ເຂື່ອນນ້ຳອູ 3 ກັກນ້ຳ ເຮັດໃຫ້ເຮືອຄ້າງໂຄກ

ອຸ່ນແກ້ວ
2022.12.29
ເຂື່ອນນ້ຳອູ 3 ກັກນ້ຳ ເຮັດໃຫ້ເຮືອຄ້າງໂຄກ ເຂດຕອນລຸ່ມເຂື່ອນນ້ຳອູ 3 ຢູ່ ເມືອງງອຍ ແຂວງຫລວງພຣະບາງ ໃນວັນທີ 21 ທັນວາ 2022.
ນັກຂ່າວ ພົລເມືອງ

ຊາວ​ບ້ານ ທີ່​ອາ​ໃສ​ຢູ່​ຕອນ​ລຸ່ມ ​ຂອງ​ເຂື່ອນ​ນ້ຳ​ອູ 3 ຢູ່​ເມືອງງອຍ ແຂວງ​ຫລວງ​ພ​ຣະ​ບາງ ໄດ້​ຮັບ​ຄວາມ​ເດືອດ​ຮ້ອນ ​ຫຼັງ​ຈາກທີ່​ເຂື່ອນ​ນ້ຳ​ອູ 3 ໄດ້​ກັກ​ນ້ຳ​ເອົາ​ໄວ້ ຍ້ອນ​ວ່າ ເຂົາ​ເຈົ້າ ບໍ່​ສາ​ມາດ​ແລ່ນ​ເຮືອ​ໄດ້ ຈົນ​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ການ​ດຳ​ລົງ​ຊີ​ວິຕເຂົາ​ເຈົ້າ.

ໃນ​ອາ​ທິດ​ທີ່​ຜ່ານ​ມາ ເຂື່ອນ​ນ້ຳ​ອູ 3 ໄດ້​ມີ​ການ​ກັກ​ນ້ຳ​ເອົາ​ໄວ້.

ຊາວ​ບ້ານ ທ່ານ​ນຶ່ງ ໄດ້​ໃຫ້​ສັມພາດ​ຕໍ່ວິທຍຸ ​ເອ​ເຊັຽ ​ເສ​ຣີ ວ່າ:

ໄປ​ບໍ່​ໄດ້ ເຮືອ​ໄປ​ບໍ່​ໄດ້ ຄ້າງ​ຢູ່​ຫາດ​ຈັ້ນ ຫັ້ນ.”

ນັກ​ຂ່າວ: ມັນ​ຫຍຸ້ງ​ຍາກ​ຈັ່ງ​ໃດ ເວ​ລາ​ເຂົາ​ເຈົ້າ​ປິດ​ເຂື່ອນ?

ຊາວ​ບ້ານ:

ຫຍຸ້ງ​ຍາກ​ເວ​ລາ ເຮືອ​ຂຶ້ນ​ຫັ້ນ ຂຶ້ນ​ຄ້າງ​ຢູ່​ຫາດ​ຈັ້ນ ເຮືອ​ແລ່ນບໍ່​ໄດ້ ເຮືອ​ນ້ອຍ ກະ​ຂຶ້ນບໍ່​ໄດ້ ເຮືອ​ໃຫຍ່​ກະ​ແຫ່ງ​ຊ້ຳ​ຮ້າຍ.”

ນັກ​ຂ່າວ: ມັນ​ສ້າງ​ຄ​ວາມ​ລຳ​ບາກ​ ໃນ​ການ​ທຳ​ມາ​ຫາ​ກິນ ບໍ່ ຫຼື​ວ່າ ຈັ່ງ​ໃດ ຫຼື​ວ່າ ມັນ​ສະ​ດວກ ສະ​ບາຍ?

ຊາວ​ບ້າ​ນ:

ມັນ​ລຳ​ບາກ ການ​ຫາ​ກິນ​ກະ​ບໍ່​ຄື​ແຕ່ກີ້ບໍ່​ໄດ້ ບໍ່​ໄດ້ ບໍ່​ຄື​ແຕ່ກີ້ໄດ໋ ຢາກ​ກິນ​ປາ ໄປ​ຫາ​ກະ​ໄດ້ ແຕ່​ດຽວນີ້ ມັນ​ຍາກ. ກາງມອງ ບາງ​ເທື່ອ​ຕອນ​ອ່າວ​ຄ່ຳ​ຫັ້ນ ກາງມອງ​ແລ້ວ​ນ້ຳ​ແຫ້ງ.”

ນັກ​ຂ່າວ: ຫາ​ປາ​ກະ​ບໍ່​ໄດ້​ແມ່ນ​ເບາະ?

ຊາວ​ບ້ານ:

ແມ່ນ​ແລ້ວ ໄຄ​ຫີນ​ ຢູ່​ນ້ຳກະ​ບໍ່​ໄດ້​ກິນ ບໍ່​ຄື​ແຕ່ກີ້​ທັມ​ຊາຕ. ຕິດ​ເຮືອ​ຈັກ​ໜ້ອຍ​ກະ​ພັງ ຄ້າງ​ຢູ່​ບົກ. ຈັກ​ໜ້ອຍ​ຕົກ​ຢູ່​ນ້ຳ ຈັກ​ໜ້ອຍ​ກະ​ເສັຽ​ຫາຍ​ໝົດ.”

ນັກ​ຂ່າວ: ເຮືອນີ້ ເຮົາ​ກະ​ໄດ້​ໃຊ້​ຢູ່​ເບາະ ຫຼື ວ່າ ບໍ່​ໄດ້​ໃຊ້​ລະ?

ຊາວ​ບ້ານ:

ເຮືອ​ກະ​ບໍ່​ໄດ້​ໃຊ້​ລະ ໃຊ້​ຈັ່ງ​ໃດ ຈັກ​ໜ້ອຍ​ກະ​ນ້ຳ​ແຫ້ງ​ລະ ບາດ​ລົງ​ ບາດ​ຂຶ້ນ ເສັຽ​ຫາຍ​ລະ ເຮົາ​ກະ​ບໍ່​ຄຶດ​ເລັຽ ບໍ່​ເອົາ​ເລີຍ. ບໍ່​ມີ​ມັນ​ລຳ​ບາກ ມີ​ແຕ່​ເຮືອ​ນ້ອຍ ເຮືອ​ນ້ອຍ​ກະ.”

ນັກ​ຂ່າວ: ເຮົາ​ດຳ​ລົງ​ຊີ​ວິຕ ​ຈັ່ງ​ໃດ​ຊັ້ນ​ນະ?

ຊາວ​ບ້ານ:

ລ້ຽງ​ໝູ​ ລ້ຽງ​ໄກ່​ ລ້ຽງ​ສັດ. ເຮັດ​ນາ ເຮັດ​ເຂົ້າ ເຮັດ​ສວນ.”

ຊາ​ວ້​ບານ ອີກ​ທ່ານ​ນຶ່ງ ໄດ້​ໃຫ້​ສັມພາດ​ຕໍ່ວິທຍຸ ​ເອ​ເຊັຽ ​ເສ​ຣີ ວ່າ:

ເຂົາ​ປ່ອຍ​ເຂົາ​ປິດ​ຢູ່​ເຂື່ອນ​ນ້ຳ​ອູ 3. ບາງ​ທີ​ນ້ຳ​ຢູ່​ພຸ້ນ ມັນ​ບໍ່​ພໍ ຂະ​ເຈົ້າ​ລະ​ອັດ​ໄວ້​ຈັ່ງ​ຊີ້​ນ່າ. ມັນ​ຂຶ້ນ​ກັບ​ກະ​ແສ​ໄຟ​ຟ້າ​ຂອງ​ເຂົາ ຕອນ​ນັ້ນ​ເຂົ້າ​ຕັ້ງ​ໃໝ່ ໄທ​ບ້ານ​ຢູ່​ແຖວ​ນັ້ນ​ຫັ້ນ​ນ່າ ແຕ່​ວ່າ ມັນ​ກະ​ໜ້ອຍກວ່າ​ແຕ່​ກ່ອນ​ຫັ້ນ​ນ່າ.”

ນັກ​ຂ່າວ: ຂັ້ນ​ແມ່ນ​ເຂົາ​ເຈົ້າ​ອັດ​ເຂື່ອນ​ລະ​ຫັ້ນ ເຮືອ​ຫັ້ນ​ຂີ່ບໍ່​ໄດ້​ເລີຍ​ແມ່ນບໍ່?

ຊາວ​ບ້າ​ນ: ແມ່ນ ເພາະ​ວ່າ ນ້ຳ​ມັນ​ໜ້ອຍ​ເດ້.”

ນັກ​ຂ່າວ: ແຕ່​ວ່າ ເຂົາ​ເຈົ້າ​ປ່ອຍນີ້​ດົນ​ປານ​ໃດ​ນີ້?

ຊາວ​ບ້ານ: “ເຂົາ​ປ່ອຍ​ກະ​ບໍ່​ກາຍມື້​ນຶ່ງ ຂັ້ນ​ເຂົາ​ເຈົ້າ​ອັດ​ກະ​ບໍ່​ກາຍມື້ນີ້. ມື້ນີ້ ເຂົາ​ອັດ​ແຕ່​ເຊົ້າ​ເນາະ ອັດ​ແຕ່​ເຊົ້າ​ແລ້ວ ຕື່ນ​ເຊົ້າ​ມາ​ລະ​ເຂົາ​ກະ​ປ່ອຍ. ດຽວນີ້ ເຂົາ​ເຈົ້າ​ອັດ​ລະ​ມັນ​ຕື້ນ​ໂພດ​ຫັ້ນ​ນ່າ.”

ນັກ​ຂ່າວ: ແຕ່ກີ້​ນ້ຳ ມັນ​ຢູ່​ລະ​ດັບ​ໃດ?

ຊາວ​ບ້າ​ນ: ນ້ຳ​ຫວະ ຄັນ​ວ່າ ຮອດ​ເດືອນ 4, ເດືອນ 5 ນີ້​ກະ ໜ້ອຍ​ໄດ໋. ເດືອນ 4 ເດືອນ 5 ນີ້ ບາງ​ເທື່ອ​ເຮືອ​ກະ​ໄປ​ບໍ່​ໄດ້. ດຽວນີ້ ຂ​ນາດ​ຊິ​ໝົດ​ເດືອນ 12 ຕໍ່​ໃສ່​ເດືອນ 1 ນ້ຳ​ມັນ​ກະ​ຍັງ​ຊ່ຳ​ນີ້ ຄັນ​ຮອດ​ເດືອນ 5 ບາງ​ທີ່​ເຮືອ​ໄປ​ບໍ່ໄດ້​ລະ.”

ນັກ​ຂ່າວ: ມັນ​ເປັນ​ຍ້ອນ​ຫຍັງ​ລະ ນ້ຳ​ຄື​ແຫ້ງ​ຫຼາຍ​ແທ້?

ຊາວ​ບ້ານ: ເປັນ​ຍ້ອນ​ເຂົາ​ເຮັດ​ເຂື່ອນ​ນ້ຳ​ອູ ເຂົາ​ເຮັດ​ເຂື່ອນ​ໄຟ​ຟ້າ​ຫັ້ນ​ນ່າ ເຂົາ​ເຮັດ​ເຂື່ອນ​ໄຟ​ຟ້າ ນ້ຳ​ເຂົາ​ບໍ່​ພໍ ເຂົາ​ກະ​ກັກ​ໄວ້. ເຂົາ​ກະ​ກັກ​ໄວ້​ຫັ້ນ​ນ່າ ນ້ຳ​ມັນ​ກະ​ເລີຍ​ໜ້ອຍ ຄັນ​ວ່າ ນ້ຳ​ມັນ​ຫຼາຍ​ລະ​ເຂົາ​ກະ​ປ່ອຍ. ແຕ່ກີ້​ເຂົາ​ອັດ ເຮືອ​ກະ​ພໍ​ໄປ​ໄດ້, ບໍ່​ຄື​ດຽວນີ້ ເຮືອ​ກະ​ໄປ​ບໍ່​ໄດ້. ຕອນນີ້ ກະ​ແຫ້ງໝົດ​ເດ້. ເຮືອ​ມາ​ຮອດ​ຈຸດນີ້ ລະ​ກະ​ໄປ​ບໍ່​ໄດ້​ເລີຍ. ເພາະ​ວ່າ ບ່ອນ​ຫັ້ນ ມັນ​ເປັນ​ຫາດ​ເດ້.”  

ນັກ​ຂ່າວ: ຫຍຸ້ງ​ຍາກກວ່າ​ແຕ່​ກ່ອນບໍ່ ຫຼື​ວ່າ ສຳ​ບາຍ​ກວ່າ​ແຕ່​ກ່ອນ?

ຊາວ​ບ້ານ: “ໂອ້​ ຄັນ​ຊິ​ວ່າ ຫຍຸ້ງ​ຍາກ​ແບບ​ໄປ​ເອົາ​ປາ ເອົາ​ຫຍັງ​ຫັ້ນ​ນ່າ ຄັນ​ວ່າ ເຂົາ​ພາ​ແຂກ​ທ່ອງ​ທ່ຽວ​ໄປ​ໄປ ມາ​ມາ ກະ​ລຳ​ບາກ​ເຂົາ ລຳ​ບາກ​ເຂົາ ເພາະ​ວ່າ ເຂົາ​ພາ​ແຂກ​ໄປ​ໄປ ມາ​ມາ​ເດ້. ແຕ່​ວ່າ ຄັນ​ຊິ​ໄປ​ທາງ​ຣົ​ຖ ມັນ​ພັດ​ເປື້ອນ ທາງ​ມັນ​ບໍ່​ທັນ​ສ​ມັຍ. ມື້​ນັ້ນ ເຮືອ​ເຂົາ​ມາ​ຈອດ 2-ໂ ຄັນ ລະ​ເຂົາ ລະ​ເຂົາ​ພາ​ນັກ​ທ່ອງ​ທ່ຽວ​ລົງ​ມາ ພາ​ກັນ​ຍ່າງ​ເມືອ ຍ່າງ​ເມືອ ເມືອງງອຍ. ມັນ​ຂຶ້ນບໍ່​ໄດ້ ມັນ​ຕື້ນ​ເຮັ່ງ ຄັນ​ໄປ ເຮືອ​ມັນ​ກະ​ເພ​ຈັ່ງ​ຊີ້​ນ່າ. ແຖວນີ້ ເຮືອ​ຈອດບໍ່​ໄດ້ ຄັນ​ວ່າ ເຮືອ​ໃຫຍ່.”

ຫຼັງ​ຈາກ​ທີ່​ເຂື່ອ​ນ້ຳ​ອູ 3 ສ້າງ​ສຳ​ເຣັດ​ແລ້ວ ຊາວ​ບ້ານ ບາງ​ຄົນທີ່​ເຮັດ​ອ​າ​ຊີບ ​ຫາ​ປາ ຕ້ອງ​ໄດ້​ໄປ​ຫາ​ວຽກ​ເຮັດ​ເປັນ​ກັມມະ​ກອນ​ຮັບ​ຈ້າງ.

ເຈົ້າ​ໜ້າ​ທີ່​ ອົງ​ການ​ພ​າກ​ປະ​ຊາ​ສັງ​ຄົມລາວ ທ່ານ ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ ເສ​ຣີ ວ່າ: “ມັນ​ເປັນ​ຜົ​ລ​ກະ​ທົບທີ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ ບໍ່​ສະ​ເພາະ​ແຕ່​ນ້ຳ​ແຫ້ງ ແລະ ນ້ຳ​ຖ້ວມ​ ແຕ່​ຊີ​ວິຕການ​ເປັນ​ຢູ່ ​ຂອງ​ຊາວ​ບ້ານ ກໍ​ປ່ຽນ​ໄປ​ນຳ ຊາວ​ບ້ານທີ່​ເຄີຍຫາ​ປາ​ ຕ​ລອດ​ປີ ຕ້ອງ​ໄດ້​ຊອກ​ອາ​ຊີບ​ໃໝ່.”

ເຈົ້າ​ໜ້າ​ທີ່​ອົງ​ການ ​ພາ​ປະ​ຊາ​ສັງ​ຄົມ ທ່ານ ນີ້ ກ່າວ​ຕື່ມ​ອີກວ່າ: “ບາງ​ຄົນ​ໄດ້​ໄປ​ຮັບ​ຈ້າງເປັນ​ກັມມະ​ກອນ, ຄົນ​ທີ່​ເຄີຍ​ຊື້ປາ​ ຢູ່​ກ້ອງ​ເຂື່ອນມາ​ຂາຍ ແຕ່ ປັດ​ຈຸ​ບັນ ໄດ້​ຊື້ປາ​ມາ​ຈາກ​ປະ​ເທດ​ໄທ​ຍ ​ມາ​ຂາຍ, ທຸ​ຣະ​ກິ​ຈ​ເຮືອນ​ພັກ ຮ້ານ​ອາ​ຫານຈຳ​ນວນ​ນຶ່ງ ຕ້ອງ​ປິດ​ກິ​ຈ​ການ, ນັກ​ທ່ອງ​ທ່ຽວ​ຫຼຸດ​ລົງ ເພາະ​ວ່າ ຄວາມ​ງາມ​ທັມ​ມະຊາຕ​ຖືກ​ທຳ​ລາຍ.”

ນັບແຕ່ເຣີ່ມມີການກໍ່ສ້າງ ເຂື່ອນນ້ຳອູ ເຮືອນຳທ່ຽວກໍບໍ່ສາມາດແລ່ນ ໃຫ້ບໍຣິການລູກຄ້າໄດ້, ຜູ້ປະກອບການຂັບເຮືອໂດຍສານ ແລະເຮືອ ນຳທ່ຽວ ຢູ່ເມືອງງອຍໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ: “ຖອຍຫລາຍ ຄັນບໍ່ມີເຂື່ອນ ທາງນີ້ທາງເມືອງຂົວ ແຕ່ນີ້ ຮອດຫຼວງພະບາງ ເຂົາທຽວຖາມແຕ່ເຮືອ, ອັນນີ້ ມາຕັນເຂື່ອນໃສ່ ກະຕັດໄປເຄິ່ງນຶ່ງພຸ້ນລະ ແຂກທີ່ມາທ່ຽວ.

ຜູ້ປະກອບການ ທ່ານນີ້ກ່າວວ່າ ແຕ່ກ່ອນຢູ່ໃນເມືອງງອຍມີເຮືອໂດຍສານ ທັງໝົດເກືອບ 50 ລຳແລະມີການໃຫ້ບໍຣິການ ນັກທ່ອງທ່ຽວ ເກືອບ ທຸກມື້ ແຕ່ວ່າຫລັງຈາກທີ່ມີການສ້າງເຂື່ອນນ້ຳອູ 2 ແລະ ນ້ຳອູ 3 ຢູ່ຕອນເທິງແມ່ນໍ້າຂອງ ເຮັດໃຫ້ການເດີນເຮືອ ໄປບໍ່ໄດ້ແລະຈຳນວນ ນັກທ່ອງທ່ຽວຫຼຸດລົງ ເປັນເຄິ່ງ ຍ້ອນວ່າເຂົາເຈົ້າ ເລືອກທີ່ຈະເດີນທາງດ້ວຍທາງລົດ.

ເຈົ້າຂອງເຮືອ ອີກທ່ານນຶ່ງໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ: "ດຽວນີ້ ນັກທ່ອງທ່ຽວຕ່າງປະເທດ ບໍ່ມັກຂີ່ເຮືອແລ້ວເພາະວ່າ ຕ້ອງໄດ້ຢຸດຫຼາຍບ່ອນ ແຕ່ກ່ອນຫັ້ນເຂົາເຈົ້າ ສາມາດຂີ່ເຮືອ ຈາກ ຫຼວງພຣະບາງ ໄປຫາໜອງຂຽວ ຫຼື ເມືອງງອຍເກົ່າໄດ້ ແບບບໍ່ຕ້ອງຕໍ່ເຮືອ ແຕ່ພາຍຫຼັງທີ່ມີ ການສ້າງເຂື່ອນ ຮອດສາມບ່ອນ ນັກທ່ອງທ່ຽວບໍ່ຢາກຂີ່ເຮືອ ແຕ່ຫັນໄປນັ່ງລົດແທນ ແຕ່ດຽວນີ້ ນັກທ່ອງທ່ຽວກາຫຼຸດລົງ ເພາະສິ່ງທີ່ເຂົາເຈົ້າ ມັກແມ່ນການ ຂີ່ເຮືອຊົມທິວທັດ ທັມມະຊາຕ."

ຜູ້ປະກອບການເຮືອຂົນສົ່ງ ແລະເຮືອນຳທ່ຽວກ່າວວ່າ: “ແຕ່ກ່ອນທີ່ບໍ່ທັນມີການສ້າງເຂື່ອນ ລາຍຮັບຂອງເຂົາເຈົ້າ ປະມານ 500,000 ກີບຕໍ່ມື້, ແຕ່ປັດຈຸບັນໄດ້ພຽງແຕ່ມື້ລະ 100,000 ກີບ ຫາ 200,000 ກີບ ເທົ່ານັ້ນ.

ສະເພາະການເດີນທາງ ແຕ່ແຂວງຫລວງພະບາງ ໄປຫາແຫລ່ງທ່ອງທ່ຽວ ເມືອງງອຍ ນັກທ່ອງທ່ຽວຈະບໍ່ນິຍົມຂີເຮືອອີກຕໍ່ໄປ ເພາະມັນໃຊ້ ເວລາດົນ ສະນັ້ນ ເຂົາເຈົ້າຈຶ່ງເລືອກ ທີ່ຈະຂີ່ລົດແທນ.

ຜູ້ປະກອບການ ບໍຣິສັດທ່ອງທ່ຽວ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ: ມັນກະບໍ່ຄືເກົ່າແຫຼະ ຄືແຕ່ກ່ອນບໍ່ມີເຂື່ອນນ້ຳອູ 1 ທີ່ຕັ້ງຢູ່ລະຫວ່າງ ທາງທິດເໜືອ ຂອງແຂວງຫຼວງພຣະບາງ ປະມານ 40 ກິໂມແມັດ ໂດຍ ສະເພາະຕອນບໍ່ມີເຂື່ອນນັ້ນ ການ ທ່ອງທ່ຽວໄປທາງນ້ຳທາງເຮືອ ຈາກ ຫຼວງພະບາງໄປໜອງຂຽວຫັ້ນ  ແມ່ນຂີ່ເຮືອໄປ ມັນມີສອງແບບ ຂາກັບເຂົາຂີ່ຣົມາ.

ທຸຣະກິຈຮ້ານອາຫານ ກໍຍັງໄດ້ຮັບຜົນກະທົບຈາກ ການສ້າງເຂື່ອນ ຍ້ອນວ່ານັກທ່ອງທ່ຽວ ເຂົ້າມາໃຊ້ບໍຣິການບໍ່ຫລາຍ.

ຜູ້ ປະກອບການ ບ້ານພັກ ຢູ່ເມືອງງອຍເກົ່າ ແຂວງ ຫລວງ​ຣະບາງ ໄດ້ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ວ່າ: ແຕ່ກີ້ບໍ່ມີຮອດຫ້ອງຊິພັກ ຄືລູກຄ້າ ຫຼື [ແຂກ] ຫຼາຍ.  

ນອກຈາກນີ້, ບັນດາຜູ້ປະກອບການຮ້ານອາຫານຢູ່ເຂດເມືອງງອຍ ກໍໄດ້ຮັບຜົນກະທົບ ເປັນຕ່ອງໂສ້ກັນໄປ ຖ້າວ່ານັກທ່ອງທ່ຽວບໍ່ມາ.

ເຈົ້າຂອງຮ້ານອາຫານທ່ານນຶ່ງ ຢູ່​ເມືອງງອຍ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ: "ນັກທ່ອງທ່ຽວຫຼາຍຄົນທີ່ຖາມວ່າເປັນຫຍັງ ສະພາບການຄືປ່ຽນຫຼາຍແທ້ ມັນບໍ່ໜ້າສົນໃຈຄືແຕ່ກ່ອນ ບໍ່ວ່າເຈົ້າຂອງເຮືອ, ເຈົ້າຂອງບ້ານພັກ ແລະ ຮ້ານອາຫານ ແມ່ນຄືກັນໝົດ ເພາະວ່າ ມັນຕໍ່ເນື່ອງກັນເດ ຄັນບໍ່ມີແຂກກາບໍ່ມີຜູ້ເຂົ້າພັກ ແລະຮ້ານອາຫານ ກໍບໍ່ມີຄົນເຂົ້າມາ."

ບໍ່​ວ່າ ການສ້າງເຂື່ອນ ຈະສົ່ງຜົກະທົບຕໍ່ທັມມະຊາຕ ແລະ ການດຳລົງຊີວິຕ ຂອງປະຊາຊົນຫຼາຍປານໃດ ກໍຕາມ, ແຕ່ ຣັບານກໍເຫັນວ່າ ໂຄງການເຂື່ອນເປັນບູລິມະສິດ ໃນການພັເສກິສັງຄົມ.

ທ່ານ ຄຳມະນີ ອິນທິລາດ ອະດີຕ ຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ເຄີຍ​ກ່າວວ່າ: “ສຳລັບໄລຍະສອງນີ້ ມີຢູ່ 4 ເຂື່ອນ ນ້ຳອູ 1, ນ້ຳອູ 3, ນ້ຳອູ 4 ແລະ ນ້ຳອູ 7 ຊຶ່ງມີກຳລັງຕິດຕັ້ງຢູ່ 732 ເມັກກະວັດ ສະນັ້ນ ໂຕນີ້ມັນ ເປັນຄວາມໝາຍ ຄວາມສຳຄັນທີ່ສຸດ ໃນການສ້າງສາພັທນາ ປະເທດຊາຕ ຊຶ່ງບັນດາໂຄງການເຫລົ່ານີ້ ມັນລ້ວນແລ້ວແຕ່ ຈັດເຂົ້າຢູ່ໃນ ແຜນພັທນາ ເສຖກິຈ-ສັງຄົມ ໂຄງການໄລຍະສອງນີ້ ຈະສຳເຣັດໃນປີ 2020-2021 ແຕ່ວ່າບາງເຂື່ອນຈະໄດ້ພັທນາ ສຳເຣັດກ່ອນ ໃນປີ 2019 ຈະໄດ້ຜລິດພລັງງານໄຟຟ້າ.

ສຳ​ລັງໂຄງການເຂື່ອນນ້ຳອູ 3 ຕັ້ງ ຢູ່ເມືອງ ງອຍ, ແຂວງ ຫລວງຣະບາງ ມີກຳລັງການລິດ ມີກຳລັງການລິດ 210 ເມັກກາວັດ ເລີ່ມລິດກະແສໄຟຟ້າ ໃນປີ 2020 ເຊິ່ງເປັນສ່ວນນຶ່ງໂຄງການເຂື່ອນນ້ຳອູ.

ໂຄງການເຂື່ອນນ້ຳອູ ປະກອບມີທັງໝົດ 7 ເຂື່ອນ ຄື ເຂື່ອນນໍ້າອູ 4, 5, 6, 7 ຕັ້ງຢູ່ແຂວງຜົ້ງສາລີ ສ່ວນວ່າ ເຂື່ອນນ້ຳອູ 1, 2, 3 ແມ່ນຕັ້ງຢູ່ແຂວງຫຼວງພະບາງ ມີມູນຄ່າທັງໝົດ 2.7 ຕື້ໂດລ້າຣ໌ ໂດຍ ບໍຣິສັດ Synohydro Corporation ຈາກປະເທດຈີນ ເປັນເຈົ້າຂອງໂຄງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.