ຊາວບ້ານ ຢູ່ວັງວຽງ ຖືກສຶກສາອົບຮົມ ຍ້ອນເຂົ້າໄປບຸກເບີກ ທີ່ດິນເຂດປ່າປ້ອງກັນ
2023.03.15

ໃນວັນທີ 9 ມີນາ ທີ່ຜ່ານມາ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງວັງວຽງ ແຂວງວຽງຈັນ ໄດ້ສຶກສາອົບຮົມຕໍ່ປະຊາຊົນ ຜູ້ທີ່ບຸກລຸກຖາງປ່າ ເພື່ອເຮັດໄຮ່ ແລະ ຈັບຈອງທີ່ດິນປ່າໄມ້ ຢູ່ເຂດປ່າປ້ອງກັນ ພູບານ ຂອບເຂດການຄຸ້ມຄອງຂອງບ້ານ ນາດາວ ເປັນຈໍານວນ 44 ຄອບຄົວ ເພື່ອໃຫ້ປະຊາຊົນ ໄດ້ຮັບຮູ້ເຖິງກົດໝາຍ ທີ່ກ່ຽວຂ້ອງກັບການບຸກລຸກປ່າໄມ້ ແລະ ໃຫ້ພໍ່ແມ່ປະຊາຊົນ ສົ່ງດິນຄືນໃຫ້ແກ່ພາກຣັຖ ເພື່ອດໍາເນີນການຄຸ້ມຄອງຕໍ່ໄປ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທະຍຸ ເອເຊັຽ ເສຣີ ໃນມື້ວັນທີ 15 ມີນາ 2023 ນີ້ວ່າ:
“ຢູ່ອ່າ ຢູ່ບ່ອນຫັ້ນມັນເປັນ ມັນເປັນແບບວ່າ ເປັນເຂດປ່າທີ່ວ່າສງວນ ຂອງບ້ານເພິ່ນຕັ້ງຂຶ້ນ ມາຢູ່ເຂດ ເອອ ມັນຈະແບ່ງເປັນແຕ່ລະກຸ່ມບ້ານນ່າ ແມ່ນແຫລະ ບາດນີ້ສຶກສາອົບຮົມ 44 (ຄອບຄົວ) ເປັນກຸ່ມຂອງຂົງເຂດນີ້ຫັ້ນນ່າແນາະ ເພາະວ່າເມືອງເຮົາມັນຈະມີຫລາຍ ເພິ່ນຈຶ່ງແບ່ງເປັນຫລາຍກຸ່ມເດ້ເນາະ.”
ສໍາລັບການດໍາເນີນການ ສຶກສາອົບຮົມ ດັ່ງກ່າວນີ້ ໄດ້ມີການເປິດຮັບຟັງຄວາມເຫັນ ກ່ຽວກັບ ການຈັດຕັ້ງປຕິບັດ ຕໍ່ຜູ້ບຸກລຸກຖາງປ່າ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ ລົງວັນທີ 13 ມີຖຸນາ 2019 ທີ່ລະບຸວ່າ ປະເທດລາວ ມີການແບ່ງປ່າໄມ້ອອກເປັນ 3 ປະເພດ ຄື ປ່າໄມ້ສງວນ, ປ່າຜລິຕ ແລະ ປ່າປ້ອງກັນ ເພື່ອຄຸ້ມຄອງ, ປົກປ້ອງຮັກສາ, ພັທນາ ແລະນໍາໃຊ້. ທັງນີ້ ສໍາລັບປ່າປ້ອງກັນ ແມ່ນປ່າໄມ້ທີ່ໄດ້ກໍານົດ ເພື່ອຈຸດປະສົງນໍາໃຊ້ ໃນການຮັກສາແຫລ່ງນ້ໍາ, ແຄມນ້ໍາ, ແຄມທາງ ແລະ ປ້ອງກັນ ການເຊາະເຈື່ອນ ແລະ ຄຸນພາບຂອງດິນ ເຖິງແມ່ນວ່າ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະດໍາເນີນການສຶກສາອົບຮົມ ຜູ້ທີ່ບຸກລຸກຖາງປ່າ ເພື່ອເຮັດໄຮ່ ແລະຈັບຈອງທີ່ດິນປ່າໄມ້ ຢູ່ພາຍໃນພື້ນທີ່ດັ່ງກ່າວແລ້ວ ຈໍານວນນຶ່ງ ແຕ່ເຖິງຢ່າງໃດກໍຕາມ ພັດຍັງມີພໍ່ແມ່ປະຊາຊົນອີກຈໍານວນນຶ່ງ ໃນພື້ນທີ່ອອ້ມຂ້າງ ຍັງຄົງບຸກລຸກພື້ນທີ່ປ່າປ້ອງກັນ ແລະ ປ່າສງວນ ເພື່ອເຮັດການຜລິຕຢ່າງຕໍ່ເນື່ອງ.
ດັ່ງ ຊາວກສິກອນຢູ່ບ້ານນາດາວ ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ ດຽວກັນນີ້ວ່າ:
“ເຂດປ້ອງກັນພູບານ ແຕ່ວ່າມັນກໍຢູ່ໃກ້ວັງວຽງ ຢູ່ໃກ້ໂຕອງວັງວຽງ ມັນບໍ່ໄກປານໃດ ຢ່າງວ່າ ມັນກໍເຮັດໄຮ່ຂ້າວທັມມະດານີ້ຕິ ຂ້າວນີ້ແຫລະ ເພາະວ່າມັນເປັນປ່າສງວນນີ້ ເຂົາບໍ່ອນຸຍາດໃຫ້ເຮັດນ່າ ບໍ່ໃຫ້ໄປແຕະຕ້ອງເລີຍ ຖ້າວ່າ ຢູ່ໃນເຂດສງວນ ມັນກໍບໍ່ຫລາຍປານໃດດອກ ກໍຍັງມີອີກຈໍານວນນຶ່ງ.”
ສາເຫດທີ່ເຮັດ ໃຫ້ຊາວບ້ານທຸກຍາກ ໃນພື້ນທີ່ບຸກເບີກປ່າ ເປັນຍ້ອນພວກເຂົາເຈົ້າ ບໍ່ມີດິນໃນການຫາຢູ່ຫາກິນ ເນື່ອງຈາກທີ່ດິນສ່ວນໃຫຍ່ໃນເມືອງວັງວຽງ ແລະ ພື້ນທີ່ອອ້ມຂ້າງ ເປັນດິນເອກຊົນ ແລະ ມີລາຄາຂ້ອນຂ້າງສູງ.
ດັ່ງ ເຈົ້າຂອງເຮືອນພັກ ຢູ່ເມືອງວັງວຽງ ແຂວງວຽງຈັນ ນາງນຶ່ງກ່າວວ່າ:
“ສ່ວນຫລາຍດິນຈະມີເຈົ້າຂອງເບິດ ດິນວັງວຽງຈະມີເຈົ້າຂອງເບິດນ່າ ສ່ວນຫລາຍ ຄັນເປັນປ່າສງວນ ກໍມີແຕ່ແຈ້ງທາງເມືອງ ຖ້າຢາກເຮັດຫັ້ນນ່າ ຕ້ອງໄດ້ເຮັດເອກສານແຈ້ງຢູ່ທາງເມືອງຫັ້ນນ່າ ສ່ວນຫລາຍປ່າສງວນເຂົາບໍ່ໄດ້ອນຸຍາດ ໃຫ້ເຮັດອັນໃດກໍ ເຊົ່າດິນເຮັດແນວນີ້ໄດ້ ເຊົ່າດິນຂອງບຸກຄົນຫັ້ນນ່າ.”
ຍານາງກ່າວຕື່ມວ່າ ເຂດປ່າປ້ອງກັນພູບານ ເປັນພື້ນທີ່ການຄຸ້ມຄອງຂອງບ້ານນາດາວ ຕັ້ງຢູ່ຫ່າງຈາກເທສບານເມືອງວັງວຽງ ປະມານ 7 ກິໂລແມ້ດ ເປັນສາຍພູງາມ ຕິດກັບຖນົນເສັ້ນ 13 ເໜືອ ແລະ ມີແຫລ່ງນ້ໍາ ຈຶ່ງເຮັດໃຫ້ຊາວບ້ານຈໍານວນນຶ່ງ ສົນໃຈບຸກເບີກທີ່ດິນ ດັ່ງກ່າວນີ້ ເພື່ອເຮັດການກະເສຕ. ທີ່ຜ່ານມາ ຜູ້ທີ່ບຸກລຸກຖາງປ່າ ເພື່ອເຮັດໄຮ່ ແລະ ຈັບຈອງທີ່ດິນປ່າໄມ້ ສ່ວນຫລາຍແມ່ນເປັນ ຄອບຄົວທຸກຍາກ ຕ້ອງການເຮັດໄຮ່ເຮັດນາ ເປັນຕົ້ນ ປູກຂ້າວ ເຮັດປູກມັນຕົ້ນ ເພື່ອໃຊ້ເປັນອາຫານໃນຄົວເຮືອນ ແລະ ຂາຍສູ່ຕລາດເພື່ອຫາຣາຍໄດ້.
ດັ່ງ ຊາວບ້ານ ຢູ່ບ້ານນາດາວ ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງກ່າວວ່າ:
“ເຂົາກໍບໍ່ຢາກໃຫ້ເຮັດຕີ້ ໄລຍະນີ້ເນາະ ເພາະວ່າເຂົາກໍຢາກປະໄວ້ ບາງຈຸດເຂົາກໍຢາກພັທນາ ເປັນແຫລ່ງທ່ອງທ່ຽວ ບ່ອນວ່າມັນມີນ້ໍາຫັ້ນນ່າ ອັນນ່າພູບານຫັ້ນບໍ່ ເປັນປ່າສງວນ ອັນນັ້ນຂອງຣັຖ ສ່ວນຫລາຍປະຊາຊົນ ກໍ ບາງຈຸດບາງບ່ອນເຂົາກໍລັກໄປຖາງເຮັດໄຮ່ເນາະ ປູກຂ້າວ ຖາງແລ້ວກໍຈຸດແມ່ນບໍ່ ກໍເຮັດຈໍານວນນຶ່ງ ແຕ່ວ່າຣັຖເຂົາບໍ່ໃຫ້ເຮັດຫັ້ນນ່າ ກໍຫລາຍໆບ່ອນ ສ່ວນຫລາຍຈະປູກຂ້າວ ແຕ່ດຽວນີ້ອັນນ່າ ມັນຕົ້ນເປັນລາຄາແລ້ວ ຂ້ອນຂ້າງປະຊາຊົນຖາງປູກມັນບໍ່.”
ເຂດປ່າປ້ອງກັນພູບານ ຈະເປັນສາຍພູທີ່ໃຫຍ່ ແລະ ຍາວ ເຖິງແມ່ນວ່າຈະເປັນເຂດປ່າປ້ອງກັນ ແຕ່ຢ່າງໃດກໍຕາມ ພັດມີແຕ່ພຽງຕົ້ນໄມ້ຂນາດນ້ອຍ ສ່ວນຕົ້ນໄມ້ຂນາດໃຫຍ່ ແລະ ມີລາຄາ ຖືກລັກຕັດຈົນໝົດແລ້ວ.
ດັ່ງ ຊາວບ້ານ ຜູ້ດຽວກັນນີ້ ໃຫ້ຂໍ້ມູນເພີ່ມຕື່ມ ວ່າ:
“ສາຍພູບານນີ້ ຈະເປັນປ່າໄມ້ທັມມະດາ ປ່າໄມ້ ແຕ່ກໍບໍ່ແມ່ນໄມ້ໃຫຍ່ປານໃດດອກ ເພາະວ່າຄົນແຕ່ກີ້ເຂົາກໍມັກໄປຕັດໄມ້ ແລ້ວກໍເອົາມາເລື່ອຍເຮັດເຮືອນ. ເອີ້ໆ ໄມ້ກໍບໍ່ໃຫຍ່ປານໃດ ເປັນປ່າໄມ້ຂນາດກາງ ກໍປະມານ ບາງບ່ອນກໍ 20-30 ໜ້າຕ່າງຂອງໄມ້ຫັ້ນນ່າ”
ການບຸກຣຸກປ່າ ຈາກປະຊາຊົນໃນລາວເກີດຂຶ້ນຕລອດ ຍ້ອນຄວາມທຸກຍາກ ແລະ ປະຊາຊົນບໍ່ມີບ່ອນທຳມາຫາກິນ.
ກ່ອນໜ້ານີ້ ເມື່ອວັນທີ 5 ເມສາ 2022 ທີ່ຜ່ານມາ ທ່ານ ວຽງສະໝອນ ຈັນເບັງແສງ ຮອງຫົວໜ້າການກະສິກັມ ແລະ ປ່າໄມ້ ເມືອງທ່າແຕງ ກ່າວຕໍ່ກອງປະຊຸມປຶກສາຫາຣື ວຽກງານຕ້ານ ແລະ ສກັດກັ້ນການທໍາລາຍປ່າໄມ້ ຂອງປະຊາຊົນ ວ່າ ໄລຍະ 3 ເດືອນທໍາອິດ ຂອງປີ 2022 ສະພາບການປົກຄຸມ ຂອງປ່າໄມ້ ປ້ອງກັນລະດັບຊາຕ, ລະດັບແຂວງ ແລະ ປ່າສງວນ ມີທ່າອຽງຫລຸດລົງ ຍ້ອນມີການບຸກລຸກຂອງປະຊາຊົນ ເພື່ອເຮັດໃຫ້ການຜລິຕ ກະສິກັມເປັນວົງກວ້າງໃນ 12 ບ້ານ ພາຍໃນເມືອງທ່າແຕງ ໂດຍສະເພາະເຂດປ່າປ້ອງກັນແຫ່ງຊາຕສາຍພູຫລວງ ເຂດຄຸ້ມຄອງບ້ານກົງຕາຍູນ, ບ້ານຫ້ວຍຊາຍ, ບ້ານທ່າແຕງເໜືອ, ບ້ານທ່າແຕງໃຕ້, ບ້ານປະແຫລງເໜືອ, ບ້ານປະແຫລງໃຕ້, ແລະ ບ້ານທົ່ງຫວາຍ,ປ່າປ້ອງກັນຍອດນ້ໍາເຊໂດນ, ເຂດປ່າປ້ອງກັນຫ້ວຍແປດ, ປ່າສງວນພູທຶງ ເຂດຄຸ້ມຄອງບ້ານສະທື, ບ້ານຍົກທົ່ງ, ເຂດປ້ອງກັນຫ້ວຍໂລ ເຂດຄຸ້ມຄອງບ້ານປະໄລ ໃນນີ້ ຍັງພົບຜູ້ບຸກລຸກທໍາລາຍປ່າ ໄມ້ໃນເຂດຫວງຫ້າມຂອງຣັຖ 75 ຄອບຄົວ.
ພ້ອມກັນນີ້ ເມື່ອຕົ້ນປີ 2022 ທີ່ຜ່ານມາ ທາງການແຂວງຈໍາປາສັກ ໄດ້ຣາຍງານວ່າ ເຂດປ່າສງວນແຫ່ງຊາຕ, ເຂດປ່າປ້ອງກັນ ພາຍໃນແຂວງຈໍາປາສັກ ກໍາລັງຖືກຄົນຈໍານວນນຶ່ງ ເຂົ້າໄປບຸກລຸກເພື່ອປູກມັນຕົ້ນ ເຮັດໃຫ້ເນື້ອທີ່ປ່າ ຫລາຍພັນເຮັກຕ້າຣ໌ຫລຸດລົງ ຂະນະດຽວກັນ ກໍມີຣາຍງານວ່າ ຊາວບ້ານຈໍານວນຫລາຍພັນຄອບຄົວ ທີ່ພາກັນເຂົ້າໄປບຸກເບິກ ທີ່ດິນໃນປ່າປະເພດຕ່າງໆ ເພື່ອປູກມັນຕົ້ນ ຫລື ປູກພືດອື່ນໆນັ້ນ ເປັນຍ້ອນເຂົາເຈົ້າບໍ່ມີດິນ ສໍາລັບເຮັດການກະເສຕ ເນຶ່ອງຈາກທາງການລາວ ໄດ້ໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໄປຈົນໜົດ ເພື່ອສ້າງເຄື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ປູກຕົ້ນກາເຟ ແລະ ພືດເສຖກິຈ ອື່ນໆ.