ຊ່ອຍເມຕຕາ ປົກປ້ອງ ເຊື້ອເຜົ່າຜົງພັນ ຂອງພວກເຮົາແດ່ເທີ້ນ

ສັດປ່າບາງປະເພດ ໃນລາວ ແລະກັມພູຊາ ຢູ່ໃນສະພາບສ່ຽງ ຕໍ່ການສູນພັນ ເນື່ອງຈາກການລັກລອບລ້າ ແລະຄ້າຂາຍສັດປ່າເຫຼົ່ານັ້ນ.
ສັດປ່າບາງປະເພດ ໃນລາວ ແລະກັມພູຊາ ຢູ່ໃນສະພາບສ່ຽງ ຕໍ່ການສູນພັນ ເນື່ອງຈາກການລັກລອບລ້າ ແລະຄ້າຂາຍສັດປ່າເຫຼົ່ານັ້ນ. (RFA)

ປະເທດລາວ ແລະ ປະເທດກັມພູຊາ ກຳລັງປະເຊີນ ກັບບັນຫາ ການລັກລອບລ້າ ລູກສັດປ່າ ແລະ ການລັກລອບຄ້າສັດປ່າ ໃກ້ສູນພັນ ຈາກເຈຕນາ ເພື່ອການຮັກສາປ່າໄມ້. ການລັກລອບລ້າ ໂຕຫລິ່ນ, ເສືອ, ຊ້າງ, ແຮດ ແລະໝີ ເພື່ອຂາຍຢູ່ພາຍໃນປະເທດ ແລະ ສົ່ງອອກໄປຂາຍຢູ່ຕ່າງປະເທດ ເປັນຕົ້ນ ປະເທດຈີນ, ປະເທດໄທຍ ແລະປະເທດວຽດນາມ ເປັນພັຍຄຸກຄາມ ຕໍ່ການສູນພັນ ຂອງສັດເຫຼົ່ານີ້. ສັດເຫຼົ່ານີ້ ເປັນທີ່ນິຍົມໃຊ້ເປັນສ່ວນປະສົມ ຢາໂບຣານ ຂອງຈີນ, ບາງເທື່ອສັດເຫຼົ່ານີ້ ຖືກຂາຍເພື່ອເປັນສັດລ້ຽງ ຫຼື ເພື່ອໃຊ້ປະດັບປະດາ ແລະ ໃຊ້ປຸງອາຫານ ຕາມຮ້ານອາຫານ.