ແຂວງບໍ່ແກ້ວ ຍັງມີຊາວບ້ານ ລັກລອບປູກຝິ່ນ
2023.02.22

ປັດຈຸບັນໃນເມືອງເມິງ ແລະ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງມີຊາວບ້ານຢູ່ເຂດຫ່າງໄກ ສອກຫລີກຈຳນວນນຶ່ງ ລັກລອບປູກຝິ່ນ ຕາມເຂດພູດອຍ ເພື່ອຂາຍຊຶ່ງເປັນບ່ອນທີ່ເຈົ້າຫນ້າທີ່ ເຂົ້າເຖິງຍາກເພື່ອສ້າງລາຍໄດ້ໃຫ້ຕົນເອງເພາະເປັນພືດ ທີ່ປູກງ່າຍບໍ່ຕ້ອງໃຊ້ຕົ້ນທຶນສູງ ແລະ ຂາຍໄດ້ເງິນຫລາຍ.
ບັນຫານີ້ຊາວລາວ ຫລາຍຄົນເຫັນວ່າ ການທີ່ເຈົ້າຫນ້າທີ່ ພະຍາຍາມລົງປາບປາມ ໃນແຕ່ລະປີນັ້ນ ເຊື່ອວ່າບໍ່ມີວັນທີ່ຈະຫມົດໄປເທື່ອ ແນ່ນອນເພາະເຈົ້າຫນ້າທີ່ ທີ່ກ່ຽວຂ້ອງບໍ່ມີເງິນທຶນ ສຳຮອງໃຫ້ຊາວບ້ານປູກພືດທົດແທນ ເຖິງແມ່ນວ່າຈະມີການສົ່ງເສີມ ການປູກພືດທົດແທນກໍຕາມ ຊຶ່ງຊາວບ້ານບໍ່ມີເງິນທຶນ ກໍຕ້ອງຫັນໄປປູກພືດ ທີ່ງ່າຍທີ່ສາມາດຂາຍລ້ຽງຄອບຄົວໄດ້.
ດັ່ງຊາວລາວ ໃນແຂວງບໍ່ແກ້ວ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 22 ກຸມພາ ນີ້ວ່າ:
“ການສົ່ງເສີມນີ້ ໂຕຢ່າງປັດຈຸບັນນີ້ກໍມາເຮັດປູກຢາງພາຣາ ອິຫຍັງຫັ້ນແຫລະເນາະ ປະຊາຊົນບາງຄົນເຂົາເຈົ້າກໍບໍ່ມີທຶນ ເຮັດເຂົາເຈົ້າກໍເຮັດບໍ່ໄດ້ຫັ້ນນ່າເນາະ ການປູກການລ້ຽງນີ້ ມັນຕ້ອງມີທຶນລາຍໄດ້ລາຍຮັບມັນກໍບໍ່ຕໍ່ເນື່ອງຫັ້ນນ່າ ບໍ່ຄືປູກຝິ່ນ ປູກຝິ່ນນີ້ມັນໄດ້ເງິນຫລາຍເດ້ ບາດນີ້ເຂົາເຈົ້າບໍ່ມີທຶນ ເຂົາເຈົ້າກໍຫາແນວປູກງ່າຍໆ ທີ່ເຂົາເຈົ້າເຄີຍປູກຫັ້ນແຫລະ ແບບອາໄສແບບວ່າ ລັກລອບປູກຢູ່.”
ຊາວບ້ານໃນເມືອງເມິງ ແຂວງບໍ່ແກ້ວທ່ານນຶ່ງ ກໍກ່າວວ່າໃນເຂດໂຕເມືອງເມິງ ບໍ່ມີການລັກລອບປູກຝິ່ນແລ້ວ ແຕ່ຢູ່ເຂດຫ່າງໄກສອກຫລີກ ອາດຈະມີຢູ່ເພາະເປັນບ່ອນທີ່ເຈົ້າຫນ້າທີ່ ເຂົ້າເຖິງຍາກ ແລະຄາດວ່າຄົນທີ່ລັກປູກຝິ່ນ ໜ້າຈະເອົາໄປເສບເອງ ແລະຂາຍທັງສອງຢ່າງ.
“ແມ່ນແຫລະ ຫນ້າຈະເປັນແນວນັ້ນຫນາ ຈະເອົາໄປສອງຢ່າງຫັ້ນແຫລະ ເອົາໄປຂາຍແດ່ ລະເອົາໄປເສບແດ່ຫັ້ນແຫລະ.”
ຊາວບ້ານໃນເມືອງເມິງ ທ່ານນີ້ຍັງກ່າວຕື່ມອີກວ່າ ທີ່ຜ່ານມາກໍມີເຈົ້າຫນ້າທີ່ ທີ່ກ່ຽວຂ້ອງສົ່ງເສີມການປູກພືດທົດແທນ ແລະການລ້ຽງສັດຢູ່ ເຊັ່ນປູກສາລີ, ຫມາກໂມ, ຖົ່ວເຫລືອງ, ຫມາກກ້ວຍ, ຢາງພາຣາ ແຕ່ສ່ວນໃຫຍ່ ຊາວບ້ານຈະໄປເປັນລູກຈ້າງ ອອກແຮງງານຄືເກົ່າ ເພາະບໍ່ຕ້ອງໃຊ້ຕົ້ນທຶນຫລາຍ ແລະໃນເມືອງເມິງນີ້ ສ່ວນໃຫຍ່ຈະມີນາຍທຶນຄົນຈີນ ເຂົ້າມາລົງທຶນຫລາຍ ແລະຈ້າງຊາວບ້ານ ເຮັດຜົນຜະລິດໃຫ້.
“ການປູກຝັງລ້ຽງສັດນີ້ ກໍມີຢູ່ເປັນຕົ້ນແມ່ນຢາງພາຣາ ຫມາກກ້ວຍ ປູກອ້ອຍ ສ່ວນຫລາຍນີ້ ກໍແມ່ນຄົນຈີນເຂົ້າເຈົ້າ ມາລົງທຶນ ແຕ່ວ່າຄົນລາວເຮົາ ເປັນຄົນເຮັດນີ້ ຊິເປັນແນວນັ້ນ.”
ຊາວບ້ານໃນເມືອງເມິງ ແຂວງບໍ່ແກ້ວອີກທ່ານນຶ່ງ ກໍກ່າວວ່າ ການລັກລອບປູກຝິ່ນຢູ່ເມືອງເມິງນີ້ ໃນເຂດຫ່າງໄກສອກຫລີກ ກໍອາດຈະຍັງຄົງມີ ເພາະເມືອງເມິງ ຍັງມີພືດພັນປ່າໄມ້ ທີ່ອຸດົມສົມບູນຫລາຍ ເສັ້ນທາງຕ່າງໆ ຍັງມີຄວາມຫຍຸ້ງຍາກ ແລະເຈົ້າຫນ້າທີ່ຍັງເຂົ້າເຖິງຍາກ.
“ເມືອງເມິງ ມັນກໍຍັງເປັນປ່າ ບ້ານນ້ອຍເມືອງນ້ອຍຊີ້ນ່າ ບໍ່ໄດ້ມີຫຍັງຫລາຍເທື່ອ ມັນກໍຍັງຫຍຸ້ງຍາກຢູ່ ເປັນພູເປັນດອຍ ທາງລຳບາກ.”
ເຈົ້າຫນ້າທີ່ກະສິກັມ ແລະ ປ່າໄມ້ ໃນແຂວງບໍ່ແກ້ວທ່ານນຶ່ງທີ່ຂໍສງວນສື່ແລະຕຳແຫນ່ງ ກໍກ່າວວ່າທີ່ຜ່ານມາເຈົ້າຫນ້າທີ່ ກໍມີການລົງສົ່ງເສີມ ການປູກພືດທົດແທນ ຢູ່ເຊັ່ນການປູກຫມາກສາລີ, ຖົ່ວເຫລືອງ, ຢາງພາຣາ ແລະ ຍັງມີບໍຣິສັດ ຮັບຊື້ນຳດ້ວຍ ເມື່ອຜູ້ປູກຕອ້ງການຂາຍຜລິດຕະພັນ.
“ເພິ່ນກໍມີທີມງານ ເພິ່ນໃຫ້ປູກເຂົ້າໂພດ, ປູກຖົ່ວເຫລືອງ, ຖົ່ວຫຍັງທົດແທນ. ເພິ່ນຫ້າມປູກຝິ່ນ ຄັນຜູ້ໃດປູກ ເພິ່ນທຳລາຍຖິ້ມ ສົ່ງເສີມການປູກຢາງພາຣາ. ເພິ່ນມີບໍຣິສັດ ເພິ່ນລັກສະນະ 3 ບວກ 2 ເປັນແນວພັນໃຫ້ ອັນທີ່ສອງ ເປັນວິຊາການຊີ້ນຳ, ແນະນຳໃຫ້ທີ່ສາມແມ່ນເກັບຊື້ທາງບໍຣິສັດຫັ້ນ.”
ເຈົ້າຫນ້າທີ່ຕຳຣວດ ໃນແຂວງບໍ່ແກ້ວ ອີກທ່ານນຶ່ງ ກໍກ່າວວ່າ ຄາດວ່າຈະຍັງມີການລັກລອບ ປູກຝິ່ນໂດຍສະເພາະ ຕາມເຂດຫ່າງໄກ ສອກຫລີກທີ່ເຈົ້າຫນ້າ ທີ່ເຂົ້າໄປບໍ່ເຖິງ ແລະສ່ວນນຶ່ງງົບປະມານ ຂອງພາກຣັຖ ກໍມີຈຳກັດນຳດ້ວຍ ແຕ່ເຈົ້າຫນ້າທີ່ ກໍມີການປາບປາມ ຢູ່ຕໍ່ເນື່ອງ.
“ມັນມີຄວາມຫຍຸ້ງຍາກຢູ່ ມັນຢູ່ໄກຈາກໂຕເມືອງຫລາຍຢູ່ ແຖວນອກຫລາຍການເຂົ້າເຖິງນີ້ ຕ້ອງໄດ້ໃຊ້ພາຫະນະ ຫລືໃຊ້ຣົຖໄປ ແລ້ວກໍຢ່າງອີກກ່່ອນນະ ເຖິງເປົ້າຫມາຽ ມັນກໍຕ້ອງໄດ້ໃຊ້ເວລາ ງົບປະມານເພິ່ນກໍຂ້ອນຂ້າງ ຈຳກັດຫັ້ນແຫລະ.”
ໃນວັນທີ 16 ກຸມພາ 2023 ຫ້ອງການກວດກາ ແລະຄວບຄຸມຢາເສບຕິດ ກົມໃຫຍ່ ກະຊວງປ້ອງກັນຄວາມສງົບ ພ້ອມເຈົ້າຫນ້າທີ່ຕຳຣວດ ຜແນກກວດກາ ແລະ ຄວບຄຸມຢາເສບຕິດ ແຂວງ ບໍ່ແກ້ວ ແລະ ເມືອງເມິງ ເມືອງຕົ້ນເຜິ້ງໄດ້ລົງທຳລາຍສວນຝິ່ນ ທີ່ຊາວບ້ານລັກລອບປູກ ຢູ່ເຂດລ້ອງພະບາດ ຊາຍແດນລະຫວ່າງເມືອງເມິງ ກັບ ເມືອງຕົ້ນເຜິ້ງ ໄດ້ພົບຈຳນວນ 9 ສວນ ມີເນື້ອທີ່ 3.5 ເຮັກຕ້າຣ໌ ແຕ່ບໍ່ພົບເຈົ້າຂອງສວນ. ເຈົ້າຫນ້າທີ່ ຈຶ່ງພາກັນທໍາລາຍສວນຝິ່ນຖິ້ມ ແລະຕູບພັກເຊົາ ທີ່ຕັ້ງຢູ່ພາຍໃນສວນນັ້ນ.
ທີ່ຜ່ານມາພາກຣັຖ ກໍມີການເລັ່ງປາບປາມຕໍ່ເນື່ອງ ໂດຍອີງຕາມແຜນຈັດຕັ້ງ ປະຕິບັດວາລະແຫ່ງຊາຕ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໃນປີ 2021-2023.
ການສົ່ງເສີມ ປູກພືດທົດແທນ ຂອງພາກຣັຖ ກໍຍັງສົ່ງເສີມບໍ່ທົ່ວ ເຖິງເທົ່າທີ່ຄວນ ແລະກໍຍັງຂາດງົບປະມານ ທີ່ຈະໃຫ້ທຶນຊາວບ້ານໄດ້ລົງທຶນ ກ່ອນຊຶ່ງຊາວບ້ານຫລາຍຄົນ ກໍຍັງໄປເປັນລູກຈ້າງ ແລະ ອອກແຮງງານ ຫາວິທີຫາເງິນ ໃນແບບຂອງຊາວບ້ານ ຄືເກົ່າ.