ນັກລົງທຶນ ເກົາຫລີໃຕ້ ສຶກສາ ສ້າງກະຕ່າ ລ້ອຍຟ້າ ຢູ່ວັງວຽງ
2022.12.12

ໃນວັນທີ 28 ພຶສຈິກາ 2022 ທີ່ຜ່ານມາ ກະຊວງແຜນການ ແລະ ການລົງທຶນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍຣິສັດ H&B STO Lao ຈໍາກັດ (ບໍຣິສັດ ເອັຈແອນບີ ສະໂຕ ຈໍາກັດ) ຂອງນັກລົງທຶນເກົາຫລີໃຕ້ ເພື່ອສຶກສາ ຄວາມເປັນໄປໄດ້ ໃນການສ້າງ ກະຕ່າລອຍຟ້າ ແຫ່ງທໍາອິດ ຂອງປະເທດລາວ ຢູ່ເມືອງວັງວຽງ ແຂວງວຽງຈັນ ເພື່ອດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດໃຫ້ຫລາຍຂຶ້ນ.
ເບື້ອງຕົ້ນ ຄາດວ່າ ຈະສໍາຣວດຂໍ້ມູນ ໃນການສ້າງກະຕ່າລອຍຟ້າ ຢູ່ເຂດຕາດແກ້ງຍຸ້ຍ ບ້ານນາດ້ວງ ເມືອງວັງວຽງ ສ່ວນຣາຍລະອຽດ ທີ່ກ່ຽວຂ້ອງອື່ນໆ ທາງການ ຍັງບໍ່ມີການຣາຍງານ ຕ້ອງລໍຖ້າ ທາງຣັຖບານ ປະສານກັບເຈົ້າໜ້າທີ່ ຂັ້ນແຂວງ ແລະຂັ້ນເມືອງກ່ອນ ດັ່ງເຈົ້າໜ້າທີ່ທ່ອງທ່ຽວ ໃນເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ 6 ທັນວານີ້ວ່າ:
“ກະຊວງແຜນການ ການລົງທຶນພຸ້ນນ່າ ເປັນເຈົ້າພາບ ໃນການເຊັນ MOU ມັນມີບໍຣິສັດເຊັນສັນຍາກັນຢູ່ຂັ້ນສູນກາງພຸ້ນນ່າ ເບື້ອງຕົ້ນ ສຶກສາ ສໍາຣວດຄວາມເປັນໄປໄດ້ ຢູ່ຂອບເຂດຕາດແກ້ງຍຸ້ຍ ທາງນາດ້ວງ ຟາກຕາເວັນອອກ ຂອງເມືອງວັງວຽງ ໂຕຈິງເພິ່ນມາ ເພິ່ນກໍຈະສົມທົບກັບຂັ້ນແຂວງ ຂັ້ນເມືອງລົງສໍາຣວດ ເກັບກໍາຂໍ້ມູນ ໄລຍະນີ້ເພິ່ນຍັງບໍ່ໄດ້ປະສານມາ ເນື້ອໃນເຮົາກະບໍ່ຮູ້ລະອຽດ ເພາະວ່າເພິ່ນເຊັນ ຢູ່ຂັ້ນສູນກາງ.”
ຂະນະທີ່ຜູ້ປະກອບການ ໂຮງແຮມ ເຮືອນພັກ ຮ້ານອາຫານ ຫລາຍຄົນ ໃນເມືອງວັງວຽງ ກໍໄດ້ຮັບຮູ້ເຣຶ່ອງດັ່ງກ່າວແລ້ວ ກໍຮູ້ສຶກດີໃຈ ທີ່ເມືອງວັງວຽງ ຈະມີກະຕ່າລອຍຟ້າ ເຊິງກໍຖືວ່າຈະເປັນ ກິຈກັມນຶ່ງທີ່ດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຫລາຍຂຶ້ນກວ່າເກົ່າ ແລະຜູ້ປະກອບການຕ່າງໆ ຈະໄດ້ມີຣາຍຮັບຈາກນັກທ່ອງທ່ຽວເພີ່ມຂຶ້ນ.
ດັ່ງ ຜູ້ປະກອບການ ໂຮງແຮມ ໃນເມືອງວັງວຽງ ທ່ານນຶ່ງ ກ່າວວ່າ:
“ເພິ່ນເຊັນ MOU ແລ້ວ ບໍ່ຮູ້ວ່າບ່ອນໃດເຂົາຈະເຮັດ ເອີ ກະດີຫັ້ນແລ້ວ ດຶງດູດ ແຂກຄົນມາທ່ຽວ ມັນກໍເຮັດໃຫ້ນັກທ່ອງທ່ຽວ ຫລາຍຂຶ້ນຫັ້ນແຫລະ ມັນກໍກະຈາຍໄປທົ່ວເຖິງກັນຫັ້ນແຫລະ.”
ພ້ອມດຽວກັນນີ້ ຜູ້ປະກອບການ ຮ້ານອາຫານ ໃນເມືອງວັງວຽງ ອີກທ່ານນຶ່ງ ກໍກ່າວວ່າ ກໍເຫັນຂ່າວແລ້ວ ຖ້າທາງການສ້າງສໍາເຣັດ ແນ່ນອນວ່າ ນັກທ່ອງທ່ຽວ ຈະເພີ່ມຂຶ້ນອີກຫລາຍເທົ່າ ເພາະເປັນຈຸດເດັ່ນອີກແຫ່ງນຶ່ງໃນເມືອງວັງວຽງ ແລະຍັງສາມາດກະຈາຍຣາຍໄດ້ ໄປຍັງຜູ້ປະກອບການອີກຫລາຍຄົນນໍາດ້ວຍ ເພາະ ເມື່ອນັກທ່ອງທ່ຽວເຂົ້າມາທ່ຽວ ກໍຕ້ອງມາພັກ ມາກິນອາຫານ ແລະເຮັດກິຈກັມ ອື່ນໆ ໃນເມືອງວັງວຽງ.
“ກະຊິມີນັກທ່ອງທ່ຽວ ມາວັງວຽງເພີ່ມຂຶ້ນຫັ້ນແຫລະ ກະຊິມາກິນມາຢູ່ ມາພັກ ມາເຊົາ ລອຍຟ້າ ໄປກິຈການທ່ອງທ່ຽວຕ່າງໆ ກະຈາຍຣາຍໄດ້ ມາສູ່ປະຊາຊົນຜູ້ປະກອບການ ທັງໜົດນີ້ແຫລະ.”
ດ້ານນັກທ່ອງທ່ຽວ ໃນລາວທ່ານນຶ່ງ ກໍໄດ້ກ່າວກ່ຽວກັບເຣຶ່ອງນີ້ວ່າ ກໍເປັນເຣຶ່ອງທີ່ດີ ທີ່ທາງການລາວຈະສ້າງກະຕ່າລອຍຟ້າ ເພາະວ່າ ຈະເປັນອີກຈຸດນຶ່ງ ທີ່ນັກທ່ອງທ່ຽວສົນໃຈຫລາຍ ໂດຍສະເພາະນັກທ່ອງທ່ຽວຕ່າງປະເທດ ແຕ່ສໍາລັບຕົວທ່ານເອງ ກໍລໍຖ້າ ນັ່ງກະຕ່າລອຍຟ້າ ເຊັ່ນກັນ ຖ້າສ້າງສໍາເຣັດ ກໍຕ້ອງລໍຖ້າໃຫ້ນັກທ່ອງທ່ຽວຄົນອື່ນໆ ໄປທ່ຽວກັນກ່ອນ ຍັງບໍ່ໝັ້ນໃຈ ໃນຄວາມປອດພັຍ.
“ຊິວ່າຖ້າທ່ຽວ ຖ້າຊົມ ທີ່ເຂົາເຈົ້າກໍາລັງຊິສ້າງນີ້ນ່າ ກະບໍ່ຮູ້ວ່າຊິໄດ້ຄຸນນະພາບສູງສ່ໍາໃດ ຫັ້ນແຫລະ ກະຖ້າໆຢູ່ ແຕ່ວ່າ ມັນກະຄືວ່າຢາກສ່ຽງໆ ສ່ວນຫລາຍມັນຈະເປັນຄົນຕ່າງປະເທດຫັ້ນນ່າ ແຂກຕ່າງປະເທດຫລາຍໆ ປະເທດຫັ້ນນ່າ ເຂົາເຈົ້າມັກທ້າທາຍ ເຂົາເຈົ້າມັກຢູ່ດອກແບບນີ້ຫັ້ນນ່າ ມັນດຶງດູດຢູ່.”
ສໍາລັບນັກທ່ອງທ່ຽວ ໄທຍທ່ານນຶ່ງ ກ່າວວ່າ ເປັນເຣຶ່ອງທີ່ດີ ທີ່ຈະມີນັກລົງທຶນ ມາສ້າງກະຕ່າລອຍຟ້າໃນປະເທດລາວ ເພາະປັດຈຸບັນນີ້ ນັກທ່ອງທ່ຽວໄທຍມັກໄປທ່ຽວລາວ ຫລາຍຢູ່ແລ້ວ ຫາກນັກລົງທຶນຕ່າງປະເທດ ສ້າງກະຕ່າລອຍຟ້າ ໃນປະເທດລາວສໍາເຣັດ ຄົນໄທຍກໍຈະໄປທ່ຽວຫລາຍຂຶ້ນ ເພາະເປັນຈຸດເດັ່ນອີກແຫ່ງ ຂອງວັງວຽງທີ່ສ້າງຂຶ້ນໃໝ່ ບວກກັບ ເມືອງວັງວຽງ ເດີນທາງໄປງ່າຍ ສໍາລັບຄົນໄທຍຢູ່ແລ້ວ.
“ຕອນນີ້ຄົນໄທຍກໍແຫ່ ໄປທ່ຽວພຸ້ນເດ້ລະ ວັງວຽງກະເປັນຈຸດທີ່ ທ່ອງທ່ຽວຢູ່ແລ້ວເນາະ ຖ້າສ້າງເຂົາຕ້ອງມີມາຕຖານຢູ່ແລ້ວ ເຂົາຕ້ອງທົດສອບຫຍັງຢູ່ແລ້ວ ກ່ອນຈະເປີດໃຫ້ໃຊ້ ຄົນກໍຈະເເຫ່ໄປທ່ຽວກັນນ່າໄປງ່າຍເດ້.”
ຂະນະດຽວກັນ ພະນັກງານນໍາທ່ຽວໃນລາວ ທ່ານນຶ່ງ ກ່າວ ກ່ຽວກັບເຣຶ່ອງນີ້ວ່າ ຖ້າຫາກນັກລົງທຶນຕ່າງປະເທດ ສ້າງກະຕ່າລອຍຟ້າ ໃນເມືອງວັງວຽງສໍາເຣັດ ກໍເປັນເຣຶ່ອງທີ່ດີຫລາຍ ເພາະຈະເປັນຈຸດເດັ່ນອີກແຫ່ງ ໃນເມືອງວັງວຽງ ທີ່ຈະດຶງດູດນັກທ່ອງທ່ຽວ ໃຫ້ຫລາຍຂຶ້ນ ແຕ່ເຣື່ອງລາຄາ ກໍບໍ່ຄວນໃຫ້ແພງເກີນໄປ ຖ້າແພງເກີນໄປ ນັກທ່ອງທ່ຽວກໍບໍ່ຄ່ອຍຢາກນັ່ງ ເຊິ່ງຖ້າຫາກສ້າງກະຕ່າລອຍຟ້າ ສໍາເຣັດ ລາຄາຕ້ອງສົມເຫດສົມຜົລ ໃຫ້ນັກທ່ອງທ່ຽວນໍາດ້ວຍ.
“ຖ້າມີກະດີແຫລະເນາະ ມັນເພີ່ມແຫລ່ງທ່ອງທ່ຽວ ເປັນຈຸດດຶງດູດ ໃຫ້ຄົນມາທ່ຽວເນາະ ຂ້ອຍຄິດວ່າກໍຢາກນັ່ງ ຢາກລອງຢູ່ແລ້ວເນາະ ເພາະວ່າມັນເປັນສິ່ງໃໝ່ເນາະ ແລ້ວອີກຢ່າງນຶ່ງ ຖ້າລາຄາມັນບໍ່ແພງຫລາຍ ນອກເຫນືອຈາກຄົນຕ່າງປະເທດ ອາຈໄດ້ຢູ່ແລ້ວ ເພາະວ່າເງິນຫລາຍເນາະ ແຕ່ຖ້າເປັນຄົນລາວທົ່ວໄປ ຖ້າບໍ່ແພງເຂົາກໍນ່າໄປທ່ຽວໄປຂີ່ຄືກັນເນາະ.”
ກ່ອນໜ້ານີ້ ຣັຖບານລາວ ກໍເຄີຍເຊັນ MOU ກັບບໍຣິສັດ ເຄເອມຟາມ ຈໍາກັດຜູ້ດຽວ ຂອງນັກລົງທຶນຈີນ ທີ່ ມີແຜນການສ້າງກະຕ່າ ລອຍຟ້າເທຶ່ອນຶ່ງແລ້ວ ໃນວັນທີ່ 21 ສິງຫາ ປີ 2018 ແຕ່ກໍບໍ່ມີຄວາມຄືບໜ້າແຕ່ຢ່າງໃດ ກ່ຽວກັບໂຄງການດັ່ງກ່າວ ຕັ້ງແຕ່ມີການເຊັນ MOU ຄັ້ງນັ້ນ.
ປັດຈຸບັນ ນັກທ່ອງທ່ຽວໃນລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ພາຍຫລັງທີ່ລາວ ໄດ້ຫລຸດຜ່ອນມາຕການປ້ອງກັນໂຄວິດ-19 ອີງຕາມ ການຣາຍງານ ຂອງກະຊວງຖແຫລງຂ່າວ ແລະວັທນະທັມ ທ່ອງທ່ຽວ ໄດ້ຣາຍງານວ່າງບໍ່ດົນມານີ້ວ່າ ຕັ້ງແຕ່ເດືອນ ມົກຣາ ຮອດເດືອນ ກັນຍາ ປີ 2022 ໃນໄລຍະເວລາ 9 ເດືອນ ມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ຽວລາວ 644,756 ຄົນ ໂດຍຈໍານວນນີ້ ມີນັກທ່ອງທ່ຽວໄທຍ ແລະ ວຽດນາມ ສູງກວ່າໝູ່ ເຊິ່ງຣັຖບານລາວ ໄດ້ຕັ້ງເປົ້າໝາຍໄວ້ວ່າ ປີ 2022 ນີ້ ຢາກໃຫ້ມີນັກທ່ອງທ່ຽວບັນລຸເຖິງ 900,000 ຄົນ ແລະ ຄາດວ່າ ລາຍໄດ້ຈາກນັກທ່ອງທ່ຽວ ໃນປະເທດລາວ ໃນປີ 2022 ຈະບັນລຸຮອດ 218 ລ້ານ ໂດລ້າຣ໌ສະຫຣັຖ.