ເສັ້ນທາງເປ່ເພ ຍ້ອນສ້າງບໍ່ໄດ້ມາຕຖານ, ຣົຖບັນທຸກນ້ຳໜັກເກີນ

ຈຳປາທອງ
2022.12.15
ເສັ້ນທາງເປ່ເພ ຍ້ອນສ້າງບໍ່ໄດ້ມາຕຖານ, ຣົຖບັນທຸກນ້ຳໜັກເກີນ ເສັ້ນທາງທີ່ເປ່ເພ ຍ້ອນການຂົນສົ່ງສິນຄ້ານ້ຳໜັກເກີນ ໃນແຕ່ລະມື້, ແຂວງພາກເໜືອຂອງ ສປປ ລາວ ເດືອນ ມົກກະຣາ 2022.
RFA

ຣົຖບັນທຸກຂນາດໜັກ ທີ່ຂົນໄມ້, ຂົນແຮ່ທາດ, ຂົນຫິນ ແລະອຸປະກອນກໍ່ສ້າງ ເປັນຕົ້ນທາງຣົຖໄຟ ລາວ-ຈີນ, ທາງດ່ວນ ແລະຂົນສິນຄ້າອື່ນໆ ທີ່ໜັກເກີນກໍານົດທີ່ທາງຮັບໄດ້ ເຮັດໃຫ້ ຖນົນຫົນທາງຫລາຍສາຍ ທັງຖນົນຫລວງ ແລະເສັ້ນທາງທ້ອງຖິ່ນເພພັງ, ເສັຍຫາຍໜັກໜ່ວງ ເຖິງ  2,175 ກິໂລແມັດ ຢູ່ 14 ແຂວງຂອງລາວ. ຖນົນຫົນທາງ ບໍ່ໄດ້ມີການຄຸ້ມຄອງດີ ດັ່ງທີ່ ທ່ານ ວຽງສະຫວັດ ສີພັນດອນ ຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງ ກ່າວຢູ່ໃນກອງປະຊຸມສໄມ ສາມັນເທື່ອທີ 4 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 7 ທັນວານີ້ວ່າ:

“ການຂົນສົ່ງແຮ່ທາດ ໄດ້ເຮັດໃຫ້ຜົລກະທົບຢູ່ 14 ແຂວງໃນທົ່ວປະເທດ ປະກອບມີທາງຫລວງແຫ່ງຊາຕ 1,743 ກິໂລແມັດ ແລະທາງຫລວງທ້ອງຖິ່ນຈໍານວນ 432 ກິໂລແມັດຖືກກະກທົບ.” 

ທ່ານກ່າວຕື່ມວ່າ ເສັ້ນທາງຫລວງ ແລະທາງຊົນນະບົດເສັຍຫາຍ, ເປັນຂຸມ, ເປັນບວກ, ມີຂີ້ຝຸ່ນ ແຕ່ບໍ່ມີພາກສ່ວນໃດໄປສ້ອມແປງ ເຮັດໃຫ້ມີຜົລກະທົບຕໍ່ປະຊາຊົນ ຫລວງຫລາຍ.

ເພື່ອແກ້ໄຂ ຜົລກະທົບໃນເບື້ອງຕົ້ນ ທາງກະຊວງໂຍທາທິການ ແລະຂົນສົ່ງ ແລະທາງການແຂວງຕ່າງ ຈະໄດ້ຫາລືກັນ ກ່ຽວກັບເຣື່ອງການຄຸ້ມຄອງເສັ້ນທາງ ດັ່ງກ່າວ ເພື່ອບໍ່ໃຫ້ເກີດຄວາມເສັຍຫາຍ ຫລາຍໄປກວ່ານີ້

ປະຊາຊົນຜູ້ນຶ່ງ ທີ່ເມືອງວັງວຽງ ແຂວງວຽງຈັນ ຊຶ່ງຢູ່ຕິດກັບຖນົນເລກ 13 ເວົ້າຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 15 ທັນວານີ້ວ່າ ນັບແຕ່ມີການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ແລະທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງມານີ້ ເສັ້ນທາງດັ່ງກ່າວເສັຍຫາຍ ເປັນຂຸມ ເປັນບວກ ແລະມີຂີ້ຝຸ່ນຫລາຍ ຍ້ອນຣົຖຂົນຫິນ ແລະອຸປະກອນກໍ່ສ້າງທາງ ທີ່ມີນໍ້າໜັກຫລາຍ ແລ່ນຢູ່ຕລອດ. ຫລັງເສັ້ນທາງເພແລ້ວ ກໍບໍ່ມີການສ້ອມແປງຄືນ ປະຊາຊົນໄດ້ຮັບຜົລກະທົບຫລາຍ.

“ທາງຫລວງ ທາງຢາງແຮງຮ້າຍ ແຮງກ່ອນເກົ່າດຽວນີ້ນະ ພີລຶກໂພດ ມີຜົລກະທົບຕໍ່ປະຊາຊົນ ຫລາຍດຽວນີ້ ຊິມີວິທີແກ້ແນວໃດນໍ ຊ່ອຍປະຊາຊົນນີ້ນໍ ເບິ່ງກະພໍໄດ້ເບິ່ງ ບໍ່ມີການປ່ຽນແປງຈັກໜ້ອຍ.”

ປະຊາຊົນຢູ່ເມືອງຫິນເຫີບ ແຂວງວຽງຈັນ ເວົ້າໃນມື້ດຽວກັນນີ້ວ່າ ເສັ້ນທາງເລກ 13 ແລະທາງຊົນນະບົດ ໄດ້ຮັບຄວາມເສັຍຫາຍໜັກໜ່ວງແທ້ ຍ້ອນຣົຖບັນທຸກສິນຄ້າ ໜັກເກີນກວ່າທີ່ທາງຈະຮັບໄດ້ ເປັນຕົ້ນຣົຖຂົນສົ່ງສິນຄ້າຈີນ ເຮັດໃຫ້ ຊາວບ້ານໄດ້ຮັບຜົລກະທົບຫລາຍມາດົນແລ້ວ.

ສຸດທາງດ່ວນ ປາກປະຕູທາງດ່ວນ ສຸດເຂດຈີນແລ້ວມັນກໍ ເຣີ່ມໝຸ່ນອຸຍປຸ້ຍ ເບິ່ງຣົຖຈີນແກ່ກ້ວຍ 28 ລໍ້ຫັ້ນ ມີແຕ່ແນວບີບບັງຄັບ.

ຊາວລາວຜູ້ນຶ່ງ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກໍເວົ້າວ່າ ໄລຍະນີ້  ມີຂີ້ຝຸ່ນປິວເຂົ້າເຮືອນ, ປະຊາຊົນ ທີ່ຢູ່ຕາມແຄມທາງເລກ 13 ແລະພວກສັນຈອນໄປ-ມາ ໄດ້ຮັບຜົລກະທົບ ຍ້ອນໂຄງການກໍ່ສ້າງ ຂນາດໃຫຍ່, ຍ້ອນຣົຖຂົນສົ່ງສິນຄ້າໜັກ ເກີນນໍ້າໜັກທີ່ຖນົນຮັບໄດ້.

ແຖວໃດບ່ອນເຂົາເຈົ້າ ໄດ້ໃສ່ທໍ່ໃສ່ຫຍັງຫັ້ນ ມັນກະຍັງບໍ່ສະດວກສະບາຍ ປານໃດ ແມ່ນເຣື່ອງຂີ້ຝ່ນນີ້ ແມ່ນໆຍອມຮັບ ແຕ່ລະຈຸດຄັນຂີ້ຝຸ່ນຊ່ວງໄລຍະນີ້ຫັ້ນນະ ເພາະວ່ານີ້ມັນຍາມແລ້ງແດ່ຫັ້ນນະ.”   

ຊາວບ້ານຜູ້ນຶ່ງ ຢູ່ບ້ານນາເຕີຍ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ກໍເວົ້າວ່າ ທັງ ຖນົນເລກ 13 ແລະທາງຊົນນະບົດ ເສັຍຫາຍໜັກໜ່ວງມາຫລາຍປີແລ້ວ ຍ້ອນໂຄງການຂນາດໃຫຍ່ ແລະການຂົນສົ່ງສິນຄ້າໜັກເກີນອັດຕຣາ, ມາເຖິງປັດຈຸບັນ ກໍຍັງບໍ່ມີການສ້ອງແປງໃຫ້ດີຄືນຄືເກົ່າ.

ເອີ...ມັນບໍ່ຄ່ອຍດີປານໃດ ເພາະວ່າຊ່ວງນີ້ຣົຖທຽວຫລາຍແລ້ວ ມັນເປັນຣົຖ 12 ລໍ້ນີ້ນະ 6 ລໍ້ຈັ່ງຊີ້ນະ ເປັນຕົ້ນກະແກ່ຢາງພະຣາບໍ່ ຫລືວ່າແກ່ເຄື່ອງອຸປະໂພກນີ້ນະ.”   

ກ່ຽວກັບບັນຫາທີ່ວ່ານີ້ ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາດ ໃນມື້ວັນທີ 9 ທັນວານີ້ວ່າ ການບູຣະນະ ສ້ອມແປງເສັ້ນທາງທ້ອງຖິ່ນ, ເສັ້ນທາງຫລວງແຫ່ງຊາຕ ໂດຍສະເພາະເສັ້ນທາງທີ່ເປ່ເພ ຍ້ອນການກໍ່ສ້າງທາງຣົຖໄຟ ລາວ-ຈີນ, ທາງດ່ວນ ແລະການຂຸດຄົ້ນແຮ່ທາດ ບໍ່ໄດ້ມາຕຖານ, ຊັກຊ້າ ແລະເປ່ເພໄວ ແລະວ່າ ຣັຖບານຈະສືບຕໍ່ ຊີ້ນໍາຂແນງການທີ່ກ່ຽວຂ້ອງ ໃຫ້ແກ້ໄຂ ແຕ່ກໍຫຍຸ້ງຍາກ ເຣື່ອງການມີງົບປະມານຈໍາກັດ.

ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

ອັນສໍາຄັນແມ່ນພວກເຮົາ ມີງົບປະມານຈໍາກັດ ກ່ຽວກັບການສ້ອມແປງທາງທ້ອງຖິ່ນ ແລະເສັ້ນທາງຫລວງແຫ່ງຊາຕ ໂດຍສະເພາະເສັ້ນທາງເປ່ເພ ຈາກການກໍ່ສ້າງເສັ້ນທາງຣົຖໄຟ ລາວ-ຈີນ, ທາງດ່ວນ ແລະການຂຸດຄົ້ນແຮ່ທາດຕ່າງໆ ຜ່ານມາເຫັນວ່າມີການສ້ອມແປງ ຊັກຊ້າ ບາງຈຸດທີ່ສ້ອມແປງສໍາເຣັດແລ້ວ ແຕ່ຄຸນນະພາບຕໍ່າ ເປ່ເພໄວ.

ໃນໄລຍະທີ່ຜ່ານມາ ການບູຣະນະຮັກສາເສັ້ນທາງ ແມ່ນໃຊ້ກອງທຶນທາງ ຕາມຮູບແບບສັນຍາ 12 ເດືອນ ຕາມແຜນລາຍຈ່າຍງົບປະມານ ກອງທຶນທາງຂອງຣັຖ ຊຶ່ງຣັຖບານໄດ້ເຣີ່ມປະຕິບັດມາແຕ່ປີ 2020. ການໃຊ້ຈ່າຍງົບປະມານ ກອງທຶນທາງ ຕ້ອງໄດ້ຜ່ານການປະເມີນ ຈາກອົງການຮັບຜິດ ຊອບຜົລການປະເມີນ, ຜົລການລົງທຶນຂອງຣັຖ ຊຶ່ງຜ່ານການຈັດຕັ້ງປະຕິບັດໂຕຈິງ ເຫັນວ່າ ມີຄວາມຫຍຸ້ງຍາກຫລາຍຢ່າງ ໂດຍສະເພາະຍ້ອນຣັຖບານມີງົບປະມານ ຈໍາກັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.