ເຮືອບິນ ຂອງສາຍການບິນລາວ ດາດກັນ ຢູ່ສນາມບິນ ອິນຊອນ

ພອນ ພູມມີທອນ
2022.12.20
ເຮືອບິນ ຂອງສາຍການບິນລາວ ດາດກັນ ຢູ່ສນາມບິນ ອິນຊອນ ຮູບໂຕຢ່າງ ເຮືອບິນໂດຍສານ ຂອງສາຍການບິນລາວ ທີ່ຖືກເຮືອບິນ ຂອງສາຍການບິນ Air Premia ຂອງເກົາຫລີໃຕ້ ດາດ, ເຮັດໃຫ້ສ່ວນຫາງ ຂອງເຮືອບິນ ໄດ້ຮັບຄວາມເສັຍຫາຍ, ຮູບເຮືອບິນໂຕຢ່າງ ທີ່ໃຊ້ປະກອບຂ່າວນີ້ ຖ່າຍເມື່ອເດືອນ ກໍຣະກະດາ ປີ 2016.
RFA

ສາເຫດເກີດຈາກ ພນັກງານ ພວກພື້ນດິນ ຂອງສນາມບິນອິນຊອນ ກໍາລັງລາກ ເຮືອບິນສາຍການບິນ Air Premia ຂອງເກົາຫລີໃຕ້ ຢູ່ເສັ້ນທາງເຄື່ອນຍ້າຍ ຄາດວ່າບໍ່ທັນລະວັງ ເຮືອບິນ ຈຶ່ງໄດ້ມາເກາະກັບ ຫາງເສືອ ຂອງເຮືອບິນ ສາຍການບິນລາວ ດັ່ງກ່າວ ໃນຂະນະທີ່ ສາຍການບິນລາວ ກໍາລັງລໍຖ້າຂຶ້ນບິນ ເພື່ອຈະນໍາຜູ້ໂດຍສານ ເດີນທາງໄປຍັງສນາມບິນສາກົລວັດໄຕ ນະຄອນຫລວງວຽງຈັນ ເຊິ່ງຜູ້ໂດຍສານມີທັງໝົດ 118 ຄົນ ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ.

ເຫດການດັ່ງກ່າວ ເຮັດໃຫ້ສາຍການບິນລາວ ບໍ່ສາມາດຂຶ້ນບິນ ໄປຍັງສນາມບິນສາກົລ ວັດໄຕນະຄອນຫລວງວຽງຈັນ ໄດ້ ຈຶ່ງຕ້ອງໄດ້ຫຍຸດຊົ່ວຄາວ ເຮັດໃຫ້ຜູ້ໂດຍສານ ເສັຍເວລາໄປ 1 ວັນ ແຕ່ທາງຣັຖວິສາຫະກິຈ ການບິນລາວ ກໍໄດ້ຮັບຜິດຊອບ ຕໍ່ຜູ້ໂດຍສານແລ້ວ ໂດຍໄດ້ຈັດຫາໂຮງແຮມ ອາຫານ ໃຫ້ພັກເຊົາຊົ່ວຄາວ ຈາກນັ້ນ ໃນເວລາ 16.00 ໂມງ ຂອງວັນທີ 19 ທັນວາ 2022 ກໍໄດ້ຈັດເຮືອບິນພິເສດ ໄປຮັບຜູ້ໂດຍສານທັງໝົດ ເພື່ອເດີນທາງມາຍັງ ນະຄອນຫລວງວຽງຈັນ ເປັນທີ່ຮຽບຮ້ອຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແຫນ່ງ ໄດ້ກ່າວໃນ ວັນທີ 20 ທັນວາ ນີ້ວ່າ:

ຊິແມ່ນລາກເຂົ້າມາ ເພື່ອຊິເຂົ້າທຽບທ່າຫັ້ນແຫລະ ບໍ່ແມ່ນມັນຕໍາກັນທາງອາກາດ ປີກມັນໄປເກາະຫາງເສືອຊື່ໆ ມັນໃສ່ທາງຫລັງເນາະ ຍົນການບິນລາວ ກໍາລັງຊິຕຽມຈະກັບ ມັນບໍ່ຫວິດ ມັນກໍມີຜິດພາດຊົ່ວຄາວ ເຂົາບິນໄປຮັບ ຜູ້ໂດຍສານ ແຕ່ມື້ວານນີ້ພຸ້ນ.

ທ່ານກ່າວຕື່ມວ່າ ຕາມການຖແລງຂ່າວ ຂອງຣັຖວິສາຫກິຈ ການບິນລາວ ກໍໄດ້ແຕ່ງຕັ້ງ ຄນະສະເພາະກິຈຂຶ້ນ ເພື່ອຮັບຜິດຊອບທາງເຕັກນິກ ແລະປະກັນພັຍ ໂດຍປະຕິບັດຕາມລະບຽບຂໍ້ກໍານົດຂອງ ກົມການບິນພົລເຮືອນຂອງລາວ ແລະ ຂໍ້ກໍານົດຂອງອົງການ ການບິນພົລເຮືອນ ລະຫວ່າງປະເທດ (ICAO) ແລະ ກໍໄດ້ປະສານງານ ໄປຍັງບໍຣິສັດປະກັນພັຍ ເພື່ອໃຫ້ຮັບຜິດຊອບຕາມພັນທະສັນຍາ ຂອງສາຍການບິນ ທີ່ມີການບິນຂຶ້ນ ບິນລົງ ແຕ່ການສ້ອມແປງ ກໍຕ້ອງໃຊ້ເວລາໄລຍະນຶ່ງ ຈຶ່ງຈະກັບມາໃຊ້ງານໄດ້ຕາມປົກຕິ.

ຍົນທຸກລໍາ ທີ່ບິນຂຶ້ນ ບິນລົງ ມີປະກັນພັຍໝົດ ມັນກໍແນ່ນອນຢູ່ແລ້ວ ປະກັນພັຍຮັບໝົດ ໃຜຜິດກໍຢ່າ ປະກັນພັຍນ່າບໍ່ມີບັນຫາ ພຽງແຕ່ ເປັນຫ່ວງວ່າມັນເສັຍເວລາເທົ່ານັ້ນແຫລະ ເຣຶ່ອງຮັບຜິດຊອບຊ່ອມແປງແມ່ນເຂົາໝົດ.

ຂະນະທີ່ຊາວບ້ານ ທີ່ໄດ້ຍິນຂ່າວ ກ່ຽວກັບເຫດການດັ່ງກ່າວ ກໍຮູ້ສຶກຕົກໃຈ ເນຶ່ອງຈາກເປັນສາຍການບິນ ຂອງປະເທດຕົນເອງ ແຕ່ບໍ່ຮູ້ວ່າ ບໍ່ມີຄົນລາວໄດ້ຮັບບາດເຈັບ ກໍຮູ້ສຶກໂລ່ງໃຈ ແລະເຖິງແມ່ນວ່າຈະເປັນອຸບັດຕິເຫດກໍຕາມ ຖ້າພາຍຫລັງ ສາຍການບິນລາວ ສ້ອມແປງສໍາເຣັດແລ້ວ ທ່ານເອງກໍມີຄວາມເຊື່ອໜັ້ນ ໃນການນັ່ງເຮືອບິນຂອງລາວຢູ່ ແຕ່ກໍຍັງບໍ່ເຕັມຮ້ອຍ.

ຕາມທີ່ອ່ານຂ່າວຫັ້ນ ກະຕົກໃຈຢູ່ ແຕ່ວ່າເຄື່ອງບິນຫັ້ນ ນ່າຈະໄດ້ຮັບຄວາມເສັຍຫາຍ ແລ້ວກໍກ່າ ຈະໄດ້ຮັບຜົລກະທົບຫລາຍຢູ່ ຖ້າສ້ອມແປງແລ້ວ ປະມານ 80% ນ່າຈະຍັງເຊື່ອໜັ້ນໄດ້ຢູ່.

ພ້ອມດຽວກັນນີ້ ຊາວລາວ ອີກທ່ານນຶ່ງ ກໍກ່າວວ່າ ກໍຮູ້ສຶກຕົກໃນ ກັບເຫດການດັ່ງກ່າວເຊັ່ນກັນ ເນຶ່ອງຈາກວ່າ ເຮືອບິນຂອງສາຍການບິນລາວ ກໍບໍ່ໄດ້ມີຫລາຍ ແຕ່ ຖ້າອຸບັດຕິເຫດແນວນີ້ ກໍເປັນຫ່ວງເຣຶ່ອງ ການຈອງປີ້ເດີນທາງ ໄວ້ລວງໜ້າ ເພາະ ໄລຍະນີ້ນັກທ່ອງທ່ຽວ ເດີນທາງເຂົ້າ-ອອກລາວຫລາຍ ສາຍການບິນລາວຈະມີພຽງພໍຫລືບໍ່ ເພາະການສ້ອມແປງກໍຕ້ອງ ໃຊ້ເວລາ ດົນພໍສົມຄວນ.

ເຮົາເປັນຄົນລາວ ເຄື່ອງມັນເກີດອຸບັດຕິເຫດຈັ່ງຊີ້ຫັ້ນນ່າ ຕົກໃຈຫັ້ນແຫລະ ລາວເຮົາແຮ່ງມີໜ້ອຍຄັນ ຊ່ວງນີ້ແຮ່ງນັກທ່ອງທ່ຽວມາລາວຫລາຍຈະເຮັດຈັ່ງໃດ ເຄຶ່ອງຍົນມັນໄດ້ຮັບ ໃນການສ້ອມແປງຢູ່ຊິ ຜູ້ໂດຍສານທີ່ຈອງປີ້ຍົນໄວ້ລ່ວງໜ້າ ຈະເຮັດແນວໃດ.

ຫລ້າສຸດນີ້ ອິງຕາມການຣາຍງານ ຂອງສໍານັກຂ່າວ “ຍອນຮັບ” ຂອງເກົາຫລີໃຕ້ ໄດ້ຣາຍງານ ໃນວັນທີ 20 ທັນວາ ນີ້ວ່າ ກະຊວງທີ່ດິນ,ໂຄງຮ່າງພື້ນຖານ ແລະ ການຂົນສົ່ງ ຂອງເກົາຫລີໃຕ້ ໄດ້ຕັ້ງຂະນະກັມການສືບສວນ-ສອບສວນ ດ້ານການບິນ ເພື່ອ ສືບສວນ- ສອບສວນ ຫາສາເຫດ ຂອງການເກີດອຸບັດຕິເຫດຄັ້ງດັ່ງກ່າວນີ້ແລ້ວ ແຕ່ບໍ່ໄດ້ລະບຸວ່າ ຈະເປີດເຜີຍ ຜົລຂອງການສືບສວນ-ສອບສວນໃນມື້ໃດ.

ເຖິງຢ່າງໃດກໍຕາມ ກ່ອນໜ້ານີ້ ສາຍການບິນລາວ ກໍເຄີຍອຸບັດຕິເຫດ ເຮືອບິນຕົກເທື່ອນຶ່ງໃນຕອນແລງ ຂອງວັນທີ 16 ເດືອນຕຸລາ ປີ 2013 ໂດຍເປັນເຮືອບິນ ATR72 ຂອງສາຍການບິນລາວ ຖ້ຽວບິນ QV301 ບິນມາຈາກ ນະຄອນຫລວງວຽງຈັນ ໄປຍັງສນາມບິນປາກເຊ ແຂວງຈໍາປາສັກ ໄດ້ຕົກລົງແມ່ນ້ໍາຂອງ ຂະນະທີ່ໃກ້ຈະລົງຈອດສູ່ສນາມບິນ ປາກເຊ ເຮັດໃຫ້ມີຜູ້ເສັຍຊີວິດ 49 ຄົນ ໃນນັ້ນ ມີຜູ້ໂດຍສານ 44 ຄົນ ລູກເຮືອ 5 ຄົນໃນຕອນນັ້ນ ເຈົ້າໜ້າທີ່ຂອງສາຍການບິນລາວ ໄດ້ອອກມາຊີ້ແຈງວ່າ ອຸບັດຕິເຫດ ໃນຄັ້ງນັ້ນ ເກີດຈາກ ທັສນະວິໃສບໍ່ດີ ເກີດຈາກຝົນຕົກໜັກ ແລະ ລົມແຮງ ເຊິ່ງມາຈາກພະຍຸນາຣີ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.