ຊາວບ້ານ ຂ. ອຸດົມໄຊ ຖ້າຄ່າຊົດເຊີຍ ສ່ວນທີ່ເຫຼືອ

ພູວົງສ໌
2022.06.17
ຊາວບ້ານ ຂ. ອຸດົມໄຊ ຖ້າຄ່າຊົດເຊີຍ ສ່ວນທີ່ເຫຼືອ ເຂດເທສບານ ເມືອງໄຊ ແຂວງອຸດົມໄຊ, ວັນທີ 17 ມິຖຸນາ 2022.
ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນ, ຊາວບ້ານຢູ່ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ໄດ້ຄ່າຊົດເຊີຍຍັງບໍ່ຄົບຖ້ວນເທື່ອ, ເຊິ່ງສ່ວນໃຫຍ່ ແມ່ນຊາວບ້ານທີ່ໄດ້ຮັບຄ່າຊົດ ຈາກໂຄງການດັ່ງກ່າວແລ້ວ ພຽງສ່ວນນຶ່ງ ແລະ ຍັງເຫຼືອອີກສ່ວນນຶ່ງ ທີ່ຕ້ອງໄດ້ຮັບການຊົດເຊີຍເພີ່ມຕື່ມ ເຮັດໃຫ້ຫຼາຍຄົນ ກໍຍັງໄດ້ຮັບຄວາມເດືອດຮ້ອນ ແລະ ຫວັງວ່າ ຈະໄດ້ຮັບຄ່າຊົດເຊີຍ ສ່ວນທີ່ຍັງເຫຼືອຢູ່ນັ້ນ ໃນມໍ່ໆນີ້.

ດັ່ງຊາວບ້ານ ຢູ່ເມືອງໄຊ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ມິຖຸນາ ນີ້ວ່າ:

“ກະເດືອດຮ້ອນຢູ່ ຢາກໄດ້ເງິນຊົດເຊີຍໄວໂອ ເພາະວ່າທີ່ແບ່ງໄປໃຫ້ທາງຣົຖໄຟ ກະແບ່ງແລ້ວເນາະ, ແຕ່ວ່າໄດ້ເງິນມາແຕ່ 6 ລ້ານປາຍກີບ, ແລ້ວຍັງລ້ານປາຍ ປະມານນີ້ແຫຼະ. ເຂົາເຈົ້າບອກ ຄັນຖ້າວ່າເງິນຊົດເຊີຍມາຮອດ ເຂົາຊິໂທຫາ, ແຕ່ວ່າກະລໍຢູ່.”

ໃນຂະນະທີ່ ຊາວບ້ານຢູ່ເມືອງໄຊ ອີກນາງນຶ່ງ ທີ່ສູນເສັຽທີ່ດິນ ໃຫ້ແກ່ໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ກ່າວວ່າ ລາວເອງ ກໍກຳລັງລໍຖ້າ ເງິນຄ່າຊົດເຊີຍ ໃນສ່ວນທີ່ຍັງເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ, ເຊິ່ງທີ່ຜ່ານມາ ກໍໄດ້ຮັບຄ່າຊົດເຊີຍໄປແລ້ວ ພຽງບາງສ່ວນເທົ່ານັ້ນ, ໂດຍຊາວບ້ານໃກ້ຄຽງ ອີກຫຼາຍຄອບຄົວ ກໍກຳລັງລໍຖ້າ ເງິນຊົດເຊີຍເພີ່ມຕື່ມນັ້ນ ເຊັ່ນດຽວກັນ.

ດັ່ງທ່ານກ່າວວ່າ:

“ມັນຖືກປະມານ 1,000 ຕາແມັຕນີ້ແຫຼະ ຜ່ານມາໃຫ້ແລ້ວ ບ້ວງນັ້ນນ່າ, ແຕ່ວ່າຍັງບ້ວງ ມໍ່ຊິຮອດ 2 ເຮັກຕ້າຣ໌. ທີ່ຍັງດຽວນີ້ ຫຼາຍຄອບຄົວຢູ່ ທີ່ຍັງ, ຫັ້ນນ່າ.”

ສ່ວນຊາວບ້ານ ຢູ່ເມືອງນາໝໍ້ ນາງນຶ່ງ ທີ່ຖືກຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ກ່າວວ່າ ຊາວບ້ານຫຼາຍຄອບຄົວ ໃນເຂດບ້ານ ທີ່ລາວຢູ່ອາສັຍ ກໍຍັງໄດ້ຄ່າຊົດເຊີຍ ຈາກໂຄງການດັ່ງກ່າວ ບໍ່ທັນຄົບຖ້ວນເທື່ອ, ໂດຍບໍ່ຮູ້ສາເຫດ ທີ່ຄັກແນ່ ເຮັດໃຫ້ຄອບຄົວ ຈຳນວນນຶ່ງ ທີ່ເສັຽເຮືອນ ໃຫ້ແກ່ໂຄງການດັ່ງກ່າວ ໄປກ່ອນໜ້ານີ້ ກໍຍັງບໍ່ທັນປຸກເຮືອນເທື່ອ ຍ້ອນຕ້ອງການ ເງິນຄ່າຊົດເຊີຍເພີ່ມຕື່ມ ເພື່ອໄປຊື້ທີ່ດິນ ແລະ ປຸກເຮືອນໃໝ່.

ດັ່ງຍານາງກ່າວວ່າ:

“ເຮືອນຢູ່ຂ້າງຄຽງເຂົານີ້ ກໍບໍ່ໄດ້ກໍຫຼາຍເຕີບໂອ. ຜູ້ຖືກຜົລກະທົບ ເຂົາບໍ່ໃຫ້ເຮືອນຈັດສັນຫັ້ນຊື່ໆ ກະຫຼາຍເຮືອນ ບໍ່ໄດ້ເຮືອນຈັດສັນ. ຫຼາຍຄົນ ເຂົາເຈົ້າກໍຂັດຂ້ອງ ຄອບຄົວເຂົາຊື້ບໍ່ໄດ້ ກະຍັງຢູ່ຕູບເຂົາໄປຈັ່ງນັ້ນແຫຼະ.”

ໃນຂະນະດຽວກັນ, ໂຮງຮຽນມັທຍົມສົມບູນຫ້ວຍຂຸມ ແຫ່ງໃໝ່ ຢູ່ບ້ານຫ້ວຍຂຸມ, ເມືອງໄຊ ທີ່ຖືກສ້າງຂຶ້ນໃໝ່, ໂດຍທຶນຈາກໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ເພື່ອທົດແທນໂຮງຮຽນຫຼັງເກົ່າ ທີ່ຖືກເສັ້ນທາງຣົຖໄຟລາວ-ຈີນ ກໍ່ສ້າງຜ່ານນັ້ນ, ກໍຍັງມີຄວາມຕ້ອງການ ເງິນຊ່ອຍເຫຼືອອີກຫຼາຍ ເພື່ອນຳມາປັບປຸງດ້ານຕ່າງໆ ພາຍໃນໂຮງຮຽນ ເພື່ອຕອບສນອງ ໃຫ້ແກ່ການຮຽນ-ການສອນ ແລະ ອຳນວຍຄວາມສະດວກ ແກ່ນັກຮຽນ.

ດັ່ງເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊ ທ່ານນຶ່ງ ກ່າວວ່າ:

“ຄັນທຽບໃສ່ບ່ອນເກົ່າຫັ້ນ, ກະຖືວ່າດີ ຍັງບໍ່ທັນສົມບູນແບບ. ທີ່ຕ້ອງການຢາກໃຫ້ຊ່ອຍເຫຼືອແທ້ ກະຄືເດີ່ນ ເພາະວ່າເດີ່ນນີ້ ຢາກໃຫ້ນັກຮຽນໄດ້ຫຼິ້ນກິລາ, ຫຼິ້ນກິຈກັມກິລາເຕະບານ ອີ່ຫຍັງຕ່າງໆ. ພື້ນທີ່ມັນບໍ່ຢາກສົມບູນປານໃດ.”

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ຄະນະຮັບຜິດຊອບ ວຽກງານໄກ່ເກັ່ຽສິ່ງກີດຂວາງ ໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ປະຈຳແຂວງອຸດົມໄຊ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກ ທີ່ຈະໃຫ້ສັມພາດ ຜ່ານທາງໂທຣະສັບ.

S__62439426.jpg
ສຖານີຣົຖໄຟລາວ-ຈີນ ບ້ານນາແລ ເມືອງໄຊ ແຂວງອຸດົມໄຊ.

ແຕ່ເຖິງຢ່າງໃດກໍຕາມ, ອະດີດເຈົ້າໜ້າທີ່ ແຂວງອຸດົມໄຊ ທ່ານນຶ່ງ ກ່າວວ່າ ສາເຫດທີ່ພາກສ່ວນ ທີ່ກ່ຽວຂ້ອງ ຈ່າຍຄ່າຊົດເຊີຍ ແກ່ຊາວບ້ານ ຍັງບໍ່ຄົບຖ້ວນນັ້ນ, ເປັນຍ້ອນຂາດງົບປະມານ, ເຊິ່ງທ່ານເອງ ກໍບໍ່ຮູ້ຄັກແນ່ວ່າ ມີຈັກຄອບຄົວ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ສ່ວນທີ່ເຫຼືອນັ້ນຢູ່.

ດັ່ງທ່ານກ່າວວ່າ:

“ເອີ, ຫຼ້າຊ້າຍ້ອນວ່າ ບໍ່ມີເງິນໂອ, ບໍ່ມີເງິນຊິຊຳຣະໃຫ້ເຂົາ. ເຈົ້າຂອງໂຄງການຫັ້ນລະ ບໍ່ມີເງິນຊຳຣະໃຫ້ເຂົາ. ເຮົາກະບໍ່ຮູ້ໂຕເລຂມັນ, ແຕ່ວ່າ ຮູ້ວ່າຍັງ, ຈັກແມ່ນຫຼາຍສ່ຳໃດ ໜ້ອຍສ່ຳໃດ.”

ຫຼ້າສຸດນີ້, ໃນວັນທີ 15 ມິຖຸນາ ທີ່ຜ່ານມາ ທ່ານ ຄຳດີ ວົງລ້ອມ, ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ສເນີຜ່ານກອງປະຊຸມ ສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ໃຫ້ຣັຖບານ ຄົ້ນຄວ້າງົບປະມານ ເພື່ອທົດແທນໃຫ້ແກ່ຊາວບ້ານ ໃນແຂວງອຸດົມໄຊ ທີ່ຖືກຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ທີ່ໄດ້ຄ່າຊົດເຊີຍຍັງບໍ່ຄົບຖ້ວນ, ເຊິ່ງຍັງຄ້າງຈ່າຍ ຈຳນວນຫຼາຍຕື້ກີບ, ໂດຍໄລຍະຜ່ານມາ ຣັຖບານໄດ້ຊົດເຊີຍ ໃຫ້ຊາວບ້ານແລ້ວ 9 ເທື່ອ ເປັນມູລຄ່າ 100 ປາຍຕື້ກີບ.

ສຳລັບການຊົດເຊີຍ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວ ຢູ່ແຂວງອຸດົມໄຊ ມີມູລຄ່າທັງໝົດ ປະມານ 253 ຕື້ກີບ, ໂດຍໃນໄລຍະຜ່ານມາ ສາມາດເບີກຈ່າຍຄ່າຊົດເຊີຍແລ້ວ ມູລຄ່າລວມ 183 ຕື້ກີບ ແລະ ຍັງເຫຼືອອີກປະມານ 69.6 ຕື້ກີບ ທີ່ຍັງຕ້ອງສືບຕໍ່ແກ້ໄຂ, ອີງຕາມການຣາຍງານ ຂອງສະພາປະຊາຊົນ ແຂວງອຸດົມໄຊ ໃນກ່ອນໜ້ານີ້.

ແລະ ໃນວັນທີ 16 ມິຖຸນາ 2022 ທີ່ຜ່ານມາ, ໃນລະຫວ່າງກອງປະຊຸມ ສະພາແຫ່ງຊາດນັ້ນ ທ່ານ ວຽງສະຫວັດ ສີພັນດອນ, ຣັຖມົນຕຣີກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ຊີ້ແຈງຕໍ່ຂໍ້ຊັກຖາມ ຂອງ ສສຊ ກ່ຽວກັບການຊົດເຊີຍເງິນ ແກ່ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ທີ່ໃນບາງແຂວງ ມີຄວາມຫຼ້າຊ້ານັ້ນວ່າ ຍັງມີ 3 ສາເຫດຫຼັກ ທີ່ພາໃຫ້ການຊົດເຊີຍ ມີຄວາມຊັກຊ້າ ນັ້ນກໍຄື 1 ຜູ້ທີ່ໄດ້ຮັບຜົລກະທົບ ຍັງບໍ່ທັນເຂົ້າໃຈ ແລະ ເປັນເອກພາບ ໃນລາຄາຊົດເຊີຍ ທີ່ທາງແຂວງວາງອອກ, 2 ລະບຽບການເບີກຈ່າຍຄ່າຊົດເຊີຍ ມີຫຼາຍຂັ້ນຕອນຈົນເກີນໄປ ເພາະຕ້ອງໄດ້ມີລາຍເຊັນ ເຖິງ 7 ລາຍເຊັນ ຈຶ່ງຈະເບີກຈ່າຍໄດ້, ແລະ 3 ຍັງມີເຈົ້າຂອງດິນ ບາງຄົນ ບໍ່ເຂົ້າມາພົວພັນ ເຣື່ອງການຊົດເຊີຍ ໃຫ້ຈະແຈ້ງ ຈຶ່ງເປັນອັນແກ່ຍາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.