສອງແບບຄືເຮືອນກໍໍ່ຍົກສູງ ແລະ ເຮືອນກໍ່ຊັ້ນດຽວ ໂດຍມີເນື້ອທີ່ຄວາມກ້ວາງ-ຍາວ 20X20 ແມັດຕໍ່ຫຼັງ. ສ່ວນເງິນຄ່າຊົດເຊີຍທີ່ຊາວບ້ານຈະໄດ້ຮັບນັ້ນ ກໍຈະຢູ່ປະມານ 30-50 ລ້ານກີບອີງຕາມການປະເມີນຕົວຈິງ, ຈະໄດ້ຮັບການຈັດສັນເນື້ອທີ່ດິນ ເຮັດກະສິກຳແຕ່ຍັງບໍ່ທັນໄດ້ຂໍ້ສະຫຼຸບເທື່ອວ່າ ຈະໃຫ້ເນື້ອທີ່ເທົ່າໃດຕໍ່ຄອບຄົວ. ນອກຈາກນີ້ກໍຈະພັດທະນາພື້ນຖານ ໂຄງຮ່າງ ຈຳເປັນ, ຈັດສັນອາຊີບ ແລະຟື້ນຟູຄຸນນະພາບຊີວິດ ການເປັນຢູ່ຂອງຊາວບ້ານ ໃຫ້ດີຂຶ້ນຕາມແຜນການທັງໝົດນີ້ ຖືກເປັນການທົດແທນຊາວບ້ານ ຢ່າງເໝາະສົມທີ່ສຸດ.
ດັ່ງເຈົ້າໜ້າທີ່ ພະແນກພະລັງງານ ແລະບໍ່ແຮ່ແຂວງອຸດົມໄຊ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ໄທເຮົາທົດແທນ ອັນນ່າໄດ້ຕາມໃຈປະຊາຊົນວ່າຊັ້ນສາ ບໍ່ຫຼາຍແລ້ວກາບໍ່ໜ້ອຍ ຄືພວກເຮົາ ຍັງເຮັດເຮືອນ ເຮັດຊານ. ຈັດດິນທຳການຜະລິດ ໃຫ້ຊີ້ນ່າ. ບາດນີ້ບ້ານເກົ່າບ້ານເດີມ ເຂົາບໍ່ມີຖະໜົນ ຫົນທາງ, ບໍ່ມີໄຟຟ້າ, ບໍ່ມີນໍ້າປະປາແຕ່ວ່າ ໄປຢູ່ບ້ານໃໝ່ມີຄົບ.”
ວັນທີ 02 ກຸມພາ 2024 ນີ້ ສໍານັກຂ່າວເອພີ ໄດ້ລາຍງານຂ່າວວ່າ ອົງການ UNESCO ກຽມຫາລືກັນຕື່ມ ໃນເດືອນກໍລະກົດປີ 2024 ທີ່ຈະມາເຖີງນີ້ ທີ່ເມືອງນີວເດລລີ ປະເທດອິນເດຍ ໂດຍໜຶ່ງໃນປະເດັນທີ່ຈະຫາລືກັນນັ້ນ ແມ່ນກ່ຽວກັບສະຖານະການມໍລະດົກໂລກ ຂອງເມືອງຫຼວງພຣະບາງ ເມື່ອງທ່ອງທ່ຽວທີ່ມີສື່ສຽງຂອງປະເທດລາວ ທີ່ລັດຖະບານລາວໄດ້ອະນຸຍາດໃຫ້ ມີການກໍ່ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ກັ້ນແມ່ນໍ້າຂອງ ເຊິ່ງມີຄວາມສ່ຽງທີ່ຈະສົ່ງຜົນກະທົບ ຕໍ່ປະຊາຊົນລາວໃນທ້ອງຖິ່ນ ແລະການເດີນທາງ ເຂົ້າສູ່ເມືອງຫຼວງພຣະບາງ ຜ່ານທາງເຮືອ.
ອີງຕາມບົດປະເມີນຜົນກະທົບ ທາງສັງຄົມຂອງໂຄງການເຂື່ອນໄຟຟ້າ ຫຼວງພຣະບາງຈະມີຊາວບ້ານຈຳນວນ 23 ບ້ານປະມານກ່ວາ 2,100 ຄອບຄົວ ທີ່ໄດ້ຮັບຜົນກະທົບທາງກົງ ແລະທາງອ້ອມ ປະກອບມີ ເມືອງຈອມເພັດ ແລະ ເມືອງປາກອູ ແຂວງຫຼວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູລີ ແລະ ເມືອງງາແຂວງອຸດົມໄຊ.