ປະຊາຊົນ ຢູ່ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫານໍ້າຖ້ວມ ຂັງຢູ່ຕາມເສັ້ນທາງຫລາຍສາຍ ແລະຢູ່ຈຸດສໍາຄັນຕ່າງໆ ໃນນະຄອນຫລວງ ຍ້ອນຮ່ອງລະບາຍນໍ້າຕັນ. ຢູ່ໃນເຂດນະຄອນຫລວງ ມີປະຊາຊົນ ແລະຜູ້ປະກອບການທຸຣະກິຈ ຈໍານວນນຶ່ງຖົມດິນຕັນຮ່ອງລະບາຍນໍ້າ ທັມມະຊາຕ, ເມື່ອຍາມຝົນຕົກ ນໍ້າບໍ່ມີທາງໄຫລ ຊຶ່ງທາງຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງວຽງຈັນ ຕ້ອງການງົບປະມານ ມາແກ້ໄຂຈໍານວນ 20 ຕື້ກີບ. ຊາວ ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 22 ສິງຫານີ້ວ່າ:
“ກໍຢາກໃຫ້ທາງຣັຖບານເພິ່ນ ຊ່ອຍລົງແກ້ໄຂເຣື່ອງຄອງນໍ້າເນາະ ເພາະມັນມີຈຸດທີ່ວ່ານໍ້າຖ້ວມ ຢູ່ນະຄອນ ຫລວງນີ້ນ່າ. ຖ້າຝົນຕົກມາຍາມໃດນີ້ນ່າ ຖ້າຝົນຕົກມາແຮງໆ ມັນຢາກມີອ່າ ກໍອ່າກໍມີນໍ້າຖ້ວມໂລດ ເຮັດໃຫ້ການສັນຈອນໄປມາ ຍາກຫລາຍ. ແກ້ໄຂໂຕນີ້ ໂຕຄອງເມືອງສີໂຄດນີ້ ຫາກໍ່ມາເປັນຊ່ວງປີນີ້ແຫລະ. ມາຖ້ວມຊ່ວງປີນີ້ແຫລະ.”
ກ່ຽວກັບການແກ້ໄຂບັນຫາດັ່ງກ່າວ ປະຊາຊົນຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ ນໍ້າຖ້ວມຂັງເປັນເວລາດົນ ເຮັດໃຫ້ປະຊາຊົນ ໄດ້ຮັບຄວາມຫຍຸ້ງຍາກ ໃນການສັນຈອນໄປມາ, ແຕ່ຈົນມາເຖິງຂະນະນີ້ ກໍຍັງເຫັນວ່າທາງການເພິ່ນມິດງຽບຢູ່, ຍັງບໍ່ທັນມີການແກ້ໄຂ ບັນຫານີ້ເທື່ອ.
"ແຕ່ວ່າຕາມເບິ່ງ ຈັງໃດຍັງເຫນເມິດຢູ່. ຍັງບໍ່ທັນຂຶ້ນໄປແກ້ໄຂ ແຕ່ວ່າຈຸດນັ້ນຍັງເປັນ ທີ່ມັນຕໍ່າກວ່າທີ່ອື່ນເນາະ. ປາຣິມານ ປະມານເກືອບ 500 ແມັດ. ໜອງໜ້ຽວ ແມ່ນແຫລະ ເມືອງສີໂຄດໆ ໂຕນີ້ ບໍ່ໄດ້ກໍ່ສ້າງຫຍັງເລີຍຕອນນີ້, ແຕ່ວ່າເຂົານ່າຈະກໍ່ສ້າງເມື່ອ 2-3 ປີກ່ອນແລ້ວ. ມັນຕັນ ຕັນແລວນໍ້າເດີມແຕ່ກ່ອນ ມັນມີຫລາຍຕຶກທີ່ຂະເຈົ້າສ້າງໃໝ່. ເຣີ່ມຈະສ້າງ ກໍເຣີ່ມໆ ລະບາຍບໍ່ທັນນໍ້ານ່າ. "
ໃນຂະນະດຽວກັນ ຊາວບ້ານຜູ້ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມຂັງ ຢູ່ເມືອງໄຊທານີ ນາງນຶ່ງກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 22 ສິງຫານີ້ວ່າ ມີຄົນມາຈາກຕ່າງເມືອງ ຕ່າງແຂວງ ມາເຮັດວຽກຢູ່ນະຄອນຫລວງວຽງຈັນ ຫລາຍຂຶ້ນນັບມື້, ມີການປຸກສ້າງ ບ້ານເຮືອນໂດຍຖົມດິນໃຫ້ສູງ, ບໍ່ມີການເຮັດຮ່ອງລະບາຍນໍ້າ, ເຮັດໃຫ້ນໍ້າຖ້ວມຂັງ.
“ເຂົາເຈົ້າເຮັດເຮືອນແລ້ວ ເຂົາຖົມ. ບາງຄົນເຂົາຖົມສູງຂຶ້ນໆ ຜູ້ຢູ່ຕໍ່າກໍຕໍ່ານ່າບາດນີ້ ໂຈດຫລັກໆ ອັນຄືທໍ່ລະບາຍນໍ້າເສັຽ. ໂຕປະເພດວິດຖ່າຍບໍ່ ຂີ້ຫີນອີ່ຫຍັງ ມັນຈະລົງຫັ້ນເມິດຫັ້ນນ່າ. ມັນຊິເຮັດໃຫ້ຕັນ ແລ້ວນໍ້າມັນຈະໄຫລບໍ່ສະດວກ. ມັນກໍເຮັດໃຫ້ນໍ້າຖ້ວມ ສ່ວນຫລາຍເຂົາຊິເຮັດຖົມຢູ່ທີ່ເຮືອນກ່ອນ ແລ້ວເຂົາຈຶ່ງເຮັດນໍາຫລັງຫັ້ນນ່າ. ທໍ່ລະບາຍນໍ້າເສັຽ ອີ່ຫຍັງຫັ້ນນ່າ. ບາງເທື່ອຂີ້ຫີນຂີ້ຊາມັນກໍໄຫລເຂົ້າທໍ່ອີ່ຫຍັງຫັ້ນນ່າ, ມັນສິເຮັດໃຫ້ຕັນ.”
ໃນການແກ້ໄຂບັນຫາດັ່ງກ່າວ ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງວຽງຈັນ ແລະຫ້ອງການຄຸ້ມຄອງ ແລະບໍຣິການຕົວເມືອງວຽງຈັນ ໄດ້ຮ່ວມກັນຈົກ ຂີ້ເຫຍື້ອອອກຈາກທໍ່ລະບາຍນໍ້າແລ້ວ ຈໍານວນນຶ່ງ, ແຕ່ນໍ້າທີ່ຖ້ວມຂັງນັ້ນ ກໍຍັງບໍ່ທັນຫລຸດລົງພໍເທົ່າໃດ ຍ້ອນທໍ່ລະບາຍນໍ້າ ຢູ່ທົ່ວນະຄອນຫລວງ ເປັນທໍ່ຂນາດນ້ອຍ ລະບາຍນໍ້າອອກໄດ້ບໍ່ພໍເທົ່າໃດ ເມື່ອຝົນຕົກລົງມາ.
ດັ່ງຄົນຮັບຈ້າງດູດສ້ວມ ຢູ່ເມືອງສີໂຄດຕະບອງ ນາງນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ບາງທີ່ບ່ອນມັນໄຫລນໍ້າຫັ້ນນ່າ ແລ້ວມັນໄຫລບໍ່ທັນຫັ້ນນ່າ. ເພາະວ່າຝົນມັນກໍຕົກແຮງແດ່ຫັ້ນນ່າ. ນໍ້າມັນມາແຮງຈັ່ງຊີ້, ນໍ້າມັນໄຫລມາຈາກບ່ອນນີ້ໆ ແລ້ວມາລວມເຂົ້າກັນຫັ້ນນ່າ ເພາະວ່າຢູ່ຕາມຖນົນຫົນທາງຂີ້ເຫຍື້ອ ມັນຈະບໍ່ມີແລ້ວໂຕນີ້ນ່າ ນໍ້າມັນໄຫລຫາກັນຫັ້ນນ່າ. ບາງທີມັນກໍເນາະ ບາງທີທໍ່ລະບາຍນໍ້າເສັຽຢູ່ອັນທາງບ້ານນີ້ ໄຫລແລ້ວແບບມັນຕັນກັນ ແລ້ວເຂົາເຈົ້າເອົາລົງບ່ອນດຽວຫັ້ນນ່າ. ມັນກໍຊິເຮັດໃຫ້ນໍ້າຖ້ວມຈັ່ງຊີ້ຫັ້ນນ່າ.”
ເມື່່ອມໍ່ໆຜ່ານມານີ້ ເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງເວົ້າວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະນໍາໃຊ້ງົບປະມານສໍາລັບອະນາມັຍຮ່ອງລະບາຍນໍ້າ, ຈົກເອົາດິນ, ຫີນ ແລະຊາຍ ທີ່ຄົນເອົາຖົມຕາມແລວຄອງນໍ້າອອກ, ແຕ່ຍັງບໍ່ທັນມີແຜນທີ່ຈະຂຍາຍ ຂນາດທໍ່ລະບາຍນໍ້າໃຫ້ໃຫຍ່ຂຶ້ນນັ້ນເທື່ອ.
“ຊ່ວງນີ້ມັນກໍວ່າຝົນຕົກຕລອດຫັ້ນແຫລະເນາະ ຝົນຕົກແຮງແລ້ວກໍນໍ້າມັນຖ້ວມຂັງ ຕາມບ່ອນທາງ ທາງເທສບານພວກເຮົາ ທາງໂຍທາກໍາລັງລວງຄອງ ລະບາຍນໍ້າ ທີ່ມັນມີຢູ່ແລ້ວຫັ້ນເນາະ ເພື່ອລະບາຍນໍ້າອອກຈາກແນວທາງຫັ້ນນ່າ ກໍສິບໍ່ຂຍາຍດອກ ມີແຕ່ສິຊອກແລວນໍ້າອອກຫັ້ນນ່າ ທີ່ວ່າປະຊາຊົນຖົມດິນໄປລຽບຄອງນໍ້າ ມັນຕ້ອງໄດ້ຈົກອອກເມິດ 9 ຕົວເມືອງຫັ້ນແຫລະ ເລີ່ມແຕ່ນະຄອນຫລວງວຽງຈັນ.”
ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າຜແນກໂຍທາທິການ ແລະຂົນສົ່ງນະຄອນ ຫລວງວຽງຈັນ ໃຫ້ສັມພາດ ສື່ມວນຊົນໃນມື້ວັນທີ 18 ສິງຫານີ້ວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຫາລືກັນວາງມາຕການ ແກ້ໄຂບັນຫາດັ່ງກ່າວ ທັງໄລຍະສະເພາະໜ້້າ ແລະຖາວອນ ຮວມທັງການຂຶ້ນແຜນງົບປະມານ ຊຶ່ງຄາດວ່າໃນສະເພາະໜ້ານີ້ ແມ່ນ 2 ຕື້ປາຍກີບ ແລະໄລຍະຖາວອນ 16 ຕື້ປາຍກີບ. ສ່ວນການຄຸ້ມຄອງ ແລະບໍຣິການຕົວເມືອງແມ່ນ 1.5 ຕື້ກີບ, ທັງໝົດ 20 ຕື້ກີບ ຊຶ່ງເປັນພຽງການຄາດຄະເນ ໃນເບື້ອງຕົ້ນເທົ່ານັ້ນ.
ໃນມື້ວັນທີ 22 ສິງຫານີ້ ທ່ານ ສຸລິວັນ ກໍໃຫ້ສັມພາດຕື່ມວ່າ ໜ້າວຽກງານຂອງຫ້ອງການຄຸ້ມຄອງ ແລະບໍຣິການຕົວເມືອງວຽງຈັນ ແມ່ນອະນາມັຍຮ່ອງນໍ້າ, ລ້ວງຄອງທີ່ມີຢູ່ແລ້ວ. ສໍາລັບຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງວຽງຈັນ ແມ່ນສືບຕໍ່ກໍ່ສ້າງຮ່ອງລະບາຍນໍ້າ ທີ່ຍັງບໍ່ທັນສໍາເຣັດ. ງົບປະມານແກ້ໄຂນໍ້າຖ້ວມ ແບ່ງອອກເປັນ 2 ງົບ ຄືງົບສຸກເສີນ ແລະງົບໄລຍະຍາວ ຫລືຖາວອນ ຊຶ່ງທັງໝົດປະມານ 18 ຕື້ປາຍກີບ.
ນໍ້າຖ້ວມຂັງຍ້ອນຮ່ອງລະບາຍນໍ້າຕັນ ແລະທໍ່ລະບາຍນໍ້ານ້ອຍຢູ່ຫລາຍເຂດນະ ຄອນຫລວງວຽງຈັນ ຄັ້ງນີ້ ໜັກກວ່າໝູ່ແມ່ນຢູ່ເມືອງສີໂຄດຕະບອງ ເປັນຕົ້ນຕາມເສັ້ນທາງສີໄຄ, ຕໍ່ໜ້າຮ້ານສຸວັນນີ, ເຂດໜອງໜ້ຽວ ແລະຕລາດອົດຊີ.