ຝົນຕົກໜັກ ເສັ້ນທາງເປ່ເພ, ດິນເຈື່ອນ, ຕັດຂາດການສັນຈອນ
2023.08.08
ປັດຈຸບັນ ແມ່ນເປັນໄລຍະຣະດູຝົນ ແລະນ້ຳຖ້ວມ ໃນທົ່ວປະເທດລາວ ເຮັດໃຫ້ສະພາບທາງ ຖນົນ ຫຼາຍເສັ້ນທາງ ເປ່ເພ ເປັນຂຸມບວກໃຫຍ່ນ້ອຍ ກະແຈກກະຈາຍ, ບາງແຫ່ງ ກໍເກີດເຫດດິນເຈື່ອນຖົມທາງ ແລະຂົວເພພັງ ເຊິ່ງຣົຖ ທັງນ້ອຍ ແລະ ໃຫຍ່ ໄດ້ຮັບຄວາມເສັຽຫາຍ ເປັນຕົ້ນ ຢູ່ນະຄອນຫຼວງວຽງຈັນ, ແຂວງຫົວພັນ, ແຂວງເຊກອງ, ແລະແຂວງບໍຣິຄຳໄຊ. ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ຊາວບ້ານ ນາງນຶ່ງ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງ ໄດ້ຮັບຮູ້ວ່າ ທາງຫຼວງເລຂທີ 13 ເໜືອ ໄລຍະບ້ານໜອງໜ້ຽວ ຫາຕລາດລາວ-ອົດຊີ ລວມທັງທາງຮ່ອມບໍຣິເວນນັ້ນ ຍັງເປັນຂຸມເປັນບໍ່ໃຫຍ່ ທັງທີ່ເປັນເຂດ ທີ່ມີຊາວບ້ານອາໄສໜາແໜ້ນ ແລະ ເປັນ ເສັ້ນທາງສຳຄັນເຊື່ອມຕໍ່ ຕົວເມືອງນະຄອນຫຼວງວຽງຈັນ ໄປຫາ ແຂວງພາກເໜືອ ຂອງລາວ.
ດັ່ງທີ່ນາງກ່າວ ໃນມື້ວັນທີ 8 ສິງຫາ 2023 ນີ້ວ່າ:
“ຂີ້ຮ້າຍສຸດໆ ເລີຍ. ບໍ່ສົມເປັນເສັ້ນທາງຫຼັກຂອງເລຂທີ 13. ໄດ້ອົດໄປ ໂຕນຂຸມກໍຕ້ອງໄດ້ໄປ ບໍ່ໄດ້ເລືອກວ່າໂຕນຂຸມໃດ ມີແຕ່ໂຕນໄປເລີຍ. ທາງຮ່ອມນີ້ ບ້ານໜອງໜ້ຽວ ຮ່ອມ 5 ນີ້ ເປັນບໍ່ສັກສິດ ກໍຄື ບໍ່ນ້ຳທີ່ບໍ່ແຫ້ງຈັກເທື່ອ ເອີ້ນແນວນັ້ນສາ ບ້ານໜອງໜ້ຽວ ຮ່ອມ 5.”
ທາງດ້ານ ຊາວບ້ານ ອີກນາງນຶ່ງ ຢູ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ກ່າວວ່າ ສາເຫດທີ່ທາງເພພັງໄວ ກໍຍ້ອນການສ້ອມແປງ ບໍ່ໄດ້ມາຕຖານ ຖືກຕ້ອງ ແລະ ສ່ວນຫຼາຍມັກແປງໃນຍາມຣະດູຝົນ ເຮັດໃຫ້ທາງທີ່ສ້ອມແປງ ບໍ່ແຂງແຮງ ທົນທານ ແລະ ເປ່ເພຊ້ຳອີກບໍ່ດົນຕໍ່ມາ.
“ແມ່ນແຫຼະ ຝົນຕົກແຮງ. ຕົກແຮງຕົກບໍ່ແຮງກະເປັນຂຸມແບບນີ້ແຫຼະ ເພາະວ່າ ມັນບໍ່ໄດ້ ມາຕຖານຫົນທາງ ມີແຕ່ເອົາຍາມຝົນ ແລະ ກະມີແຕ່ແປງເລັກໆ ນ້ອຍໆ ພໍມີທາງທຽວ. ເຫັນແຕ່ແປງຍາມຝົນນີ້ແຫຼະ ຄັນໃກ້ຊິຝົນມາລະກະແປງເລັກໆ ນ້ອຍໆ ພໍໃຫ້ມັນທຽວໄດ້. ຢູ່ຫັ້ນ ເສັ້ນທາງນອກ ຫຼັງຈາກໄປທາງດ່ວນຫັ້ນນໍ ແປງມາ ເພິ່ນກະລໍຄອຍຢູ່ວ່າ ປານໃດ ເສັ້ນໃນຊິໄດ້ແປງ.”
ຕໍ່ກັບບັນຫາທາງເປ່ເພ ຢູ່ນະຄອນຫຼວງວຽງຈັນ, ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ໃນວັນທີ 2 ສິງຫາ 2023 ທີ່ຜ່ານມາວ່າ ຈະໃຫ້ຂົງເຂດ ໂຍທາທິການ ແລະ ຂົນສົ່ງ ເລັ່ງແກ້ໄຂ ກ່ຽວກັບການແກ້ໄຂບັນຫາທາງເປ່ເພ ໃຫ້ມີ ການປັບປຸງ ໃນເວລາອັນຮີບດ່ວນ ບໍ່ຄວນ ປະໃຫ້ເປັນຂຸມໃຫຍ່ ແລ້ວຈຶ່ງໄປເຮັດ ໂດຍ ຈະປັບປຸງກອງສ້ອມແປງຂົວທາງ ໃຫ້ເປັນຜູ້ສ້ອມແປງຂຸມເອງ ຫາກບໍ່ສາມາດ ປະມູນ ຫາຜູ້ຮັບເໝົາໄດ້. ນອກຈາກນີ້ແລ້ວ, ຢູ່ທາງເມືອງຫົວເມືອງ ແຂວງຫົວພັນ ກໍເກີດເຫດດິນເຈື່ອນທັບທາງ ແລະ ທາງຖືກກັດເຊາະ ຢູ່ທາງຫຼວງເລຂທີ 1C ແຕ່ສາມແຍກກໍ່ຮີ້ງ ເມືອງຫົວເມືອງ ຫາເມືອງຮ້ຽມ ແຂວງຫົວພັນ ເຮັດໃຫ້ເສັ້ນທາງດັ່ງກ່າວ ຖືກຕັດຂາດ. ອີກທັງສະພາບອາກາດ ຍັງມີຝົນຕົກລົງມາໂດຍຕລອດ ເຮັດໃຫ້ການແກ້ໄຂສະພາບທາງ ມີຄວາມຍາກລຳບາກ ແລະຕ້ອງໄດ້ໃຊ້ເວລາປະມານ 3 ມື້ ຈຶ່ງຈະສາມາດ ແກ້ໄຂ ໄດ້ໂດຍພື້ນຖານ.
ດັ່ງທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ເມືອງຫົວເມືອງ ແຂວງ ຫົວພັນ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ:
“ຈາກກໍ່ຮີ້ງໄປຫາຊາຍແດນ ລະຫວ່າງ ຫົວເມືອງກັບເມືອງຮ້ຽມນີ້ ໄປໄດ້ນໍ ແຕ່ວ່າແຕ່ (ຊາຍແດນ) ເມືອງຮ້ຽມ ໄປຫາ (ເທສະບານ) ເມືອງຮ້ຽມ ຖືວ່າຍັງໄປບໍ່ໄດ້ເທື່ອເຈົ້າ. ເພາະວ່າດຽວນີ້ມີດິນເຈື່ອນນາ ດິນເຈື່ອນ ເຈື່ອນລົງມາເປັນປ້ອມພູພຸ່ນນ່ານໍ ເຈື່ອນລົງມາທັບ ແຕ່ວ່າຍັງຢູ່ໃນຊ່ວງກຳລັງແກ້ໄຂຢູ່ເຈົ້າ. ແມ່ນໆໆ ໄປເມືອງຮ້ຽມ ຫາຊຳເໜືອ ຫາຫົວເມືອງ ຖືວ່າຍັງອີກ 3 ມື້ ເຮົາແກ້ດິນເຈື່ອນໄດ້ແລ້ວ ຖືວ່າ ຣົຖນ້ອຍຣົຖຫຍັງນີ້ ສາມາດໄປມາໄດ້ນໍ.”
ຂະນະທີ່ ຢູ່ເມືອງກະລຶມ ແຂວງເຊກອງ ກໍໄດ້ເກີດເຫດຝົນຕົກໜັກ ນ້ຳປ່າໄຫຼຫຼາກ ເຮັດໃຫ້ ຂົວລະຫວ່າງເມືອງກະລຶມເກົ່າ ຫາເມືອງກະລຶມໃໝ່ ຂາດເພພັງ ໂດຍມີຣົຖບັນທຸກ ຕິດຢູ່ກາງຂົວ ບໍ່ສາມາດອອກມາໄດ້ທັນ. ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ຜູ້ປະກອບການຣົຖບັນທຸກ ຄັນ ດັ່ງກ່າວ ໄດ້ຮູ້ວ່າ ໂຕເຂົາໄປຮັບແກ່ເຄື່ອງ ຈາກເມືອງກະລຶມ ແຂວງເຊກອງ ໄປຫາ ນະຄອນຫຼວງວຽງຈັນ ລະຫວ່າງທາງ ເກີດຝົນຕົກໜັກ ຣະດັບນ້ຳຂຶ້ນສູງຢ່າງໄວວາ ເຮັດໃຫ້ຂົວຂາດ ແລະ ຣົຖຂອງເຂົາເຈົ້າ ກໍຕິດຢູ່ກາງຂົວ.
ເຖິງຢ່າງໃດກໍຕາມ, ສາມາດນຳຣົຖອອກຈາກຂົວໄດ້ແລ້ວ ແລະ ກຳລັງເດີນທາງ ໄປສົ່ງເຄື່ອງ ແລ້ວຈຶ່ງຈະນຳຣົຖໄປເຂົ້າອູ່ສ້ອມແປງ ຕໍ່ໄປ.
“ຂຶ້ນໄດ້ແລ້ວຣົຖນ່າ. ໂອ! ກະເພນີ້ແຫຼະນ່າເອີ່ຍ. ອອກມາຈາກຫັ້ນແລ້ວ. ຍັງບໍ່ໄດ້ເຂົ້າ ຕອນນີ້ເອົາເຄື່ອງລົງມາວຽງ ລົງເຄື່ອງແລ້ວຈັ່ງຊິໄປເຂົ້າອູ່. ນ້ຳຂຶ້ນ ຝົນຕົກນ້ຳຂຶ້ນ ໃບພັດກະແຕກ ໃບພັດແຕກ ແລະກະໝໍ້ນ້ຳກໍຮົ່ວ ບໍ່ໄດ້ອີຫຍັງເລີຍເທື່ອນີ້ນາ ແມ່ນລະ ຖືວ່ານຳແກ່ລ້າ ນຳແກ່ຟຣີເລີຍແຫຼະ.”
ທ່ານກ່າວຕື່ມວ່າ ກ່ອນໜ້າທີ່ຣົຖຈະມາຕິດຢູ່ກາງຂົວນັ້ນ, ຣົຖຂອງໂຕເຂົາ ກໍໄປຕິດຫຼົ່ມ ຢູ່ທາງເຂດ ບ້ານຕະນິງ ເມືອງກະລຶມ ເປັນເວລາເຖິງ 3 ມື້ ໂດຍໃນລະຫວ່າງນັ້ນ ທາງທີ່ ຣົຖຕິດ ກໍກຳລັງຖືກກັດເຊາະລົງໄປເລື້ອຍໆ ແຕ່ກໍສາມາດນຳຣົຖອອກໄດ້ ກ່ອນທີ່ທາງ ຈະກັດເຊາະ ໄປຮອດຈຸດທີ່ຣົຖຕິດນຳຂີ້ຕົມ.
ທາງດ້ານ ເມືອງຄຳເກີດ ແຂວງບໍຣິຄຳໄຊ ກໍເກີດເຫດຝົນຕົກໜັກ ເຮັດໃຫ້ດິນເຈື່ອນ ແລະນ້ຳຖ້ວມ ທັບທາງຫຼວງເລຂທີ 8 ຢູ່ເຂດຖ້ຳມັງກອນ ຕໍ່ເນື່ອງໄປຫາເຂດພູໄຮ ພູຜາມ່ານ ເຮັດໃຫ້ເສັ້ນທາງດັ່ງກ່າວ ຖືກຕັດຂາດ ໂດຍທາງຜແນກໂຍທາທິການ ແລະຂົນສົ່ງ ເມືອງຄຳເກີດ ໄດ້ອອກແຈ້ງການ ປິດການສັນຈອນ ຊົ່ວຄາວ ທາງຫຼວງ ແຫ່ງຊາຕເລຂ 8 ແຕ່ຊ່ວງກິໂລແມັດ ທີ 29 ຫາ 37 ແລະ ໄລຍະກິໂລແມັດ ທີ 43 ຫາ 53 ເຣີ່ມແຕ່ວັນທີ 4 ສິງຫາ 2023 ຈົນກວ່າຈະແກ້ໄຂໄດ້ສຳເຣັດ. ຊາວບ້ານ ຜູ້ນຶ່ງ ຢູ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ກ່າວວ່າ ເສັ້ນທາງນີ້ ຍັງບໍ່ສາມາດ ໃຊ້ໄດ້ ຕາມປົກກະຕິ ແລະຄາດວ່າ ຈະຕ້ອງໃຊ້ເວລາອີກຫຼາຍມື້ ຈຶ່ງຈະແກ້ໄຂ ສະພາບທາງ ລວມທັງການ ເກັບກູ້ສົບ ແລະ ຣົຖທີ່ປະສົບອຸປະຕິເຫດ ດິນເຈື່ອນ ໃນເທື່ອນີ້.
“ມາບໍ່ທັນໄດ້ເດີ. ມາທາງແບ່ງ ມາບໍ່ທັນໄດ້ ຈະຕ້ອງໄປທາງທ່າແຂກທຽວຂຶ້ນມາ ຫຼືວ່າ ຊິລັດມາທາງວຽງທອງກໍໄດ້. ເພີ່ນກຳລັງແກ້ໄຂ ແຕ່ມັນບໍ່ທັນແລ້ວດອກ ເພາະວ່າມັນຍັງຫຼາຍເຕີບ. ບໍ່ 15 ມື້ ກະເດືອນນຶ່ງນີ້ແຫຼະ ປະມານນີ້. ຣົຖຄ້າງຢູ່ຫັ້ນ 80 ກວ່າຄັນ ແລະ ຕົກເຫວອີກ 5 ຄັນ. ຍັງເລີຍນ່າ, ຊາກສົບຍັງບໍ່ເຫັນຊ້ຳ ແຕ່ວ່າມີຄົນນຶ່ງຕິດຢູ່ໃນຣົຖ ຂ້ອນຂ້າງຮ້າຍແຮງໄດ໋.”
ບັນຫາທາງເປ່ເພ ແລະ ດິນເຈື່ອນທັບທາງ ເປັນບັນຫາຊຳເຮື້ອ ທີ່ຣັຖບານລາວ ບໍ່ສາມາດແກ້ໄຂໄດ້ ຢ່າງຈິງຈັງ ໃນຂອບເຂດທົ່ວປະເທດ ຍ້ອນການຂາດເຂີນງົບປະມານສ້ອມແປງ ລວມທັງ ການສໍ້ຣາດບັງຫຼວງ ກົນຈັກການຈັດຕັ້ງພາກຣັຖກໍຊັກຊ້າ ເຮັດໃຫ້ການສ້ອມແປງທາງບໍ່ມີຄຸນນະພາບ ແລະ ບໍ່ສາມາດປ້ອງກັນບັນຫາດິນເຈື່ອນ ທັບທາງໄດ້ຢ່າງເປັນຮູບປະທັມ. ເຊິ່ງທາງຣັຖບານລາວ ກໍ່ຄືກະຊວງໂຍທາທິການແລະຂົນສົ່ງ ກໍໄດ້ໃຫ້ການຍອມຮັບວ່າ ຍັງມີຂໍ້ຄົງຄ້າງ ແລະອຸປະສັກຫຼາຍ ທາງດ້ານງົບປະມານ ໃນການແກ້ໄຂບັນຫາດັ່ງກ່າວ.