1,018 ຄອບຄົວ ຍັງບໍ່ໄດ້ຄ່າຊົດເຊີຍ ຈາກໂຄງການ ທາງຣົຖໄຟ ລາວ-ຈີນ

ໄຊຍາ
2022.12.27
1,018 ຄອບຄົວ ຍັງບໍ່ໄດ້ຄ່າຊົດເຊີຍ ຈາກໂຄງການ ທາງຣົຖໄຟ ລາວ-ຈີນ ການໃຊ້ບໍຣິການ ຣົຖໄຟ ລາວ-ຈີນ ຂອງປະຊາຊົນ ທັງພາຍໃນ ແລະຕ່າງປະເທດ, ວັນທີ 31 ເດືອນພຶສພາ ປີ 2022.
Photo: RFA

ໃນກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 23 ທັນວາທີ່ຜ່ານມານີ້ ທ່ານ ຄຳພັນ ພົມມະທັດ ປະທານອົງການ ກວດກາແຫ່ງຣັຖ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາ ສະມາຊິກສະພາແຫ່ງຊາຕ ກ່ຽວກັບການກວດກາ ບ້ວງເງິນຄ່າຊົດເຊີຍ ຜູ້ໄດ້ຮັບຜົນກະທົບຈາກ ໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ວ່າປັດຈຸບັນຍັງເຫລືອ ຊາວບ້ານອີກຈຳນວນ 1,018 ຄອບຄົວ ທີ່ຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍ ຈາກໂຄງການນີ້ ຄິດເປັນມູນຄ່າປະມານ 233 ຕື້ກີບ ຍ້ອນຍັງມີຂໍ້ມູນຜົນກະທົບ ດ້ານທີ່ດິນ ແລະສິ່ງປຸກສ້າງ ຈຳນວນນຶ່ງທີ່ບໍ່ທັນຈະແຈ້ງ ແລະຍັງຕົກລົງມູນຄ່າ ຊົດເຊີຍບໍ່ທັນໄດ້ເທື່ອ ໂດຍສະເພາະຊາວບ້ານ ທີ່ໄດ້ຮັບຜົນກະທົບ ໃນການກໍ່ສ້າງ ເສັ້ນທາງເຂົ້າສູ່ ສະຖານີຣົຖໄຟແຕ່ລະແຫ່ງ.

ດັ່ງທ່ານ ຄຳພັນ ພົມມະທັດ ກ່າວໃນຕອນນຶ່ງວ່າ:

ໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ຜູ້ໄດ້ຮັບຜົນກະທົບ ທັງໝົດ 6,855 ຄອບຄົວ ໄດ້ເບີກຈ່າຍໃຫ້ຄອບຄົວ ທີ່ຖືກຜົນກະທົບແລ້ວ 5,837 ຄອບຄົວ ມູນຄ່າ 1,483 ຕື້ກີບຍັງຄ້າງ 1,018 ຄອບຄົວ ມູນຄ່າ 232.86 ຕື້ກີບ.

ກ່ຽວກັບເຣື່ອງນີ້ ຊາວບ້ານທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການກໍ່ສ້າງທາງ ຣົຖໄຟ ລາວ-ຈີນ ນາງນຶ່ງກ່າວວ່າ ສາເຫດທີ່ຍານາງຍັງບໍ່ທັນໄດ້ ຮັບເອົາເງິນຄ່າຊົດເຊີຍ ຈາກໂຄງການນີ້ເທື່ອນັ້ນ ຍ້ອນຍັງບໍ່ພໍໃຈກັບຈຳນວນເງິນ ທີ່ພາກສ່ວນກ່ຽວຂ້ອງ ໄດ້ສເນີມາໃຫ້ ຊຶ່ງຕລອດໄລຍະທີ່ຜ່ານມາ ກໍເຫັນວ່າເຈົ້າໜ້າທີ່ບາງພາກສ່ວນ ບໍ່ມີຄວາມຈິງໃຈ ໃນການແກ້ໄຂເຣື່ອງເງິນຄ່າຊົດເຊີຍ ໃຫ້ຊາວບ້ານ ແລະມີແຕ່ຖິ້ມໂທດໃສ່ຊາວບ້ານ ຜູ້ໄດ້ຮັບຜົນກະທົບ.

ດັ່ງຍານາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 27 ທັນວາ ນີ້ວ່າ:

ກາບໍ່ຍອມເອົາແຫລະແມັດລະ 80,000 ກີບ ກາບໍ່ຍອມເອົາເພາະວ່າ ກ່ອນໜ້ານີ້ເຄີຍລົງມາ ວ່າຊິໃຫ້ປະຊາຊົນແມັດນຶ່ງ 210,000 ກີບ ປະຊາຊົນ ກໍຍອມເຊັນເອກະສານ ໃຫ້ຍອມໃຫ້ ເພາະວ່າ ຕາງຊ່ອຍພັກ ຊ່ອຍຣັຖ ພັດລົງມືເຮັດໄປແລ້ວ ພັດມາປີ້ນຄວາມ.

ສ່ວນຊາວບ້ານ ຢູ່ແຂວງອຸດົມໄຊ ນາງນຶ່ງກ່າວວ່າ ສຳລັບຢູ່ໃນເຂດບ້ານ ຂອງນາງເອງກໍຍັງມີຊາວບ້ານອີກຈຳນວນນຶ່ງ ທີ່ຍັງບໍ່ທັນຕົກລົງຮັບເອົາເງິນ ຄ່າຊົດເຊີຍຈາກໂຄງການ ດັ່ງກ່າວ ຍ້ອນເຫັນວ່າ ບໍ່ເໝາະສົມ ກັບຄວາມເສັຽຫາຍ ໂຕຈິງ ຊຶ່ງກຳລັງຢູ່ໃນຂັ້ນຕອນ ການຕົກລົງກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ແຕ່ຍັງບໍ່ມີທ່າທີວ່າ ຈະສາມາດຕົກລົງນຳກັນໄດ້ ໃນໝໍ່ໆນີ້.

ດັ່ງຍາງນາງ ກ່າວວ່າ:

ບໍ່ເໝາະສົມ ເຂົາບໍ່ເອົາຫລາຍຄອບຄົວ ໂອຮອດ 20- 30 ຄອບຄົວພຸ້ນ ທາງພັກ-ຣັຖ ເພິ່ນຂຶ້ນມາ ຢູ່ບ້ານຫັ້ນແຫລະ ວ່າຕົ້ນປາຍສາເຫດນັ້ນ ບໍ່ມັກອັນໃດກໍເຊັນແລ້ວ ກໍບໍ່ມັກອັນໃດເວົ້າມາວ່າຊັ້ນ.

ສ່ວນຊາວລາວອີກທ່ານນຶ່ງ ທີ່ເຄີຍໄດ້ຮັບເງິນຄ່າຊົດເຊີຍ ຈາກໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ໃນກ່ອນໜ້ານີ້ກ່າວວ່າ ທ່ານເອງກໍເຫັນຂ່າວຢູ່ເລື້ອຍໆວ່າ ຍັງມີຊາວບ້ານອີກຫລາຍຄອບຄົວ ທີ່ຍັງບໍ່ໄດ້ຮັບເອົາເງິນຄ່າຊົດເຊີຍ ຈາກໂຄງການດັ່ງກ່າວ ຊຶ່ງສາເຫດຫລັກກໍແມ່ນບໍ່ພໍໃຈ ກັບເງິນຄ່າຊົດເຊີຍ ທີ່ທາງພາກສ່ວນກ່ຽວຂ້ອງ ໄດ້ສເນີໃຫ້ ແຕ່ທ່ານເອງກໍບໍ່ໄດ້ຕິດຕາມ ການແກ້ໄຂບັນຫານີ້ຢ່າງລະອຽດ.

ດັ່ງທ່ານກ່າວວ່າ:

ເພິ່ນຍັງບໍ່ທັນແກ້ໝົດ ກາມີແຫລະບາງຄົນ ກໍບໍ່ຢາກໄດ້ເຮືອນບາງຄົນ ກາຢາກໄດ້ເງິນຄືເກົ່າ ບໍ່ຢາກຄືບໜ້າເທື່ອ ກາຍັງຄືເກົ່າຢູ່ ເຮົາບໍ່ເຂົ້າໃຈນຳເຂົາເຈົ້າ ອັນນີ້ນ່າເຮົາບໍ່ໄດ້ໄປລວມນຳເຂົາ ເຮົານີ້ບໍ່ມີຫຍັງກ່ຽວຂ້ອງແລ້ວ ຖືວ່າເຮົາເອົາໝົດແລ້ວນີ້.

ທາງດ້ານນັກວິຊາການ ທ່ານນຶ່ງກ່າວວ່າ ການທີ່ຊາວບ້ານຫລາຍຄອບຄົວ ຍັງບໍ່ຮັບເອົາເງິນຄ່າຊົດເຊີຍຈາກໂຄງການດັ່ງກ່າວ ເທື່ອນັ້ນກໍເກີດຂຶ້ນ ຍ້ອນຫລາຍສາເຫດ ຊຶ່ງສາເຫດນຶ່ງທີ່ທ່ານເອງ ເຄີຍເຫັນມາໃນກ່ອນໜ້ານີ້ ກໍແມ່ນຊາວບ້ານຈຳນວນນຶ່ງ ຮູ້ສຶກບໍ່ພໍໃຈທີ່ໄດ້ຮັບເງິນຄ່າຊົດເຊີຍ ແບບເປັນງວດດັ່ງນັ້ນພວກເຂົາເຈົ້າ ຈຶ່ງຍັງບໍ່ຮັບເອົາເງິນ ຄ່າຊົດເຊີຍ.

ດັ່ງທ່ານກ່າວວ່າ:

ກາບໍ່ໄດ້ ຕ່າງແຂວງຫລາຍເມືອງ ກາຍັງບໍ່ໄດ້ ຊ້າໆ ປະຊາຊົນກາຈົ່ມຢູ່ ແບ່ງຈ່າຍຫລາຍງວດຊີ້ນ່າ ກາບໍ່ມັກ ເພາະມັນເປັນເງິນກີບ ແລ້ວເງິນເຮົາມັນເຟີ້.

ເມື່ອວັນທີ 07 ທັນວາ 2022 ທ່ານ ວຽງສະຫວັດ ສີພັນດອນ ຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ຣາຍງານ ຕໍ່ກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ເຖິງສາເຫດ ທີ່ວຽກງານການເບີກຈ່າຍ ຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ໄດ້ດຳເນີນການ ໄປແບບຫລ້າຊ້າ ແລະ ບໍ່ທັນສຳເຣັດນັ້ນ ເປັນຍ້ອນຊາວບ້ານ ຈຳນວນນຶ່ງບໍ່ຍອມ ຮັບລາຄາເງິນຊົດເຊີຍ ຕາມທີ່ສະພາໄດ້ຮັບຮອງໄວ້.

ສ່ວນຊາວບ້ານຈຳນວນນຶ່ງ ໄດ້ໃຫ້ຂໍ້ມູນຕໍ່ວິທຍຸ ເອເຊັຽ ເສຣີ ຕື່ມວ່ານອກຈາກ ສາເຫດດັ່ັງກ່າວ ກໍຍັງມີອີກຫລາຍສາເຫດ ທີ່ເຮັດໃຫ້ຊາວບ້ານ ຍັງບໍ່ໄດ້ຮັບເງິນຊົດເຊີຍ ເປັນຕົ້ນບັນຫາການທັບຊ້ອນ ທີ່ດິນລະຫວ່າງເຈົ້າຂອງຜູ້ໃໝ່ ແລະ ຜູ້ເກົ່າ ທີ່ຍັງບໍ່ສາມາດໄກເກັ່ຽກັນໄດ້ ເທື່ອເຮັດໃຫ້ພາກສ່ວນ ທີກ່ຽວຂ້ອງຈຶ່ງຍັງບໍ່ສາມາດ ໃຫ້ເງິນຄ່າຊົດເຊີຍ ແກ່ທີ່ດິນທີ່ຍັງມີບັນຫາ ຂໍ້ຂັດແຍ່ງນັ້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.