ໜຸ່ມຈີນ ອົດບໍ່ໄດ້ ແຕກກາງໄຟແດງ ຖືກອົບຮົມ

ສຸພັດຕາ
2021.12.15
ໜຸ່ມຈີນ ອົດບໍ່ໄດ້ ແຕກກາງໄຟແດງ ຖືກອົບຮົມ ໜຸ່ມຈີນ ອົດບໍ່ໄດ້ແຕກກາງໄຟແດງ, ວັນທີ 14 ທັນວາ 2021.
ຮູບພາບ: ໂພລະພາບ ລາວສະຕາຣ໌

ໃນມື້ວັນທີ່ 14 ທັນວາ ທີ່ຜ່ານມານີ້ ທ້າວ ລິວທີຍີ ອາຍຸ 29 ປີ ເປັນຊາວຈີນ ທີ່ອາສັຍຢູ່ລາວ ຖືກເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເອີ້ນມາສຶກສາອົບຮົມ ຍ້ອນຊາວຈີນຄົນດັ່ງກ່າວນີ້ ໄດ້ລົງອອກຈາກຣົຖ ມາຖ່າຍເບົາໃສ່ຕີນຣົຖຢູ່ກາງຖນົນ ໃນຂະນະທີ່ຣົຖຂອງຂະເຈົ້າຈອດຕິດໄຟແດງຢູ່ ຊຶ່ງມີຜູ້ເຫັນເຫດການ ໄດ້ຖ່າຍຄຣິບວິດິໂອໄວ້ ພ້ອມທັງເຜີຍແຜ່ທາງສື່ສັງຄົມອອນລາຍນ໌ ໃນມື້ວັນທີ່ 13 ທັນວາ ປີ 2021.

ເຈົ້າໜ້າທີ່ເມືອງນາຊາຍທອງ ທ່ານນຶ່ງກ່າວວ່າ ໃນເບື້ອງຕົ້ນ ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ໄດ້ເຮັດການສຶກສາອົບຮົມຄົນຈີນດັ່ງກ່າວ ຍ້ອນວ່າ ເປັນການສ້າງພາບພົດບໍ່ດີ ແລະສ້າງຄວາມເປີິະເປື້ອນຕໍ່ສັງຄົມ ຊຶ່ງຜິດຕໍ່ປະມວນກົດໝາຍອາຍາ ມາດຕຣາ 258 ແຕ່ບໍ່ມີຣາຍງານວ່າ ໄດ້ມີການປັບໃໝ ຫຼືດໍາເນີນຄະດີເພີ່ມຕື່ມແຕ່ຢ່າງໃດ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 15 ທັນວາ ນີ້ວ່າ:

ຕໍາຣວດເມືອງເຮົານີ້ແຫຼະ ເອົາໄປສຶກສາອົບຮົມນ່າ ເພິ່ນປ່ອຍແລ້ວ ເພິ່ນສຶກສາອົບຮົມຊື່ໆ ກະບໍ່ຮູ້ຣະອຽດນະ.”

ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງການ ປກສ ເມືອງນາຊາຍທອງ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດສະດວກໃຫ້ສັມພາດ.

ຢ່າງໃດກໍຕາມ ຊາວຈີນຄົນດັ່ງກ່າວ ສາຣະພາບວ່າ ສາເຫດທີ່ລາວເຮັດແນວດັ່ງກ່າວ ຍ້ອນວ່າ ລາວປວດຖ່າຍເບົາຢ່າງຮຸນແຮງ ແຕ່ບໍ່ສາມາດອອກໄປຊອກຫາຫ້ອງນໍ້າໄດ້ ເນື່ອງຈາກມີສະພາບຣົຖຕິດຢູ່ເທິງຖນົນ ດັ່ງນັ້ນ ລາວຈຶ່ງຍ່າງລົງຈາກຣົຖ ແລ້ວໄປຖ່າຍເບົາໃສ່ຕີນຣົຖຂອງໂຕເອງ, ອີງຕາມຂໍ້ມູນຈາກຫ້ອງການ ປກສ ເມືອງນາຊາຍທອງ.

ແຕ່ອີງຕາມປະມວນກົດໝາຍອາຍາ ມາດຕຣາ 258 ຣະບຸວ່າ ບຸກຄົນໃດ ຫາກເສບສົມ ຫຼືເຜີຍອະວັຍວະເພດຂອງຕົນຕໍ່ໜ້າຊຸມຊົນ ຫຼືສະຖານທີ່ສາທາຣະນະ ຈະຖືກລົງໂທດ ຕັດອິສຣະພາບ ແຕ່ 3 ເດືອນ ຫາ 1 ປີ ຫຼືດັດສ້າງໂດຍບໍ່ຕັດອິສຣະພາບ ແລະຈະຖືກປັບໃໝ ແຕ່ 1 ລ້ານກີບ ຫາ 5 ລ້ານກີບ.

ກ່ຽວກັບເຣື່ອງນີ້ ຊາວລາວຫຼາຍຄົນ ລ້ວນແລ້ວແຕ່ເຫັນວ່າ ການກະທໍາຂອງຄົນຈີນຄົນດັ່ງກ່າວນັ້ນ ເປັນສິ່ງທີ່ບໍ່ເໝາະສົມ ແລະຂັດຕໍ່ວັທນະທັມຂອງລາວ ອີກທັງຍັງສະແດງໃຫ້ເຫັນວ່າ ຄົນຈີນຈໍານວນນຶ່ງທີ່ເຂົ້າມາຢູ່ລາວ ບໍ່ມີມາຣະຍາດທາງສັງຄົມ ແລະບໍ່ໄດ້ໃຫ້ກຽດຕໍ່ປະເທດລາວ, ດັ່ງຊາວລາວ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 15 ທັນວາ ນີ້ວ່າ:

“ບໍ່ຄວນເຮັດ ບໍ່ສຸພາບຫັ້ນນ່າ ເວົ້າງ່າຍໆ ແມ່ນຄວນໃຫ້ກຽດ ບ່ອນໃດທີ່ເຈົ້າໄປຢູ່ ເຈົ້າຄວນໃຫ້ກຽດໝົດ ມັນບໍ່ແມ່ນປະເທດຊາດຊອງລາວເອງເນາະ ລາວມາຢູ່ບ້ານຜູ້ໃດກະຢ່າ ລາວກະຕ້ອງມີມາຣະຍາດ ລາວກະຕ້ອງເຄົາລົບ ໃຫ້ກຽດບ່ອນສະຖານທີ່ ທີ່ລາວຢູ່ຫັ້ນນ່າ.”

ຍານາງກ່າວຕື່ມວ່າ ທັງຄົນຈີນ ຫຼືຄົນຕ່່າງຊາດອື່ນໆ ທີ່ອາສັຍຢູ່ໃນລາວ ຈະຕ້ອງເຄົາລົບກົດຣະບຽບທາງສັງຄົມ ແລະວັທນະທັມລາວຢ່າງເຄັ່ງຄັດ ເປັນຕົ້ນ ຫາກເກີດກໍຣະນີປວດເບົາໃນຂະນະທີ່ຂັບຂີ່ຣົຖ ກໍສາມາດຈອດຣົຖ ແວ່ເຂົ້າຫ້ອງນໍ້າບໍຣິເວນປັ້ມນໍ້າມັນ ຫຼືຫ້ອງນໍ້າສາທາຣະນະທົ່ວໄປ ຈຶ່ງຈະເປັນການເໝາະສົມກວ່າ.

ໃນຂະນະທີ່ ຊາວລາວອີກທ່ານນຶ່ງ ກໍເຫັນວ່າ ການກະທໍາຂອງຄົນຈີນຄົນດັັ່ງກ່າວນັ້ນ ຖືວ່າບໍ່ໃຫ້ກຽດຕໍ່ປະເທດລາວຢ່າງຫຼາຍ ແລະທີ່ຜ່ານມາ ກໍບໍ່ເຄີຍເຫັນຄົນຕ່າງຊາດ ຫຼືແມ້ແຕ່ຄົນລາວເອງ ທີ່ກ້າຕັດສິນໃຈຖ່າຍເບົາກາງຖນົນ ຕໍ່ໜ້າຜູ້ຄົນຈໍານວນຫຼາຍແບບນັ້ນ, ດັ່ງທ່ານກ່າວວ່າ:

“ໂອ່ມັນກະບໍ່ຖືກແຫຼະ ມັນກະບໍ່ງາມຕາ ໄປຍ່ຽວຊະ ຍ່ຽວຊາຍ ມັນກະບໍ່ຖືກແຫຼະຊິເວົ້າໄປ ຖ່າຍໜັກ ຖ່າຍເບົາ ຕາມປະສາຈີນກະປົກກະຕິມັນຫັ້ນແຫຼະ ຜູ້ຢາກຖ່າຍໃສມັນກະຖ່າຍຫັ້ນແຫຼະ ຈີນເນາະ.”

ສ່ວນຊາວລາວອີກນາງນຶ່ງ ກໍຮູ້ສຶກຮັບບໍ່ໄດ້ ກັບການກະທໍາດັ່ງກ່າວຂອງຄົນຈີນ  ຍ້ອນຂັດຕໍ່ວັທນະທັມລາວ ແລະບໍ່ເໝາະສົມຕໍ່ສາຍຕາຂອງຄົນລາວ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການອົບຮົມຄົນຈີນເພີ່ມຕື່ມ, ດັ່ງຍານາງ ກ່າວວ່າ:

“ຈັກລາວເມົາເຫຼົ້າເບາະ ຈັກແນວໃດ ກະເສັຍມາຣະຍາດໜ້ອຍນຶ່ງ ຍ່ຽວກາງໄຟແດງ ແລ້ວກະໄປໃສ່ແຄມຖນົນເມືອງນີ້ ມັນບໍ່ຈົບບໍ່ງາມເນາະ ມັນກະຜິດຮີດຄອງເຮົາ ມັນປັ້ມນໍ້າມັນກະມີ ບ່ອນເຮົາເບົາ ໄປຫ້ອງນໍ້າຫັ້ນນ່າ.”

ທາງດ້ານເຈົ້າໜ້າທີ່ ຖແລງຂ່າວວັທນະທັມແລະທ່ອງທ່ຽວທ່ານນຶ່ງ ທີ່ມັກຄຸ້ນເຄີຍກັບຊາວຈີນເປັນຢ່າງດີ ກ່າວວ່າ ການກະທໍາຂອງຄົນຈີນດັ່ງກ່າວ ຂະເຈົ້າກໍອາຈເຄີຍເຮັດຢູ່ໃນປະເທດຂອງຂະເຈົ້າມາກ່ອນ ຈຶ່ງເຫັນວ່າເປັນເຣື່ອງປົກກະຕິ ແລະມາເຮັດຢູ່ປະເທດລາວນໍາດ້ວຍ ໂດຍບໍ່ຮູ້ວ່າ ບໍ່ເໝາະສົມກັບວັທນະທັມລາວ, ດັ່ງທ່ານກ່າວວ່າ:

“ແບບປະເພນີເຂົາ ກະອາຈຢາກເຮັດຈັ່ງໃດ ເຂົາກະຊິເຮັດໄປຫັ້ນແຫຼະ ເຮົາມັນບໍ່ໄດ້ ເປັນຈັ່ງຊັ້ນມັນກະບໍ່ໄດ້ຫັ້ນແຫຼ້ວ ເພາະວ່າສມັຍນີ້ ເວົ້າເຣື່ອງຂະໜົບທໍານຽມ ປະເພນີ ວັທນະທັມລາວຫັ້ນ.”

ທ່ານກ່າວອີກວ່າ ຕໍ່ໄປຄັນມີຄົນຈີນມາຢູ່ລາວຫຼາຍຂຶ້ນ ກໍອາຈຕ້ອງມີພາກສ່ວນນຶ່ງ ທີ່ມີໜ້າທີ່ຈັດອົບຮົມ ແລະໃຫ້ຄວາມຮູ້ດ້ານວັທນະທັມ ຮວມທັງມາຣະຍາດຂອງຄົນລາວ ໃຫ້ແກ່ຄົນຈີນທີ່ຈະເຂົ້າມາຢູ່ລາວ ເພື່ອໃຫ້ພວກຂະເຈົ້າເຂົ້າໃຈ ແລະສາມາດຢູ່ຮ່ວມກັບຄົນລາວໄດ້ຢ່າງສງົບ ສ່ວນບັນດານັກທ່ອງທ່ຽວຈີນ ທີ່ເຂົ້າມາລາວໃນໄລຍະເວລາສັ້ນໆນັ້ນ ສ່ວນຫຼາຍ ກໍເປັນຜູ້ທີ່ຮູ້ວັທນະທັມລາວຢູ່ແລ້ວ ຈຶ່ງບໍ່ໜ້າເປັນຫ່ວງປານໃດ.

ນອກຈາກນີ້ ວິທຍຸເອເຊັຽເສຣີ ຍັງໄດ້ຕິດຕໍ່ໄປຫາ ສະຖານທູດ ສປ.ຈີນ ປະຈໍາລາວ ເພື່ອສອບຖາມຄວາມຄິດເຫັນເພີ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດສະດວກໃຫ້ສັມພາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.