ຊາວບ້ານ, ຊາວຕ່າງປະເທດ ລັກລອບຂຸດຄຳ ທີ່ຊຳເໜືອ

ພູວົງສ໌
2024.09.24
ຊາວບ້ານ, ຊາວຕ່າງປະເທດ ລັກລອບຂຸດຄຳ ທີ່ຊຳເໜືອ ນີ້ເປັນພຽງຮູບປະກອບເຊິ່ງແມ່ນການຂຸດຄົ້ນແຮ່ທາດ.
ຮູບພາບຈາກພົນລະເມືອງ

ເມື່ອບໍ່ດົນມານີ້, ໄດ້ມີຊາວບ້ານ ຈຳນວນໜຶ່ງ ເຂົ້າໄປລັກລອບຂຸດຄຳ ຢູ່ໃນເຂດເມືອງຊຳເໜືອ ແຂວງຫົວພັນ, ໂດຍມີທັງຊາວບ້ານ ພາຍໃນແຂວງ ແລະ ຄົນຕ່າງປະເທດ, ເຊິ່ງເຈົ້າໜ້າທີ່ ບໍ່ຮູ້ວ່າ ແມ່ນຈີນ ຫຼືຫວຽດນາມ ແລະ ຍັງມີຊາວບ້ານຕ່າງເມືອງ ພ້ອມ, ໄດ້ຮ່ວມກັນ ເຂົ້າໄປລັກລອບຂຸດຄຳ ໃນເຂດທີ່ພາກລັດ ສະຫງວນໄວ້ ຫຼືບໍລິເວນ ທີ່ພາກລັດ ຍັງບໍ່ທັນໃຫ້ສຳປະທານ ແກ່ບໍລິສັດໃດ.

ເມື່ອຊາວບ້ານ ພາຍໃນແຂວງ ເຂົາເຈົ້າຮູ້ວ່າ ບໍລິເວນດັ່ງກ່າວ ມີບໍ່ຄຳ ກໍພາກັນເຂົ້າໄປ ລັກລອບຂຸດ ເພື່ອເອົາໄປຂາຍ ເປັນຕົ້ນ ຢູ່ເຂດບ້ານບໍ່ໄຮ່, ເມືອງຊຳເໜືອ, ເຊິ່ງບໍລິເວນນີ້ ຈະມີແຮ່ຄຳຢູ່ ຈຳນວນໜຶ່ງ, ແຕ່ພາຍຫຼັງ ທີ່ເຈົ້າໜ້າທີ່ ຮູ້ຂ່າວວ່າ ເຂົາເຈົ້າໄປລັກລອບຂຸດຄຳ ກໍໄດ້ລົງກວດກາ ແລະ ແຈ້ງໃຫ້ຢຸດເຊົາແລ້ວ ແລະ ມາຮອດປັດຈຸບັນ ກໍສະຫງົບລົງແລ້ວ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງຊຳເໜືອ ແຂວງຫົວພັນ ທ່ານໜຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ກັນຍາ ນີ້ວ່າ:

“ບາງຄັ້ງ ມັນກໍມີຄົນຕ່າງປະເທດ, ບາງຄັ້ງ ມັນກໍມີປະຊາຊົນເຮັດເອງ ໂຕຢ່າງຄື ບ້ານບໍ່ໄຮ່ ທີ່ສະຫງວນ ເຂດທີ່ມີບໍ່, ຫັ້ນແຫຼະ ຍັງບໍ່ທັນໄດ້ຂຸດຄົ້ນຫັ້ນ. ປະຊາຊົນລະຮູ້ວ່າ ເຂດນັ້ນມີ ເຂົາລະລັກໄປຂຸດເອົາດິນນ່າ ມາເຂິງ, ມາຮ່ອນ. ພາກລັດເຮົາໄປສະກັດກັ້ນຢູ່ ໄປລົງເຜີຍແຜ່ ເອກະສານເນາະ ໃຫ້ຢຸດເຊົາ ອີ່ຫຍັງຕ່າງໆ. ດຽວນີ້, ກະຖືວ່າ ສະຫງົບລົງໜ້ອຍໜຶ່ງ.”

ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫົວພັນ ອີກທ່ານໜຶ່ງ ກໍກ່າວເຖິງເລື້ອງນີ້ວ່າ ກໍໄດ້ຍິນວ່າ ເຂົາເຈົ້າໄປລັກລອບຂຸດຄຳ ປະມານ 2 ຈຸດ, ກໍມີທັງຊາວບ້ານ ພາຍໃນແຂວງ ແລະ ຄົນຕ່າງປະເທດ. ແຕ່ຫຼ້າສຸດ ທາງເມືອງຊຳເໜືອ ກໍໄດ້ແຈ້ງການແລ້ວ ໃນວັນທີ 19 ກັນຍາ 2024,​ ໂດຍຫ້າມບຸກຄົນ, ນິຕິບຸກຄົນ ເຄື່ອນໄຫວເກັບຂໍ້ມູນ, ລັກລອບເຂົ້າສຳຫຼວດ, ຂຸດຄົ້ນ ແລະ ຊື້-ຂາຍ, ມີໄວ້ຄອບຄອງ ແຮ່ທາດຕ່າງໆ ຢູ່ພາຍໃນເມືອງຊຳເໜືອ ຈະຖືກຈັບຕົວ ມາດຳເນີນຄະດີ ຕາມລະບຽບ-ກົດໝາຍ.

“ຜ່ານມາມັນມີ ປະກົດການ ຄົນພາຍໃນ ແລະ ຕ່າງປະເທດ ຮ່ວມກັນຂຸດຄົ້ນ ຈຳນວນໜຶ່ງ, ຈຸດໜຶ່ງ ສອງຈຸດນີ້ບໍ່. ບໍ່ຢາກໃຫ້ມັນມີອີກ, ຫັ້ນນ່າ ເພິ່ນກະແຈ້ງການ, ບໍ່ໃຫ້ເຮັດ.”

ກ່ຽວກັບເລື້ອງດັ່ງກ່າວນີ້, ຊາວບ້ານ ໃນເມືອງຊຳເໜືອ ນາງໜຶ່ງ ກໍໄດ້ກ່າວວ່າ ທີ່ຊາວບ້ານ ເຂົາເຈົ້າໄປລັກລອບຂຸດຄົ້ນຄຳ ກໍຍ້ອນວ່າ ຕ້ອງການຫາເງິນ ໃນຍຸກທີ່ມີ ຄ່າຄອງຊີບສູງ ແລະ ອີກປັດໃຈໜຶ່ງ ແມ່ນພວກຊາວບ້ານ ບໍ່ມີອາຊີບ ທີ່ຈະມີລາຍຮັບ ທີ່ໝັ້ນຄົງ ແລະ ໄດ້ເງິນຫຼາຍ ເພື່ອມາລ້ຽງຄອບຄົວ. ເມື່ອສິ່ງໃດ ທີ່ເຂົາເຈົ້າ ຈະຫາເງິນໄດ້ ເຂົາເຈົ້າກໍຈຳເປັນຕ້ອງເຮັດ ເຖິງແມ່ນວ່າ ຈະມີຄວາມສ່ຽງ ກໍຕາມ. ດັ່ງຊາວບ້ານ ນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ກັນຍາ ນີ້ວ່າ:

“ກະຄືວ່າຫັ້ນແຫຼະເນາະ ເຂົາເຈົ້າບໍ່ມີວຽກໃຫ້ເຮັດ. ແລ້ວບາດນີ້ເນາະ ເສດຖະກິດທຸກມື້ນີ້ ແມ່ນຫຍັງກໍແພງ. ບໍ່ມີວຽກງານຫຍັງ ບໍ່ມີໂຮງຈັກ-ໂຮງງານ ນ່າ, ຢູ່ລ້າໆ. ຜູ້ໃດເຮັດໄດ້ ລະໄປ, ແບບຊີ້. ຊອກເຮັດພໍໄດ້ ພໍກຸ້ມຄອບຄົວໄປ, ແຕ່ລະມື້ແຕ່ລະວັນເນາະ. ມັນກໍສ່ຽງຫຼາຍຫັ້ນແຫຼະ ຂຸດລົງບໍ່ແມ່ນຕື້ນເນາະ ມັນຢູ່ເລິກໆ, ແຕ່ເຂົາເຈົ້າ ກໍມີການລະມັດລະວັງ ຫັ້ນແຫຼະເນາະ, ເຂົາເຈົ້າລັກໄປເດ້.”

ພ້ອມດຽວກັນນີ້, ຊາວບ້ານ ໃນເມືອງຊຳເໜືອ ອີກນາງໜຶ່ງ ກໍກ່າວວ່າ ກໍໄດ້ຍິນຂ່າວຢູ່ວ່າ ເຂົາເຈົ້າໄປລັກຂຸດຄຳ, ແຕ່ກໍໄກຈາກ ເຂດເທດສະບານ ເມືອງຊຳເໜືອຢູ່ ຫຼາຍກິໂລແມັຕ ແລະ ສ່ວນໃຫຍ່ ພວກຊາວບ້ານ ກໍມີແຕ່ອາຊີບ ເຮັດໄຮ່-ເຮັດນາ ເທົ່ານັ້ນ ແລະ ເມື່ອໝົດລະດູການ ກໍຕ້ອງຫາເຮັດ ຢ່າງອື່ນເສີມ ເພື່ອໃຫ້ໄດ້ເງິນ.

“ກໍໄດ້ຍິນນ່າ ໄປລັກຂຸດຄົ້ນບໍ່ແຮ່, ພຸ້ນນ່າ ໄກຈາກໂຄເມືອງໄປຫຼາຍຮ້ອຍຫຼັກ. ກະບໍ່ຮູ້ນຳເຂົາເຈົ້າວ່າ ຜູ້ໃດໄປຊອກຂຸດ ເຂົາເຈົ້າກໍທຳມາຫາກິນ ເຮັດໄຮ່-ເຮັດນາ ນີ້ແຫຼະ.”

ບັນຫາທີ່ພວກຊາວບ້ານ ເຂົ້າໄປລັກລອບຂຸດຄຳ ໃນເຂດສະຫງວນນີ້ ບໍ່ແມ່ນຫາກໍເກີດຂຶ້ນ ໃນລາວ ເພາະກ່ອນໜ້ານີ້ ໃນເຂດຍອດນ້ຳແວ້ ບ້ານນ້ຳຍອນ, ເມືອງອະນຸວົງ ແຂວງໄຊສົມບູນ ແລະ ໃນເຂດບໍ່ຄຳຜາປົ່ນ, ເມືອງປາກອູ ແຂວງຫຼວງພຣະບາງ ທີ່ພາກລັດ ຈັບໄດ້ວ່າ ມີພວກຊາວບ້ານ ເຂົ້າໄປລັກຂຸດຄຳ ລວມທັງໝົດ 2 ແຂວງ ກໍເກືອບ 100 ຄົນ. ສາເຫດແມ່ນຍ້ອນວ່າ ພວກຊາວບ້ານ ບໍ່ມີລາຍຮັບ ທີ່ໝັ້ນຄົງ ບໍ່ມີອາຊີບຈະເຮັດ ແລະ ບວກໃສ່ເສດຖະກິດລາວ ໃນປັດຈຸບັນ ມີສະພາບເງິນເຟີ້, ເງິນກີບອ່ອນຄ່າ, ລາຍຈ່າຍ ສູງກວ່າລາຍຮັບ ເຮັດໃຫ້ຄ່າໃຊ້ຈ່າຍ ສູງຫຼາຍເທົ່າໂຕ ແລະ ພວກຊາວບ້ານ ກໍຫາເງິນຍາກຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.