ຣັຖບານ ໃຫ້ທົດລອງຂຸດບໍ່ແຮ່ ກະທົບຊາວບ້ານ

ອຸ່ນແກ້ວ
2022.12.16
ຣັຖບານ ໃຫ້ທົດລອງຂຸດບໍ່ແຮ່ ກະທົບຊາວບ້ານ ຮູບໂຕຢ່າງ: ຮ່ອງຮອຍການຂຸດຄົ້ນ ໃນເຂດພື້ນທີ່ໃກ້ກັບບ້ານ ຂອງປະຊາຊົນ ແຫ່ງນຶ່ງໃນ ແຂວງໄຊສົມບູນ ສແດງໃຫ້ເຫັນເຖິງ ການດຳເນີນກິຈການ ດ້ານບໍ່ແຮ່ ທີ່ອາດກະທົບ ຕໍ່ສິ່ງແວດລ້ວມ ແລະວິຖີຊີວິດ ຂອງຊາວບ້ານ.
RFA

ໃນ​ປີ 2022 ທາງ​ການ​ລາວ ໄດ້​ເຊັນ​ອະ​ນຸ​ມັດ ສັມ​ປະ​ທານ ໂຄງ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ໃຫ້ 62 ບໍ​ຣິ​ສັດ ໃນ​ຮູບ​ແບບ​ທົດ​ລອງ ເຊິ່ງກວມ​ເອົາ​ເນື້ອ​ທີ່​ 24,000 ເຮັກ​ຕ້າຣ໌ ໃນ​ທົ່ວ​ປະ​ເທດ, ແຕ່ ໂຄງ​ການ​ຂຸດ​ຄົ້ນດັ່ງ​ກ່າວ ປັດ​ຈຸ​ບັນ ໄດ້​ກໍ່​ໃຫ້​ເກີດ​ບັນ​ຫາ ຂໍ້​ຂັດ​ແຍ່ງ​ທີ່​ດິນ, ການ​ຊົດ​ເຊີຍ​ຜົ​ລ​ກະ​ທົບ​ ຕໍ່​ສິ່ງ​ແວດ​ລ້ອມ-ສັງ​ຄົມ ບໍ່​ເໝາະ​ສົມ, ບາງ​ໂຄງ​ການ​ຍັງ​ເຮັດ​ໃຫ້ ​ທາງ​ຫຼວງ​ແຫ່ງ​ຊາຕ​ ແລະ ທາງ​ຊົນ​ບົດ ເປ່​ເພ-ເສັຽ​ຫາຍ. 

ຊາວ​ແຂວງ​ຈຳ​ປາ​ສັກ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 16 ທັນ​ວາ ວ່າ:

ສັມປະທານ ຈົນວ່າ ດິນບໍ່ມີນ່າ ບາດຜົສຸດທ້າຍມາ ລາວເຮົາມັນຊິກຸ້ມຄ່າບໍ່ ໄປເບິ່ງເສັ້ນທາງຫັ້ນ ທາງບໍຣິສັດ ເຂົ້າມານີ້ ຍັງບໍ່ສ້ອມ-ບໍ່ແປງ ບາດເມືອເວລາເຂົ້າໄດ້ແລ້ວລະ ເຈົ້າຊິວ່າ ຈັ່ງໃດ ແມ່ນໃຜເປັນຜູ້ເຊັນຮັບຮອຫັ້ນນ່າ.”

ຊາວ​ບ້ານ​ເຫັນວ່າ ການ​ອຸ​ນະ​ມັດ​ໂຄງ​ການ​ໃດ​ກໍ​ຕາມ ຕ້ອງ​ມີ​ກາ​ນ​ຊັ່ງ​ຊາ ຜົ​ລ​ໄດ້ ຜົ​ລ​ເສັຽ. ຊາວ​ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ ເສ​ຣີ ວ່າ:

ໂຄງການ ມັນເກີດຂຶ້ນມາ ຜົໄດ້-ຜົເສັຽແນວໃດ ຕ້ອງເບິ່ງແດ່ ບາດນີ້ ການແກ້ໄຂ-ການຮ່ວມໄມ້ ຮ່ວມມື ຕ້ອງສົມມາພາຄວນ ແບບວ່າ ມັນຕ້ອງໄດ້ເໝາະສົມ ໃຫ້ຊຸມຊົນໄດ້ເຂົ້າເຖິງແຫຼ່ງຂ້ຳມູນຂອງໂຄງການ.”

ຊາວ​ແຂວງ​ອັດ​ຕະ​ປື ທ່ານ ນີ້ ກ່າວ​ຕື່ມ​ອີກວ່າ ກ່ອນ​ຈະ​ອະ​ນຸ​ຍາດ ໃຫ້​ບໍ​ຣິ​ສັດ​ໃດ​ກໍ​ຕາມ ເຂົ້າ​ມາ​ສຳ​ຣວດ ແລະ ຂຸດ​ຄົ້ນ​ແຮ່​ທາດ ຄວນ​ຈະ​ມີ​ການ​ສຶກ​ສາ-ສຳ​ຣວດ ແລະ ປະ​ມານ​ຜົ​ລ​ກະ​ທົບ ​ທາງ​ດ້າ​ນ​ສິ່ງ​ແວດ​ລ້ອມ-ສັງ​ຄົມ ຢ່າງ​ລະ​ອຽດ ແຕ່ ຖ້າ​ຜົ​ລ​ສົ່ງ​ຜົ​ລ​ກະ​ທົບ ​ຮຸ​ນ​ແຮງ ແລະ​ ບໍ່​ກຸ້ມ​ຄ່າ ຕໍ່​ການ​ພັ​ທ​ນາ​ເສ​ຖ​ກິ​ຈ ກໍ​ບໍ່​ຄວນ​ອະ​ນຸ​ຍາດ​ ໃຫ້​ຂຸດ​ຄົ້ນ.

ຊາວ​ບ້ານ​ເຫັນ​ວ່າ ມັນ​ສຳ​ຄັນ​ທີ່​ຈະ​ຕ້ອງ​ຊົດ​ເຊີຍ​ ໃຫ້​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ເພື່ອບໍ່​ໃຫ້​ເຂົ້າ​ເຈົ້າ​ອັບ​ປ​ໂຍດ ແລະ ໃຫ້​ມີ​ການ​ສຶກ​ສາ ​ຢ່າງ​ຮອບ​ດ້ານ ຢູ່​ເຂດ​ທີ່​ມີ​ການ​ຂຸດ​ຄົ້ນ.

ຊາວ​ແຂວງ​ຫົວ​ພັນ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ ​ເສ​ຣີ ວ່າ: 

ຂຸດຄົ້ນບໍ່ແຮ່ນີ້ ກະຢາກໃຫ້ຊ່ວຍເບິ່ງສະເພາະການຊົດເຊີຍນີ້ ຫັ້ນນ່າ ເພາະວ່າ ປະຊາຊົນຄືວ່າ ບໍ່ຢາກເຂົ້າໃຈປານໃດ ບໍຣິເວນຂຸດຄົ້ນແທ້ກະ ເຮັດໃຫ້ດິນເຊາະເຈື່ອນ ຜົກະທົບ ອັບໂຍດໃຫ້ປະຊາຊົນນີ້ນ່າ.”

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ໄດ້​ຕັ້ງ​ຂໍ້​ສັງ​ເກດ​ວ່າ ສາ​ເຫດ​ມາ​ຈາກ​ ມີ​ບາງ​ບໍ​ຣິ​ສັດ ບໍ່​ໄດ້​ຊ່ຽວ​ຊານ​ເຣື່ອງ​ການ​ຂຸດ​ຄົ້ນແຮ່​ທາດ ເພືອ​ປຸງ​ແຕ່ງ ຫຼື ສົ່ງ​ອອກ ແຕ່​ເຂົ້າ​ມາ​ສັມ​ປະ​ທານ ຈັບ​ຈອງ​ເອົາ​ທີ່​ດິນ​ ຂອງ​ຣັ​ຖ​ເທົ່າ​ນັ້ນ ແລະ ບໍຣິ​ສັດ ເຫຼົ່າ​ນັ້ນ ກໍ​ບໍ່​ໄດ້​ເສັຽອາ​ກອນ​ໃຫ້​ຣັ​ຖ.

ຍັງ​ມີ​​ເຈົ້າ​ຂອງໂຄງ​ການ ທີ່​ໄດ້​ຮັບ​ສັມ​ປະ​ທານ​ແລ້ວ ພັດ​ສວຍ​ໂອ​ກາດ​ຫາ​ຜົ​ລ​ປ​ໂຍດ​ ໃຫ້​ໂຄງ​ການ​ໂຕ​ເອງ ໂດຍ ບໍ່​ປະ​ຕິ​ບັດຕາມ​ ລະ​ບຽບ​ກົດ​ໝາຍ.

ທ່ານ ຈັດ​ຕະ​ວາ ແກ້ວຄຳ​ເພັດ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ເຂດ​ເລືອກ​ຕັ້ງ​ທີ 7 ແຂວງ​ໄຊ​ຍະ​ບູ​ຣີ ໄດ້​ກ່າວ​ຢູ່​ໃນ​ກອງ​ຊຸມ​ສໄ​ມ ​ສາ​ມັນ​ເທື່ອ​ທີ 4 ຂອງ​ສະ​ພາ​ແຫ່ງ​ຊາຕ ​ຊຸດ​ທີ 9 ຫຼື ກອງ​ປະ​ຊຸມສະ​ພາ​ແຫ່ງ​ຊາຕ ໃນ​ວັນ​ທີ 8 ທັນ​ວາ ທີ່​ຜ່ານ​ມາ ວ່າ:

ແລ້ວບັຫາທີ່ເກີດຂຶ້ນທັງໝົດນີ້ ເຮົາຈະເຫັນຢູ່ແລ້ວ 1. ບໍ່ໄດ້ສຳຣວດ, ຈຸດ 2. ບໍ່ໄດ້ມີຄ່າຊົດເຊີຍ ເວລາ ເຮົາເຊັນສັນຍາ ກ່ຽວກັບເຣື່ອງທົດລອງ ກ່ຽວກັບເຣື່ອງຂຸດຄົນ ເພິ່ນເຮັດ 3 ປີ ເບາະ ຫຼື ເພິ່ນເຮັດ 10 ປີ ຂ້າພະເຈົ້າຂໍໃຫ້ຣັບານ ໄດ້ດຳເນີນການໃຫ້ມັນສອດຄ່ອງກັນ ຕາມກົດໝາຍ ໃນການຈັດຕັ້ງປະຕິບັດວຽກໂຕຈິງ.”

ນອກ​ຈາກນີ້ ທ່ານ ຈັດ​ຕະ​ວາ ແກ້ວຄຳ​ເພັດ ຍັງ​ສ​ເນີ ໃຫ້​ຣັ​ຖ​ບານ ພິ​ຈາ​ຣະ​ນາ​ຢ່າງ​ລະ​ອຽດ ໃນ​ການ​ຂຸດ​ຄົ້ນແຮ່​ທາດ ໃນ​ຮູບ​ແບບ​ທົດ​ລອງ ຍ້ອນ​ວ່າ ຫຼາຍ​ໂຄງ​ການ​ທີ່​ເຊັນ​ສັນ​ຍາ​ໄວ້ ບໍ່​ສາ​ມາດ​ປ​ະ​ຕິ​ບັດ​ໄດ້​ ຕາມ​ກົດ​ໝາຍ.

ກ່ຽວ​ກັບ​ເຣື່ອງນີ້ ທ່ານ ດາວ​ວົງ ພອນ​ແກ້ວ ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ພ​ລັງ​ງານ ແລະ ບໍ່​ແຮ່ ໄດ້​ກ່າວ​ຢູ່ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາຕ ໃນ​ວັນ​ທີ 8 ທັນ​ວາ ວ່າ ທຸກ​ໂຄງ​ການ​ພັ​ທ​ນາ​ ທາງ​ດ້ານ​ແຮ່​ທາດ ແມ່ນ​ໄດ້​ຜ່ານ​ການ​ສຶກ​ສາ-ສຳ​ຣວດ ຄວາມ​ເປັນ​ໄປ​ໄດ້, ການ​ປະ​ເມີນ​ຜົ​ລ​ກະ​ທົບ ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ-ສັງ​ຄົມ ແລະ ບົດ​ສຶກ​ສາ​ເສ​ຖ​ກິ​ຈ-ເທັກ​ນິກ ຢ່າງ​ລະ​ອຽດ ແລະ ຮອບ​ດ້ານ ຈຶ່ງ​ຈະ​ໄດ້​ຮັບ​ການ​ເຊັນ​ສັນ​ຍາ ​ຈາກ​ຣັ​ຖ​ບານ.

​ຣັ​ຖ​ບານ​ເຫັນ​ວ່າ ການ​ຂຸດ​ຄົ້ນ​ແຮ່​ທາດ ເປັນ​ທ່າ​ແຮງ​ສຳ​ຄັນ ທີ່​ສ້າງ​ລາຍ​ຮັບ​ ໃຫ້​ປະ​ເທດ​ລາວ ເປັນ​ຈຳ​ນວນ​ຫຼາຍ​ໃນ​ແຕ່​ລະ​ປີ ແລະ ຈະ​ຍັງ​ສືບ​ຕໍ່​ທຸກ​ໂຄງ​ການ ແຕ່ ຈະ​ຈັດ​ຕັ້ງ​ໃຫ້​ມີ​ປະ​ສິດ​ທິ​ຜົ​ລ​ ຫຼາຍ​ຂຶ້ນກວ່າເກົ່າ.

ທ່ານ ດາວ​ວົງ ພອນ​ແກ້ວ ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ພ​ລັງ​ງານ ແລະ ບໍ່​ແຮ່ ໄດ້​ກ່າ​ວວ່າ:

ສະນັ້ນ ແລ້ວ ແນງການບໍ່ແຮ່ນີ້ ກະເປັນເຣື່ອງ ກະເປັນນຶ່ງໃນແນງການທີ່ວ່າ ມີທ່າແຮງທີ່ຈະສ້າງລາຍຮັບໄວ ໃນການແກ້ໄຂສະພາບວິກິ ເສກິຂອງຣັບຖບານຊຸດນີ້ ໄດ້ປະເຊີນໜ້າຢູ່.”

ມີ​ 62 ບໍ​ຣິ​ສັດ ທີ່​ໄດ້​ສັມ​ປະ​ທານ ໂຄງ​ການ​ຂຸດ​ຄົ້ນ​ແຮ່​ທາດ​ ແບບ​ທົດ​ລອງ ກວມ​ເອົາ​ເນື້ອ​ທີ່ 24,000 ເຮັກ​ຕ້າຣ໌ ໃນ​ທົ່ວ​ປະ​ເທດ ເຊິ່ງ​ໃນ​ນັ້ນໄດ້​ແບ່ງ​ອອກ​ເປັນ:

  • 37 ບໍ​ຣິ​ສັດ ທີ່​ຂຸດ​ຄົ້ນ​ແຮ່​ເຫຼັກ ກວມ​ເອົາເນື້ອ​ທີ່ 12,359 ເຮັກ​ຕ້າຣ໌ ຢູ່​ແຂວງ ຫົວ​ພັນ, ຊຽງ​ຂວາງ, ໄຊ​ສົມ​ບູນ, ໄຊ​ຍະ​ບູ​ຣີ, ຫລວງ​ພ​ຣະ​ບາງ, ວຽງ​ຈັນ, ຄຳ​ມ່ວນ ແລະ ສວັນ​ນະ​ເຂດ.
  • 2 ບໍ​ຣິ​ສັດ ຂຸດ​ຄົ້ນຫິນ​ມາ​ຣ໌ໂບ້ ກວມ​ເອົາ​ເນື້ອ​ທີ່ 384 ເຮັກ​ຕ້າຣ໌ ຢູ່ ແຂວງ​ຫົວ​ພັນ ແລະ ຫລວງ​ພ​ຣະ​ບາງ.
  • 4 ບໍ​ຣິ​ສັດ ຂຸດ​ຄົ້ນ​ແຮ່​ຄຳເຄົ້າ ກວມ​ເອົາ​ເນື້ອ​ທີ່ 8,660 ເຮັກ​ຕ້າຣ໌ ຢູ່ ແຂວງ​ຊຽງ​ຂວາງ, ບໍ​ລິ​ຄຳ​ໄຊ, ສວັນ​ນະ​ເຂດ ແລະ ອັດ​ຕະ​ປື.
  • 14 ບໍ​ຣິ​ສັດ ຂຸດ​​ຄົ້ນຄຳ​ຕົກ​ຂ້ອນ ກວມ​ເອົາ​ເນື້ອ​ທີ 48 ເຮັກ​ຕ້າຣ໌ ຢູ່​ແຂວງ​ບໍ່​ແກ້ວ, ຫລວງ​ພ​ຣາ​ບາງ, ໄຊ​ຍະ​ບູ​ຣີ, ວຽງ​ຈັນ, ນະ​ຄອນ​ຫລວງວຽງ​ຈັນ ແລະ ສວັນ​ນະ​ເຂດ.
  • 6 ບໍ​ຣິ​ສັດ ຂຸດ​ຄົ້ນ​ແຮ່​ຫາ​ຍາກ (ແຮ່​ເອີດ) ກວມ​ເອົາ​ເນື້ອ​ທີ່ 2,680 ເຮັກ​ຕ້າຣ໌ ຢູ່ ແຂວງ​ຫົວ​ພັນ, ຊຽງ​ຂວາງ ແລະ ເຊກອງ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

fucken leader
Dec 18, 2022 02:16 AM

ຢາກຝາກເຖິ່ງພາກສ່ວນກະຊວງທີ່ກ່ຽວຂ້ອງມາກວດເບິ່ງບໍລິສັດຈີນມາບັງຄັບດີນນາປະຊາຊົນບ້ານນໍາ້ງາດ(ເຂດນາມອນ,ເມື່ອງວັງວຽງຂຸດເອົາຄໍາຂາວເຮົາຢ້ານວ່າທາງກະຊວງຈະບໍ່ຮູ້ອາດມີແຕ່ເຈົ້າເມືອງທີ່ໄດ້ຜົນປະໂຫຍດ