ທາງການແຂວງບໍ່ແກ້ວ ປະຊຸມເຣື່ອງຄ່າຊົດເຊີຍ ໃຫ້ຜູ້ທີ່ຖືກຜົລກະທົບ ເຂື່ອນປາກແບງ

ຈຳປາທອງ
2023.03.09
ທາງການແຂວງບໍ່ແກ້ວ ປະຊຸມເຣື່ອງຄ່າຊົດເຊີຍ ໃຫ້ຜູ້ທີ່ຖືກຜົລກະທົບ ເຂື່ອນປາກແບງ ແມ່ນ້ຳຂອງ ບໍຣິເວນ ທີ່ຈະມີການສ້າງເຂື່ອນ ປາກແບງ, ວັນທີ 15 ເດືອນຕຸລາ ປີ 2022.
RFA

ທາງການແຂວງບໍ່ແກ້ວ ແລະຫ້ອງການ ປົກຄອງເມືອງປາກທາ ປະຊຸມຮ່ວມກັນ ເພື່ອກໍານົດຄ່າຊົດເຊີຍຜົລເສັຽຫາຍ ທີ່ດິນ, ຕົ້ນໄມ້ ແລະຜົລລະປູກຂອງຊາວ ບ້ານ ທີ່ຈະຖືກຜົລກະທົບ ຈາກໂຄງການເຂື່ອນໄຟຟ້າປາກແບງ ໃນແມ່ນໍ້າຂອງ ແຕ່ຍັງບໍ່ສາມາດສລຸບຣາຍລະອຽດໄດ້ເທື່ອ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການພະລັງງານ ແລະບໍ່ແຮ່ເມືອງປາກທາ ແຂວງບໍ່ແກ້ວ ຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 9 ມິນານີ້.

“ກະຂຶ້ນແຜນຊິລົງສໍາຣວດ ເກັບຂໍ້ມູນ ຂຶ້ນໃນທະບຽນຊັບສິນ ທີ່ຕັ້ງບ້ານໃໝ່ ຍັງບໍ່ທັນໄດ້ສໍາຣວດ ລະອຽດເທື່ອ ບໍ່ທັນໄດ້ຊົດເຊີຍຫຍັງເທື່ອ ບໍ່ທັນໄດ້ສລຸບສັງລວມຂໍ້ມູນ ທີ່ວ່າລົງເກັບກໍາເປັນແບບເຮືອນ ຫລືວ່າເປັນຕົ້ນໄມ້ຕົ້ນຕອກທຸກຢ່າງ ຖືວ່າຍັງ.”

ທ່ານກ່າວຕື່ມອີກວ່າ ສະເພາະແຂວງບໍ່ແກ້ວ ຈະມີຊາວບ້ານ ຢູ່ເມືອງປາກທາ ປະມານ 17 ບ້ານ ທີ່ຈະຖືກຜົລກະທົບ ສູນເສັຽທີ່ດິນ, ຕົ້ນໄມ້ ແລະ ຜົລລະປູກ ແລະມີຊາວບ້ານ ຈໍານວນນຶ່ງ ຈະຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນຈັດສັນໃໝ່. ສ່ວນການກໍານົດຄ່າຊົດເຊີຍ ແມ່ນຈະອີງໃສ່ ສະພາບຕົວຈິງ ຂອງເສຖກິຈ-ສັງຄົມ ໃນພື້ນທີ່ ໂດຍຈະເອົາແນວທາງ ຂອງໂຄງການເຂື່ອນໄຊຍະບູຣີ ມາເປັນແບບຢ່າງ ແລະຟື້ນຟູຊີວິດ ການເປັນຢູ່ຂອງຊາວບ້ານ.

ຊາວບ້ານຜູ້ນຶ່ງ ຢູ່ບ້ານກ້ອນຕື້ນ ເມືອງປາກທາ ເວົ້າວ່າ ຖ້າຫາກຊາວບ້ານ ໄດ້ຮັບຜົລກະທົບ, ສູນເສັຽທີ່ດິນທໍາການກະເສດ ໃຫ້ໂຄງການເຂື່ອນປາກແບງ ຊາວບ້ານຈະຕ້ອງໄດ້ຮັບເງິນຊົດເຊີຍ ຢ່າງໜ້ອຍ 150 ລ້ານກີບຕໍ່ເຮັກຕ້າຣ໌. ສ່ວນຜົລເສັຽຫາຍອື່ນໆ ບໍຣິສັດຜູ້ພັທນາໂຄງການ ແລະທາງການລາວ ກໍຈະຕ້ອງປະເມີນຄ່າຊົດເຊີຍ ໃຫ້ຢ່າງສົມເຫດສົມຜົລ ແລະບໍ່ເຮັດໃຫ້ຊາວບ້ານ ອັບຜົລປໂຍດ ແລະເກີດຂໍ້ຂັດແຍ່ງຂຶ້ນຕາມພາຍຫລັງ.

“ອັນບ້ານໂຍກຍ້າຍຫັ້ນ ເຂົາວ່າ-ຊາວບ້ານ ດິນນາເຮັກຕານຶ່ງຫັ້ນ 150 ລ້ານກີບ ຈັກຊິໄດ້ ຫລື ວ່າບໍ່ໄດ້ ທາງບໍຣິສັດ ເພິ່ນຍັງບໍ່ຕອບເທື່ອ. ຕົ້ນໄມ້ຕົ້ນຕອກອິຫຍັງ ເຣື່ອງດຸດທີ່ນາຫັ້ນແຫລະ ໃຫ້ເຂົາເບິ່ງນໍາ.”

ຊາວບ້ານຢູ່ບ້ານກ້ອນຕື້ນ ອີກຜູ່ນຶ່ງ ເວົ້າວ່າ ຍັງບໍ່ທັນຮູ້ວ່າ ຈະຖືກໃຫ້ໂຍກຍ້າຍ ອອກໄປຢູ່ບ່ອນໃດ ແລະຈະໄດ້ເງິນຊົດເຊີຍ ເທົ່າໃດ ກໍຍັງບໍ່ທັນມີຜູ້ໃດຮູ້ເທື່ອ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ທັງບໍຣິສັດຜູ້ພັທນາ ແລະທາງການລາວ ບໍ່ແຈ້ງຣາຍລະອຽດ ແລະຊີ້ແຈ້ງໃຫ້ຊາວບ້ານ ໄດ້ຮັບຮູ້ເທື່ອ ກ່ຽວກັບໂຄງການນີ້.

“ເພິ່ນກໍເຄີຍມາລົມ ມາລວມຢູ່ວ່າສີຈັດສັນ ບ່ອນທີ່ນໍ້າຈະຖ້ວມນ່າ ຊິຍ້າຍຫລາຍຄອບຄົວ ທີ່ຈະໄດ້ຍ້າຍ ເຣື່ອງຊົດເຊີຍ ຍັງບໍ່ເວົ້າເນາະ ມີແຕ່ວ່າຄອບຄົວໃດໄດ້ຮັບຜົລກະທົບ ເພິ່ນກະຊິປຸກສ້າງ ເຮືອນໃຫ້ໃໝ່ຊັ້ນແຫລະ.”

ພ້ອມດຽວກັນນັ້ນ ຊາວບ້ານຜູ້ນຶ່ງ ຢູ່ເມືອງຄອບ ແຊວງໄຊຍະບູຣີ ທີ່ຈະໄດ້ຮັບຜົລກະທົບ ສູນເສັຽທີ່ດິນ ແລະ ຖືກໃຫ້ໂຍກຍ້າຍ ອອກຈາກພື້ນທີ່ໂຄງການ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມີນານີ້ວ່າ ມາຮອດມື້ນີ້ ກໍຍັງບໍ່ທັນຮູ້ເຣື່ອງໂຄງການ ກໍ່ສ້າງເຂື່ອນປາກແບງນີ້ ໂດຍສະເພາະ ແຜນການໂຍກຍ້າຍປະຊາຊົນ ອອກຈາກພື້ນທີ່ ແລະຄ່າຊົດເຊີຍຜົລ ເສັຍຕ່າງໆ ເຮັດໃຫ້ຊາວບ້ານ ເກີດຄວາມກັງວົນໃຈຫລາຍ.

“ບໍ່ເຫັນມາເທື່ອຊ່ວງນີ້ເນາະ ໄລຍະ 1 ເດືອນ 2 ເດືອນຜ່ານມານີ້ ບໍ່ເຫັນຜ່ານມາເທື່ອ ຍັງບໍ່ຮູ້ເທື່ອບ່ອນສະຖານທີ່ໂຍກຍ້າຍ ຈະໄປຢູ່ຈັ່ງໃດກະຍັງບໍ່ທັນຮູ້ເທື່ອເນາະ ເພິ່ນກະຍັງບໍ່ແຈ້ງບອກເທື່ອ ປະຊາຊົນກະຍັງບໍ່ທັນເຂົ້າໃຈ ເພິ່ນຊິເຮັດແບບໃດ ກະຍັງບໍ່ຮູ້ເນາະ.”

ອີງຕາມຣາຍງານ ການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ, ໂຄງການເຂື່ອນປາກແບງ ຈະມີຊາວບ້ານ ໄດ້ຮັບຜົລກະທົບໂດຍທາງກົງ ແລະທາງອ້ອມ 26 ບ້ານໃນ 3 ແຂວງ ຄື ແຂວງອຸດົມໄຊ ເມືອງປາກແບງ 4 ບ້ານ, ແຂວງບໍ່ແກ້ວ ເມືອງປາກທາ 17 ບ້ານ ແລະແຂວງໄຊຍະບູຣີ ເມືອງຊຽງຮ່ອນ 3 ບ້ານ ແລະ ເມືອງຄອບ 2 ບ້ານ. ໃນຈໍານວນ 26 ບ້ານນີ້ ຈະມີພຽງ 7 ບ້ານ, 923 ຄອບຄົວ, 4,700 ປາຍຄົນ ຖືກໃຫ້ໂຍກຍ້າຍ ໄປຢູ່ບ້ານຈັດສັນໃໝ່.

ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ເປີດເຜີຍຕໍ່ສື່ມວນຊົນລາວ ເມື່ອຕົ້ນເດືອນມິນາ 2023 ນີ້ວ່າ ຄະນະກັມມະການ ໂຍກຍ້າຍ-ຈັດສັນ ຂັ້ນແຂວງບໍ່ແກ້ວ ຕ້ອງໄປຄົ້ນຄ້ວາຄືນ ກ່ຽວກັບຄ່າຊົດເຊີຍ, ວຽກງານກໍ່ສ້າງໂຄງຮ່າງພື້ນຖານ ຊົນລະປະທານ, ເຣື່ອງທີ່ດິນ ທີ່ຈະຖືກນໍ້າຖ້ວມ, ເຣື່ອງການພັທນາເສັ້ນທາງ, ຕ້ອງໄດ້ເກັບຂໍ້ມູນລະອຽດ ໃນການກໍານົດເຂດນໍ້າຖ້ວມ ແລ້ວນໍາເອົາຂໍ້ມູນທັງໝົດ ມາຮ່ວມກັນຫາລືອີກເທື່ອນຶ່ງ ເພື່ອສລຸບຣາຍລະອຽດ ແລ້ວຊີ້ແຈງໃຫ້ຊາວບ້ານຮັບຮູ້ຕໍ່ໄປ.

ສ່ວນເຣື່ອງຄວາມຄືບໜ້າ ຂອງໂຄງການເຂື່ອນປາກແບງ ປັດຈຸບັນ ຍັງບໍ່ໄດ້ເຊັນສັນຍາ ຊື້-ຂາຍ ໄຟຟ້າ ຫລື PPA ກັນເທື່ອ, ແຕ່ທາງບໍຣິສັດ ຜູ້ພັທນາໂຄງການ ກໍໄດ້ເຂົ້າໄປສ້າງໂຄງຮ່າງພື້ນຖານ ຕ່າງໆ ເພື່ອກຽມຄວາມພ້ອມສໍາລັບການກໍ່ສ້າງໂຕເຂື່ອນໄວ້ແລ້ວ. ສ່ວນເຣື່ອງການເຊັນສັນຍາຊື້ຂາຍໄຟຟ້າຢ່າງເປັນທາງການ ຈະມີຂຶ້ນໃນມື້ໃດນັ້ນ ທາງບໍຣິສັດ ຜູ້ພັທນາໂຄງການ ຍັງບໍ່ສາມາດ ໃຫ້ຄໍາຕອບໄດ້ ແລະບໍ່ເປີດເຜີຍສາເຫດ ການຊັກຊ້ານັ້ນໃຫ້ຮູ້ໄດ້.

ດັ່ງເຈົ້າໜ້າທີ່ ບໍຣິສັດພັທນາພະລັງງານ Gulf ປະເທດໄທຍ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 9 ມີນານີ້ວ່າ:

“ຄືຍັງບໍ່ໄດ້ເຊັນສັນຍາ ຊື້-ຂາຍ ໄຟຟ້າເທື່ອ ແຕ່ວ່າອັນນີ້ ກະຄືໄດ້ມີການເຊັນ ຮ່າງສັນຍາກໍ່ສ້າງ ກັບຣັຖບານໄປແລ້ວ ມັນຍັງບໍ່ໄດ້ເລີ່ມກໍ່ສ້າງ ແຕ່ວ່າຢູ່ໃນຂັ້ນຕອນ ທີ່ກໍາລັງພັທນາພື້ນທີ່ ໃນລະດັບນຶ່ງກ່ອນຈະເຣີ່ມການກໍ່ສ້າງ.”

ບໍຣິສັດດັ່ງກ່າວ ມີແຜນຈະເຂົ້າໄປຊື້ຫຸ້ນໃນສັດສ່ວນ 49% ຂອງໂຄງການ ເຂື່ອນປາກແບງ ແລະອີກ 51% ເປັນຂອງບໍຣິສັດ ລົງທຶນຕ່າງປະເທດ Datang (China Datang Oversea Investment) ຂອງຈີນ.

ໂຄງການເຂື່ອນປາກແບງ ຂນາດ 912 ເມກະວັດ ຕັ້ງຢູ່ບ້ານປາກເງີຍ ເມືອງປາກແບງ ແຂວງອຸດົມໄຊ, ມີບໍຣິສັດລົງທຶນ ຕ່າງປະເທດ Datang ຂອງຈີນ ເປັນຜູ້ສ້າງເຂື່ອນນີ້ ດ້ວຍມູນຄ່າການລົງທຶນ ປະມານ 1,880 ລ້ານໂດລ້າຣ໌ ສະຫະຣັຖ. ໄຟຟ້າທີ່ຜລິດໄດ້ ຕາມແຜນ ແມ່ນຈະສົ່ງຂາຍໃຫ້ປະເທດໄທຍ 90% ແລະ ຣັຖວິສາຫະກິຈ ໄຟຟ້າລາວ 10%.

ໂຄງການ ເຂື່ອນປາກແບງນີ້ ສ້າງຄວາມກັງວົນໃຈ ໃຫ້ປະຊາຊົນລຸ່ມແມ່ນໍ້າຂອງ ຫລາຍສົມຄວນ ຊຶ່ງເຄືອຂ່າຍພາກປະຊາສັງຄົມໄທຍ ແລະອົງການຈັດຕັ້ງສາກົນ ພະຍາຍາມຄັດຄ້າຍ ບໍ່ໃຫ້ກໍ່ສ້າງເຂື່ອນແຫ່ງນີ້ ຊຶ່ງໄລຍະຜ່ານມາ ໄດ້ສົ່ງໜັງສືໄປເຖິງນາຍົກຣັຖມົນຕຣີຂອງໄທຍ, ຣັຖມົນຕຣີ ກະຊວງພະລັງງານ, ປະ ທານຄະນະກັມມະການນະໂຍບາຍ ພະລັງງານແຫ່ງຊາດໄທຍ ເພື່ອຂໍໃຫ້ເລື່ອນການຮັບຊື້ໄຟຟ້າ ຈາກເຂື່ອນປາກແບງ ອອກໄປກ່ອນ ຮວມທັງເຂື່ອນຫລວງພຣະບາງ, ເຂື່ອນປາກລາຍ ແລະເຂື່ອນຊະນະຄາມນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.