ເສັ້ນທາງຫຼາຍສາຍ ເຂດນະຄອນຫຼວງວຽງຈັນ ເປ່ເພ-ເປັນອັນຕຣາຍ

ສຸພັດຕາ
2023.07.18
ເສັ້ນທາງຫຼາຍສາຍ ເຂດນະຄອນຫຼວງວຽງຈັນ ເປ່ເພ-ເປັນອັນຕຣາຍ ສະພາບເສັ້ນທາງ ຢູ່ນະຄອນຫຼວງວຽງຈັນ ໃນຣະດູຝົນ ເປັນປະມານນີ້. ເດືອນ ກໍຣະກະດາ 2023.
ນັກຂ່າວ ພົລເມືອງ

ໃນໄລຍະໜ້າຝົນນີ້ ຊາວບ້ານຫຼາຍບ້ານ ທີ່ອາສັຍຢູ່ໃກ້ຖນົນທ່າເດື່ອ ກັບຖນົນ 450 ປີ ນະຄອນຫຼວງວຽງຈັນ ປະສົບເຖິງບັນຫາ ຣົຖບັນທຸກແກ່ຫິນ ແລະແກ່ຊາຍ ທີ່ມັກແລ່ນຜ່ານເຂດບ້ານທຸກມື້ ທຸກເວລາ ເຮັດໃຫ້ຖນົນເປື້ອນ ເປ່ເພ ສັນຈອນຫຍຸ້ງຍາກລໍາບາກ ເປັນຕົ້ນ ບ້ານຄໍາຈະເລີນ, ບ້ານທ່າເດື່ອ, ບ້ານດົງໂພນແຮ່, ບ້ານໜອງແປນ ເຊິ່ງການ ແລ່ນ ຂອງຣົຖບັນທຸກ ທີ່ແລ່ນຜ່ານເຂດບ້ານດັ່ງກ່າວ ບໍ່ມີຄວາມເປັນລະບຽບ ພາກຣັຖບໍ່ມີການກໍານົດເວລາໃຫ້ແລ່ນ ພາກັນແລ່ນສວນໄປ-ມາ, ສ່ຽງເກີດອັນຕລາຍຕໍ່ຊາວບ້ານ ທັງຍັງເຮັດໃຫ້ຖນົນ ໃນເຂດບ້ານດັ່ງກ່າວເປ່ເພ, ເປັນຂຸມ, ເປັນບວກເລິກ ເຊິ່ງໃນໄລຍະກ່ອນໜ້ານີ້ ບໍ່ມີຝົນຕົກ ກໍມີແຕ່ຂີ້ຝຸ່ນຟຸ້ງກະຈາຍ ບວກກັບຖນົນເປັນຂຸມ ເປັນບວກ ແຕ່ເມື່ອເຂົ້າຣະດູຝົນ ຖນົນທີ່ເປັນຂຸມ, ເປັນບວກ ກໍມີນໍ້າຂັງ ຊາວບ້ານສັນຈອນຫຍຸ້ງຍາກຫຼາຍຂຶ້ນ ແລະຕາມຖນົນ 450 ປີ ຣົຖບັນທຸກ ກໍຍັງເຮັດໃຫ້ໃຫ້ຫິນຊາຍ ຕົກລົງມາຈາກຣົຖບັນທຸກອີກ, ສ່ຽງເກີດອຸບັດຕິເຫດ ຕໍ່ຜູ້ຂັບຣົຖສັນຈອນໄປ-ມາ.

ດັ່ງຊາວບ້ານ ບ້ານທ່າເດື່ອ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 18 ກໍຣະກະດາ ນີ້ວ່າ:

“ມັນກໍຫານແລ່ນຢູ່ ບາງເທື່ອເຮົາອອກໄປລະກະເຈິະ ເອົາຈັ່ງຊີ້ນ່າ ຈະຜ່ານບ້ານດົງໂພນແຮ່ ແລ້ວກະທ່າເດື່ອ, ບ້ານຄໍາຈະເລີນ ໄປທາງໜອງແປນພຸ້ນລະ. ເຂດນີ້ມັນເປັນ ທາງດິນແດງນ່າ ທີ່ອອກໄປປ່ອງໃສ່ 450 ປີ ມັນກໍກະທົບຫັ້ນແຫຼະ ທາງມັນເພຫັ້ນແຫຼະສ່ວນຫຼາຍນ່າ ແບບຣົຖທັມມະດາ ມັນກໍຈະບໍ່ເພຍ້ອນ ແຕ່ວ່າອັນນີ້ ມັນຣົຖໜັກເດ້.”

ຊາວບ້ານທ່ານດັ່ງກ່າວນີ້ ຍັງກ່າວຕື່ມວ່າ ໃນໄລຍະນີ້ ເຂົ້າຣະດູຝົນແລ້ວ ຣົຖບັນທຸກຫຼື ຜູ້ປະກອບການ ຄວນຈະແລ່ນໃຫ້ໜ້ອຍລົງ ຫຼືເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຄວນລົງໄປແກ້ໄຂ ກໍານົດເວລາແລ່ນຣົຖບັນທຸກ, ຄວບຄຸມໃຫ້ດີຂຶ້ນ.

ຊາວບ້ານອີກທ່ານນຶ່ງ ກໍກ່າວວ່າ ກໍເຂົ້າໃຈວ່າ ຜູ້ປະກອບການ ເຂົາເຈົ້າກໍທໍາມາຫາກິນ ເຊັ່ນກັນ, ແຕ່ກໍຄວນຈະມີວິທີແກ້ໄຂ ບໍ່ໃຫ້ກະທົບຕໍ່ຊາວບ້ານ ເຊິ່ງເສັ້ນທາງທ່າເດື່ອ ເປັນເສັ້ນທາງດີແລ້ວ ຍັງບໍ່ເປື້ອນປານໃດ ແຕ່ເສັ້ນທາງທີ່ເປື້ອນ ເປ່ເພຫຼາຍ ຄືບ້ານຄໍາຈະເລີນ ເຊິ່ງເສັ້ນທາງບໍຣິເວນນັ້ນ ທັງມີຂີ້ຝຸ່ນ, ເປ່ເພຫຼາຍ ເພາະເສັ້ນທາງເຂດນັ້ນ ຍັງເປັນດິນແດງ.

“ມັນເປັນທາງທຽວເລີຍ ຫຼາຍໆບັານ ເຮົາແຖວທ່າເດື່ອ. ມັນຊອດ ຄໍາຈະເລີນ. ຊອດໜອງແປນ. ມັນບໍ່ມີດິນປູລາດຢາງເດ້. ແຖວນັ້ນ ເສັ້ນທາງນັ້ນແຫ່ງທາງ ແບບຝຸ່ນແຫ່ງອິຫຍັງເຕັມ.”

ພ້ອມກັນນີ້ ຊາວບ້ານ ບ້ານໜອງແປນກໍກ່າວວ່າ ກ່ອນໜ້ານີ້ ຣົຖບັນທຸກແກ່ຫິນ ແກ່ຊາຍ ແລ່ນຜ່ານເຂດບ້ານໜອງແປນ ຫຼາຍແຮງ ຈົນຖນົນເປ່ເພ ເຈົ້າໜ້າທີ່ ກໍສ້ອມແປງຢູ່ ແຕ່ດົນໆເຮັດເທື່ອນຶ່ງ ແຕ່ພໍຣົຖບັນທຸກກັບມາແລ່ນ ເສັ້ນທາງກໍເປ່ເພຄືເກົ່າ.

04.png
ເສັ້ນທາງສາຍນຶ່ງ ໃນເຂດນະຄອນຫຼວງວຽງຈັນ ທີ່ເປ່ເພຫຼາຍ ສ່ວນນຶ່ງເປັນຍ້ອນຣົຖບັນທຸກໜັກ. ຮູບພາບໂດຍ: RFA

ປັດຈຸບັນນີ້ ກໍຍັງມີຣົຖບັນທຸກແລ່ນຢູ່ ແຕ່ບໍ່ຫຼາຍຄືແຕ່ກ່ອນ ເພາະສ່ວນໃຫຍ່ ເຂົາເຈົ້າ ຈະແລ່ນຜ່ານ ເຂົ້າບ້ານຄໍາຈະເລີນ ເພື່ອຈະອອກໄປຖນົນ 450 ປີຫຼາຍກວ່າ ເຊິ່ງບ່ອນເຂດບ້ານຄໍາຈະເລີນນັ້ນ ເສັ້ນທາງ ຈະຫຍຸ້ງຍາກຫຼາຍກວ່າໝູ່ ມື້ໃດຝົນຕົກ ຫາທາງຈະໄປຍາກລໍາບາກແຮງ.

“ຊ່ວງກ່ອນໜ້ານີ້ ມັນຫຼາຍ ແຕ່ວ່າດຽວນີ້ ບໍ່ຢາກເຫັນແລ້ວນ່າ. ຕອນແລ່ນຜ່ານມັນກະ ທັງຂີ້ຝຸ່ນ, ທັງຫຍັງແຫຼະ. ມັນກະເພຢູ່ ດົນໆແປງເທື່ອນຶ່ງ ແຕ່ວ່າກໍຍັງເປັນຫຼຸມ ຄືເກົ່າ ເພາະວ່າທຽວຕລອດ ແລ້ວໂຕໄປທ່າເດື່ອ ມັນຊອດກັນໝົດ. ກະສະເພາະ ທາງໂຕໄປຄໍາຈະເລີນ ອອກທາງ 450 ແຕ່ວ່າ ທາງເສັ້ນນີ ມັນຍາກ ບາງມື້ຝົນຕົກແຮງ ຍາກຫາລ້ອງຍາກແຫຼະ ຊິໄປ.”

ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ປັດຈຸບັນ ຖນົນ 450 ປີ ກໍມີຣົຖບັນທຸກແລ່ນຢູ່ ເພາະສ່ວນໃຫຍ່ ອອກມາຈາກສາງທ່ານາແລ້ງ ແລະຈາກສາງ ຂອງບໍຣິສັດ ທີ່ເກັບເຄື່ອງນໍາເຂົ້າຈາກໄທຍ ເພື່ອກະຈາຍສິນຄ້າ ໄປໃຫ້ຜູ້ປະກອບການ ຍັງແຕ່ລະເມືອງໃນລາວ ເຊິ່ງແຕ່ລະເສັ້ນທາງ ທີ່ຣົຖບັນທຸກແລ່ນຜ່ານ ກໍມີເສັ້ນທາງທີ່ຊອດຫາກັນຫຼາຍທາງ ເຊັ່ນ ບ້ານທ່າເດື່ອ ເຊິ່ງເຂດນັ້ນ ທາງກໍບໍ່ເປື້ອນປານໃດ ເພາະສະພາບທາງດີຢູ່ ແຕ່ທາງທີ່ເປື້ອນໜັກ ຄືເສັ້ນທາງ ບ້ານຄໍາຈະເຣີນ ໄປຫາບ້ານດົງໂພນແຮ່ ເພາະເຈົ້າໜ້າທີ່ອະນຸຍາດໃຫ້ແລ່ນຜ່ານໄດ້ ເພື່ອຊອດໄປຫາເສັ້ນທາງ 450 ປີ ແລະໃນແຕ່ລະປີ ເຈົ້າໜ້າທີ່ຈະມີການສ້ອມແປງໃຫ້.

“ສ່ວນຫຼາຍ ແມ່ນຖນົນ 450 ປີ ກະຈະແມ່ນຣົຖອອກຈາກ ສາງທ່ານາແລ້ງ ລະບັນທຸກເຄື່ອງມາແຕ່ໄທຍຫັ້ນແຫຼະ ເພາະວ່າ ຖນົນມັນຊອດຫຼາຍທາງຫັ້ນນ່າ ຣົຖບັນທຸກຫິນຊາຍ ເຮົາຈະໃຫ້ທຽວທາງເວັ້ນ ກໍຄື ອອກຄໍາຈະເຣີນ ໄປຫາດົງໂພນແຮ່ຫັ້ນ ແຕ່ວ່າ ໂຕນັັ້ນກໍຈະເປື້ອນແດ່ ເພາະວ່າ ຍາມນີ້ເປັນຍາມຝົນ ແລະທາງມັນກໍບໍ່ມີທາງລາດຢາງ ຈະເປັນທາງດິນແດງຢູ່ ແຕ່ວ່າ ແຕ່ລະປີ ເຮົາກໍຈະມີການແປງທາງໃຫ້.”

ເສັ້ນທາງ 450 ປີ ນີ້ ທີ່ຜ່ານມາ ມີຫາງສຽງຈາກປະຊາຊົນມາຕລອດ ທັງເຣື່ອງການສັນຈອນຫຍຸ້ງຍາກລໍາບາກ ການເກີດອຸບັດຕິເຫດ ເຣື່ອງຄວາມປອດພັຍ ເພາະແຕ່ກ່ອນ ບໍ່ມີໄຟເຍື່ອງທາງເວລາກາງຄືນ ເຮັດໃຫ້ມີການປຸ້ນຈີ້ ແລະທໍາຮ້າຍຮ່າງກາຍເພື່ອຊີງຊັບ ແລະອີກຫຼາຍຄະດີ ຢູ່ເທິງຖນົນເສັ້ນນີ້ ແລະຖນົນເສັ້ນນີ້ ບໍ່ມີເຈົ້າໜ້າທີ່ຕໍາຣວດຢູ່ເປັນຈຸດນໍາດ້ວຍ ຣົຖບັນທຸກ ກໍແລ່ນສວນກັນໄປມາ ເຊິ່ງປັດຈຸບັນນີ້ ກໍຍັງເປັນຢູ່.

ໃນປີ 2008 ຣັຖບານລາວ ໄດ້ອອກຂໍ້ຕົກລົງ ແລະແຈ້ງການຂອງຣັຖບານຫຼາຍສະບັບ ໂດຍມອບໃຫ້ ນະຄອນຫຼວງວຽງຈັນ ເປັນເຈົ້າຂອງໂຄງການກໍ່ສ້າງເສັ້ນທາງ 450 ປີ ທີ່ມີຄວາມຍາວ 20.3 ກິໂລແມັດ ເສັ້ນທາງເສັ້ນນີ້ ເປັນທາງເບຕົ້ງເສີມເຫຼັກ ກວ້າງ 18 ແມັດ ເປັນທາງ 4 ຊ່ອງ ທາງຣົຖແລ່ນ ມູນຄ່າການກໍ່ສ້າງ ປະມານ 80 ລ້ານໂດລ້າຣ໌ສະຫະຣັຖ ບໍຣິສັດ ສະຫະກໍ່ສ້າງຄົບວົງຈອນ ຈໍາກັດ ເປັນຜູ້ກໍ່ສ້າງ ເມື່ອປີ 2012 ເຊິ່ງແຫຼ່ງທຶນຊໍາລະມູນຄ່າ ການກໍ່ສ້າງເສັ້ນທາງ ຣັຖບານ ກໍຄື ນະຄອນຫຼວງວຽງຈັນ ໄດ້ກໍານົດເອົາດິນໃນເຂດສງວນ 2 ຟ້າກທາງ ເບື້ອງລະ 50 ແມັດ ເພື່ອເປັນທຶນຊໍາລະເງິນກູ້ ແກ່ທະນາຄານ ແຫ່ງ ສປປ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.