ຄວັນຈາກໂຮງງານຊີເມັນ ຈີນ ຍັງແກ້ ບໍ່ໄດ້
2019.08.12
ຊາວເມືອງວັງວຽງແຂວງວຽງຈັນ ຫຼາຍຄົນຮູ້ສຶກເບື່ອໜ່າຍ ກັບບັນຫາການປ່ອຍຄວັນ ຂອງໂຮງງານຜລິຕຊີເມັນລາວວັງວຽງ ຂອງນັກລົງທຶນ ຈີນ, ເຊິ່ງເປັນບັນຫາຊຳເຮື້ອ ທີ່ເກີດຂຶ້ນມາຫຼາຍປີແລ້ວ, ແຕ່ກໍບໍ່ໄດ້ຮັບການແກ້ໄຂ ຢ່າງເດັດຂາດ ແລະ ໂຮງງານ ກໍປ່ອຍຄວັນອອກມາຢູ່ ເລື້ອຍໆ ເຮັດໃຫ້ປະຊາຊົນ ໃນເຂດບ້ານທີ່ຢູ່ໃກ້ຄຽງ ຕ້ອງໄດ້ຮັບຜົລກະທົບ ຈາກໂຮງງານຢູ່ຕໍ່ໄປ, ດັ່ງຊາວບ້ານໃນເຂດເມືອງວັງວຽງ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ສິງຫາ ນີ້ວ່າ:
“ຄວັນຂອງມັນເນາະ ມີແຕ່ເລາະໆລຽບທາງ ສ່ວນຫຼາຍແມ່ນບ້ານຂັນໝາກ, ບ້ານໂພນຊູ, ຫ້ວຍງາມ, ວັງໝ້ຽງ ເຂດນີ້ແຫຼະເລາະແຄມທາງນີ້ ຂອບເຂດແຄມທາງນີ້ແຫຼະ ຕິດກັບໂຮງງານຊີເມັນ. ໂພນສູງແທ້ກະບໍ່ຮອດ.”
ກ່ອນໜ້ານີ້, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງເຈົ້າໜ້າທີ່ ຂັ້ນທ້ອງຖິ່ນຄົນນຶ່ງ ໃນເມືອງວັງວຽງ, ເຊິ່ງນາງກ່າວວ່າ ບັນຫາຄວັນ ຈາກໂຮງງານຊີເມັນ ແຫ່ງດັ່ງກ່າວ ຍັງເກີດຂຶ້ນແທ້ ຍ້ອນຍັງບໍ່ມີການແກ້ໄຂ ທີ່ເດັດຂາດ ແລະ ຂາດຄວາມເອົາໃຈໃສ່ ຕໍ່ສິ່ງແວດລ້ອມ, ເຖິງແມ່ນວ່າທາງບ້ານ ຈະສເນີໃຫ້ທາງເມືອງ ໄປເວົ້າກັບທາງໂຮງງານ ໃຫ້ຢຸດປ່ອຍຄວັນກໍຕາມ, ແຕ່ກໍບໍ່ມີຫຍັງເກີດຂຶ້ນ. ດັ່ງຍານາງກ່າວ ວ່າ:
“ໄປຫາເມືອງເພິ່ນກະວ່າ ເອີ່ໆ! ຈະໃຫ້ທາງບໍຣິສັດເບິ່ງນຳເບິ່ງຄືນ ລະກະເວລາໄປປະຊຸມ ກະສເນີຢູ່ໂຕນິ້ີ້ນ່າ ເພິ່ນກະວ່າໄດ້ໆ ຫາກຊິສເນີຕໍ່ ຫາກຊິບອກເພິ່ນເຮັດ ບໍຣິສັດເພິ່ນກະຮັບ ຮັບລະບໍ່ປະຕິບັດ.”
ກ່ຽວກັບບັນຫານີ້ ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ເມືອງວັງວຽງ ເພື່ອສອບ ຖາມເຖິງມາຕການ ໃນການແກ້ໄຂບັນນີ້, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄວາມເຫັນ.
ຢ່າງໃດກໍຕາມ, ເຈົ້າໜ້າທີ່ສາທາຣະນະສຸຂ ເມືອງວັງວຽງ ກໍເຄີຍຊີ້ແຈງຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີວ່າ ຄວັນທີ່ປ່ອຍອອກຈາກໂຮງງານ ແລະ ຝຸ່ນຕາມແຄມທາງ ທີ່ເກີດຈາກຣົດບັນທຸກຂອງບໍຣິສັດນັ້ນ ມີໂອກາດເຮັດໃຫ້ປະຊາຊົນ ໃນເຂດບ້ານໃກ້ຄຽງ ໄດ້ຮັບຜົລກະທົບ ອັນບໍ່ດີຕໍ່ສຸຂພາບແທ້.
ນອກຈາກບັນຫາການປ່ອຍຄວັນແລ້ວ, ໂຮງງານຊີເມັນລາວວັງວຽງ ຍັງສ້າງບັນຫາການຖິ້ມຂີ້ເຫຍື້ອຊະຊາຍຢູ່ຕໍ່ມາ, ອັນໄດ້ສ້າງຄວາມ ເດືອດຮ້ອນ ຕໍ່ປະຊາຊົນທີ່ອາໃສ ຢູ່ໃກ້ກັບໂຮງງານ ແລະ ບໍ່ພຽງແຕ່ເທົ່ານັ້ນ ຣົດບັນທຸກທີ່ແລ່ນເຂົ້າ-ອອກ ໂຮງງານ ດັ່ງກ່າວ ກໍເປັນ ສ່ວນນຶ່ງ ທີ່ເຮັດໃຫ້ທາງເລຂທີ 13 ເໜືອ ມີສະພາບເປ່ເພ ຍ້ອນຮັບນ້ຳໜັກຣົດບັນທຸກບໍ່ໄຫວ.