ທຳລາຍສວນຝິ່ນ ຢູ່ເມືອງຮຸນ ແຂວງອຸດົມໄຊ
2022.03.09

ອີງຕາມການຣາຍງານ ຂອງກອງບັນຊາການ ປກສ ເມືອງຮຸນ ແຂວງອຸດົມໄຊ ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ຕໍາຣວດ ແລະເຈົ້າໜ້າທີ່ຂັ້ນບ້ານທີ່ກ່ຽວຂ້ອງ ໄດ້ລົງສໍາຣວດ ແລະທໍາລາຍສວນຝິ່ນ ຈໍານວນ 10 ເຮັກຕ້າຣ໌ ຊຶ່ງປູກຢູ່ເຂດບ້ານສີບຸນເຮືອງ, ບ້ານນໍ້ານ້ອຍ ແລະເຂດດົງງອນ ບ້ານພຽງຫໍ້ ເມືອງຮຸນ ແຂວງອຸດົມໄຊ ຊຶ່ງເປັນເຂດພື້ນທີ່ພູດອຍ ຫ່າງໄກສອກຫຼີກ ເຈົ້າໜ້າທີ່ສາມາດຈັບຜູ້ລັກລອບປູກຝິ່ນ ທີ່ເປັນເຈົ້າຂອງສວນຝິ່ນໄດ້ ແລ້ວກໍນໍາໂຕໄປສຶກສາອົບຮົມ ແລະເຂົ້າສູນດັດສ້າງແລ້ວ, ດັ່ງເຈົ້າໜ້າທີ່ຕໍາຣວດ ເມືອງຮຸນແຂວງອຸດົມໄຊ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 9 ມິນາ ນີ້ວ່າ:
“ໂອ້ ເຂົາເຈົ້າລັກປູກ ກະພຸ້ນບອກສອກຫຼີກໄກທີ່ສຸດ ຍ່າງໄປກະນັບ 2 ຊົ່ວໂມງ 3 ຊົ່ວໂມງພຸ້ນແຫຼະນ່າ ເຂົາເຈົ້າໄປເຮັດ ມີແຕ່ຈັບໄດ້ມາ ລະກະມີແຕ່ດັດສ້າງ 3 ເດືອນ 6 ເດືອນ ລັກສະນະມັນເຮັດຜລິດ ແລ້ວກະລ້ຽງອາຊີພນັ້ນແຫຼະ ການສືບສວນສອບສວນ ໄທເຮົາກະເປີດຂຍາຍຢູ່ ເຂົາບໍ່ຊັກທອດໃຫ້ກັນນ່າ.”
ທ່ານກ່າວຕື່ມວ່າ ສ່ວນໃຫຍ່ເຂົາເຈົ້າເປັນຊົນເຜົ່າມົ້ງ ຈະລັກລອບປູກຝິ່ນຂາຍ ເພື່ອຫາລ້ຽງຊີພ ແລະຄາດວ່າ ຕ້ອງມີນາຍໜ້າຮັບຊື້ ແຕ່ເຂົາເຈົ້າບໍ່ຊັກທອດເຖິງບຸກຄົນທີ່ກ່ຽວຂ້ອງ.
ປັດຈຸບັນນີ້ ຖືວ່າໃນເມືອງຮຸນ ແຂວງອຸດົມໄຊ ມີການລັກລອບປູກຝິ່ນ ເພີ່ມຂຶ້ນຢູ່ຣະດັບນຶ່ງ ຊຶ່ງຜູ້ລັກປູກຝິ່ນ ມັກລັກປູກຕາມເຂດພູດອຍຫ່າງໄກສອກຫຼີກ ເພາະເປັນເຂດທີ່ເຈົ້າໜ້າທີ່ ລົງໄປກວດກາໄດ້ຍາກ ເຈົ້າໜ້າທີ່ຍັງຕ້ອງອາສັຍເຈົ້າໜ້າທີ່ທະຫານ ແລະເຈົ້າໜ້າທີ່ຂັ້ນບ້ານ ຊ່ອຍເປັນຫູເປັນໃຫ້ເຈົ້າໜ້າທີ່ຕໍາຣວດນໍາດ້ວຍ ຍ້ອນເຈົ້າໜ້າທີ່ ບໍ່ມີງົບປະມານພຽງພໍ ທີ່ຈະລົງກວດກາໄດ້ຕລອດເວລາ.
ດັ່ງທ່ານກ່າວວ່າ:
“ສະເພາະເມືອງເຮົາປີນີ້ ກະຖືວ່າຢາກເພີ່ມຢູ່ ປີກາຍກໍໜ້ອຍຢູ່ ປີນີ້ກະຢາກເພີ່ມໜ້ອຍນຶ່ງ ປີກາຍກະມີແຕ່ 10-20 ໂຕນ ປີນີ້ຮອດ 20-30 ພຸ້ນເດ້ ມັນກະຄວາມຫຍຸ້ງຍາກ ກະຄືວ່າຫັ້ນແຫຼະ ເຂົາເຈົ້າເຮັດຢູ່ບ່ອນສອກຫຼີກ ແລະການໄປການມາກະລໍາບາກຫັ້ນນ່າ ສ່ວນງົບປະມານ ກໍມີແຕ່ວ່າທາງແຂວງ ຊິປັນໃຫ້ໄດ້ທໍ່ໃດ ກະໄປຊໍານັ້ນແຫຼະໂອ້.”
ຂະນະທີ່ ເຈົ້າໜ້າທີ່ຕໍາຣວດ ແຂວງອຸດົມໄຊ ອີກທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ ປັດຈຸບັນນີ້ ສູນບໍາບັດຢາເສບຕິດໃນແຂວງອຸດົມໄຊ ມີຜູ້ຕິດຢາເສບຕິດ ທີ່ມາບໍາບັດຢູ່ປະມານ 50 ປາຍຄົນ.
ດັ່ງທ່ານກ່າວວ່າ:
“ຕິດຝິ່ນແທ້ຫັ້ນບໍ່ມີ ສ່ວນຫຼາຍແມ່ນຕິດປະເພດ ເຮໂຣອີນ ຢາບ້າຫັ້ນແຫຼະ ສໍາລັບຢູ່ສູນເຮົາ ມີແຕ່ 50 ປາຍຄົນ ສ່ວນຫຼາຍ ແມ່ນພວກເສບຢາຫັ້ນແຫຼະ.”
ຢ່າງໃດກໍຕາມ ຊາວບ້ານໃນເມືອງຮຸນ ແຂວງອຸດົມໄຊ ທ່ານນຶ່ງກ່າວວ່າ ການລັກລອບປູກຝິ່ນ ສ່ວນໃຫຍ່ມັກເປັນຄົນຊົນເຜົ່າມົ້ງ ລັກປູກຢູ່ເຂດພູດອຍ ເພາະຫຼົບຫຼີກສາຍຕາຂອງເຈົ້າໜ້າທີ່ໄດ້ ເຖິງແມ່ນວ່າ ເຈົ້າໜ້າທີ່ຂັ້ນບ້ານ ຈະໂຄສະນາເຣື່ອງກົດໝາຍ ໃນການຫ້າມປູກຝິ່ນຢູ່ ວ່າຜິດກົດໝາຍຂອງ ສປປ.ລາວ ແຕ່ກໍຍັງມີການລັກປູກຝິ່ນຢູ່ ຊຶ່ງຄາດວ່າກໍໜ້າຈະມີຄົນຮັບຊື້ ຈຶ່ງມີການລັກລອບປູກຝິ່ນຫຼາຍເຮັກຕ້າຣ໌.
ດັ່ງຊາວບ້ານທ່ານດັ່ງກ່າວນີ້ ກ່າວວ່າ:
“ແມ່ນແຫຼະ ເຜົ່າມົ້ງຫັ້ນນ່າ ເຂດດອຍ ເພິ່ນຫ້າມ ບາງຄົນເຂົາກໍລັກປູກຫັ້ນ ເອົາມາເປັນຢາບໍ ຫຼືວ່າເອົາໄປຂາຍນີ້ແຫຼະ ມີຜູ້ຊື້ນັ້ນແຫຼະ ຄັນວ່າເຣື່ອງການລ້ຽງຊີພ ເຂົາເຈົ້າຢູ່ເຂດນອກ ມັນບໍ່ໄດ້ມີ.”
ທ່ານກ່າວຕື່ມວ່າ ສາເຫດທີ່ເຂົາເຈົ້າລັກປູກຝິ່ນ ຍ້ອນເຂົາເຈົ້າມີຄວາມເປັນຢູ່ທີ່ທຸກຍາກເພາະຢູ່ເທິງພູດອຍ ການທໍາມາຫາກິນ ປູກພືດກະສິກັມ ກໍຍັງບໍ່ໄດ້ຮັບຜົລດີເທົ່າທີ່ຄວນ ຍັງຕ້ອງຫາເຄື່ອງປ່າຂອງດົງຂາຍເພື່ອລ້ຽງຊີບຢູ່.
ຊາວບ້ານໃນເມືອງຮຸນ ແຂວງອຸດົມໄຊ ອີກທ່ານນຶ່ງກໍກ່າວວ່າ ສ່ວນໃຫຍ່ ເຂດບ້ານດັ່ງກ່າວ ເປັນເຂດພູດອຍ ຈະເປັນພວກຊົນເຜົ່າອາສັຍຢູ່ຫຼາຍ ເຂົາເຈົ້າມີຊີວິດທຸກຍາກ ຈຶ່ງເປັນສາເຫດນຶ່ງ ທີ່ໄປລັກປູກຝິ່ນ.
“ຄືວ່າມັນອັນນີ້ແຫຼະ ເປັນຄວາມທຸກຍາກນີ້ແຫຼະ ມັນບໍ່ຄ່ອຍມີ ຈັ່ງໄປລັກເຮັດຫັ້ນນ່າ.”
ກ່ຽວກັບເຣື່ອງນີ້ ທາງເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ໄປຫາ ອົງການປາບປາມຢາເສບຕິດສາກົລ ເພື່ອສອບຖາມລາຍຣະອຽດ ກ່ຽວກັບການລັກປູກຝິ່ນໃນລາວ ເພີ່ມຂຶ້ນ ຫຼື ຫຼຸດລົງ ແຕ່ເຈົ້າໜ້າທີ່ ຍັງບໍ່ຮູ້ຂໍ້ມູນ.
ກ່ອນໜ້າທີ່ ຄືໃນທ້າຍເດືອນ ມົກກະຣາ 2022 ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ຢູ່ເມືອງໂພນທອງ ແຂວງ ຫຼວງພຣະບາງ ກໍໄດ້ທໍາລາຍສວນຝິ່ນຫຼາຍກວ່າ 153 ເຮັກຕ້າຣ໌ ຊຶ່ງເປັນປະຊາຊົນ 14 ບ້ານ ລັກລອບປູກ ເຈົ້າໜ້າທີ່ກໍນໍາໂຕປະຊາຊົນທີ່ປູກນັ້ນ ໄປສຶກສາອົບຮົມ ແລະ ເຮັດບົດບັນທຶກ ຕັກເຕືອນໃຫ້ຮູ້ເຖິງກົດໝາຍການຫ້າມປູກຝິ່ນ.
ສໍາລັບຝິ່ນ ເປັນຢາເສບຕິດປະເພດນຶ່ງ ທີ່ທາງການລາວ ອອກເປັນກົດໝາຍ ມາຫຼາຍກວ່າ 10 ປີ ຫ້າມປະຊາຊົນປູກຝິ່ນ ຖ້າຜູ້ໃດປູກ ຫຼືລັກປູກ ກໍຖືວ່າມີຄວາມຜິດທາງກົດໝາຍ ຕ້ອງຖືກລົງໂທດຕາມລະບຽບການ ແລະທາງການລາວ ກໍພຍາຍາມຈະລົບລ້າງ ເນື່ອງຈາກວ່າ ຝິ່ນເປັນຕົ້ນຕໍ ຂອງຢາເສບຕິດຊະນິດຮ້າຍແຮງ ເຊັ່ນ: ມໍຟີນ ເຮໂຣອີນ ແລະ ເຄ ເຮໂຣອີນ ໃຫ້ໂທດຕໍ່ການກົດລະບົບປະສາດຢ່າງຮ້າຍແຮງ, ແຕ່ປັດຈຸບັນ ທາງການກໍຍັງບໍ່ສາມາດລົບລ້າງໄດ້ໝົດເທື່ອ ຍັງພົບການລັກລອບປູກຝິ່ນຢູ່ຢ່າງຕໍ່ເນື່ອງ ສ່ວນໃຫຍ່ຈະພົບຢູ່ທາງເຂດພາກເໜືອ ເທິງພູດອຍຫ່າງໄຫສອກຫຼີກ ທີ່ເຈົ້າໜ້າທີ່ເຂົ້າເຖິງຍາກ.