ຜົລກະທົບ ດ້ານສິ່ງແວດລ້ອມ ໃນລາວ ຮຸນແຮງຂຶ້ນ
2023.06.07

ປະເທດລາວ ໄດ້ຮັບຜົລກະທົບ ຈາກບັນຫາດ້ານສິ່ງແວດລ້ອມ ນັບມື້ນັບຮຸນແຮງຂຶ້ນ ເນື່ອງຈາກ ປະເທດລາວ ມີການທໍາລາຍປ່າໄມ້, ໄຟໄໝ້ປ່າ, ບັນຫານ້ໍາເປື້ອນ ແລະ ການ ຖິ້ມຂີ້ເຫຍື້ອຊະຊາຍ ໂດຍສະເພາະ ຂີ້ເຫຍື້ອພລາສຕິກ ຈົນກາຍເປັນບັນຫາໃຫຍ່ ທີ່ຣັຖບານ ຈະຕ້ອງຮີບເລັ່ງ ຫາແນວທາງແກ້ໄຂ ບັນຫາ ຢ່າງເປັນຮູບປະທັມ ແລະ ມີຄວາມຍືນຍົງ.
ດັ່ງ ທ່ານນາງ ບຸນຄຳ ວໍລະຈິດ, ຣັຖມົນຕຣີ ກະຊວງ ຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ກ່າວ ໃນພິທີ ສເລີມສລອງ ວັນສິ່ງແວດລ້ອມແຫ່ງຊາຕ ແລະ ວັນ ສິ່ງແວດລ້ອມໂລກ ໃນມື້ວັນທີ 5 ມີຖຸນາ 2023 ນີ້ວ່າ:
“ສໍາລັບ ສປປ ລາວ ກໍາລັງປະເຊີນກັບຜົລກະທົບ ຕໍ່ສິ່ງແວດລ້ອມ ແລະບັນຫາທີ່ເກີດຈາກ ການທໍາລາຍປ່າໄມ້, ໄຟໄໝ້ປ່າ, ນ້ໍາເປື້ອນ ແລະ ບັນຫາຂີ້ເຫື້ອຍ ໂດຍສະເພາະ ແມ່ນຂີ້ເຫຍື້ອພລາສຕິກ ທີ່ນັບມື້ນັບເພີ່ມຂຶ້ນ ຈາກການຊົມໃຊ້ ແລະ ການຖິ້ມຊະຊາຍ ຕາມຊຸມຊົນ ຖນົນຫົນທາງ ຕາມໂຕເມືອງໃຫຍ່, ໂຕເມືອງນ້ອຍ ເຊິ່ງການທໍາລາຍ ແລະ ການຫລຸດຜ່ອນ ພວກເຮົາຍັງເຮັດໄດ້ໜ້ອຍ.”
ຍານາງກ່າວຕື່ມອີກວ່າ ວັນສິ່ງແວດລ້ອມແຫ່ງຊາຕ ປີນີ້ ແມ່ນຄົບຮອບ 24 ປີ, ໂດຍຮຽກຮ້ອງ ໃຫ້ທຸກພາກສ່ວນ ໃນທົ່ວປະເທດ ພ້ອມໃນການປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ຊັພຍາກອນທັມມະຊາຕ ຢ່າງສົມເຫດສົມຜົລ, ເກີດປະໂຢດສູງສຸດ ແລະ ຍືນຍົງ ດ້ວຍການສົ່ງເສີມ ການຟື້ນຟູແຫຼ່ງນ້ໍາ, ຊີວະນາໆພັນ, ປ່າໄມ້ປົກຫຸ້ມ ໃຫ້ໄດ້ 70% ເພື່ອຮັກສາຄວາມສົມດຸນ ຂອງລະບົບນິເວດ ແລະ ເພື່ອດູດຊັບມົນລະພິດ. ຣັຖບານ ຈະພຍາຍາມສ້າງຈິດສໍານຶກ ໃນທົ່ວສັງຄົມ ໃຫ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານ ສິ່ງແວດລ້ອມ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອເຮັດໃຫ້ບັນຫາ ສິ່ງແວດລ້ອມ ໃນປະເທດ ມີການປ່ຽນແປງ ໃນທິດທາງທີ່ດີຂຶ້ນ ແຕ່ກະບໍ່ມີຣາຍງານ ແບບລະອຽດວ່າ ແນວທາງແກ້ໄຂບັນຫາ ຈະໃຊ້ວິທີການໃດ ແລະ ງົບປະມານຫຼາຍປານໃດ. ຂະນະທີ່ ເຈົ້າໜ້າທີ່ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ກ່າວວ່າ ການແກ້ໄຂບັນຫາ ສິ່ງແວດລ້ອມ ທີ່ເກີດຈາກຂີ້ເຫຍື້ອ ແລະ ນ້ໍາເປື້ອນ ຢູ່ນະຄອນຫຼວງວຽງຈັນ ຖືເປັນວຽກງານ ທີ່ທ້າທາຍສົມຄວນ ເນື່ອງຈາກ ການບັງຄັບໃຊ້ກົດໝາຍ ຍັງບໍ່ເຂັ້ມງວດ, ໜ່ວຍງານທີ່ກ່ຽວຂ້ອງ ຍັງບໍ່ເອົາໃຈໃສ່ເທົ່າທີ່ຄວນ ແລະ ທີ່ສໍາຄັນ ແມ່ນ ຄວາມຮ່ວມມື ໃນການແກ້ໄຂບັນຫາ ລະຫວ່າງຣັຖ, ປະຊາຊົນ ແລະ ຜູ້ປະກອບການ ທັງຈາກພາຍໃນ ແລະ ຕ່າງປະເທດ ຍັງບໍ່ມີຄວາມເຂັ້ມແຂງ ແລະ ຈິດສໍານຶກ ໃນເຣື່ອງຂອງສິ່ງແວດລ້ອມ.
ດັ່ງ ເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 6 ມີຖຸນາ ນີ້ວ່າ:
“ກະຍາກຢູ່ນ່າ ແກ້ໄຂບັນຫາ ມັນກະຕິດພັນກັບ ຫຼາຍພາກສ່ວນ ຫັ້ນນ່າ ສິ່ງແວດລ້ອມ ຜູ້ດຽວໄປແກ້ມັນກະບໍ່ໄດ້ຫັ້ນນ່າ. ໂຮງຈັກ, ໂຮງງານ ກະປ່ອຍນ້ໍາ ກະມີບັນຫາເຣື່ອງກິ່ນ.”
ສ່ວນຊາວລາວ ໃນນະຄອນຫຼວງວຽງຈັນ ກ່າວວ່າ ປັດຈຸບັນ ທາງການ ນະຄອນຫຼວງວຽງຈັນ ກໍມີບໍຣິການເກັບຂີ້ເຫຍື້ອ ຈາກຊຸມຊົນ ແຕ່ໃນປີ 2021 ເປັນຕົ້ນມາ ນະຄອນຫຼວງວຽງຈັນ ໄດ້ມີການປັບຂຶ້ນລາຄາ ຄ່າເກັບຂີ້ເຫຍື້ອມາ ເປັນ 20,000 ກີບ ຕໍ່ເດືອນ ບວກຄ່າບໍຣິການ 2,000 ກີບ ແລະ ຄ່າອາກອນອີກ 20,000 ກີບ ຮວມເປັນ 42,000 ກີບ ຈາກລາຄາເກົ່າມີແຕ່ 10,000-12,000 ກີບເທົ່ານັ້ນ. ພາຍຫຼັງທີ່ປັບຂຶ້ນລາຄາ ຄ່າເກັບຂີ້ເຫຍື້ອ ຈຶ່ງເຮັດໃຫ້ຊາວບ້ານ ຈໍານວນຫຼາຍ ພາກັນບໍ່ໃຊ້ ບໍຣິການຣົຖເກັບຂີ້ເຫຍື້ອ ແລ້ວ ປ່ຽນໄປຈູດເຜົາ ຫຼື ລັກລອບຖິ້ມ ແບບຊະຊາຍຕາມປ່າ, ແຕມທາງ ແລະ ແມ່ນ້ໍາຂອງ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ອື....ປົກຕິຈະມີຣົຖມາ (ຂີ້ເຫຍື້ອ) ມາກໍ້ ດຽວນີ້ຄ່າຂີ້ເຫຍື້ອ ມັນແພງ. ແພງແລ້ວຊາວບ້ານ ມັນບໍ່ຢາກເສັຍ. ບາດນີ້ ມັນກະຕາມສະພາບ ບາງຄົນກະໄປຖິ້ມນໍາໄຮ່ ນໍານາ. ບາງຄົນກະເຜົາ, ບາງຄົນກະຖິ້ມນ້ໍາຂອງ ຊີ້ແຫລະ ສ່ວນຫຼາຍຈະເປັນແນວນັ້ນ.”
ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ດຽວນີ້ ຄ່າບໍຣິການເກັບຂີ້ເຫຍື້ອ ຢູ່ນະຄອນຫຼວງວຽງຈັນ ຂ້ອນຂ້າງແພງຫຼາຍ ຫາກທຽບໃສ່ສະພາບ ຂອງເສຖກິຈ ໃນປັດຈຸບັນ ແລະ ລາຍໄດ້ຂອງຊາວບ້ານ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ໂຍ້...ເຮືອນເຮົາ 20 ພັນກີບພຸ້ນແຫຼະ ກະຖືວ່າແພງຫັ້ນແລ້ວ. 20 ພັນແຫຼະ ແຕ່ເກົ່າບໍ່ໄດ້ຮອດໄດ໋. ດຽວນີ້ມັນຂຶ້ນ, ວັນພຸດ ເຂົາກະມາເກັບໂລດ ແຫລະ ເພາະວ່າມັນຫຼາຍເດ້.”
ສ່ວນຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຢາກໃຫ້ທາງການລາວ ລົງພື້ນທີ່ໂຄສະນາ ໃຫ້ຄວາມຮູ້ ແກ່ຊາວບ້ານ ບໍ່ໃຫ້ຖິ້ມຂີ້ເຫຍື້ອຊະຊາຍ ຫຼື ລັກຖິ້ມລົງແມ່ນ້ໍາ ເພື່ອບໍ່ໃຫ້ບ້ານເມືອງ ເກີດຄວາມເປີະເປື້ອນ ແລະ ມີມົນລະພິດ ຈົນກະທົບຕໍ່ ຄຸນນະພາບຊີວິດ ຂອງຄົນໃນຊຸມຊົນ. ນອກຈາກນີ້ ທາງການລາວ ກໍຕ້ອງຮີບເລັ່ງ ໃນການແກ້ໄຂ ບັນຫາດ້ານສິ່ງແວດລ້ອມ ຈາກຂີ້ເຫຍື້ອ, ນ້ໍາເປື້ອນ ແລະ ກິ່ນເໝັນ ທີ່ເກີດຈາກຊຸມຊົນ, ໂຮງຈັກ, ໂຮງງານ ແລະ ທຸຣະກິຈອື່ນໆຢ່າງຍືນຍົງ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເຮົາກະຢາກໃຫ້ເພິ່ນ (ຣັຖ) ເລັ່ງລັດ ແບບວ່າ ໃຫ້ເພິ່ນລົງແຕ່ລະບ້ານເບາະ ບໍ່ໃຫ້ມີການຖິ້ມຂີ້ເຫຍື້ອ. ມັນ ຈັ່ງບໍ່ໄດ້ໄປຖິ້ມທົ່ວທີບ ເພື່ອບໍ່ຢາກໃຫ້ບ້ານເມືອງ ເປື້ອນນີ້ແຫລະ. ຖິ້ມລົງຮອງນ້ໍາ ກະຮ່ອງນ້ໍາເປື້ອນ, ຕັນ, ນ້ໍາຖ້ວມເນາະ.”
ອີງຕາມຣາຍງານຂອງຣັຖບານ ໃນປີ 2022 ທີ່ຜ່ານມາ ລະບຸວ່າ ສາເຫດ ຂອງການຖິ້ມຂີ້ເຫຍື້ອ ຊະຊາຍນັ້ນ ແມ່ນຂາດການບໍຣິການ, ການເກັບຂີ້ເຫຍື້ອ ຢ່າງທົ່ວເຖິງ, ຕົວຢ່າງ ຢູ່ນະຄອນຫຼວງວຽງຈັນ ການບໍຣິການ ເກັບຂີ້ເຫຍື້ອ ກວມເອົາບໍ່ຮອດ 60% ຂອງພື້ນທີ່ ເຮັດໃຫ້ປະຊາຊົນ ຈໍາເປັນຕ້ອງຈູດເຜົາດ້ວຍໂຕເອງ ກາຍເປັນມົນລະພິດ ທາງອາກາດ ຫຼື ບາງຄົນກໍມັກງ່າຍ ເອົາໄປຖິ້ມຊະຊາຍ ຢູ່ຕາມແຄມຖນົນ ຫົນທາງ.
ປັດຈຸບັນ ນະຄອນຫຼວງວຽງຈັນ ມີການຜລິດຂີ້ ເຫຍື້ອປະມານ 500-600 ຕັນຕໍ່ມື້, ແຕ່ສາມາດ ເກັບ-ມ້ຽນ ໄດ້ພຽງແຕ່ 300-350 ຕັນ ຕໍ່ມື້ເທົ່ານັ້ນ ສ່ວນຂີ້ເຫຍື້ອທີ່ເຫຼືອ ແມ່ນຍັງປະປ່ອຍ ແລະ ທໍາລາຍແບບຊະຊາຍ.
ເມື່ອວັນທີ 21 ທັນວາ 2022 ທີ່ຜ່ານມາ , ຄະນະກັມມາທິການ ແມ່ນ້ໍາຂອງສາກົລ ຫຼື MRC ກໍໄດ້ເຜີຍແຜ່ ຣາຍງານສະບັບໃໝ່ ກ່ຽວກັບ “ມົນລະພິດ ຈາກຂີ້ເຫຍື້ອ ພລາສຕິກໃນແມ່ນ້ໍາ” ໂດຍລະບຸວ່າ ໃນປີ 2020 ທີ່ຜ່ານມານັ້ນ ພົບວ່າ 4 ປະເທດ ລຸ່ມແມ່ນ້ໍາຂອງ ປະກອບມີ ໄທຍ, ວຽດນາມ, ກັມພູຊາ ແລະ ລາວ ໄດ້ຖິ້ມຂີ້ເຫຍື້ອ ພລາສຕິກ ລົງແມ່ນ້ໍາ ປະມານ 8 ລ້ານຕັນ ເຊິ່ງສ່ວນໃຫຍ່ ເປັນຂີ້ເຫຍື້ອທົ່ວໄປ ປະມານ 70%-90% ທີ່ມາຈາກຂວດພລາສຕິກ, ຖົງພລາສຕິກ ແລະ ໂຟມ, ແລ້ວ ອາດສົ່ງຜົລກະທົບ ຕໍ່ທັງລະບົບນິເວດ ແລະ ສຸຂພາບມະນຸສ.