ແມ່ນ້ຳຂອງ ປົນເປືອນມົລພິດ ຈາກຂີ້ເຫຍື້ອ ພລາສຕິກ
2022.12.22
ຄະນະກັມມາທິການແມ່ນ້ຳຂອງສາກົນ ຫຼື MRC ກວດພົບມົລພິດ ຈາກພລາສຕິກ ປະມານ 8 ລ້ານຕັນ ໃນແມ່ນ້ຳຂອງ ທີ່ມາຈາກປະເທດລາວ, ໄທຍ, ວຽດນາມ ແລະ ກັມພູຊາ, ໃນນັ້ນ ເປັນຂີ້ເຫຍື້ອທົ່ວໄປ 70-90% ທີ່ມາຈາກຖົງຢາງ ຫຼື ຖົງພລາສຕິກ ແລະ ໂຟມ, ນັ້ນສົ່ງຜົລກະທົບ ຕໍ່ລະບົບນິເວດແມ່ນ້ຳຂອງ ແລະ ສຸຂພາບຂອງຄົນ ອີງຕາມບົດຣາຍງານຂອງ MRC ທີ່ເຜີຍແຜ່ໃນວັນທີ 21 ທັນວາ 2022.
ສາເຫດນຶ່ງມາຈາກ ປະຊາຊົນທີ່ຢູ່ໃກ້ກັບນ້ຳຂອງ ມີການເຜົາ ແລະ ຖິ້ມຂີ້ເຫຍື້ອລົງໃສ່ແມ່ນ້ຳຂອງ. ເຈົ້າໜ້າທີ່ສິ່ງແວດລ້ອມ ແຂວງ ຫລວງພຣະບາງ ໄດ້ກ່າວວ່າ:
“ເຈົ້າ ແມ່ນໆ ໜ້າເປັນຫ່ວງ ຢູ່ ບາງຄົນເນາະ ຂະເຈົ້າບໍ່ເຂົ້າໃຈ ເຣື່ອງໂຕນີ້ ຂະເຈົ້າກະຍັງຈູດ ຍັງເຜົາຢູ່ ການຖິ້ມຂີ້ເຫຍື້ອກະຍັງຊະຊາຍ ຢູ່ຕາມແຄມທາງແຄມຂອງເຈົ້າ.”
ທ່ານ ກ່າວຕື່ມວ່າ ໄລຍະຜ່ານມາ ກໍມີການຈັດກິຈກັມ ເພື່ອໂຄສນາ ໃຫ້ຄວາມຮູ້ ແລະ ບູກຈິຕສຳນຶກ ໃຫ້ແກ່ຊາວບ້ານ ເຣື່ອງການກັມຈັດຂີ້ເຫຍື້ອ, ການຄັດແຍກຂີ້ເຫຍື້ອ ໃຫ້ຖືກວິທີ ເພາະວ່າ ຖ້າຖິ້ມຊະຊາຍລົງໃສ່ແມ່ນ້ຳຂອງ ກໍຈະສົ່ງຜົລກະທົບ ຕໍ່ລະບົບນິເວດແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ເຊິ່ງເປັນແຫຼ່ງສະບຽງອາຫານ ແລະ ແຫຼ່ງທ່ອງທ່ຽວ ຂອງແຂວງຫລວງພຣະບາງ, ແຕ່ ກໍຍັງມີຊາວບ້ານຈຳນວນນຶ່ງ ບໍ່ເຂົ້າໃຈ.
ຢູ່ແຂວງຫລວງພຣະບາງ ສ່ວນຫຼາຍຊາວບ້ານ ມັກຈະເຜົາຢູ່ຕາມໄຮ່, ຕາມສວນ, ແຄມທາງ ແລະ ຖິ້ມໃສ່ນ້ຳຂອງ. ຊາວບ້ານ ຢູ່ແຂວງຫລວງພຣະບາງ ກ່າວວ່າ:
“ດຽວນີ້ນີ້ ຕາມສະພາບບາງຄົນກະໄປຖິ້ມນຳໄຮ່ ນຳນາ ບາງຄົນ ກະຖິ້ມ ກະເຜົາ ບາງຄົນກະຖິ້ມລົງນ້ຳຂອງຊິນ່າແຫຼະ ມັນກະບໍ່ຄັກປານໃດດອກ ອ້າຍກະເຫັນຢູ່ ມັນຫາກເວົ້າບໍ່ໄດ້ເດ້ ເຮັດແນວໃດ ຍອມຮັບເລີຍວ່າ ດຽວນີ້ ບໍ່ຢາກຄັກປານໃດແລ້ວ ນ້ຳຂອງບາງເທື່ອກະມີສານເຄມີແດ່.”
ປະຊາຊົນ ຢູ່ຕາມເທສບານເມືອງ ຢູ່ແຂວງຄຳມ່ວນ ຍັງບໍ່ມີການກຳຈັດຂີ້ເຫຍື້ອທີ່ຖືກຕ້ອງ ແລະ ບໍ່ມີການຄຸ້ມຄອງຢ່າງເປັນລະບົບ.
ເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 22 ທັນວາ ວ່າ:
“ແມ່ນ ກະມີແຕ່ໂຕເມືອງ ແຕ່ລະເມືອງ ກະຍັງບໍ່ທັນ ໄດ້ມີໃຜແບບມາບໍຣິການ ຫຼື ຄຸ້ມຄອງພິສັງເທື່ອຫັ້ນນ່າ ກະແລ້ວ ແຕ່ຫຼັງຄາເຮືອນ ສ່ວນຫຼາຍມັນກະຢາກຖິ້ມຊະຊາຍ ຫຼືວ່າ ຈູດເຜົາເອົາເນະ.”
ທີ່ຜ່ານມາ ໜ່ວຍງານທີ່ກ່ຽວຂ້ອງ ມີການໂຄສນາໃຫ້ຄວາມຮູ້ ແກ່ຊາວບ້ານ ແລະ ຊາວໜຸ່ມ ຢູ່ຕາມໂຮງຮຽນຕ່າງໆ ກ່ຽວກັບເຣື່ອງການກຳຈັດຂີ້ເຫຍື້ອ ລົງແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ. ເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງປາກລາຍ ກ່າວວ່າ:
“ໂຕນີ້ພວກເຮົານັ້ນ ທີ່ຜ່ານມາເຮົາເຄີຍມີເນາະ ແຕ່ຊ້ວງນີ້ ພວກເຮົາບໍ່ມີໂຄງການ ແລ້ວຫັ້ນນ່າ ກ່ຽວກັບຂີ້ເຫຍື້ອ ໄປປູກຈິຕສຳນຶກໄວໜຸ່ມ ກ່ຽວກັບການຮັກສາສິ່ງແວດລ້ອມ.”
ໃນປີ 2020 ທີ່ຜ່ານມາ ອົງການສິ່ງແວດລ້ອມແຫ່ງ ສະຫະປະຊາຊາຕ ຫຼື UNEP ໄດ້ເຜີຍແຜ່ໂຄງການ ວິໄຈ ເຊິ່ງເປັນບົດວິໄຈ ທຳອິດ ທີ່ໃຊ້ຂະບວນການ ວິທະຍາສາຕ ສຳຣວດຕົ້ນກຳເນີດ ຂີ້ເຫຍື້ອພລາສຕິກ ໃນແມ່ນ້ຳຂອງ ໂດຍມີການເກັບໂຕຢ່າງ ໃນພື້ນທີ່ສຳຣວດ 33 ຈຸດ ຕລອດລຳແມ່ນ້ຳຂອງ.
ອີງຕາມການວິໄຈ ພົບການປົນເປື້ອນ ໄມໂຄຣພລາສຕິກ (ພລາສຕິກຂນາດນ້ອຍ) ສູງເຖິງ 90% ເຊິ່ງສອດຄ່ອງກັບ ຜົລການສຶກສາ ຂອງທີມວິໄຈ ຈາກມະຫາວິທະຍາໄລ ມະຫາສາຣະຄາມ ຂອງໄທຍ ທີ່ກວດພົບໄມໂຄຣພລາສຕິກ ປົນເປື້ອນໃນປາ ແລະ ສ່ຽງເປັນມົລພິດ ຕໍ່ລະບົບນິເວດ ແລະ ສຸຂພາບ ຂອງຄົນທີ່ອາສັຍ ຢູ່ລຸ່ມແມ່ນ້ຳຂອງ.
ຫຼັງຈາກເຜີຍແຜ່ບົດວິໄຈໄປແລ້ວ, ອົງການ UNEP ປະຈຳລາວ ກໍໄດ້ມີການຄົ້ນຄວ້າ, ສຶກສາວິໄຈ ກ່ຽວກັບເຣື່ອງປົນເປື້ອນ ໄມໂຄຣພລາສຕິກ ໃນແມ່ນ້ຳຂອງ ຢູ່ປະເທດລາວ, ຄຽງຄູ່ກັນນັ້ນ ກໍໄດ້ສນັບສນູນທຶນ ຈຳນວນນຶ່ງໃຫ້ຣັຖບານລາວ ເພື່ອຊ່ວຍເຫຼືອ ໃນການຈັດການກັບຂີ້ເຫຍື້ອ ໃຫ້ມີປະສິດທິພາບ ໂດຍສະເພາະໃນເຂດຊົນບົດ ຂອງປະເທດລາວ.
ເຈົ້າໜ້າທີ່ ອົງການ UNEP ປະຈຳລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 22 ທັນວາ ວ່າ:
“UNEP ພວກເຮົາກະມີ A Lap ເນາະ ເປັນໜ່ວຍງານນຶ່ງ ທີ່ຂະເຈົ້າຊິເຮັດການສຶກສາ ຄົ້ນຄວ້າ ເວົ້າເຣື່ອງການຂັບເຄື່ອນໂຕ ເວົ້າເຣື່ອງຂັບເຄື່ອນ ຂີ້ເຫຍື້ອ ຊິໃຫ້ທຶນໃນການແກ້ໄຂ ບັນຫາສິ່ງແວດລ້ອມ ໃນຂັ້ນຊຸມຊົນ.”
ໃນເວລາຄົນຖິ້ມຂີ້ເຫຍື້ອລົງໄປແລ້ວ ແລະ ມັນຈະສລາຍ, ເປື່ອຍ ກາຍເປັນສານຂີ້ເຫຍື້ອ ຂນາດນ້ອຍ, ແລ້ວປະປົນກັບສານ ອາຫານຂອງສັດນ້ຳ.
ອາຈານ ທີ່ສອນວິຊາ ສິ່ງແວດລ້ອມ ຢູ່ມະຫາວິທະຍາໄລ ອຸບົນຣາຊທານີ ປະເທດໄທຍ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຄືຕອນທຳອິດ ເຮົາເຂົ້າໃຈວ່າ ເປັນຖົງພລາສຕິກ ຂນາດໃຫຍ່ໆ ມັນລົງໄປໃນນ້ຳ ກະພຽງແຕ່ເປັນຂີ້ເຫຍືອ ແຕ່ ມັນກະສລາຍ, ແຕ່ມັນຈະສລາຍ ເປັນອະນຸ ຂນາດນ້ອຍ ເຊິ່ງອັນນ້ອຍໆ ມັນເຂົ້າໄປໃນຮ່າງກາຍ ຂອງສິ່ງມີຊີວິຕ, ມັນກໍຈະສະສົມ ຜ່ານຫ່ວງໂສ້ ອາຫານ ໄປຍັງປາ ຂນາດໃຫຍ່.”
ສ່ວນວ່າ ມັນຈະສົ່ງຜົລກະທົບ ຕໍ່ສຸຂພາບຂອງຄົນ ໃນຮູບແບບໃດນັ້ນ ຍັງບໍ່ທັນມີການວິໄຈອອກມາ ແຕ່ ປັດຈຸບັນ ມີຫຼາຍພາກສ່ວນ ທັງອົງການຈັດຕັ້ງສາກົນ ແລະ ມະຫາວິທະຍາໄລ ໃນປະເທດໄທຍ ກຳລັງຢູ່ລະຫວ່າງການຄົ້ນຄວ້າ, ແລະ ສຶກສາວິໄຈ ເພື່ອຄົ້ນຫາຄໍາຕອບ.
ດຣ. ອະນຸລັກ ກິດຕິຄຸນ ຫົວໜ້າກອງເລຂາທິການ ຄະນະກັມມາທິການ ແມ່ນ້ຳຂອງສາກົນ ຫຼື MRC ກ່າວໃນບົດຣາຍານ ສະບັບໃໝ່ ກ່ຽວກັບມົລພິດ ຂີ້ເຫຍື້ອພລາສຕິກ ໃນແມ່ນ້ຳຂອງ ໃນວັນທີ 21 ທັນວາ 2022 ທີ່ຜ່ານມາ ວ່າ:
“ໃນຂະນະທີ່ພາກພື້ນ ຂອງພວກເຮົາ ກຳລັງຢູ່ລະຫວ່າງ ການພັທນາ ທາງເສຖກິຈ ຢ່າງວ່ອງໄວ ແລະ ການຂຍາຍໂຕ ຂອງເມືອງ, ພລາສຕິກ ມີການໃຊ້ງານ ທີ່ຫຼາກຫຼາຍ ເນື່ອງຈາກ ຕົ້ນທຶນຂ້ອນຂ້າງຕ່ຳ, ນຳໜັກເບົາ, ທົນທານ ແຜ່ຫຼາຍ ແລະ ອ່ອນໂຕໄດ້ດີ.”
ທ່ານ ກ່າວຕື່ມວ່າ “ຂີ້ເຫຍື້ອພລາສຕິກ ໃນແມ່ນ້ຳຂອງ ຈະຕ້ອງໃຊ້ເວລາ ທີ່ຄວບຄຸມ ລວມເຖິງຄວາມຮ່ວມມື ຈາກຫຼາຍພາກສ່ວນ ແລະ ຄວາມຮູ້ ທາງດ້ານສມຸດສາຕ ເພື່ອເປັນການປົກປ້ອງ ແມ່ນ້ຳຂອງ.”