ລັດຖະບານ ໃຫ້ເອກະຊົນ ສຳຫຼວດ ສ້າງເຂື່ອນເຊລະນອງ 4

ພູວົງສ໌
2024.09.11
ລັດຖະບານ ໃຫ້ເອກະຊົນ ສຳຫຼວດ ສ້າງເຂື່ອນເຊລະນອງ 4 ພິທີເຊັນ MOU ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາ ເຂື່ອນໄຟຟ້າ ເຊລະນອງ 4 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ພັນທະມິດກຣຸບ ຈຳກັດ ນະຄອນຫຼວງວຽງຈັນ ວັນທີ 2 ກັນຍາ 2024.
ພັນທະມິດກຣຸບ PhanthamitGroup-PMG

ທາງການລາວ ເຊັນສັນຍາ ບັນທຶກຄວາມເຂົ້າໃຈ MOU ອະນຸຍາດໃຫ້ ບໍລິສັດ ພັນທະມິດກຣຸບ ຈຳກັດ ຂອງນັກລົງທຶນລາວ ສຶກສາ-ສຳຫຼວດ ຄວາມເປັນໄປໄດ້ ໃນການພັດທະນາ ໂຄງການເຂື່ອນໄຟຟ້າ ເຊລະນອງ 4 ຢູ່ເຂດເມືອງຕະໂອ້ຍ ແຂວງສາລະວັນ ໃນມື້ວັນທີ 2 ກັນຍາ 2024 ທີ່ຜ່ານມາ.

ກ່ຽວກັບເລື້ອງນີ້, ເຈົ້າໜ້າທີ່ ບໍລິສັດ ພັນທະມິດກຣຸບ ຈຳກັດ ກ່າວວ່າ ປັດຈຸບັນ, ຍັງບໍ່ທັນມີລາຍລະອຽດ ກ່ຽວກັບໂຄງການ ດັ່ງກ່າວນີ້ ວ່າຈະມີກຳລັງການຜະລິດ ເທົ່າໃດ ແລະ ຈະຂາຍໄຟຟ້າ ໃຫ້ກັບປະເທດໃດ ເນື່ອງຈາກເປັນ ໂຄງການສຶກສາ-ສຳຫຼວດ ໃໝ່, ຄາດວ່າ ບໍລິສັດ ຈະໃຊ້ໄລຍະເວລາ ສຶກສາ-ສຳຫຼວດ ຄວາມເປັນໄປໄດ້ ປະມານ 10-12 ເດືອນ. ດັ່ງເຈົ້າໜ້າທີ່ ນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ກັນຍາ ນີ້ວ່າ:

“ຕົວນີ້ ມັນເປັນການສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ເປັນ MOU ເບື້ອງຕົ້ນ. ຖ້າໂຄງການ ມັນເປັນໄປໄດ້ ເຮົາກະສາມາດ ເຊັນສັນຍາກໍ່ສ້າງເລີຍ. ຢູ່ພາກໃຕ້, ກາຍປາກເຊໄປ.”

ຍານາງ ກ່າວອີກວ່າ ພາຍຫຼັງທີ່ລັດຖະບານລາວ ໄດ້ອະນຸຍາດ ໃຫ້ບໍລິສັດ ເຂົ້າໄປສຶກສາ-ສຳຫຼວດ ຄວາມເປັນໄປໄດ້ ໃນການພັດທະນາ ໂຄງການເຂື່ອນໄຟຟ້າ ເຊລະນອງ 4 ຢູ່ເຂດເມືອງຕະໂອ້ຍ ແຂວງສາລະວັນ ແລ້ວ, ບໍລິສັດ ກໍຈະເລີ່ມດຳເນີນການ ເຂົ້າໄປສຶກສາ-ສຳຫຼວດ ໃນທັນທີ.

ທາງດ້ານເຈົ້າໜ້າທີ່ ຜູ້ຮູ້ຈັກວຽກງານ ດ້ານພະລັງງານ ກ່າວວ່າ ເນື່ອງຈາກເປັນ ໂຄງການສຶກສາ-ສຳຫຼວດ ໃໝ່ ຈຶ່ງຍັງບໍ່ທັນມີ ລາຍລະອຽດ ກ່ຽວກັບບົດປະເມີນ ທາງດ້ານເສດຖະກິດ-ເຕັກນິກ ແລະ ບົດປະເມີນຜົນກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ, ແຕ່ຄາດວ່າ ໂຄງການດັ່ງກ່າວ ຈະມີກຳລັງການຜະລິດໄຟຟ້າ ບໍ່ເກີນ 100 ເມກະວັດ.

ເບື້ອງຕົ້ນ, ໂຄງການເຂື່ອນໄຟຟ້າ ເຊລະນອງ 4 ແມ່ນຈະຕັ້ງຢູ່ ແລວນ້ຳເຊລະນອງ ທີ່ໄຫຼຜ່ານແຂວງສະຫວັນນະເຂດ ແລະ ແຂວງສາລະວັນ, ເຊິ່ງປັດຈຸບັນ ມີໂຄງການ ເຂື່ອນໄຟຟ້າ ເຊລະນອງ 1 ທີ່ເປີດທຳການ ຜະລິດໄຟຟ້າແລ້ວ ແລະ ເຂື່ອນໄຟຟ້າ ເຊລະນອງ 2 ແລະ 3 ແມ່ນຢູ່ໃນແຜນ ການກໍ່ສ້າງ, ແຕ່ຍັງບໍ່ທັນໄດ້ເລີ່ມ ດຳເນີນການເທື່ອ. ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເປັນບໍລິສັດ ຂອງລາວນີ້ແຫຼະ, ເຂົ້າເຈົ້າບໍ່ທັນໄດ້ລົງມືເຮັດເທື່ອ. ຈະມີເຂື່ອນເຊລະນອງ 1, ເຊລະນອງ 2, 3, 4 (ກຳລັງການຜະລິດ).”

ຂະນະທີ່ຊາວບ້ານ ໃນເຂດເມືອງຕະໂອ້ຍ ແຂວງສາລະວັນ ກ່າວວ່າ ບໍ່ເຫັນດີປານໃດ ຫາກລັດຖະບານລາວ ຈະສ້າງເຂື່ອນໄຟຟ້າ ໃສ່ນ້ຳເຊລະນອງ ເພາະເປັນແຫຼ່ງ ສະບຽງອາຫານ, ແຫຼ່ງນ້ຳທຳມະຊາດ ເອົາໄວ້ທຳການກະເສດ ທີ່ຕິດພັນ ກັບການທ່ອງທ່ຽວ ໃນໄລຍະລະດູແລ້ງ. ຫາກມີການສ້າງເຂື່ອນໄຟຟ້າ ໄປແລ້ວ, ຈະເກີດຄວາມເສຍຫາຍ ຢ່າງໜັກ ຕໍ່ລະບົບນິເວດ ໃນເຂດດັ່ງກ່າວ.

ຊາວບ້ານທ່ານໜຶ່ງ ໃນເມືອງຕະໂອ້ຍ ແຂວງສາລະວັນ ກ່າວວ່າ ປັດຈຸບັນ ຍັງບໍ່ທັນຮູ້ວ່າ ຈະມີການສຶກສາ-ສຳຫຼວດ ຄວາມເປັນໄປໄດ້ ໃນການພັດທະນາ ໂຄງການເຂື່ອນໄຟຟ້າ ເຊລະນອງ 4, ແຕ່ຖ້າຫາກໂຄງການ ຜ່ານການເຫັນດີ ໃຫ້ກໍ່ສ້າງ ກະມີຄວາມກັງວົນ ເລື້ອງທີ່ດິນ ທຳການກະເສດ ຂອງຊາວບ້ານ ຈະຖືກນ້ຳຖ້ວມ ຫຼືສູນເສຍ ໃຫ້ກັບໂຄງການ.

ພ້ອມດຽວກັນນີ້, ຖ້າຫາກຈະສ້າງເຂື່ອນໄຟຟ້າ ເພື່ອປະໂຫຍດ ຂອງປະເທດແທ້ໆ ກໍຈະຕ້ອງຈ່າຍເງິນ ຄ່າຊົດເຊີຍ ໃຫ້ກັບຊາວບ້ານ ທີ່ອາດຈະໄດ້ຮັບ ຜົນກະທົບ ຢ່າງເໝາະສົມ ແລະ ຕ້ອງທົດແທນ ດິນທຳການກະເສດ ໃຫ້ກັບຊາວບ້ານ. ດັ່ງຊາວບ້ານ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຍັງໆ, ຍັງບໍ່ບອກ ຈັກມື້ໃດ. ຈັກຊິເຮັດແນວໃດແລ້ວ, ຊິໄດ້ເຮັດຢູ່ໃສນາ ຄັນມັນຖ້ວມໝົດແລ້ວ. ໄຮ່ນາເຂົາ, ເປັນເຄື່ອງປູກ ຂອງຝັງ, ຍາກຫຼາຍ. ຈັກຄຸ້ມຄ່າພິສັງ ຍອມເຂົາ. ເຮັກຕ້າຣ໌ລະ 40 ລ້ານກີບ ພໍແລ້ວອັນນັ້ນ. ປະຊາຊົນ ກະບໍ່ໄດ້ຕິ ບໍ່ໄດ້ເວົ້າແນວນັ້ນ, ແນວນີ້ດອກ.”

ຊາວບ້ານ ອີກທ່ານໜຶ່ງ ໃນເມືອງຕະໂອ້ຍ ແຂວງສາລະວັນ ກ່າວວ່າ ຍັງບໍ່ທັນຮູ້ຂ່າວວ່າ ຈະມີການສ້າງ ເຂື່ອນໄຟຟ້າ ເຊລະນອງ 4 ໃນເຂດເມືອງຕະໂອ້ຍ, ແຕ່ຖ້າລັດຖະບານລາວ ຈະສ້າງແທ້ ກະຄວນປະເມີນ ຜົນກະທົບ ແລະ ທົດແທນຄ່າເສຍຫາຍ ຢ່າງສົມເຫດສົມຜົນ, ຖ້າຫາກມີຊາວບ້ານ ໄດ້ຮັບຜົນກະທົບ ແລະ ຖືກໂຍກຍ້າຍ ອອກຈາກເຂດບ້ານເດີມ. ດັ່ງຊາວບ້ານ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຍັງໆ ມັນກະບໍ່ງ່າຍເດ້ ພື້ນທີ່ມັນຈຳກັດ ແຖວນີ້ມັນເປັນພູ ເປັນສວນເປັນຫຍັງໄປ. ນາມັນກະຫາຍາກແລ້ວເນາະ. ທົດແທນຕົ້ນໄມ້ ທົດແທນດິນ ອີ່ຫຍັງຕ່າງໆນ່າ. ການທົດນ້ຳຂຶ້ນ ນ້ຳກະຖ້ວມເດ້.”

ມາຮອດປັດຈຸບັນນີ້, ປະເທດລາວ ມີແຫຼ່ງພະລັງງານໄຟຟ້າແລ້ວ 98 ແຫ່ງ ປະກອບມີເຂື່ອນໄຟຟ້າ, ໂຄງການພະລັງງານລົມ, ໂຄງການພະລັງງານ ແສງຕາເວັນ ແລະ ໂຄງການພະລັງງານຖ່ານຫີນ. ໃນນັ້ນ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ພາຍໃຕ້ການຄຸ້ມຄອງ ຂອງລັດວິສາຫະກິດ ໄຟຟ້າລາວ ກະຄືລັດຖະບານລາວ ເປັນຜູ້ຄຸ້ມຄອງ ພຽງແຕ່ 13 ແຫ່ງ. ສ່ວນທີ່ເຫຼືອ ເປັນຂອງບໍລິສັດ ເອກະຊົນ ທັງຈາກພາຍໃນ ແລະ ຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.