ຣົຖໄຟລາວ-ຈີນ ປ່ອຍໃຫ້ ຜູ້ໂດຍສານ ຕາກຝົນ ລໍຣົຖໄຟ ຢູ່ນອກສະຖານີ

ສຸພັດຕາ
2022.07.13
ຣົຖໄຟລາວ-ຈີນ ປ່ອຍໃຫ້ ຜູ້ໂດຍສານ ຕາກຝົນ ລໍຣົຖໄຟ ຢູ່ນອກສະຖານີ ຜູ້ໂດຍສານ ຣົຖໄຟລາວ-ຈີນ ນ້ອຍ-ໃຫຍ່ ຕ່າງກໍພາກັນ ຢ່າງຜ່າສາຍຝົນ ຢູ່ຕໍ່ໜ້າສະຖານີ ຣົຖໄຟລາວ-ຈີນ ແຫ່ງນຶ່ງ, ເດືອນມິຖຸນາ 2022.
ນັກຂ່າວ ພົລເມືອງ

ໃນວັນທີ່ 12 ກໍຣະກະດາ ທີ່ຜ່ານມານີ້ ໄດ້ເກີດຫາງສຽງສັງຄົມຈົ່ມວ່າ ການໃຫ້ບໍຣິການ ຂອງສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ທີ່ບໍ່ໃຫ້ຜູ້ໂດຍສານ ທີ່ມາລໍຖ້າຊື້ປີ້ຣົຖໄຟ ແລະຜູ້ທີ່ມາລໍຖ້າຂຶ້ນຣົຖໄຟ ຈໍານວນຫຼາຍຮ້ອຍຄົນ ເຂົ້າໄປຫຼົບຝົນ ແລະລົມແຮງ ຢູ່ພາຍໃນສະຖານີ ເນື່ອງຈາກວ່າ ຍັງບໍ່ຮອດເວລາເປີດສະຖານີຣົຖໄຟ ເຮັດໃຫ້ບັນດາຜູ້ໂດຍສານ ຕ້ອງພາກັນຕາກຝົນ ຢູ່ນອກອາຄານ ສະຖານີຣົຖໄຟ ເປັນເວລາດົນ ກ່ອນທີ່ສະຖານີຣົຖໄຟ ຈະເປີດໃຫ້ສາມາດໃຫ້ເຂົ້າໄປໄດ້, ເຊິ່ງຕໍ່ປະເດັນດັ່ງກ່າວນີ້ ຜູ້ໂດຍສານຫຼາຍຄົນ ກໍເກີດຄວາມບໍ່ພໍໃຈ ແລະຢາກໃຫ້ບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ມີການປັບປຸງ ແລະແກ້ໄຂແບບຮີບດ່ວນ.

ດັ່ງຜູ້ໂດຍສານ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 13 ກໍຣະກະດາ ນີ້ວ່າ:

“ອັນນັ້ນແມ່ນຂະເຈົ້າໄປຊື້ປີ້ ຄັນບໍ່ຮອດໂມງ ແລ້ວຂະເຈົ້າບໍ່ເປີດສະຖານີເນາະ ຕອນເຊົ້າຂະເຈົ້າມາ 5 ໂມງຫັ້ນນ່າ ສະຖານີເພິ່ນເປີດ 6 ໂມງຫັ້ນນ່າ ຄັນວ່າບໍ່ເປີດນີ້ ຫ້ອງນໍ້າຢູ່ນອກບໍ່ມີ ມີແຕ່ຢູ່ໃນສະຖານີ.”

ຕໍ່ເຫດການດັ່ງກ່າວ ກໍມີຜູ້ໂດຍສານຣົຖໄຟ ລາວ-ຈີນ ອີກຫຼາຍຄົນ ໄດ້ພາກັນວິພາກວິຈານ ໄປໃນທິດທາງດຽວກັນ ໂດຍໃຫ້ຄວາມເຫັນວ່າ ການໃຫ້ບໍຣິການ ຂອງສະຖານີຣົຖໄຟ ລາວ-ຈີນ ຍັງບໍ່ສາມາດຈັດການລະບົບຕ່າງໆໄດ້ດີປານໃດ ເປັນຕົ້ນ: ການຈັດລະບົບໃຫ້ແກ່ຜູ້ໂດຍສານ ທີ່ຈະເຂົ້າໄປໃນສະຖານີຣົຖໄຟ ຍັງບໍ່ທັນໄດ້ມາຕຖານ, ດັ່ງນັ້ນ ຈຶ່ງຍັງເຫັນປະກົດການ ທີ່ປ່ອຍໃຫ້ຜູ້ໂດຍສານຕາກຝົນ ຫຼືຕາກແດດ ຢູ່ນອກສະຖານີ ເພື່ອລໍຖ້າໃຫ້ສະຖານີຣົຖໄຟເປີດ ຕາມເວລາທີ່ກໍານົດເທົ່ານັ້ນ ແລ້ວຈຶ່ງສາມາດເຂົ້າໄປພາຍໃນສະຖານີໄດ້ ເຊິ່ງຫຼາຍຄົນເຫັນວ່າ ຍັງເປັນການໃຫ້ບໍຣິການທີ່ບໍ່ທັນສໄມ ແລະມີກົດລະບຽບເຂັ້ມງວດເກີນໄປຢູ່.

ດັ່ງຜູ້ໂດຍສານຣົຖໄຟ ອີກທ່ານນຶ່ງ ກ່າວວ່າ:

“ຂະເຈົ້າຈັດລຽງບໍ່ທັນຫັ້ນນ່າ ເຂົາເຈົ້າຈັດລໍາດັບບໍ່ທັນ ເຂົາເຈົ້າກະເລີຍວ່າ ບໍ່ໃຫ້ເຂົ້າ ໃຫ້ຢືນຢູ່ນອກຈັ່ງຊີ້ນ່າ ເຂົາເຈົ້າພຍາຍາມຈັດລຽງລໍາດັບ ຢູ່ດຽວນີ້ ເຂົາແຮ່ງຈັດລະບົບກັນຢູ່ ດຽວນີ້ນ່າ.”

ໃນຂະນະທີ່ ຜູ້ໂດຍສານ ທີ່ຕ້ອງໄປລໍຖ້າຊື້ປີ້ຣົຖໄຟລ່່ວງໜ້າ ຢູ່ຕໍ່ໜ້າສະຖານີຣົຖໄຟ ລາວ-ຈີນ ແຕ່ລະແຫ່ງ ຫຼາຍຄົນກໍເວົ້າວ່າ ການໄປລຽນແຖວລໍຖ້າຊື້ປີ້ຣົຖໄຟ ຍັງມີຄວາມລໍາບາກຫຼາຍດ້ານ ທັງບໍ່ມີບ່ອນຫຼົບແດດ ແລະຫຼົບຝົນ ຢູ່ຕໍ່ໜ້າສະຖານີຣົຖໄຟ ແລະກໍບໍ່ມີຫ້ອງນໍ້າ ໄວ້ບໍຣິການຜູ້ໂດຍສານ ຢູ່ນອກສະຖານີຣົຖໄຟ ຈຶ່ງຢາກໃຫ້ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ເລັ່ງປັບປຸງ ແລະອໍານວຍຄວາມສະດວກໃຫ້ຫຼາຍກວ່ານີ້.

ດັ່ງທ່ານກ່າວວ່າ:

“ແມ່ນມັນລໍາບາກແຮງ ແດດກະແດດ ບາງທີ່ກະຝົນ ບໍ່ມີບ່ອນລີ້ຫັ້ນນ່າ ຄັນຍັງບໍ່ເປີດໂມງ ເຂົາກະບໍ່ທັນໃຫ້ເຂົ້າເທື່ອ ຄົນໄປຖ້ານີ້ກະຫຼາຍນ່າ ກະໄດ້ອົດເອົາ.”

ທາງດ້ານ ຜູ້ປະກອບການທຸຣະກິຈ ດ້ານການທ່ອງທ່ຽວ ທ່ານນຶ່ງເຫັນວ່າ ທາງບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ຕ້ອງມີການປັບປຸງ ເຣື່ອງການຂຍາຍເວລາເປີດ-ປິດ ສະຖານີຣົຖໄຟ ເປັນຕົ້ນວ່າ: ເປີດໃຫ້ຜູ້ໂດຍສານ ສາມາດເຂົ້າໄປໃນສະຖານີຣົຖໄຟໄດ້ ຕັ້ງແຕ່ຕອນເຊົ້າ ຈົນຮອດເວລາຣົຖໄຟຖ້ຽວສຸດທ້າຍຂອງແຕ່ລະມື້ ແລະອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ທີ່ມາລໍຖ້າໃຊ້ບໍຣິການໃຫ້ດີຂຶ້ນ ເພື່ອໃຫ້ເໝາະສົມ ກັບໂຄງການລະດັບປະເທດ ແລະຄືກັນກັບສະຖານີຣົຖໄຟ ໃນປະເທດອື່ນໆ.

ດັ່ງທ່ານກ່າວວ່າ:

“ແມ່ນ ອັນນີ້ຄວນ ເວລາຝົນຕົກຟ້າແດດເນາະ ລູກຄ້າທີ່ບໍ່ມີບ່ອນຊິໄປ ເຂົາເຈົ້າຢາກໄປ ລໍຖ້າຢູ່ສະຖານີ ໄປຕາກແດດຕາກຝົນ ຢູ່ຫັ້ນບໍ່ມີຮອດຕັ່ງໃຫ້ນັ່ງ ຫ້ອງນໍ້າກະບໍ່ມີ ຕ້ອງໄດ້ໄປຕົງເວລາ ທີ່ເພິ່ນເປີດສະຖານີ ຈັ່ງຊິສາມາດເຂົ້າໄປນັ່ງຢູ່ໃນຫັ້ນໄດ້.”

ປັດຈຸບັນ ສະຖານີຣົຖໄຟ ລາວ-ຈີນ ແຕ່ລະແຫ່ງ ຈະເປີດໃຫ້ຜູ້ໂດຍສານ ເຂົ້າໄປໃນໂຕສະຖານີລ່ວງໜ້າ 1 ຊົ່ວໂມງ ກ່ອນທີ່ຣົຖໄຟຈະແລ່ນມາຮອດສະຖານີ ແລະພາຍຫຼັງ ຈາກທີ່ຜູ້ໂດຍສານ ໄດ້ຂຶ້ນຣົຖໄຟ ຫຼືລົງຣົຖ ອອກຈາກສະຖານີໝົດແລ້ວ ກໍຈະປິດສະຖານີ ແລະກໍຈະເປີດສະຖານີອີກເທື່ອນຶ່ງ ລ່ວງໜ້າ 1 ຊົ່ວໂມງ ກ່ອນທີ່ຣົຖໄຟຂບວນຕໍ່ໄປ ຈະແລ່ນເຂົ້າມາຮອດສະຖານີ ແລະກໍຍັງບໍ່ແຜນທີ່ຈະຂຍາຍເວລາເປີດ-ປິດ ສະຖານີເທື່ອ, ພະນັກງານບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ກ່າວວ່າ:

“ກ່ອນທີ່ຣົຖຊິອອກຫັ້ນນ່າ ເຂົາເຈົ້າຊິເປີດສະຖານີກ່ອນຊົ່ວໂມງນຶ່ງ ຄົນຂຶ້ນຣົຖໝົດແລ້ວ ລະກະຄົນລົງຣົຖໝົດ ແລ້ວກະປະມານ 10-20 ນາທີ ເຂົາເຈົ້າກະປິດສະຖານີ.”

ຢ່າງໃດກໍຕາມ ໃນຕອນແລງຂອງວັນທີ່ 13 ກໍຣະກະດາ ນີ້ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ໄດ້ອອກແຈ້ງການເຖິງເຫດການ ທີ່ມີຜູ້ໂດຍສານ ວິພາກວິຈານ ໃນສື່ສັງຄົມອອນລາຍນ໌ ນັ້ນວ່າ: ເນື່ອງຈາກໃນຕອນເຊົ້າ ຂອງວັນທີ່ 12 ກໍຣະກະດາ ທີ່ຜ່ານມາ ໄດ້ເກີດມີຝົນຕົກໜັກ ແລະຟ້າລົມແຮງ ເຮັດໃຫ້ກະທົບຕໍ່ຜູ້ໂດຍສານ ທີ່ກໍາລັງລຽນແຖວຊື້ປີ້ ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ແລະມີບຸກຄົນຖ່າຍພາບ ນໍາໄປເຜີຍແຜ່ໃນສື່ສັງຄົມອອນລາຍນ໌ນັ້ນ ແຕ່ໂຕຈິງແລ້ວ ເວລາເກີດມາເຫດການສຸກເສີນ ທາງສະຖານີ ກໍໄດ້ເປີດປະຕູ ໃຫ້ຜູ້ທີ່ມາລໍຖ້າຊື້ປີ້ຣົຖໄຟ ເຂົ້າໄປນັ່ງພາຍໃນອາຄານສະຖານີ ແລະກໍໄດ້ຈັດສັນບ່ອນນັ່ງນອກສະຖານີ ສໍາລັບຜູ້ທີ່ມີລຽນແຖວຊື້ປີ້.

ແລະໃນຂະນະດຽວກັນ ທາງສະຖານີຣົຖໄຟ ກໍໄດ້ສັ່ງວັດສະດຸ ເພື່ອມາກໍ່ສ້າງຫ້ອງນໍ້າເພີ່ມຕື່ມ ຢູ່ນອກອາຄານສະຖານີ ເພື່ອໄວ້ໃຫ້ສໍາລັບຜູ້ທີ່ບໍ່ມີປີ້ຣົຖໄຟ ສາມາດໃຊ້ໄດ້ ເຊິ່ງຄາດວ່າ ຈະໃຊ້ເວລາກໍ່ສ້າງ ປະມານ 2 ສັປດາ ຈຶ່ງຈະສໍາເຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.