ສືບຕໍ່ ໂຄງການ ພັທນາ ເມືອງໃໝ່ ວັງວຽງ

ໄຊຍາ
2022.06.29
ສືບຕໍ່ ໂຄງການ ພັທນາ ເມືອງໃໝ່ ວັງວຽງ ບ້ານຫ້ວຍແຍ້, ເມືອງວັງວຽງ ແຂວງວຽງຈັນ ອັນເປັນ 1 ໃນບ້ານ ທີ່ນອນຢູ່ໃນບັນດາບ້ານ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການພັທນາເມືອງໃໝ່ວັງວຽງ (TS), ເດືອນຕຸລາ 2020.
RFA

ໂຄງການພັທນາ ເມືອງໃໝ່ ວັງວຽງເນື້ອທີ່ 7,000 ເຮັກຕ້າຣ໌ ຂອງບໍຣິສັດນັກລົງທຶນຈີນ ມູນຄ່າ 5.3 ຕື້ໂດລ້າຣ໌ສະຫະຣັຖ ຊຶ່ງຜ່ານການປະເມີນຜົລ ການສຶກສາຄວາມເປັນໄປໄດ້ ດ້ານເສຖກິຈ-ເຕັກນິກ, ການປະເມີນ ຜົລກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ, ການສຳຣວດທີ່ດິນ ແລະ ການສ້າງແຜນ ນໍາໃຊ້ທີ່ດິນແລ້ວ.

ປັດຈຸບັນເຖິງຈະຕິດບັນຫາ ເຣື່ອງການຣະບາດ ຂອງໂຄວິດ-19 ແຕ່ຣັຖບານລາວຍັງສືບຕໍ່ ເຂົ້າສູ່ຂັ້ນຕອນ ການເຈຣະຈາ ສັນຍາສັມປະທານ ແລະຕຣຽມວຽກງານ ກໍ່ສ້າງພື້ນຖານໂຄງຮ່າງ ເພື່ອໃຫ້ໂຄງການດັ່ງກ່າວ ໄດ້ຮັບການພັທນາ ໂດຍໄວ.

ຂະນະທີ່ຊາວບ້ານ ໃນເມືອງວັງວຽງກ່າວວ່າ ໂຄງການພັທນາເມືອງໃໝ່ ວັງວຽງຈະສ້າງຜົລກະທົບ ໃຫ້ກັບຊາວບ້ານ ໃນພື້ນທີ່ເມືອງວັງວຽງ ຢ່າງໜັກໜ່ວງ ຖ້າຣັຖບານລາວ ອະນຸຍາດໃຫ້ໂຄງການດັ່ງກ່າວ ເກີດຂຶ້ນ.

ດັ່ງຊາວບ້ານໃນວັງວຽງ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ມິຖຸນານີ້ວ່າ:

ຄັນສິຍ້າຍ ເພິ່ນກາບໍ່ຍ້າຍເນາະ ມີແຕ່ວ່າໄດ້ເສັຽດິນດອນຊິນ່າ ແລ້ວພໍ່ແມ່ປະຊາຊົນ ເພິ່ນກາບໍ່ຢາກໃຫ້ເຮັດວ່າຊັ້ນສະ ຄັນຊົດເຊີຍໄປໜ້ອຍ ແລ້ວຖ້າວ່າບໍ່ມີວຽກເຮັດ ມັນກໍຈະທຸກໄປ ທາງໜ້າພີ້.

ຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ຊຶ່ງມີຈຳນວນ ຫຼາຍພັນຄອບຄົວ ທີ່ເພິ່ງພາອາສັຍ ການເຮັດໄຮ່, ເຮັດນາ ເປັນຫຼັກ. ຖ້າຊາວບ້ານເລົ່ານັ້ນສູນເສັຽທີ່ດິນ ທຳການກະເສຕໄປແລ້ວ ຊາວບ້ານຈະບໍ່ເຫຼືອດິນ ໃຫ້ເຮັດການກະເສຕຄືເກົ່າ ກໍເທົ່າກັບວ່າເປັນການ ທຳລາຍວິຖີຊີວິຕ ແລະລາຍໄດ້ຂອງຊາວບ້ານ ນຳດ້ວຍ.

ເມື່ອປີ 2021 ທີ່ຜ່ານມາ ຊາວບ້ານທີ່ຖືກຜົລກະທົບ ຈາກໂຄງການດັ່ງກ່າວ ກໍໄດ້ເຮັດໜັງສືຮ້ອງຮຽນ ບັນຫາ ແລະຂໍ້ກັງວົນຕ່າງໆ ໃຫ້ຣັຖບານລາວໄປແລ້ວ ແຕ່ກໍມິດງຽບບໍ່ມີໜັງສື ຕອບກັບມາຫາຊາວບ້ານເທື່ອ.

ໂດຍສິ່ງທີ່ ຊາວບ້ານຮ້ອງຮຽນໄປ ກໍຄືຂໍໃຫ້ຣັຖບານລາວ ພິຈາຣະນາໂຄງການຄືນໃໝ່ ເພາະໂຄງການດັ່ງກ່າວ ຈະເຮັດໃຫ້ຊາວບ້ານ ຖືກຜົລກະທົບ ສູນເສັຽທີ່ດິນທຳການກະເສຕ, ສູນເສັຽອາຊີພ, ສູນເສັຽລາຍໄດ້ ແລະ ຍັງເປັນການທຳລາຍ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຂອງເມືອງວັງວຽງ ນຳດ້ວຍ.

ດັ່ງຊາວບ້ານ ໃນເມືອງວັງວຽງ ແຂວງວຽງຈັນ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ມິຖຸນາ ນີ້ວ່າ:

ອີງໃສ່ປະຊາຊົນ ມັນກະທຳການຜລິດເນາະ ເຮັດໄຮ່ ເຮັດນາ ເປັນອາຊີພຫັ້ນນ່າ ຂະເຈົ້າລະຢ້ານເນາະ ເພາະວ່າມັນໃບຮ້ອງທຸກ 2 ສະບັບຮອດນາຍົກແລ້ວເດ້.

ຢ່າງໃດກໍຕາມ ຊາວບ້ານທີ່ອາຈຖືກຜົລກະທົບ ຈາກໂຄງການພັທນາ ເມືອງໃໝ່ວັງວຽງ ເຫັນວ່າຖ້າຣັຖບານລາວ ຈະອະນຸຍາດໃຫ້ບໍຣິສັດຈີນ ເຂົ້າມາລົງທຶນແທ້ ກໍຄວນຈະຊົດເຊີຍເງິນ ໃຫ້ກັບຊາວບ້ານທີ່ຖືກຜົລກະທົບ ຢ່າງເໝາະສົມ ແລະຍຸຕິທັມ.

ໂດຍເງິນຊົດເຊີຍ ຈະຕ້ອງພຽງພໍ ຫຼືຫຼາຍກ່ວາ ເພື່ອນຳໄປຊອກຊື້ທີ່ດິນ ທຳການກະເສຕບ່ອນໃໝ່ໄດ້ ຊຶ່ງລາຄາຊື້-ຂາຍທີ່ດິນ ໃນເມືອງວັງວຽງ ຈະຢູ່ປະມານ 125,000 – 200,000 ກີບຕໍ່ແມັດກາເຣ ຫຼື ປະມານ 1 ຕື້ກີບຕໍ່ເຮັກຕ້າຣ໌ ຊຶ່ງເປັນລາຄາຊື້-ຂາຍຕໍ່າສຸດແລ້ວ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງວັງວຽງ ກ່າວວ່າໂຄງການພັທນາ ເມືອງໃໝ່ວັງວຽງ ເນື້ອທີ່ 7,000 ເຮັກຕ້າຣ໌ ຖ້າໄດ້ຮັບສັມປະທານ ຈາກຣັຖບານລາວແທ້ ກໍຈະກວມເອົາເນື້ອທີ່ ເມືອງວັງວຽງ ໄປເກືອບທັງໝົດ ຈຳນວນ 22 ບ້ານ ທັງດິນໄຮ່, ດິນນາ ແລະ ແຫຼ່ງທ່ອງທ່ຽວ ທາງທັມມະຊາຕ ກໍຈະກາຍເປັນ ເຂດສັມປະທານ ຂອງຈີນ.

ປັດຈຸບັນທາງການ ເມືອງວັງວຽງ ກໍຕິດຕາມຄວາມຄືບໜ້າ ຂອງໂຄງການດັ່ງກ່າວ ຢ່າງໃກ້ຊິດ ແຕ່ກໍບໍ່ມີຄວາມຄືບໜ້າ ປານໃດ ຍ້ອນຣາຍລະອຽດຕ່າງໆ ຣັຖບານລາວ ເປັນຜູ້ເກັບກຳ ຂໍ້ມູນທັງໝົດ.

ດັ່ງເຈົ້າໜ້າທີ່ ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 29 ມິຖຸນາ ນີ້ວ່າ:

ແມ່ນແຫຼະ ແຄມນໍ້າຊອງ ຟາກເບື້ອງຕອນເໜືອ ໂຕນີ້ແມ່ນຣາຍລະອຽດ ເຣື່ອງອີ່ຫຍັງຕ່າງໆ ຫັ້ນນ່າຮອດປັດຈຸບັນຫັ້ນ ພວກເຮົາກາຕິດຕາມ ຄືກັນນຳບໍຣິສັດ ໂຕນີ້ ເພາະວ່າ ສັນຍາ ຂະເຈົ້າກາຍັງ ບໍ່ໝົດເດ້.

ສ່ວນເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາຕ ແລະສິ່ງແວດລ້ອມ ກ່າວວ່າຕາມ ການຣາຍງານ ຜົລການສຶກສາ ຄວາມເປັນໄປໄດ້ ໃນເບື້ອງຕົ້ນ ໂຄງການພັທນາ ເມືອງໃໝ່ວັງວຽງ ຈະເຮັດໃຫ້ ຊາວບ້ານ ໃນເມືອງວັງວຽງ ໄດ້ຮັບຜົລຫຼາຍຢ່າງ ໂດຍສະເພາະ ຄຸນນະພາບຊີວິຕ ຂອງຊາວບ້ານ ໃນເມືອງວັງວຽງ ເພາະຈະໄດ້ມີວຽກເຮັດ ໃນຕຳແໜ່ງຕ່າງໆ ຫຼາຍກ່ວາ 27,000 ຕຳແໜ່ງ, ນັກທ່ອງທ່ຽວເພີ່ມຂຶ້ນ ຊຶ່ງຈະສົ່ງຜົລດີ ຕໍ່ລະບົບເສຖກິຈ ຂອງຊຸມຊົນ ແລະປະເທດລາວ ເປັນຢ່າງດີ.

ແນວໃດກໍຕາມ ຖ້າຊາວບ້ານສ່ວນຫຼາຍ ໃນເມືອງວັງວຽງເຫັນວ່າ ໂຄງການພັທນາ ເມືອງໃໝ່ວັງວຽງ ຈະບໍ່ກຸ້ມຄ່າ ບໍ່ເກີດຜົລປໂຍດ ແກ່ຊາວບ້ານ ແລະຊຸມຊົນແລ້ວ ຍັງເປັນການທຳລາຍ ທັມຊາຕແລະສິ່ງແວດລ້ອມ ພາຍໃນເມືອງວັງວຽງ ຣັຖບານລາວ ກໍຄວນພິຈາຣະນາ ໂຄງການຄືນໃໝ່.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນ ທັມຊາຕແລະສິ່ງແວດລ້ອມ ແຂວງວຽງຈັນ ກ່າວຕໍ່ວິທະຍຸເອເຊັຽເສຣີໃນວັນທີ 29 ມິຖຸນານີ້ວ່າ:

ການອະນຸຍາດ ຣັຖບານຫັ້ນ ເພິ່ນກາຣະບຸ ລະອຽດພໍສົມຄວນວ່າ ການມີສ່ວນຮ່ວມ ສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ເພິ່ນກາຂຽນລະອຽດ ຢູ່ໃນສັນຍາດອກ ເຮົາຈະຕ້ອງເລືອກ ທີ່ມັນຂ້ອນຂ້າງ ມັນບໍ່ກະທົບຫຼາຍ.

ທາງດ້ານນັກວິຊາການ ດ້ານເສຖກິຈ-ສັງຄົມ ແລະອາຈານ ຈາກມຫາວິທຍາລັຍ ແຫ່ງຊາຕລາວ ກ່າວຕໍ່ເຣື່ອງນີ້ວ່າ ຣັຖບານລາວ ກັບຣັຖບານຈີນ ຖືວ່າເປັນປະເທດ ຄູ່ຮ່ວມສະຕາກັມ ທີ່ມີຄວາມເຂົ້າໃຈ ດ້ານການເມືອງ, ເສຖກິຈ ແລະສັງຄົມ ຄ້າຍຄືກັນ ໂດຍຖືເອົາຜົລປໂຍດ ສູງສຸດ ໃຫ້ກັບປະຊາຊົນ ທັງສອງຊາດ ລາວ-ຈີນ ໂດຍເກືອບທຸກໆ ໂຄງການລົງທຶນ ຂອງຈີນມັກຈະມີການ ກ່າວອ້າງເຖິງຄູ່ຮ່ວມສະຕາກັມ.

ແຕ່ການທີ່ຣັຖບານລາວ ປ່ອຍເຊົ່າ-ສັມປະທານ ທີ່ດິນເປັນຈຳນວນ ຫຼາຍພັນເຮັກຕ້າຣ໌ ໃຫ້ກັບນັກລົງທຶນຈີນ ແລ້ວອ້າງວ່າ ຈະພັທນາເສຖກິຈ ໃນລາວໃຫ້ຄຶກຄື້ນ ທຽບເທົ່າເມືອງທ່ອງທ່ຽວ ໃນສາກົນ ແຕ່ບໍ່ໄດ້ຄຳນຶງເຖີງ ຜົລກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໃນໄລຍະຍາວ ອາຈມາຈາກລະບົບ ການເມືອງຊ່ອຍເກື້ອກູນກັນ ແລະກັນຫຼາຍກ່ວາ ຜົລປໂຍດຂອງ ປະເທດຊາຕ ຢ່າງແທ້ຈິງ.

ດັ່ງນັກວິຊາການ ດ້ານເສຖກິຈ-ສັງຄົມ ແລະອາຈາຈາກ ມຫາວິທຍາລັຍແຫ່ງຊາດລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ມິຖຸນານີ້ວ່າ:

ທັງກໍຣະນີ ຂອງປະເທດ ຫຼືປະເທດຈີນເນາະ ທີ່ວ່າສັງຄົມນິຍົມ ພັກດຽວຫັ້ນນ່າ ມັນກາຕ້ອງເປັນຈັ່ງຊັ້ນຢູ່ແລ້ວ ການເມືອງ ມັນຈະມີສ່ວນກ່ຽວຂ້ອງ ເອີ້ນວ່າລະບົບເສຖກິຈ ມັນຈະພົວພັນ ໂດຍກົງຫຼາຍ ເພາະມັນຈະເຮັດໃຫ້ ການທ່ອງທ່ຽວ ເມືອງວັງວຽງ ລະບົບເສຖກິຈ ຂຍາຍຄຶກຄື້ນ.

ສຳລັບໂຄງການ ພັທນາເມືອງໃໝ່ວັງວຽງ ຊຶ່ງຈະຕັ້ງຢູ່ທາງຕາເວັນຕົກ ຂອງສາຍນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ ເນື້ອທີ 7,000 ເຮັກຕ້າຣ໌ ຊຶ່ງຈະແບ່ງອອກເປັນ 5 ໄລຍະ. ການກໍ່ສ້າງ ສັນຍາສັມປະທານ 29 ປີ ມູນຄ່າ ການລົງທຶນທັງໝົດ 5.3 ຕື້ໂດລ້າຣ໌ສະຫະຣັຖ, ປະກອບດ້ວຍ ພື້ນຖານໂຄງຮ່າງ ເຊັ່ນໄຟຟ້າ, ນໍ້າປະປາ, ເສັ້ນທາງ ທີ່ມີມາຕຖານ, ຂົວຂ້າມນໍ້າຊອງ 4 ແຫ່ງ, ມີແຫຼ່ງທ່ອງທ່ຽວທັມຊາດ, ສູນການຄ້າ, ໂຮງຮຽນ, ໂຮງໝໍ, ຫໍປະຊຸມນານາຊາດ ຮວມເຖິງໂຮງແຮມຫຼູ ຄາສິໂນນຳດ້ວຍ.

ການກໍ່ສ້າງເມືອງໃໝ່ວັງວຽງຈະຍັງ ຄົງຮັກສາທັມຊາດເອົາໄວ້ເພື່ອເຮັດໃຫ້ນັກທ່ອງທ່ຽວຈາກທົ່ວທຸກມຸມໂລກມັກວັງວຽງຢາກມາພັກເຊົາແລະເສີມຂຍາຍກິຈການທ່ອງທ່ຽວໃຫ້ມີນັກທ່ອງທ່ຽວຫຼາຍຂຶ້ນເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນເມືອງວັງວຽງໃຫ້ດີຂຶ້ນ. ອີງຕາມ ທ່ານ ຖັງຊີນຊວານ ປະທານບໍຣິສັດ ພັທນາເຂດໃໝ່ວັງວຽງລາວ ຈຳກັດ ກ່າວເມື່ອວັນທີ 12 ຕຸລາ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.