ໂຄງການ ພັທນາ ທ່ອງທ່ຽວ-ສນາມກ໋ອຟ ຍັງບໍ່ເຈຣະຈາ ຄ່າຊົດເຊີຍໃຫ້ ຊາວວັງວຽງ

ໄຊຍາ
2022.08.01
ໂຄງການ ພັທນາ ທ່ອງທ່ຽວ-ສນາມກ໋ອຟ ຍັງບໍ່ເຈຣະຈາ ຄ່າຊົດເຊີຍໃຫ້ ຊາວວັງວຽງ ຮູບໂຕຢ່າງ: ຊາວບ້ານ ທີ່ພວມຈູງລູກ ຍ່າງເຂົ້າບ້ານ ໃນເຂດບ້ານແຫ່ງນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ (TS), ເດືອນຕຸລາ ປີ 2020.
RFA

ຊາວບ້ານຈຳນວນນຶ່ງ ຢູ່ເຂດບ້ານປາກເປາະ ແລະ ບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນໄດ້ຖືກໂຄງການ ພັທນາອຸດສາຫະກັມ ທ່ອງທ່ຽວ ແລະສນາມກ໋ອຟ ຂອງ ບໍຣິສັດ ວັງ ວິລລີ ຮິວ ຈຳກັດ (Vang Villy Hill Company Limited) ກວມເອົາທີ່ດິນ ເຮັດການກະເສຕ ແລະດິນ ສຳລັບລ້ຽງສັດ ເປັນຈຳນວນຫຼາຍເຮັກຕ້າຣ໌, ແຕ່ມາຮອດປັດຈຸບັນ ຍັງບໍ່ມີພາກສ່ວນໃດ ເວົ້າເຣື່ອງການຊົດເຊີຍ ໃຫ້ແກ່ຊາວບ້ານເທື່ອ.

ດັ່ງຊາວບ້ານທ່ານນຶ່ງ ທີ່ເສັຽທີ່ດິນໃຫ້ແກ່ໂຄງການນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 01 ສິງຫານີ້ວ່າ:

ຍັງບໍ່ຮູ້ເທື່ອ. ເຈົ້າວ່າເພິ່ນຊິເຮັດແນວໃດ ເປັນຄັງງົວ ຂອງເຮົາເລີຍນ່າ ຍັງບໍ່ທັນໄດ້ມີການເວົ້າ, ການຊົດເຊີຍຫຍັງເລີຍນ່າ ສຳຣວດແລ້ວ ແຕ່ວ່າບໍ່ໄດ້ເຄລັຽບໍ່ໄດ້. ເຄລັຽຕົ້ນທາງເລີຍ ບໍ່ຮູ້ເດ້ ເພິ່ນຍັງບໍ່ໄດ້ວ່າເທື່ອ.

ທ່ານກ່າວຕື່ມວ່າ ລາວເອງກໍບໍ່ເຄີຍມີຄວາມຂັດຂ້ອງ ທີ່ເສັຽທີ່ດິນໃຫ້ແກ່ ໂຄງການດັ່ງກ່າວ ຍ້ອນເຂົ້າໃຈວ່າ ຈຳເປັນຕ້ອງໄດ້ມີການພັທນາ ເພື່ອປໂຍດຂອງບ້ານເມືອງ ແລະຊາວບ້ານ. ແຕ່ພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງມີການຊົດເຊີຍ ເປັນເງິນຈຳນວນທີ່ສົມເຫດ ສົມຜົລ ໂດຍອີງຕາມລາຄາ ທີ່ດິນໃນທ້ອງຕລາດ ຊຶ່ງລາວເອງກໍຫວັງວ່າ ທາງຄະນະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈະລົງພື້ນທີ່ ມາພົບປະ ແລະໂອ້ລົມກັບຊາວບ້ານ ທີ່ຖືກຜົລກະທົບໃນໝໍ່ໆນີ້ ເພື່ອເວົ້າເຖິງຣາຍລະອຽດ ຂອງຄ່າຊົດເຊີຍນັ້ນນຳກັນ.

ໃນຂະນະທີ່ຊາວບ້ານ ທີ່ອາສັຍຢູ່ໃນເຂດບ້ານດັ່ງກ່າວ ສຳລັບຄອບຄົວ ຂອງລາວເອງທີ່ບໍ່ໄດ້ຖືກໂຄງການນີ້ ແຕ່ສ່ວນໃຫຍ່ຜູ້ທີ່ຖືກໂຄງການນີ້ ແມ່ນຜູ້ທີ່ເຮັດການກະເສຕ ໂດຍສະເພາະຜູ້ທີ່ປູກເຂົ້າແລະລ້ຽງສັດ ຢູ່ບໍຣິເວນຕິດກັບເຂດອ່າງນໍ້າຜາແຖມ ແຕ່ບໍ່ມີເຮືອນຊາວບ້ານ ຢູ່ເຂດດັ່ງກ່າວ.

ດັ່ງທ່ານກ່າວວ່າ:

ແມ່ນ! ເຂົາສຳຣວດແລ້ວ ມັນດິນແຖວນັ້ນ ດິນນານ່າ ເຮືອນຄົນບໍ່ມີດອກ ທົ່ງໄຮ່ທົ່ງນາເຂົາ. ດິນຮົ້ວ, ສວນເຂົາ. ດິນນາບ້ານພູດິນແດງ ບ້ານປາກເປາະຕິດກັບຜາ.

ສຳລັບເນື້ອທີ່ ໂຄງການດັ່ງກ່າວຈະກໍ່ສ້າງຂຶ້ນ ເປັນເນື້ອທີ່ທົ່ງທີ່ມີຄວາມກ້ວາງໃຫຍ່ ຊຶ່ງເໝາະແກ່ການລົງທຶນກໍ່ສ້າງ ສນາມກ໋ອຟ ແລະແຫຼ່ງທ່ອງທ່ຽວ. ດັ່ງນັ້ນ ຈຶ່ງຕ້ອງໄດ້ກວມເອົາເນື້ອທີ່ ເຮັດການກະເສຕ ຂອງຊາວແບບຫຼີກລ້ຽງບໍ່ໄດ້ ແຕ່ກໍຍັງບໍ່ຮູ້ຂໍ້ມູນຄັກແນ່ວ່າ ຈະກໍ່ສ້າງສນາມກ໋ອຟ ຢູ່ຂອບເຂດໃດ. ດັ່ງຊາວບ້ານ ອີກຍານາງນຶ່ງ ກ່າວວ່າ:

ບໍ່! ດິນເຮົາບໍ່ຖືກ ເຮົາມັນເປັນດິນຕັ້ງເຮືອນຢູ່ສື່ໆ ສ່ວນຫຼາຍເຂົາ ເຂົາເຮັດກໍ່ສ້າງ ເຂົາຫຍັງ ເຮັດແບບທຸຣະກິຈ ເຂົາຕີເອົາເປັນປະເພດດິນນອກ ດິນນາສນາມກ໋ອຟນີ້ ເຂົາເຮັດທາງໃດ ເຂົາບໍ່ທັນແຈ້ງມານ່າ.

ທາງດ້ານຜູ້ປະກອບການ ບໍຣິສັດດ້ານການທ່ອງທ່ຽວ ຢູ່ເມືອງວັງວຽງ ຍານາງນຶ່ງກ່າວວ່າ ສຳລັບໂຄງການ ພັທນາອຸດສາຫະກັມທ່ອງທ່ຽວ ແລະສນາມກ໋ອຟ ທີ່ຈະສ້າງຢູ່ເຂດບ້ານປາກເປາະ ແລະບ້ານພູດິນແດງນັ້ນ ກໍນັບເປັນໂຄງການ ທີ່ໜ້າສົນໃຈ ໂດຍສະເພາະສນາມກ໋ອຟ ຊຶ່ງຖ້າສ້າງສຳເຣັດແລ້ວ ກໍຈະກາຍເປັນສນາມກ໋ອຟ ແຫ່ງທຳອິດພາຍໃນເມືອງວັງວຽງ ແລະກໍໜ້າຈະກາຍເປັນ ໂຄງການ ທີ່ສາມາດດຶງດູດນັກທ່ອງທ່ຽວ ຕ່າງປະເທດ ຮວມທັງນັກລົງທຶນໄດ້ຫຼາຍຂຶ້ນ.

ດັ່ງຍານາງ ກ່າວວວ່າ:

ສນາມກ໋ອຟ ກາໜ້າສົນໃຈໃດ ເພາະວ່າຢູ່ວັງວຽງ ຍັງບໍ່ມີເທື່ອ ມັນຈະເປັນບ່ອນທຳອິດເລີຍ ແລ້ວ ສະຖານທີ່ກາງາມຫຼາຍ ແລ້ວການັກທ່ອງທ່ຽວ ກາມີຄົນຈີນ, ຄົນເກົາຫຼີ ອີ່ຫຍັງຫຼາຍໆ ເຊື້ອຊາດ ເຂົ້າມາມາຮ່ວມຢູ່ນີ້ ແລ້ວນັກລົງທຶນກາມີກາເກີດຂຶ້ນ ຈຳນວນຫຼາຍຢູ່.

ທາງດ້ານເຈົ້າໜ້າທີ່ ຫ້ອງການຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ເມືອງວັງວຽງ ກ່າວວ່າການກໍ່ສ້າງໂຄງການ ດັ່ງກ່າວ ຄາດວ່າຈະເຣີ່ມກໍ່ສ້າງ ໃນປີນີ້ ແຕ່ຍັງບໍ່ມີຣາຍລະອຽດ ທີ່ຄັກແນ່ວ່າ ຈະໃຊ້ເວລາ ກໍ່ສ້າງຈັກປີ ຮູ້ພຽງແຕ່ວ່າຈະເປັນໂຄງການໃຫຍ່ ທີ່ສ້າງເງື່ອນໄຂ ທີ່ດີໃຫ້ແກ່ການດຶງດູດ ນັກທ່ອງທ່ຽວ ຢູ່ເມືອງວັງວຽງ.

ດັ່ງທ່ານກ່າວວ່າ:

ໂຕສນາມກ໋ອຟຫັ້ນ ເພິ່ນເຊັນສັນຍາກັນແລ້ວ ເພິ່ນຊິລົງມືປີນີ້ຫັ້ນແຫຼະ ຄັນຖ້າວ່າສນາມກ໋ອຟ ມັນສຳເຣັດ. ເປີດບໍຣິການນີ້ ຖືວ່າເປັນເງື່ອນໄຂດີ ໃຫ້ແກ່ການດຶງດູດ ນັກທ່ອງທ່ຽວຫັ້ນແລ້ວ ເພາະວ່າສນາມກ໋ອຟ ກາເປັນການທ່ອງທ່ຽວນຶ່ງ ທີ່ນັກທ່ອງທ່ຽວຕ່າງປະເທດ ສົນໃຈເນາະ ໂດຍສະເພາະກໍ່ແມ່ນນັກທ່ອງທ່ຽວ ເກົາຫຼີ ແລ້ວກໍນັກທ່ອງທ່ຽວຈີນ.

ສຳລັບຣາຍລະອຽດ ກ່ຽວກັບຈຳນວນຊາວບ້ານ ທີ່ໄດ້ຮັບຜົລກະທົບ ດ້ານທີ່ດິນຈາກໂຄງການ ດັ່ງກ່າວແລະແນວທາງຊົດເຊີຍນັ້ນ ເຈົ້າໜ້າທີ່ທ່ານນີ້ກ່າວວ່າ ເປັນວຽກງານທີ່ຂຶ້ນກັບຣັຖບານລາວ ໂດຍຕຣົງທາງເຈົ້າໜ້າທີ່ ຂັ້ນເມືອງ ແລະແຂວງ ບໍ່ສາມາດໃຫ້ຣາຍລະອຽດ ຫຼາຍໄປກ່ວານີ້ໄດ້.

ໃນວັນທີ 26 ກໍຣະກະດາ 2022 ທີ່ຜ່ານມານີ້ ບໍຣິສັດ ວັງ ວິລລີ ຮິວ ຈຳກັດ ໄດ້ເຊັນສັນຍາ ກັບຣັຖບານລາວ ເພື່ອສັມປະທານໂຄງການ ພັທນາອຸດສາຫະກັມ ທ່ອງທ່ຽວ ແລະ ສນາມກ໋ອຟ ຢູ່ບ້ານປາກເປາະ ແລະບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ ໃນເນື້ອທີ່ 261 ເຮັກຕ້າຣ໌ ຊຶ່ງຢູ່ຫ່າງຈາກເທສບານ ເມືອງວັງວຽງ ປະມານ 4 ກິໂລແມັດ ແລະ ຫ່າງຈາກສຖານີ ຣົຖໄຟວັງວຽງ ປະມານ 3.5 ກິໂລແມັດ.

ຢ່າງໃດກໍຕາມ ກ່ອນໜ້ານີ້ກໍມີໂຄງການ ພັທນາທີ່ເປັນໂຄງການໃຫຍ່ ຢູ່ເມືອງວັງວຽງ ຈຳນວນຫຼາຍໂຄງການ ໂດຍນຶ່ງໃນນັ້ນແມ່ນໂຄງການ ເມືອງວັງວຽງໃໝ່ ຂອງ ບໍຣິສັດ ພັທນາ ເມືອງໃໝ່ ວັງວຽງລາວ ຈຳກັດ ຊຶ່ງຕັ້ງຢູ່ທາງທິດຕາເວັນຕົກ ຂອງສາຍນໍ້າຊອງ ກວມເອົາເນື້ອທີ່ ປະມານ 7,000 ເຮັກຕ້າຣ໌ ໂດຍໄດ້ແບ່ງເປັນ 5 ໄລຍະການກໍ່ສ້າງ ໃນໄລຍະເວລາ 29 ປີ ຄາດວ່າຈະໃຊ້ມູນຄ່າ ກໍ່ສ້າງທັງໝົດ 5.3 ຕື້ໂດລາຣ໌ສະຫະຣັຖ. ປັດຈຸບັນໂຄງການດັ່ງກ່າວ ໄດ້ຢູ່ໃນຂັ້ນຕອນ ການເຈຣະຈາສັນຍາສັມປະທານ ແລະກະຕຣຽມວຽກງານ ການກໍ່ສ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.