ປະຊາຊົນ ໄດ້ຮັບຜົລກະທົບ ຈາກນ້ຳຫ້ວຍ ໝາກຮຽວ ປົນເປື້ອນມົນລະພິດ

ຈຳປາທອງ
2022.08.26
ປະຊາຊົນ ໄດ້ຮັບຜົລກະທົບ ຈາກນ້ຳຫ້ວຍ ໝາກຮຽວ ປົນເປື້ອນມົນລະພິດ ເຂດເສຖກິຈພິເສດ ບຶງທາດຫລວງ, ເດືອນພຶສພາ ປີ 2022.
ນັກຂ່າວ ພົລເມືອງ

ປະຊາຊົນໃນເຂດເມືອງໄຊເສດຖາ ນະຄອນຫລວງວຽງຈັນ ສເນີໃຫ້ທາງການລາວ ຊ່ວຍຕິດຕາມແກ້ໄຂ ບັນຫາການປ່ອຍນໍ້າເປື້ອນທີ່ເປັນພິດ ລົງຫ້ວຍໝາກຮຽວ ທີ່ມີກິ່ນເໝັນ, ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະຜູ້ຄົນຢ່າງໜັກໜ່ວງ ໂດຍສະເພາະໃນໄລຍະຣະດູແລ້ງ. ຊາວບ້ານຄົນນຶ່ງ ຢູ່ເຂດເມືອງໄຊເສດຖາ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ສິງຫານີ້ວ່າ ນໍ້າເປື້ອນນັ້ນ ມີກິ່ນເໝັນ ເຮັດໃຫ້ປາໃນຫ້ວຍໝາກຮຽວ ເໝັນຂິວຄ້າຍໆກັບສະບູ, ນໍ້າໃນຫ້ວຍນີ້ ມີລັກສະນະເປັນນໍ້າເມືອກ.

ປາກະຫລາຍ ແຕ່ມັນຢາກຂິວ ລັກສະນະ ມັນຂິວໆຄືນໍ້າແຟັບ ນໍ້າສະບູເຮົານີ້. ສ່ວນຫລາຍມັນຂິວແຕ່ແຖວເມືອງໄຊເສດຖາພຸ້ນແຫລະ.

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ປາໃນຫ້ວຍໝາກຮຽວ ທີ່ມີກິ່ນເໝັນຂິວ ຄ້າຍໆຄືກັນກັບສະບູນັ້ນ ຍັງບໍ່ມີຫລັກຖານຢືນຢັນຈະແຈ້ງວ່າ ເກີດຈາກນໍ້າເປື້ອນໃນຫ້ວຍ, ແຕ່ຫາກເປັນພຽງຂໍ້ສັງເກດ ຂໍ້ສັນນິຖານຂອງຊາວບ້ານ ໃນພື້ນທີ່ເທົ່ານັ້ນ.

ພ້ອມດຽວກັນນີ້ ຊາວບ້ານອີກຄົນນຶ່ງ ຢູ່ເມືອງດຽວກັນນີ້ ກໍເວົ້າວ່າ ທາງພາກ ສ່ວນທີ່ກ່ຽວຂ້ອງ ຄວນຕິດຕາມ ກວດກາໂຮງຈັກ ໂຮງງານຢູ່ ເຂດເສຖກິຈພິເສດ ກວມລວມໄຊເສດຖາ, ເຂດເສຖກິຈພິເສດ ບຶງທາດຫລວງ ແລະໂຮງງານຂນາດໃຫຍ່ ທີ່ຕັ້ງຢູ່ແຄມຮ່ອງລະບາຍນໍ້າ ເພື່ອຮັບປະກັນວ່າ ໂຮງຈັກ ໂຮງງານ ເຫລົ່ານັ້ນ ມີການບໍາບັດນໍ້າເປື້ອນ ກ່ອນຈະປ່ອຍລົງຮ່ອງລະບາຍນໍ້າ ທີ່ໄຫລລົງຫ້ວຍໝາກຮຽວແລະວ່າ ສໍາລັບໃນໄລຍະຣະດູຝົນ ຈະບໍ່ມີບັນຫານໍ້າເປື້ອນ ແລະປາທີ່ຈັບມາໄດ້ ກໍບໍ່ມີກິ່ນເໝັນຂິວ. ແຕ່ໃນໄລຍະຣະດູແລ້ງ ນໍ້າໃນຫ້ວຍ ໝາກຮຽວຈະນິ້ງ ຄືນ້ຳບໍ່ໄຫລ. ນໍ້າຈະເຣີ່ມສົ່ງກິ່ນເໝັນຂິວໄປທົ່ວ ເຮັດໃຫ້ການຫາປາ ຫລືການໃຊ້ນໍ້າ ເພື່ອເຮັດການກະເສດ ກໍບໍ່ສາມາດເຮັດໄດ້, ມັນກະທົບຕໍ່ການ ດໍາເນີນຊີວິຕຂອງຊາວບ້ານ.

ໄດ້! ໄດ້ປົກຕິ ການຫາປາ ດົນປີແລ້ວ ແຕ່ດົນແລ້ວ ອັນນັ້ນນ່າ ມັນຈະແມ່ນຊ່ວງແລ້ງ ຊ່ວງແລ້ງ ຂະເຈົ້າຈະຕັນນໍ້າ. ແລ້ວນໍ້າມັນຈະບໍ່ໄຫລ ຈະບໍ່ລະບາຍ. ຖ້າເປັນຊ່ວງນີ້ນີ໋ ບໍ່ມີບັນຫາ ຖືວ່ານໍ້າເປັນົກຕິ.

ບັນຫານໍ້າເປື້ອນໃນຫ້ວຍໝາກຮຽວນີ້ ເຈົ້າໜ້າທີ່ເມືອງໄຊເສດຖາ ເວົ້າວ່າ ມັນເປັນບັນຫາຊໍາເຮື້ອ ທີ່ມີມາດົນແລ້ວ ເນື່ອງຈາກຍັງມີບໍຣິສັດ, ໂຮງຈັກໂຮງງານ ທີ່ຕັ້ງຢູ່ຕາມແຄມຮ່ອງລະບາຍນໍ້າ ປ່ອຍນໍ້າເປື້ອນນໍ້າເສັຍ ແລະຖິ້ມຂີ້ເຫຍື້ອຊະຊາຍ ເຮັດໃຫ້ກາຍເປັນບັນຫາຄືໃນປັດຈຸບັນນີ້.

ກະມີເຣື່ອງບັນຫາ ໂຮງຈັກ ໂຮງງານ ທີ່ຢູ່ໃກ້ແຄມບຶງນ່າ, ບຶງທາດຫລວງ. ຂະເຈົ້າກະປ່ອຍນໍ້າລົງໃສ່ຫັ້ນກະເຮັດໃຫ້ມັນມີກິ່ນເໝັນ ໂດຍສະເພາະຍາມແລ້ງ.

ບັນຫານໍ້າເປື້ອນ ມີກິ່ນເໝັນ ເຮັດໃຫ້ປາໃນຫ້ວຍໝາກຮຽວ ມີກິ່ນເໝັນຂິວ ຄ້າຍໆກັບສະບູນັ້ນ ເຈົ້າໜ້າທີ່ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ສິງຫານີ້ວ່າ ຍັງບໍ່ຮູ້ຂໍ້ມູນເທື່ອ, ຕ້ອງໄດ້ລົງໄປເກັບຂໍ້ມູນລະອຽດກ່ອນ ຈຶ່ງຈະສາມາດ ສລຸບໄດ້ວ່າ ເປັນຍ້ອນຫຍັງກັນແທ້. ສ່ວນເຣື່ອງໂຮງຈັກ-ໂຮງງານ ປ່ອຍນໍ້າເປື້ອນ, ນໍ້າເສັຍລົງຮ່ອງລະບາຍນໍ້າ  ແລ້ວໄຫລລົງຫ້ວຍໝາກຮຽວນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນກະຊວງອຸດສາຫະກັມ ແລະການຄ້າ, ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແລະ ນະຄອນຫລວງວຽງຈັນ ກໍພະຍາຍາມຊຸກຍູ້ໃຫ້ໂຮງຈັກ-ໂຮງງານ ຕ່າງໆ ທີ່ຢູ່ໃນເຂດເສຖກິຈ ພິເສດກວມລວມໄຊເສດຖາ, ເຂດເສຖກິຈພິເສດບຶງທາດຫລວງ ແລະເຂດອ້ອມຂ້າງ ບໍາບັດນໍ້າເປື້ອນ ນໍ້າເສັຍນັ້ນໃຫ້ດີ ໃຫ້ມີສະພາບ ໄດ້ຕາມມາຕຖານຂອງໂຮງງານອຸດສາຫະກັມ ແລະວ່າ ປັດຈຸບັນ ການປ່ອຍນໍ້າເສັຍ ລົ່ງຮ່ອງລະບາຍນໍ້າ ກໍຖືວ່າຫລຸດຜ່ອນລົງຫລາຍແລ້ວ ຍ້ອນທາງການລົງຕິດຕາມ ກວດກາທຸກໆ 3 ເດືອນ ແລະທາງຜູ້ປະກອບການ ກໍໃຫ້ຄວາມຮ່ວມມື.

ເພິ່ນກະປັບປຸງ ມາໃນປັດຈຸບັນນີ້ ກະຖືວ່າບໍ່ໄດ້ມີການຮ້ອງຟ້ອງ ຈາກປະຊາຊົນແລ້ວ ເຣື່ອງນໍ້າເສັຍນີ້ເນາະ ໄລຍະຜ່ານມາກະຖືວ່າມີຢູ່ ຖ້າວ່າໂຮງງານໃດ ສົ່ງຜົລສະທ້ອນຕໍ່ສັງຄົມ ແລ້ວກະເຣື່ອງອັນສິ່ງແວດລ້ອມເນາະ ເອີ້ນມາເຕືອນເນາະ ແລ້ວກະໃຫ້ເຂົາປັບປຸງ.

ເມື່ອວັນທີ 13 ມິຖຸນາ 2022 ນີ້ ຢູ່ກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 2, ທ່ານ ບຸນຈັນ ແກ້ວສີທໍາມະ ສະມາຊິກສະພາ ປະຊາຊົນນະຄອນຫລວງວຽງຈັນ ຈາກເຂດເລືອກຕັ້ງ ເມືອງໄຊເສດຖາ ໄດ້ກ່າວວ່າ ປັດຈຸບັນ ປາຢູ່ໃນຫ້ວຍໝາກຮຽວ ບໍ່ຄືແຕ່ກ່ອນ ເພາະມີກິ່ນຄາວ ຄ້າຍຄືສະບູ ແລະຣົສຊາດກໍປ່ຽນໄປ ຂະນະທີ່ນໍ້າໃນຫ້ວຍ ມີລັກສະນະ ຄ້າຍຄືກັບນໍ້າເມືອກ ຍ້ອນໂຮງຈັກ-ໂຮງງານ ໃນເຂດຕົວເມືອງວຽງຈັນ ປ່ອຍນໍ້າເປື້ອນ, ນໍ້າເສັຍ ລົງຫ້ວຍ ອັນສົ່ງຜົລກະທົບຕໍ່ການທໍາມາຫາກິນ ຂອງຊາວບ້ານ, ກະທົບຕໍ່ການຫາປູ-ຫາປາ ແລະເກັບພືດຜັກຕ່າງໆ.

ທ່ານ ບຸນຈັນ ເວົ້າວ່າ ໃນເມື່ອສະພາບແວດລ້ອມ ເປັນຄືແບບນີ້ ປະຊາຊົນຜູ້ຫາປາ ໃນຫ້ວຍໝາກຮຽວ ໄດ້ປາມາຂາຍ ຢູ່ຕາມທ້ອງຕລາດ ທີ່ອາຈສົ່ງຜົລກະທົບ ຕໍ່ສຸຂພາບຂອງຜູ້ບໍຣິໂພກ ໃນວົງກວ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.