ສັ່ງໂຈະ ບໍຣິສັດ ຂຸດຄົ້ນແຮ່ເຫຼັກ ຍ້ອນປ່ອຍນ້ຳເສັຍ ລົງໃສ່ແຫຼ່ງນ້ຳ ທັມມະຊາຕ

ເກີດສະພາບນໍ້າ ກາຍເປັນສີແດງເຂັ້ມ ຢູ່ເຊນ້ອຍ ເມືອງວິລະບູລີ ແຂວງສວັນນະເຂດ ອາດຈະເປັນຍ້ອນ ໂຮງງານແຮ່ເຫຼັກ ປ່ອຍນໍ້າເສັຍ ຈາກການລ້າງແຮ່ເຫຼັກ ລົງໃນແມ່ນໍ້າ ສາຍດັ່ງກ່າວ, ວັນທີ 21 ມິຖຸນາ 2022.
ເກີດສະພາບນໍ້າ ກາຍເປັນສີແດງເຂັ້ມ ຢູ່ເຊນ້ອຍ ເມືອງວິລະບູລີ ແຂວງສວັນນະເຂດ ອາດຈະເປັນຍ້ອນ ໂຮງງານແຮ່ເຫຼັກ ປ່ອຍນໍ້າເສັຍ ຈາກການລ້າງແຮ່ເຫຼັກ ລົງໃນແມ່ນໍ້າ ສາຍດັ່ງກ່າວ, ວັນທີ 21 ມິຖຸນາ 2022. (ນັກຂ່າວ ພົລເມືອງ)

0:00 / 0:00

ປະມານວັນທີ່ 27 ມິຖຸນາ 2022 ນີ້ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ອອກໜັງສື ສັ່ງໂຈະຊົ່ວຄາວ ໂຄງການຂຸດຄົ້ນແຮ່ເຫຼັກ ບໍຣິສັດ ໂກເອກໂກ ແຮ່ເຫຼັກຈໍາກັດ ຜູ້ດຽວ ຂອງນັກລົງທຶນວຽດນາມ ຢູ່ບ້ານໜອງກະປາດ ເມືອງບົວລະພາ ແຂວງຄໍາມ່ວນ ພາຍຫຼັງຈາກທີ່ຊາວບ້ານ 4 ບ້ານ ປະກອບດ້ວຍ ບ້ານນາເຕີ, ບ້ານກະແຕ, ບ້ານນາຍົມ ແລະບ້ານຫ້ວຍຜາຍ ເມືອງວິລະບູລີ ແຂວງສວັນນະເຂດ ໄດ້ຮ້ອງຮຽນໄປຍັງຂັ້ນເມືອງ ແລະຂັ້ນແຂວງ ເນື່ອງຈາກພວກເຂົາເຈົ້າໄດ້ຮັບຜົລກະທົບ ຈາກນໍ້າກາຍເປັນສີແດງ ທີ່ເກີດຈາກ ການລ້າງແຮ່ເຫຼັກ ຂອງບໍຣິສັດດັ່ງກ່າວ ໄຫຼລົງສູ່ນໍ້າຫ້ວຍ, ຝາຍ, ລໍານໍ້າສະອາ ແລະໄຫຼລົງສູ່ນໍ້າເຊນ້ອຍ ໃນຄັັ້ງວັນທີ່ 21 ມິຖຸນາ 2022 ທີ່ຜ່ານມາ.

ກ່ຽວກັບເຣື່ອງນີ້ ຊາວບ້ານ ຢູ່ບ້ານນາເຕີ ເມືອງວິລະບູລີ ກ່າວວ່າ ນໍ້າແດງ ທີ່ເກີດຈາກການລ້າງແຮ່ເຫຼັກ ຂອງບໍຣິສັດດັ່ງກ່າວ ໄດ້ໄຫຼລົງສູ່ນໍ້າຫ້ວຍ, ຝາຍ, ລໍານໍ້າສະອາ ແລະໄຫຼລົງສູ່ນໍ້າເຊນ້ອຍ ໃນວັນທີ່ 21 ມິຖຸນາ ທີ່ຜ່ານມາ ຈົນເຮັດໃຫ້ປະຊາຊົນ ໃນ 4 ບ້ານດັ່ງກ່າວ ບໍ່ສາມາດໃຊ້ນໍ້າໃນຫ້ວຍດັ່ງກ່າວນັ້ນ ໄດ້ຢ່າງເຕັມເມັດເຕັມໜ່ວຍ, ປັດຈຸບັນ ປະຊາຊົນຈໍານວນນຶ່ງ ທີ່ມີເງິນ ກໍຂຸດນໍ້າສ້າງບາດານໃຊ້ເອງ, ຂະນະທີ່ ປະຊາຊົນອີກຈໍານວນນຶ່ງ ທີ່ບໍ່ມີເງິນຂຸດນໍ້າສ້າງບາດານ ກໍຍັງຕ້ອງໃຊ້ນໍ້າໃນຫ້ວຍນີ້ເພື່ອອາບ ທັ້ງໆທີ່ ນໍ້າດັ່ງກ່າວ ຍັງເປັນສີແດງຢູ່ໜ້ອຍນຶ່ງກໍຕາມ, ອີງຕາມຄວາມເວົ້າ ຂອງຊາວບ້ານ ບ້ານນາເຕີ ເມືອງວິລະບູລີ ແຂວງສວັນນະເຂດ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ກໍຣະກະດາ ນີ້ວ່າ:

“ແບບວ່າເຂົາລ້າງ ຫຼືເຂົາປ່ອຍນໍ້າເສັຍບໍ ປ່ອຍລົງມາ ລະແດງໝົດເລີຍນໍ້າ ຈົນວ່າບໍ່ເປັນຕາໃຊ້ ບໍ່ເປັນກິນແລ້ວ ດຽວນີ້ກໍແດງຢູ່ ຫາກແຕ່ວ່າ ກະຫາກພໍໃຊ້ໄດ້ຢູ່ ຜູ້ໃຊ້ກໍໃຊ້ ຜູ້ບໍ່ໃຊ້ກໍໃຊ້ ຜູ້ມີນໍ້າສ້າງກະບໍ່ໃຊ້.”

ທ່ານກ່າວຕື່ມວ່າ ຊາວບ້ານ ຕ້ອງການໃຫ້ບໍຣິສັດດັ່ງກ່າວ ສ້າງອ່າງເກັບນໍ້າເສັຍ ທີ່ໄດ້ມາຕຖານ ຍ້ອນອ່າງເກັບນໍ້າເສັຍຂອງບໍຣິສັດ ທີ່ຕັ້ງຢູ່ໃນເຂດຂຸດຄົ້ນແຮ່ເຫຼັກນັ້ນ ເປັນອ່າງທີ່ນ້ອຍເກີນໄປ ບໍ່ສາມາດເກັບນໍ້າເປື້ອນ ຈາກການລ້າງແຮ່ເຫຼັກໄດ້ຫຼາຍ ເຮັດໃຫ້ຍາມຝົນຕົກ ນໍ້າເປື້ອນຈາການລ້າງແຮ່ເຫຼັກ ລົ້ນອອກມາຈາກອ່າງ ໄຫຼລົງສູ່ຫ້ວຍ, ຝາຍ ແລະນໍ້າເຊນ້ອຍ ເຖິງຢ່າງໃດກໍຕາມ ປະຊາຊົນ ກໍຍັງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂຸດນ້ໍາສ້າງບາດານໃຫ້ຊາວບ້ານ ເພື່ອໃຊ້ແທນນໍ້າຫ້ວຍ ທີ່ໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນແຮ່ເຫຼັກ ຂອງບໍຣິສັດວຽດນາມນີ້ດ້ວຍ.

ພາຍຫຼັງທີ່ ກະຊວງພະລັງງານ ແລະບໍ່ແຮ່ ສັ່ງໂຈະຊົ່ວຄາວ ການຂຸດຄົ້ນແຮ່ເຫຼັກ ຂອງບໍຣິສັດ ໂກເອກໂກ ທາງບໍຣິສັດ ກໍຍຸຕິທັນທີ່ ຂະນະທີ່ ກ່ອນໜ້ານີ້ ຂັ້ນເມືອງ ເມືອງວິລະບູລີ ແລະເມືອງບົວລະພາ ກໍໄດ້ໄປປະສານໃຫ້ບໍຣິສັດດັ່ງກ່າວ ໂຈະການຂຸດຄົ້ນແຮ່ເຫຼັກແລ້ວ ແຕ່ກໍບໍ່ເປັນຜົລ ຫາກໍມາເປັນຜົລ ຍ້ອນຂັ້ນກະຊວງ ແລະຂັ້ນແຂວງ ລົງມາເຄື່ອນໄຫວ ຕິດຕາມ ກວດກາໂຄງການຂຸດຄົ້ນແຮ່ເຫຼັກ ຂອງບໍຣິສັດ ໂກເອກໂກ ເມື່ອບໍ່ດົນມານີ້.

ດັ່ງຊາວບ້ານ ບ້ານຫ້ວຍຜາຍ ເມືອງວິລະບູລີ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

“ມັນຕິດຮອດແຂນ ເຮົາລົງໄປ ມັນຕິດຮອດແຂ່ງຮອດຂາ ເຮົາລົງໄປ ເຮົາອາບກໍບໍ່ໄດ້ ຕິດໂຕເລີຍ ມາທິດນີ້ ທາງເຈົ້າແຂວງຄໍາມ່ວນ ທາງເຈົ້າແຂວງ ສວັນນະເຂດ ແລະທາງກະຊວງລົງມາ ເຂົາຈັ່ງເຊັ່ນອາທິດນີ້ເດ້ ແຕ່ກ່ອນຫັ້ນ ເມືອງຕໍ່ເມືອງ ເຂົາບໍ່ເຊັນໃຫ້ ຕະກີ້ນ່າ ບໍຣິສັດ ບໍ່ຍອມເຊັນ.”

ບ້ານໜອງກະປາດ ເມືອງບົວລະພາ ແຂວງຄໍາມ່ວນ ເປັນບ້ານທີ່ບໍຣິສັດ ໂອເອກໂກ ໄດ້ຮັບອະນຸຍາດຈາກຣັຖບານ ດໍາເນີນການຂຸດຄົ້ນແຮ່ເຫຼັກ ແຕ່ບ້ານໜອງກະປາດ ບໍ່ໄດ້ຮັບຜົລກທົບ ຈາກໂຄງການຂຸດຄົ້ນແຮ່ເຫຼັກແຕ່ຢ່າງໃດ ເນື່ອງຈາກໄລຍທາງ ຂອງເຂດສັມປະທານ ຫ່າງຈາກບ້ານຫຼາຍຫຼັກ ມີແຕ່ບ້ານທາງລຸ່ມ ຂອງເມືອງວິລະບູລີ ທີ່ຈະໄດ້ຮັບຜົລກະທົບ ເນື່ອງຈາກໄດ້ຍິນຈາກປະຊາຊົນ ບ້ານຫ້ວຍຜາຍ ຈົ່ມວ່າ ນໍ້າຂຸ່ນແດງ ບໍ່ສາມາດອາບ ຫຼືກິນໄດ້ຄືແຕ່ກ່ອນ.

ດັ່ງຊາວບ້ານ ບ້ານໜອງກະປາດ ເມືອງບົວລະພາ ແຂວງຄໍາມ່ວນ ກ່າວໃນມື້ດຽວກັນນີ້ວ່າ:

“ເຂດໄທເຮົາ ບໍ່ມີຜົລກະທົບເນາະ ການລ້າງແຮ່ເຫຼັກ ແຕ່ວ່າໄປກະທົບຢູ່ເຂດ ເມືອງວິລະບູລີພຸ້ນລະ ເຂົາກໍຈົ່ມຫັ້ນແຫຼະເນາະ ເພາະວ່າມັນມານໍ້າຂຸ່ນ ຊ່ວງເພິ່ນຂຸດຄົ້ນໃໝ່ ນັ້ນແຫ່ງເຕັກ ນໍ້າຈົນບໍ່ມີຮອດນໍ້າອາບ ນໍ້າໃຊ້ເຂົາ.”

ໃນວັນທີ 27 ມິຖຸນາ 2022 ກະຊວງພະລັງງານ ແລະບໍ່ແຮ່ ໄດ້ອອກໜັງສື ສັ່ງໂຈະຊົ່ວໂຄງ ການຂຸດຄົ້ນແຮ່ເຫຼັກ ບໍຣິສັດ ໂກເອກໂກ ແຮ່ເຫຼັກ ຈໍາກັດຜູ້ດຽວ ຂອງນັກລົງທຶນວຽດນາມ ໂຈະການຂຸດຄົ້ນແຮ່ເຫຼັກ ຢູ່ບ້ານໜອງກະປາດ ເມືອງບົວລະພາ ແຂວງຄໍາມ່ວນຊົ່ວຄາວແທ້ ຈົນກວ່າ ບໍຣິສັດ ຈະສາມາດສ້າງອ່າງເກັບນໍ້າເສັຍ ໃຫ້ໄດ້ມາຕຖານ ເຊິ່ງບໍ່ສາມາດລະບຸ ມື້ ເດືອນ ປີ ທີ່ບໍຣິສັດດັ່ງກ່າວ ຈະສາມາດ ສ້າງອ່າງເກັບນໍ້າເສັຍ ໃຫ້ໄດ້ມາຕຖານສໍາເຣັດໃນມື້ໃດ ຖ້າຫາກບໍຣິສັດສ້າງແລ້ວມື້ໃດ ກໍໃຫ້ປະສານງານຫາຂັ້ນກະຊວງ ເພື່ອໃຫ້ດໍາເນີນ ການຂຸດຄົ້ນແຮ່ເຫຼັກຕໍ່ໄປໄດ້ ເນື່ອງຈາກຜົລກະທົບ ຈາກນໍ້າແດງ ສ້າງຄວາມບໍ່ສະບາຍໃຈ ໃຫ້ພໍ່ແມ່ປະຊາຊົນຈໍານວນຫຼາຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຄໍາມ່ວນ ກ່າວໃນມື້ດຽວກັນນີ້ວ່າ:

"ເພາະວ່າບັນຫານີ້ແຫຼະ ປະຊາຊົນເຂົາກໍບໍ່ສະບາຍໃຈຫັ້ນແຫຼະ ເຮົາຕ້ອງໄດ້ປັບປຸງ ຕາມທີ່ການນໍາເພິ່ນເວົ້າກັນຫັ້ນແຫຼະ (ບໍ່ເກັບນໍ້າເສັຍ) ມັນນ້ອຍ ມັນບໍ່ໄດ້ມາຕຖານ ມັນເລີຍເຮັດໃຫ້ນໍ້າເປື້ອນໄຫຼລົງ ອີງໃສ່ບົດບັນທຶກ ເພິ່ນກໍໃຫ້ໂຈະ ປັບປຸງໄດ້ມາຕຖານ ຈັ່ງຣາຍງານເພິ່ນ ໃຫ້ເພິ່ນລົງມາກວດກາ."

ທ່ານກ່າວຕື່ມວ່າ ສ່ວນໂຄງການຂຸດນໍ້າສ້າງບາດານ ໃຫ້ຊາວບ້ານ ໃນ 4 ບ້ານນັ້ນ ແມ່ນຍັງບໍ່ທັນໄດ້ເວົ້າເຖິງ ໃນກອງປະຊຸມເທື່ອ ລໍຖ້າໃຫ້ເປັນໄປຕາມຂັ້ນຕອນ ຄືໃຫ້ການສ້າງອ່າງເກັບນໍ້າເສັຍ ທີ່ໄດ້ມາຕຖານນີ້ສໍາເຣັດກ່ອນ.

ນອກຈາກນີ້ ວິທຍຸເອເຊັຽເສຣີ ກໍໄດ້ຖາມເຣື່ອງນໍ້າເປັນສີແດງ ທີ່ເກີດຈາກການລ້າງເຫຼັກ ຂອງບໍຣິສັດດັ່ງກ່າວ ທີ່ໄຫຼລົງສູ່ນໍ້າຫ້ວຍ, ຝາຍ, ລໍານໍ້າສະອາ ແລະໄຫຼລົງນໍ້າເຊນ້ອຍ ແມ່ນເປັນນໍ້າທີ່ມີສານເຄມີ ຈະເຮັດໃຫ້ເກີດອັນຕລາຍ ຕໍ່ຜູ້ສັມຜັດ ຫຼືບໍ່. ກ່ຽວກັບເຣື່ອງນີ້ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຄໍາມ່ວນ ຜູ້ດຽວກັນກັບຂ້າງເທິງ ກໍກ່າວວ່າ ບໍ່ສາມາດໃຫ້ຣາຍລະອຽດໄດ້ ແຕ່ຢືນຢັນວ່າ ຜົລກະທົບທີ່ຊາວບ້ານຈະໄດ້ຮັບ ບໍ່ແມ່ນແຕ່ 4 ບ້ານເທົ່ານັ້ນ ແຕ່ມີຫຼາຍບ້ານກວ່ານັ້ນ ຍ້ອນນໍ້າແດງ ໄຫຼຈາກລໍານໍ້າສະອາ ໄປສູ່ນໍ້າເຊນ້ອຍນໍາອີກ.

ດັ່ງທີ່ທ່ານກ່າວວ່າ:

“ເອີ່ ເພິ່ນໃຫ້ໂຈະ ເນື່ອງຈາກວ່າ ມັນມີຜົລກະທົບ ຕ້ອງໄດ້ປັບປຸງ ຜົລກະທົບ ມັນໄຫຼລົງໄປໃສ່ເຊນ້ອຍ ຂໍ້ມູນລະອຽດ ມັນກໍຢູ່ນໍາ ຄະນະກັມມະການ ເພິ່ນພຸ້ນແຫຼະ ມີບົດບັນທຶກລະອຽດຢູ່ພຸ້ນ ເຮົາກໍບໍ່ສາມາດອະທິບາຍ ກວ້າງຂວາງຕື່ມອີກ.”

ບ້ານໜອງກະປາດ ເມືອງບົວລະພາ ແຂວງຄໍາມ່ວນ ເປັນບ້ານ ທີ່ບໍຣິສັດ ໂກເອກໂກ ໄດ້ຮັບອະນຸຍາດຈາກຣັຖບານ ສັມປະທານດິນເປົ່າຫວ່າງຂອງຣັຖ ທັງໝົດ 5 ກິໂລຕາແມັດ ເພື່ອດໍາເນີນຂຸດຄົ້ນແຮ່ເຫຼັກ ໃນໄລຍະທົດລອງ 3 ປີ ໂດຍບໍຣິສັດ ໄດ້ລົງມື ຈັດຕັ້ງປະຕິບັດຂຸດຄົ້ນ ໃນເດືອນ ກໍຣະກະດາ ປີ 2021 ແລະປັດຈຸບັນ ມີໂຕເລຂ ຈາກທາງການ ລະບຸວ່າ ບໍຣິສັດ ໂກເອໂກ ສາມາດຂຸດຄົ້ນແຮ່ເຫຼັກ ໄດ້ທັງໝົດ 36,000 ຕັນ.