ເຈົ້າໜ້າທີ່ ທຳລາຍ ສວນຝິ່ນ ຢູ່ຫລວງພຣະບາງ 150 ເຮັກຕ້າ
2022.02.17
ໃນຕົ້ນເດືອນກຸມພາ 2022 ທີ່ຜ່ານມາ, ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງໂພນທອງ ແຂວງຫລວງພຣະບາງ ເຂົ້າທຳລາຍສວນຝິ່ນປະມານ 150 ເຮັກຕ້າ ຢູ່ 14 ບ້ານ. ຊາວບ້ານໄດ້ປູກຝິ່ນຕາມຄຳສັ່ງຊື້ຂອງນາຍທຶນຈາກ ເຂດເສຖກິຈພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍ ພວກນາຍທຶນ ໄດ້ເອົາແນວພັນ ມາແຈກຢາຍໃຫ້ປະຊາຊົນປູກ ແລະ ຫຼັງຈາກເກັບກ່ຽວແລ້ວ ນາຍທຶນຈະມາຮັບຊື້ຈາກຊາວບ້ານ ໃນລາຄາດີ.
ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ກຸມພາ 2022 ວ່າ:
“ເປັນສິນຄ້າລາຄາແພງຫັ້ນນ່າ ເຂົາລັກ ເຂົາລອບ ກໍຊິມີນາຍໜ້າ ຈຳນວນນຶ່ງ ໄປສົ່ງ ໄປເສີມ ຊຸກຍູ້ໃຫ້ ອັນນ່າ ພືດພັນ ແກ່ນພັນ ທອງຄຳພຸ້ນແຫຼະ ມາແຕ່ພຸ້ນແຫຼະ ຄືແຕ່ກີ້ ໝາກພື້ນເມືອງຫັ້ນ ມັນຈະບໍ່ໃຫຍ່ ປານໃດ ມັນຈະເປັນໝາກນ້ອຍເນາະ ບໍ່ໄດ້ຢາງຫຼາຍປານໃດ ແລ້ວ ອັນນີ້ນິ ມີນາຍໜ້ານັ້ນ ນຳແກ່ນພັນໂຕນີ້ມາ ແຕ່ຕ່າງປະເທດ ມາໃຫ້ເຂົາເຈົ້າຈຳນວນນຶ່ງປູກ ໝາກຫັ້ນໃຫຍ່ ແລ້ວຈະໄດ້ນ້ຳຢາງຢາຝິ່ນນັ້ນຫຼາຍ.”
ທ່ານ ກ່າວຕື່ມວ່າ ແຕ່ລະປີ ຊາວບ້ານຢູ່ເຂດຫ່າງໄກ ຂອງເມືອງໂພນທອງ ຈະລັກລອບປູກຝິ່ນ ແຕ່ເດືອນກັນຍາ ເປັນຕົ້ນມາ ເນື່ອງຈາກເປັນເດືອນ ຈະໝົດຣະດູຝົນ ໃກ້ຈະເຂົ້າຣະດູໜາວ. ການລັກປູກຝິ່ນ ມີມາດົນແລ້ວ ແລະ ເປັນບັນຫາທີ່ທ້າທາຍ ທີ່ເຈົ້າໜ້າທີ່ ຕຳຣວດ ຂັ້ນແຂວງ ຂັ້ນເມືອງ ແລະ ຂັ້ນທອງຖິ່ນ ບໍ່ສາມາດຊອກຫາບ່ອນປູກຝິ່ນໄດ້ ຍ້ອນວ່າ ເປັນເຂດຫ່າງໄກສອກຫຼີກ ຖນົນເຂົ້າບໍ່ເຖິງ.
ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຫລວງພຣະບາງ ໄດ້ກ່າວໃນວັນທີ 17 ກຸມພາ ວ່າ:
“ຢູ່ເຂດຫ່າງໄກແຫຼະ ແຕ່ວ່າ ບ້ານມັນບໍ່ໄກ ແຕ່ວ່າ ພື້ນທີ່ ຊິໄປຫັ້ນ ມັນໄກ ບາງຈຸດ ມັນກໍຮອດ 5-6 ຊົ່ວໂມງ ບາງຈຸດ ກໍເກືອບເປັນມື້. ສິ່ງທ້າທາຍຫຼາຍ ສຳລັບເຈົ້າໜ້າທີ່ເຮົາ ມັນກໍມີສິ່ງທ້າທາຍ ມີນັກລົງທຶນ ມີຫຍັງເຂົ້າມານ່າ ມັນກໍຊ່າງຊິວ່ານຳເຂົາ.”
ນອກຈາກນີ້ ຊາວບ້ານ ທີ່ລັກລອບປູກຝິ່ນນັ້ນ ກໍໄດ້ພາກັນເອົາຝິ່ນໄປໃຊ້ປຸງແຕ່ຢາປິ່ນປົວໃນເວລາເຈັບເປັນ ຕາມທີ່ໄດ້ປະຕິບັດກັນມາ ໃນເວລາດຽວກັນ ຊາວບ້ານບາງຄົນ ກໍເອົາຝິ່ນທີ່ປູກນັ້ນອອກໄປຂາຍ ແຕ່ ຖ້າເຈົ້າໜ້າທີ່ເຫັນສວນຝິ່ນ ກໍຈະທຳລາຍສ່ວນຝິ່ນນັ້ນຖິ້ມ.
ເຈົ້າໜ້າທີ່ຫ້ອງການປົກຄອງແຂວງ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນວ່າ:
“ບາງທີ່ເຂົາກໍປູກ ແລ້ວກໍເພື່ອຊົມໃຊ້ ເປັນຢາຮັກສາ ເປັນພະບາງພະຍາດແດ່ ແລ້ວເຂົາເຈົ້າກໍຊິຂາຍແຖວບໍລິເວນຫັ້ນແຫຼະ ໂຕນີ້ກໍບໍ່ໄດ້ລະອຽດ ເພາະແຕ່ລະປີ ເຮົາກໍທຳລາຍໝົດ.”
ທ່ານ ກ່າວຕື່ມວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ທຳລາຍສວນຝິ່ນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ເຮັດບົດບັນທຶກກັບຊາວບ້ານ ບໍ່ໃຫ້ຊາວບ້ານປູກອີກ ເຊິ່ງການທຳລາຍສ່ວນຝິ່ນຄັ້ງນີ້ ເຈົ້າໜ້າທີ່ບໍ່ໄດ້ເຈັບຊາວບ້ານ ຍ້ອນວ່າ ເປັນການກະທຳເທື່ອທຳອິດ ແຕ່ຖ້າຫາກເຂົາເຈົ້າ ຍັງສືບຕໍ່ປູກຝິ່ນອີກຕໍ່ໄປ ກໍຈະມີການປັບໃໝໃສ່ໂທດ ຕາມຣະບຽບກົດໝາຍ. ຊາວບ້ານຢູ່ 14 ບ້ານ ທີ່ລັກປູກຝິ່ນ ສ່ວນຫຼາຍມີຖານະທຸກຍາກ ແລະ ເຂົາເຈົ້າມີອາຊີບເຮັດໄຮ່ ເຮັດນາ ແລະ ລ້ຽງສັດ.
ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງຫລວງພຣະບາງ ໄດ້ກ່າວໃນມື້ດຽວກັນວ່າ:
“ເອີ ສ່ວນຫຼາຍ ກໍທຸກຍາກແຫຼະ ກໍປູກຝັງລ້ຽງສັດ ກໍເຮັດໄຮ່ເຮັດນາ ແລ້ວ ກໍລ້ຽງສັດຫັ້ນແຫຼະ ອັນເຮັດ ກໍມີແຕ່ເຝົ່າມົ້ງ ກັບ ກຶມຸ ກຶມຸ ກໍມີແຕ່ສອງບ້ານ ນອກນັ້ນ ກໍແມ່ນ ບ້ານ ເຜົ່າມົ້ງໝົດ ແຫຼະ ຄອບຄົວໃດນຶ່ງ ທີ່ມັນຝືນດື້ ໂຕກົດຣະບຽບຫັ້ນແຫຼະ.”
ທີ່ຜ່ານມາ ຢູ່ເມືອງນ້ຳບາກ ແຂວງຫລວງພຣະບາງ ກໍມີຊາວບ້ານຢູ່ເຂດຫ່າງໄກສອກຫຼີກ ປູກຝິ່ນ. ໃນປີ 2021, ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ຫານັກລົງທຶນ ມາສົ່ງເສີມໃຫ້ຊາວບ້ານ ປູກຢາງພາຣາ ແທນທີ່ຊາວບ້ານຈະໄປປູກຝິ່ນ. ປັດຈຸບັນ, ເຈົ້າໜ້າທີ່ກະສິກັມ ແລະ ເຈົ້າໜ້າທີ່ປ້ອງກັນຄວາມສງົບ ໄດ້ສເນີໂຄງການ ສົ່ງເສີມຊາວບ້ານ 14 ບ້ານ ຢູ່ເມືອງໂພນທອງ ປູກພືດເປັນສິນຄ້າ.
ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ຜູ້ດຽວກັນນີ້ ກ່າວວ່າ:
“ທາງເມືອງໂພນທອງ ກໍກຳລັງຣະບາດ 2-3 ເດືອນຫຼັງ ເຂົາເຈົ້າກໍມາ ແກ້ໄຂ ເອົາການຈັດຕັ້ງ ເອົາທະຫານ ຕຳຣວດ ພໍແມ່ປະຊາຊົນໄປ ທຳລາຍຖິ້ມຫັ້ນນ່າ ກຳລັງອອກດອກ ແຕ່ວ່າ ພວກເຮົາ ກະສເນີ ໂຄງການໃໝ່ວ່າ ຈະມີນັກທຸຣະ ກິຈທັງພາຍໃນ ແລະ ຕ່າງປະເທດນ່າ ມາໃຫ້ທຶນຊ່ວຍເຫຼືອ ໃຫ້ປູກພືດທົດແທນ ເພື່ອບໍ່ໃຫ້ປະຊາຊົນ ປູກຝິ່ນອີກ ຫັ້ນນ່າ ໂດຍສະເພາະ ລະແມ່ນເຂດພູດອຍ ຫ່າງໄກສອກຫຼີກ.”
ຣັຖບານລາວ ໄດ້ຊຸກຍູ້ ໃຫ້ຊາວບ້ານ ປູກພືດທົດແທນ ເລີ່ມແຕ່ປີ 2016 ທາງການລາວ ກໍໄດ້ເປີດໂອກາດ ໃຫ້ບໍຣິສັດເອກຊົນ 37 ບໍຣິສັດ ເຂົ້າມາສົ່ງເສີມຊາວບ້ານປູກພືດ ແລະ ລ້ຽງສັດ ທົດແທນການປູກຝິ່ນໃນ 5 ແຂວງ ພາກເໜືອ ສ່ວນຫຼາຍເປັນຢາງພາຣາ ແລະ ກາແຟ. ປັດຈຸບັນ, ມີຊາວບ້ານ 30,000 ຄອບຄົວ ໃນ 25 ເມືອງ ຢູ່ ແຂວງຜົ້ງສາລີ ແຂວງບໍ່ແກ້ວ ແຂວງຫລວງນ້ຳທາ ແລະ ຫລວງພຣະບາງ ເຂົ້າຮ່ວມ ໂຄງການປູກພືດທົດແທນ.
ໃນປີ 2015, ສຳນັກງານປ້ອງກັນຢາເສບຕິດ ແລະ ປາບປາມອາສຍາກັມ ແຫ່ງສະຫະປະຊາຊາດ ຫຼື UNODC ໄດ້ຣາຍງານ ກ່ຽວກັບກັບການສໍາຣວດ ຝິ່ນໃນເຂດເອເຊັຽອາເວັນອອກສ່ຽງໃຕ້ ວ່າ ປະເທດລາວ ມີເນື້ອທີ່ປູກຝິ່ນ 5,700 ເຮັກຕ້າ ໃນນັ້ນປະມານ 3,000 ເຮັກຕ້າ ປູກຢູ່ແຂວງຜົ້ງສາລີ.