ຂຸດຄົ້ນຫິນກາວ ຊາວບ້ານເມືອງໝື່ນ, ເມືອງເຟືອງ ກັງວົນ

ພູວົງສ໌
2022.02.07
ຂຸດຄົ້ນຫິນກາວ ຊາວບ້ານເມືອງໝື່ນ, ເມືອງເຟືອງ ກັງວົນ ແຜນທີ່ ເມືອງເຟືອງ ແຂວງວຽງຈັນ, ບ່ອນໂຄງການ ຂຸດຄົ້ນຫິນກາວ
RFA

ຊາວບ້ານ ບ້ານນ້ຳແພດ, ເມືອງໝື່ນ ແລະ ບ້ານຜາສັງ ເມືອງເຟືອງ ໃນແຂວງວຽງຈັນ ປະມານ 50 ຄອບຄົວ ທີ່ຈະໄດ້ຮັບຜົລກະທົບ ສູນເສັຽທີດິນທຳການກະເສດ ໃຫ້ກັບໂຄງການ ຂຸດຄົ້ນຫິນກາວ ຂອງບໍຣິສັດ ວຽງຈັນພັທນາຫິນກາວ ຈຳກັດ ຢາກໃຫ້ທາງການລາວ ຍົກເລີກໂຄງການດັ່ງກ່າວ ຍ້ອນກັງວົນເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຄ່າຊົດເຊີຍ ທີ່ບໍ່ສົມເຫດສົມຜົລ. ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງໝື່ນ ແຂວງວຽງຈັນ ທີ່ຈະໄດ້ຮັບຜົລກະທົບ ສູນເສັຽທີ່ດິນທຳການກະເສດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ກຸມພາ ນີ້ວ່າ:

“ກະຢ້ານແຕ່ຊິບໍ່ໄດ້ ຄ່າເວນຄືນໃຫ້ເຂົາຫັ້ນ, ມີແຕ່ດິນກະສິກັມ. ເວົ້າເຣື່ອງສິ່ງແວດລ້ອມ ອະນາຄົດ ເຈາະເລິກລົງໄປ ເຮົາກະຢ້ານມັນມີຜົລກະທົບ ເຣື່ອງນ້ຳ ເຣື່ອງໃນກະຊິແຫ້ງ. ມາຂຸດອັນນີ້ໃສ່ນີ້ ກະໂອ້ຍ ກະຊິຫຍຸ້ງຍາກໃຫ້ະຊາຊົນ ບໍ່ຫຼາຍກໍໜ້ອຍຫັ້ນແຫຼະ.”

ຊາວບ້ານຜູ້ນີ້ ກ່າວອີກວ່າ ດີແທ້ ກະບໍ່ຢາກໃຫ້ມີການພັທນາໃດໆ ພາຍໃນເຂດບ້ານນ້ຳແພດ ແລະ ບ້ານຜາສັງ ເພາະເນື້ອທີ່ບໍຣິເວນນີ້ ອຸດົມໄປດ້ວຍ ຊັພຍາກອນທັມມະຊາດ ແລະ ສັດປ່າຫຼາຍຊະນິດ ແລະ ທີ່ສຳຄັນ ເປັນບ່ອນທຳການກະເສດ ຂອງຊາວບ້ານ. ຫາກຊາວບ້ານສູນເສັຽທີ່ດິນໄປແລ້ວ ກໍມີຄວາມກັງວົນ ຕໍ່ຊີວິດການເປັນຢູ່ ໃນອະນາຄົດ.

ສ່ວນການຊົດເຊີຍຕ່າງໆ ຍັງບໍ່ມີພາກສ່ວນໃດ ແຈ້ງຣາຍລະອຽດ ໃຫ້ຊາວບ້ານ ໄດ້ຮັບຮູ້ ວ່າຈະໄດ້ຮັບການຊົດເຊີຍ ໜ້ອຍຫຼາຍສ່ຳໃດ, ແຕ່ຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ສເນີໃຫ້ໂຄງການ ຈ່າຍຄ່າຊົດເຊີຍ ຢ່າງໜ້ອຍ 150 ຫາ 300 ລ້ານກີບ ຕໍ່ເຮັກຕ້າຣ ຈຶ່ງຈະເໝາະສົມ ແລະ ຍຸຕິທັມ ກັບຊາວບ້ານ.

ນອກຈາກນີ້, ຊາວບ້ານໃນພື້ນທີ່ ໂຄງການຂຸດຄົ້ນຫິນກາວ ຍັງກັງວົນຫຼາຍໆເຣື່ອງ ເປັນຕົ້ນວ່າ ບັນຫາດ້ານມົລພິດ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ ສຽງດັງຈາກການຈຸດເຈາະຫິນ, ລະເບີດຫິນ, ບັນຫານ້ຳເປື້ອນ, ສານເຄມີຕົກຄ້າງ ກະທົບຕໍ່ແຫຼ່ງນ້ຳ, ເຊິ່ງບັນຫາທັງໝົດ ອາຈສົ່ງຜົລຕໍ່ສຸຂພາບ ຂອງຊາວບ້ານໃນພື້ນທີ່ ໃນໄລຍະຍາວ. ຫາກເປັນໄປໄດ້ ກໍບໍ່ຢາກໃຫ້ມີການຂຸດຄົ້ນຫິນກາວ ໃນພື້ນທີ່. ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງໝື່ນ ແຂວງວຽງຈັນ ທີ່ຈະໄດ້ຮັບຜົລກະທົບ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ກຸມພາ ນີ້ວ່າ:

“ຕາມຫາງສຽງປະຊາຊົນ ເຂົາກະວ່າ ຄັນເຂົາເຮັດຂຶ້ນແທ້ນີ້ ຢ້ານວ່າ ຊິມີຜົລສະທ້ອນຫຼາຍແນວ, ເຂົາວ່າຊັ້ນ. ມັນຈະແຕະຕ້ອງ ເຖິງສຸຂພາບເນາະ. ຂັ້ນເທິງ ຣັຖບານແກ້ໄຂ ກະຈັກຊິເຮັດແນວໃດ.”

ຊາວບ້ານອີກຜູ້ນຶ່ງ ກ່າວວ່າ ມີຊາວບ້ານຈຳນວນຫຼາຍຄອບຄົວ ທີ່ອາສັຍຢູ່ໃກ້ກັບ ໂຄງການຂຸດຄົ້ນຫິນກາວ, ແຕ່ປັດຈຸບັນ ຍັງເປັນການສຳຣວດຊື່ໆ ຍັງບໍ່ທັນເຣີ່ມຂຸດຄົ້ນ ຢ່າງເປັນທາງການ ຈຶ່ງເຮັດໃຫ້ຊາວບ້ານສ່ວນຫຼາຍ ຍັງບໍ່ຮັບຮູ້ ແລະ ເຂົ້າໃຈ ເຖິງເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມເທື່ອ. ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງເຟືອງ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ກຸມພາ ນີ້ວ່າ:

“ບໍ່ໄກ ຂຸດຢູ່ບ້ານນ້ຳແພດນ່າ, ກະຢູ່ມໍ່ໆຫັ້ນແຫຼະ ຢູ່ບ້ານຕິດກັນຫັ້ນແຫຼະ. ເຂົາຍັງບໍ່ມາລົງມືເຮັດຈັກເທື່ອ.”

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ຫ້ອງການຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ເມືອງໝື່ນ ແຂວງວຽງຈັນ ກ່າວວ່າ ໂຄງການຂຸດຄົ້ນຫິນກາວ ຂອງບໍຣິສັດ ວຽງຈັນພັທນາຫິນກາວ ຈຳກັດ, ເຊິ່ງເປັນບໍຣິສັດ ຂອງຄົນລາວ ທີ່ໄດ້ຮັບການອະນຸຍາດ ຈາກຣັຖບານ ໃຫ້ເຂົ້າມາສຳຣວດ ແລະ ສຶກສາຄວາມເປັນໄປໄດ້ ຕັ້ງແຕ່ປີ 2019. ໂຄງການດັ່ງກ່າວ ຈະຕັ້ງຢູ່ເຂດບ້ານນ້ຳແພດ, ເມືອງໝື່ນ ແລະ ບ້ານຜາສັງ, ເມືອງເຟືອງ ແຂວງວຽງຈັນ ກວມເອົາເນື້ອທີ່ທັງໝົດ 48 ເຮັກຕ້າຣ ທີ່ສ່ວນຫຼາຍ ກໍຈະເປັນ ດິນໄຮ່-ດິນສວນ ຂອງຊາວບ້ານ. ແຕ່ປັດຈຸບັນ, ທາງການລາວ ແລະ ບໍຣິສັດ ຜູ້ພັທນາໂຄງການ ພວມຢູ່ລະຫວ່າງ ການປະເມີນເຣື່ອງເສຖກິຈ ແລະ ຄ່າຊົດເຊີຍ ໃຫ້ກັບຊາວບ້ານ ແລະ ຍັງບໍ່ທັນໄດ້ຂໍ້ສລຸບເທື່ອ. ດັ່ງເຈົ້າໜ້າທີ່ ຫ້ອງການຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ເມືອງໝື່ນ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ກຸມພາ ນີ້ວ່າ:

“ໂຕເຂົາຂຸດຄົ້ນຫິນກາວນີ້ ຢູ່ໃນຊຸມຊົນໝົດ. ມັນກະດິນໄຮ່-ດິນນາ ປະຊາຊົນແດ່ ແລ້ວກະບ້ານແດ່. ຂະເຈົ້າກະ ເຂົາຊິໄລ່ລຽງເບິ່ງເສຖກິຈວ່າ ມັນຜົລໄດ້ ກັບຜົລເສັຽ ມັນຊິຫຼາຍໜ້ອຍປານໃດ, ເພິ່ນຊິໄລ່ລຽງ.”

ໃນມື້ວັນທີ 3 ກຸມພາ 2022 ທີ່ຜ່ານມານີ້, ກົມສິ່ງແວດລ້ອມ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ສເນີ ໃຫ້ບໍຣິສັດ ຜູ້ພັທນາໂຄງການ ທົບທວນຄືນ ໃນເຣື່ອງຂອງການຊົດເຊີຍທີ່ດິນ ຂອງຊາວບ້ານ ໃເນດຂສັມປະທານ ໃຫ້ມີຄວາມເໝາະສົມ, ການຈັດສັນງົບປະມານ ໃນການຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ໃຫ້ເໝາະສົມ ຕາມສະພາບຄວາມເປັນຈິງ ແລະ ບັນຫາອື່ນໆ ທີ່ອາຈເກີດຂຶ້ນ ໃນການດຳເນີນການ ຂອງໂຄງການ ເພື່ອຣາຍງານ ຕໍ່ກົມສິ່ງແວດລ້ອມ ໃຫ້ກວດສອບອີກຄັ້ງ.

ໂດຍການສຳຣວດ ລະບຸວ່າ ມີປະຣິມານຫິນກາວ ປະມານ 11 ລ້ານຕັ່ນ ພາຍຫຼັງທີ່ຜ່ານບົດປະເມີນ ຜົລກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ຜ່ານແລ້ວ, ຈະນຳສເນີຣັຖບານລາວ ເພື່ອຂໍສັມປະທານ ແລະ ດຳເນີນການຂຸດຄົ້ນ-ປຸງແຕ່ງ ແລະ ຈຳໜ່າຍຫິນກາວ ເປັນໄລຍະເວລາ 20 ປີ ໃນເນື້ອທີ່ທັງໝົດ 48 ເຮັກຕ້າຣ ຕລອດເວລາສັມປະທານ.

ໂຄງການຂຸດຄົ້ນຫິນກາວ ມີມູລຄ່າລົງທຶນ 3.5 ລ້ານປາຍໂດ່ລ້າຣສະຫະຣັຖ, ເຊິ່ງບໍຣິສັດຜູ້ພັທນາ ຢັ້ງຢືນວ່າ ຣັຖບານລາວ ຈະໄດ້ລາຍຮັບ ຈາກໂຄງການດັ່ງກ່າວ ຈຳນວນ 42.27% ຂອງຜົລກຳໄລທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.