ຍັງມີການ ລັກປູກຝິ່ນ ຢູ່ຫຼາຍບ້ານ ໃນແຂວງຫົວພັນ
2022.08.31
ອີງຕາມການຣາຍງານຂອງ ທ່ານ ທອງສຸກ ສົມພາວັນ ເຈົ້າເມືອງ ເມືອງແອດ ແຂວງຫົວພັນໄດ້ຣາຍງານເມື່ອວັນທີ 24 ສິງຫາ 2022 ທີ່ຜ່ານມາວ່າ ຍັງມີການລັກລອບປູກຝິ່ນ 14 ບ້ານຢູ່ເມືອງແອດ ຈາກທັງໝົດ 77 ບ້ານສ່ວນໃຫຍ່ ເປັນຄົນຊົນເຜົ່າມົ້ງ ທີ່ຢູ່ເຂດພູດອຍ ບ້ານຕິດກັບເຂດຊາຍແດນ ລາວ-ວຽດນາມ ຈະລັກລອບປູກຝິ່ນ ຂາຍໃຫ້ກັບນາຍທຶນວຽດນາມ ແລະນາຍທຶນຄົນລາວ. ປັດຈັຍນຶ່ງທີ່ເຂົາເຈົ້າຍັງລັກລອບປູກຝິ່ນ ຂາຍກໍຍ້ອນພົບກັບຄວາມຫຍຸ້ງຍາກ ໃນການທຳມາຫາກິນ.
ດັ່ງເຈົ້າໜ້າທີ່ຕຳຣວດ ທີ່ກ່ຽວຂ້ອງ ໃນເມືອງແອດ ແຂວງຫົວພັນ ທ່ານນຶ່ງຜູ້ຂໍສງວນຊື່ ແລະ ຕຳແໜ່ງກ່າວໃນວັນທີ 31 ສິງຫານີ້ວ່າ:
“14 ບ້ານເປັນເປົ້າໝາຽ ທີ່ເຂົາເຈົ້າມັກປູກຫັ້ນນ່າ ເຂົາເຈົ້າກາຮູ້ແຕ່ລັກຫັ້ນແລ້ວເນາະ ບໍ່ໄດ້ປູກທຸກຄອບຄົວເດ ມັນເປັນບ້ານພິກັດ ເຂົາເຈົ້າຢູ່ມັນລຽບຊາຍແດນວຽດໃດ. ປູກກາເພື່ອຂາຍຫັ້ນແຫຼະ ຈຳນວນນຶ່ງກໍບຸກໄປ ປູກຢູ່ເຂດປ່າສງວນແຫ່ງຊາຕນໍ້າແອດ ພູເລີຍພຸ້ນເດ ເພາະວ່າປູກອັນນີ້ແລ້ວ ມັນຂາຍງ່າຍກ່ວາສິ່ງອື່ນເດ້ເນາະ ນາຍທຶນມັນກໍມີທັງວຽດ ທັງລາວແດ່ ຮັບຊື້ນຳເຂົາເຈົ້າຫັ້ນນ່າ.”
ທ່ານໄດ້ກ່າວເພີ່ມວ່າໃນ 14 ບ້ານດັ່ງກ່າວນີ້ກໍມີການລັກລອບ ປູກຈຳນວນຫຼາຍເຮັກຕ້າຣ໌ ເຈົ້າໜ້າທີ່ກໍໄດ້ລົງໄປເຮັດບົດບັນທຶກ ກັບນາຍບ້ານທັງ 14 ບ້ານໄວ້ ແລະກໍໄດ້ເຊັນສັນຍາ ເພື່ອບໍ່ໃຫ້ປະຊາຊົນ ໃນເຂດບ້ານດັ່ງກ່າວ ລັກລອບປູກຝິ່ນ ແລະບໍ່ອະນຸຍາດໃຫ້ຜູ້ອື່ນ ມາປູກຝິ່ນໃນດີນແດນ ພາຍໃນບ້ານຂອງຕົນເອງ ຖ້າຫາກເຈົ້າໜ້າທີ່ພົບເຫັນ ກໍຈະໃສ່ກົດລະບຽບ ຕາມກົດໝາຽຢ່າງເດັດຂາດ.
ໃນປີ 2021 ທີ່ຜ່ານມາ ເຈົ້າໜ້າທີ່ໃນເມືອງແອດ ກໍສາມາດທຳລາຍ ສວນຝິ່ນໄດ້ 20 ປາຍເຮັກຕ້າຣ໌ ສ່ວນໃຫຍ່ເປັນເຂດພູດອຍ ທີ່ເຂົ້າເຖິງຍາກຕ້ອງໃຊ້ເວລາເດີນທາງ ຫຼາຍວັນກວ່າຈະໄປເຖິງ ຈຸດໝາຽແລະເຈົ້າໜ້າທີ່ ກໍບໍ່ໄດ້ລົງກວດກາເປັນປະຈຳ ຍ້ອນງົບປະມານທີ່ໄດ້ມາແຕ່ລະປີ ມີຈຳນວນຈຳກັດ ຈຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ມີການລັກລອບປູກຝິ່ນ.
“ໄປກວດກາ ເຮົາກາພົບຄວາມຫຍຸ້ງຍາກ ເຂົາປູກມັນຢູ່ເຂດຫ່າງໄກ ສອກຫຼີກເດ້ເນາະ ຍ່າງເປັນມື້, ສອງມື້ພຸ້ນແລ້ວ ໄປຊອກຫາມັນກໍພົບຄວາມຫຍຸ້ງຍາກເນາະ ງົບປະມານກໍບໍ່ຢາກມີປານໃດຫັ້ນແລ້ວ ກາມີ ແຕ່ກໍມີໜ້ອຍທີ່ສຸດເນາະ ປີທີ່ແລ້ວນີ້ ພວກເຮົາກໍທຳລາຍ ກໍໄດ້ຈຳນວນຫຼາຍ ປະມານ 20 ປາຍເຮັກຕ້າຣ໌ຈຳນວນນຶ່ງ ກາຮູ້ເນາະ ຄອບຄົວທີ່ປູກຈຳນວນນຶ່ງ ກາບໍ່ຮູ້.”
ຂະນະທີ່ເຈົ້າໜ້າທີ່ ພາກປະຊາສັງຄົມ ທ່ານນຶ່ງໃນເມືອງແອດ ແຂວງຫົວພັນກໍໄດ້ກ່າວວ່າ ປັດຈຸບັນຊາວບ້ານ ໃນເຂດຊົນນະບົດ ຫຼາຍຄອບຄົວກໍຈະປູກພືດ ຂາຍເຊັ່ນມັນຕົ້ນ, ໝາກສາລີ ໂດຍບໍຣິສັດຂອງຄົນວຽດນາມມາຮັບຊື້.
ສ່ວນສາເຫດທີ່ເຂົາເຈົ້າ ຍັງມັກລັກລອບປູກຝິ່ນ ຢູ່ກໍຍ້ອນວ່າໝົດຣະດູການຜລິຕ ຂອງພືດຂອງເຂົາເຈົ້າປູກຂາຍ ບໍ່ຮູ້ວ່າຈະໄປເຮັດຫຍັງ ທີ່ຈະໄດ້ເງິນ.
ດັ່ງນັ້ນດ້ວຍຄວາມເປັນຢູ່ ທີ່ທຸກຍາກນຳດ້ວຍ ຈຶ່ງໄປລັກລອບປູກຝິ່ນຂາຍ ເພາະຢູ່ຕາມເຂດພູດອຍ ເຈົ້າໜ້າທີ່ ບໍ່ໄດ້ລົງກວດກາທົ່ວເຖິງຢູ່ແລ້ວ ກໍສາມາດລັກລອບປູກໄດ້ງ່າຍ.
“ເຣື່ອງເປັນສິນຄ້ານັ້ນ ຕາມຣະດູການ ເຂົາເຈົ້າກາໄດ້ປູກຢູ່ ໂຕຢ່າງວ່າ ເຂົາເຈົ້າປູກສາລີເນາະ ຫຼັງຈາກວ່າເກັບປູກຜົລຜລິຕ ເຂົາເຈົ້າກາລັກປູກນ່າ ຜິດກົດໝາຽຢູ່ດີຫັ້ນແຫຼະ ແຕ່ວ່າເພື່ອເປັນລາຍຮັບເພີ່ມ ເຂົາເຈົ້າເດເນາະ ເຂົາເຈົ້າຄິດແນວນັ້ນ ສ່ວນຫຼາຍເປັນບ້ານຊົນເຜົ່າ ເຂົາເຈົ້າລັກປູກຫັ້ນນ່າ ຢູ່ໄກເດ ໂອ້ໄປກໍໄປຍາກ.”
ເຈົ້າໜ້າທີ່ ພາກປະຊາສັງຄົມ ທ່ານດຽວກັນນີ້ ກ່າວຕື່ມວ່າ ທີ່ຜ່ານມາກໍມີເຈົ້າໜ້າທີ່ ລົງໂຄສະນາກ່ຽວກັບກົດໝາຽຝິ່ນຢູ່ ຜູ້ໃດປູກເປັນເຣື່ອງຜິດກົດໝາຽ ແຕ່ກໍບໍ່ໄດ້ລົງໂຄສະນາເປັນປະຈຳ.
ກ່ຽວກັບບັນຫາດັ່ງກ່າວ ຊາວບ້ານ ຢູ່ເມືອງແອດ ທ່ານນຶ່ງກໍກ່າວວ່າ ກໍເຫັນຂ່າວທີ່ ທ່ານ ເຈົ້າເມືອງແອດຣາຍງານວ່າ ມີ 14 ບ້ານລັກລອບປູກຝິ່ນ ຈຳນວນນຶ່ງຊຶ່ງເຂດບ້ານດັ່ງກ່າວນີ້ ຢູ່ຕິດກັບຊາຍແດນລາວ-ວຽດນາມ ຊຶ່ງເປັນເຂດຫ່າງໄກ ສອກຫຼີກ ທີ່ມີພູຜາພູດອຍ ການເດີນທາງເຂົ້າເຖິງຍາກ ສ່ວນໃຫຍ່ເປັນຄົນຊົນເຜົ່າມົ້ງ ອາສັຍຢູ່ເຂດນັ້ນ. ທີ່ເຂົາເຈົ້າມັກລັກລອບປູກຝິ່ນ ກໍຍ້ອນວ່າເຂົາເຈົ້າ ບໍ່ໄດ້ມີດິນເຮັດນາ ມີແຕ່ຖາງປ່າເຮັດໄຮ່ ແບບເລື່ອນລອຍ ໄປຕາມຣະດູການ ໝົດຣະດູການ ກໍບໍ່ຮູ້ເຮັດຫຍັງ ແລະອັນໃດທີ່ຈະສ້າງລາຍຮັບ ໃຫ້ເຂົາເຈົ້າໄດ້ເຂົາເຈົ້າກໍເຮັດ.
“ປູກຢູ່ເຂດພູສູງພຸ້ນເນາະ ເຂດອັນເຜົ່າມົ້ງຕິດກັບຊາຍແດນວຽດນາມ ມັນກາອາສັຍວ່າຫາກິນ ເຂົາເຈົ້າເພາະເຂົາເຈົ້າ ບໍ່ມີທົ່ງນາເດເນາະ ມີແຕ່ຖາງປ່າເຮັດໄຮ່ ອາສັຍຂາຍ ແລະກາໄປຊື້ເຂົ້າມາກິນ.”
ຂະນະທີ່ຊາວບ້ານ ຢູ່ເມືອງແອດ ອີກທ່ານນຶຶ່ງກໍກ່າວວ່າ ການລັກລອບປູກຝິ່ນນີ້ ກໍມີປະກົດການກວດລ້າງ ຂອງເຈົ້າໜ້າທີ່ຢູ່ເລື້ອຍໆ ທຸກປີ ແຕ່ສາເຫດທີ່ເຂົາເຈົ້າ ຍັງລັກປູກກໍຍ້ອນຊີວິຕ ມັນທຸກຍາກລຳບາກ ຍັງຫາເຄື່ອງປ່າຂອງດົງຢູ່ ກໍບໍ່ໄດ້ກຸ້ມກິນ.
“ກາມີແຕ່ວ່າ ໄປລັກປູກຢູ່ແຖວໄກບ້ານ ເຂົາປູກເຂົາເອົາໄປຂາຍຕີ້ ຊີວິຕທຸກຍາກຫັ້ນແລ້ວ ຢູ່ພູດອຍນ່າອັນໃດກາບໍ່ມີ ມີແຕ່ວ່າຫາປູ ຫາປາ ເອົາເຄື່ອງປ່າຂອງດົງມາກິນນີ້ນ່າ ກາບໍ່ລອດເນາະ ເຂົາຈັ່ງລັກລອບໄປປູກຝິ່ນ.”
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຕຳຣວດເມືອງແອດ ຜູ້ດຽວກັນກັບຂ້າງເທີງ ຍັງກ່າວມ້ວນທ້າຍວ່າ ການກວດກາ ໃນຄັ້ງນີ້ເປັນວາຣະການແກ້ໄຂ ບັນຫາຢາເສພຕິດຢູ່ແລ້ວ ຊຶ່ງແຕ່ລະປີຈະມີການກວດກາກັນປົກກະຕິ ໂດຍຈະມີສຳນັກງານ ວ່າດ້ວຍຢາເສພຕິດ ແລະອາຊາຍາກັມ ແຫ່ງສະຫະປະຊາຊາຕ ຫຼື UNODC ຮ່ວມມືນຳດ້ວຍ ໂດຍຈະຊ່ອຍກວດກາ ຜ່ານລະບົບດາວທຽມ ສາມາດກວດຫາ ການລັກລອບປູກຝິ່ນໄດ້.
ນອກຈາກຢາເສພຕິດ ປະເພດຝິ່ນແລ້ວ ກໍຍັງມີຢາເສພຕິດຊະນິດອື່ນໆ ນຳດ້ວຍ ຊຶ່ງໃນປີ 2021 ຜ່ານມາ ພາຍໃນເມືອງແອດ ແຂວງຫົວພັນ ມີພຽງ 8 ບ້ານເທົ່ານັ້ນ ທີ່ປອດຢາເສພຕິດ ຈາກທັງໝົດ 77 ບ້ານ ໂດຍໃນທົ່ວເມືອງ ເຈົ້າໜ້າທີ່ກວດພົບ ຜູ້ຕິດຢາເສພຕິດຊະນິດຕ່າງໆ ຈຳນວນ 677 ຄົນ ເທົ່າກັບ 2.4% ຂອງພົລເມືອງທັງໝົດ ໃນເມືອງ ຊຶ່ງກວມເອົາ 80% ແມ່ນມີຜູ້ທີ່ມີອາຍຸ ຕໍ່າກ່ວາ 45 ປີລົງມາແລະສາມາດຈັບ ຜູ້ລັກລອບຄ້າຂາຍຢາເສພຕິດໄດ້ ບໍ່ຕໍ່າກ່ວາ 20 ຄົນ ແຕ່ທັງໝົດຍັງແມ່ນຜູ້ຄ້າລາຍຍ່ອຍເທົ່ານັ້ນ. ໃນປີ 2015 ສຳນັກງານ ຢາເສພຕິດ ແລະອາຊາຍາກັມ ສະຫະປະຊາຊາຕ ປະເມີນວ່າລາຄາຜົລຜລິຕຝິ່ນສູງເປັນ 19 ເທົ່າ ຂອງລາຄາເຂົ້າ ແລະຜົລຜລິຕ ທາງການກະເສຕອື່ນໆ.