ຜູ້ປະສົບພັຍ ນ້ຳຖ້ວມ ຍັງບໍ່ໄດ້ຮັບ ການຊ່ອຍເຫຼືອ
2022.08.30

ປະຊາຊົນ ຢູ່ຫລາຍເມືອງ ຫລາຍແຂວງພາກເໜືອຂອງລາວ ເປັນຕົ້ນເມືອງຂວາ ແຂວງຜົ້ງສາລີ ແລະ 4 ເມືອງ ຂອງແຂວງອຸດົມໄຊ ຄືເມືອງໄຊ, ເມືອງນາໝໍ້, ເມືອງງາ ແລະເມືອງຫລາ ທີ່ໄດ້ ຮັບຜົລກະທົບຈາກພັຍນໍ້າຖ້ວມຮຸນແຮງ ຍ້ອນຝົນຕົກໜັກ ແຕ່ມື້ວັນທີ 24-26 ສິງຫານີ້ ຍັງລໍຖ້າການຊ່ອຍເຫລືອ ຈາກທາງການລາວຢູ່.
ດັ່ງຊາວບ້ານບ້ານຫລັກ 11 ເມືອງຂວາ ນາງນຶ່ງ ຜູ້ທີ່ຖືກຜົລກະທົບ ໂດຍຕຣົງຈາກພັຍນໍ້າຖ້ວມ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 30 ສິງຫານີ້ວ່າ:
“ອ່າ ບາດນີ້ເຂົາກໍມາເກັບກໍາຂໍ້ມູນ ແຕ່ຍັງບໍ່ໄດ້ສົ່ງມາວ່າຊິຊ່ວຍ ຫລື ບໍ່ຊ່ວຍ. ແມ່ນແຫລະ ໜ່ວຍງານໃນເມືອງຫັ້ນແຫລະ ແຕ່ວ່າຍັງບໍ່ທັນໄດ້ບອກວ່າສິຊ່ວຍເຫລືອຫລືວ່າເປັນ ແນວໃດ ທີ່ຜ່ານມານີ້ກໍ່ໄດ້ເຄີຍເກີດຂຶ້ນແນວນີ້ນ່າ ກໍຫາກໍແມ່ນປີນີ້ຮ້າຍແຮງ. ບໍ່, ບໍ່ທັນມີໃຜມາເອົາໃຫ້ເທື່ອ. ບໍ່ໆ ບໍ່ທັນໄດ້ຊ່ວຍ.”
ການຊ່ອຍເຫລືອ ທີ່ຈໍາເປັນເບື້ອງຕົ້ນ ເຊັ່ນນໍ້າດື່ມ, ອາຫານ, ເຄື່ອງນອນນັ້ນ ທາງການບໍ່ມີງົບປະມານຊື້ພຽງພໍ, ຈໍາເປັນຕ້ອງໄດ້ລະດົມທຶນ ນໍາປະຊາຊົນຈາກເມືອງອື່ນໆ ພາຍໃນແຂວງນີ້ ເພື່ອໃຫ້ການຊ່ອຍເຫລືອ.
ດັ່ງເຈົ້າໜ້າທີ່ຜແນກແຮງງານ ແລະສວັດດິການສັງຄົມ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ອໍ໋, ເຣື່ອງນໍ້າດື່ມ ອີ່ຫຍັງກໍ ທາງເມືອງເຮົາກໍໄດ້ລະດົມທຶນແລ້ວ ໄປຊ່ວຍຂະເຈົ້າ ເຣື່ອງຊິພຽງພໍ ກໍຍັງບໍ່ທັນພຽງພໍປານໃດ ມີແຕ່ລະດົມນໍາ ພໍ່ແມ່ປະຊາຊົນຜູ້ທີ່ບໍ່ຖືກຜົລກະທົບເນາະ ໄປຊ່ວຍຂະເຈົ້າຫັ້ນນ່າ ເອົາເຂົ້າ, ເອົານໍ້າ ໄປຊ່ວຍ. ຜູ້ເສັຽຊີວິຕ 2 ຄົນເນາະ. ທາງເມືອງຂວາເຮົາ ເພາະວ່າຜົວເມັຽຂະເຈົາໄປວຽກນາ ກັບມາແລ້ວນໍ້າພັດໄປ.”
ທ່ານ ວົງເດືອນ ພູມີທໍາ ຮອງເຈົ້າເມືອງ ເມືອງຂວາ ໄດ້ໄປຕິດຕາມສະພາບ ຄວາມເສັຍຫາຍ ໃນເບື້ອງຕົ້ນ ແລະພົບວ່າ ມີ 4 ບ້ານ ແຕ່ບ້ານສະຫລອງໄຊ ໄປຫາບ້ານຫາດນາງ ແລະບ້ານສິນໄຊ ຫາບ້ານບວມພັນ ແລະຖນົນຫລວງ 2E ແລະ 1E ທີ່ຖືກຜົລກະທົບ ຈາກພັຍນໍ້າຖ້ວມ ໃນນີ້ ມີທັງໝົດ 97 ຄອບຄົວ, 583 ຄົນ, ຄາດຄະເນໃນເບື້ອງ ເສັຍຫາຍປະມານ 5.6 ຕື້ກີບ. ນອກຈາກນັ້ນ ນໍ້າຍັງຖ້ວມນາ, ຊົລປະທານ, ຄອງເໝືອງ, ຖນົນຫົນທາງ ແລະອື່ນໆອີກ 34 ບ້ານ.
ໃນຂະນະດຽວກັນ ຢູ່ຫລາຍເມືອງ ຂອງແຂວງອຸດົມໄຊ ຄືທີ່ວ່ານັ້ນກໍຖືກນໍ້າຖ້ວມເສັຍຫາຍ, ເສົາໄຟຟ້າເສັຍຫາຍຫລາຍກວ່າ 300 ເສົາ ທີ່ຍັງບໍ່ທັນສາມາດສ້ອມແປງ ທັງໝົດໄດ້ ຍ້ອນຖນົນຖືກຕັດຂາດ, ຍັງເຂົ້າເຖິງບໍ່ໄດ້.
ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ສາຂາແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 30 ສິງຫານີ້ວ່າ:
“ແມ່ນແຫລະ ເສົາໄຟຟ້າ ຢູ່ເມືອງຫລາລົ້ມ ເພາະວ່າເຮົາກໍໄປ ເກັບກູ້ເຄື່ອງກ່ອນເນາະ ແລ້ວຈຶ່ງບາດນັ້ນ ເຮົາຈຶ່ງຈະມາສລຸບໄດ້ເນາະ ສູ່ມື້ນີ້ເຮົາກໍມີແຕ່ໄປເກັບກູ້ເຄື່ອງ ເສົາ, ສາຍໄຟຫັ້ນ. ທາງກໍຂາດມັນໄປບໍ່ໄດ້ເດ໋, ມັນແຫ້ງແລ້ວ ແຕ່ວ່າເສັ້ນທາງທີ່ເຮົາຈະເດີນທາງໄປຫັ້ນ ມັນລໍາບາກຫລາຍ ມັນມີຂີ້ເຫຍື້ອ ມີໂງ່ນໄມ້ມີຫຍັງຫລາຍ. ຫົນທາງຫັ້ນນ່າ ຖ້າມ້ຽນໂຕນັ້ນແລ້ວ ເຮົາຈຶ່ງສາມາດໄປໄດ້ ຊິເກັບກູ້ອີ່ຫຍັງ ແລ້ວຈຶ່ງສລຸບ.”
ອີງຕາມການຣາຍງານ ໃນເບື້ອງຕົ້ນຂອງ ຣັຖວິສາຫະກິຈໄຟຟ້າລາວ ສາຂາແຂວງອຸດົມໄຊ, ນໍ້າຖ້ວມໜັກໃນເທື່ອນີ້ ເຮັດໃຫ້ມີຜົລກະທົບ ຕໍ່ລະບົບຕາໜ່າງໄຟຟ້າ ເປັນຕົ້ນເສົາໄຟຟ້າຫັກ ແລະເສັຍຫາຍ 100 ປາຍເສົາ, ສາຍໄຟຂາດ, ໝໍ້ນັບໄຟເສັຍຫາຍ 30 ປາຍໜ່ວຍ ແລະອື່ນໆອີກຈຳນວນນຶ່ງ.
ປັດຈຸບັນ ເຖິງແມ່ນວ່ານໍ້າຈະລົດລົງແລ້ວ ແຕ່ເສັ້ນທາງລະຫວ່າງ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ຫລາຍແຫ່ງ ກໍຍັງບໍ່ສາມາດເດີນທາງໄປ-ມາໄດ້ ເປັນປົກກະຕິເທື່ອ, ກຳລັງສ້ອມແປງຢູ່.
ດັ່ງຊາວບ້ານ ບ້ານສາມັກຄີໄຊ ເມືອງຫລາ ຜູ້ຖືກຜົລກະທົບໂດຍກົງ ເວົ້າໃນມື້ດຽວກັນນີ້ວ່າ:
“ເສັ້ນອຸດົມໄຊຫາເມືອງຫລາ ເສັ້ນທາງຂາດໄປບໍ່ໄດ້ ເຂົາກໍຫາລົງມາສ້ອມແປງ ແຕ່ຍັງບໍ່ແລ້ວເທື່ອ ເພາະວ່າ ຂີ້ຕົມມັນຫລາຍເດ໋ ເສັ້ນທາງມັນຂາດ ຫລັກໆຢູ່ເມືອງຫລານີ້ລະ. ໄຮ່ນາ ອີ່ ຫຍັງເຂົາກໍຖ້ວມເມີດ ກໍຂາດຢູ່ ຫລັກແຖວຫລັກ 15 ພຸ້ນນ່າ.”
ປະຊາຊົນ ທີ່ມີເຮືອນຢູ່ແຄມນ້ຳພາກ ແລະຢູ່ໃກ້ເຂດພູດອຍ ໃນເມືອງຫລາ 13 ຄົວເຮືອນ ຕ້ອງໄດ້ຍ້າຍໜີໄປພັກຢູ່ນຳຍາຕິພີ່ນ້ອງ ຍ້ອນເຮືອນ ແລະເຄື່ອງຂອງ ພວກເຂົາເຈົ້າຖືກນ້ຳປ່າພັດໄປ. ມາຮອດປັດຈຸບັນ ກໍຍັງບໍ່ທັນໄດ້ຮັບການຊ່ອຍເຫລືອ ແນວໃດເທື່ອ.
ດັ່ງຊາວບ້ານບ້ານໂພນໄຊ ເມືອງຫລາ ທີ່ເຮືອນຖືກນ້ຳພັດໄປ ນາງນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ສິງຫານີ້ວ່າ:
“ນໍ້າປ່າແນ່. ນໍ້າປ່າມັນລົງ ແລ້ວກໍມັນລົງມາເລີຍ. ມັນລົງຫລາຍໆເທື່ອນັ້ນ ເຂົາລໍບໍ່ໄດ້ຫຍັງ ເຂົາບໍ່ໄດ້ຫຍັງເລີຍນະ. ຢູ່ໃນເຮືອນຣົຖລາງ ແມ່ນຫຍັງເຄື່ອງ ໃຊ້ເຄື່ອງນຸ່ງເຄື່ອງຫົ່ມ ເຂົາກໍໄດ້ຕິດໂຕເຂົາໄດ້ຢູ່. ເຂົາບໍ່ໄດ້ຫຍັງເລີຍນ່າ ມີບໍ່ ບໍ່ມີມາຊ່ອຍ ບໍ່ມີຫຍັງນ່າ. ເຂົາບໍ່ໄດ້ມາຊ່ອຍຫຍັງເທື່ອ ແມ່ນເຮືອນຂອງເອື້ອຍ ຂອງນ້ອງນີ້ໄຫລຫັ້ນ.”
ປະຊາຊົນ 4 ເມືອງ ຂອງແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມຄັ້ງນີ້ ສ່ວນຫລວງຫລາຍ ແມ່ນມີເຮືອນຢູ່ລຽບຕາມແຄມນ້ຳກໍ ຢູ່ເມືອງໄຊ, ນ້ຳພາກ ຢູ່ເມືອງຫລາ, ນ້ຳແຊ ຢູ່ເມືອງນາໝໍ້ ແລະນ້ຳຫ້ວຍຊານ ຢູ່ເມືອງງາ. ຈາກການຮິບໂຮມຂໍ້ມູນ ຄວາມເສັຍຫາຍໄດ້ໃນເບື້ອງຕົ້ນ ຢູ່ເມືອງນາໝໍ້ 6.2 ຕື້ປາຍກີບ. ສ່ວນຢູ່ເມືອງອື່ນໆ ຍັງທັນບໍ່ຮູ້ເທຶ່ອ ດັ່ງເຈົ້າໜ້າທີ່ ຫ້ອງວ່າການ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ການລົງກວດກາ ຂອງຄະນະຮັບຜິດຊອບ ຍັງບໍ່ໄດ້ໄປທົ່ວບ້ານເທື່ອ ມີແຕ່ ວ່າຈຸດທີ່ວ່າພວກຂະເຈົ້າ ລົງ ກໍພົບພໍ້ຄວາມຫຍຸ້ງຍາກຫລາຍ ແຕ່ວ່າຣົຖໃຫຍ່ຫັ້ນ ຂ້າມບໍ່ໄດ້ເທື່ອ ຂ້າມນໍ້າທີ່ ວ່ານໍ້າຖ້ວມຫັ້ນແຫລະລະຫວ່າງເມືອງ ໄປຫາບ້ານ ມັນກໍຈະໃຊ້ເວລາເນາະມັນໄກແດ່ ແລ້ວກໍຈະຍ່າງໄປມັນ ກໍຈະເສັຽເວລາໄປຫລາຍຊົ່ວໂມງ ຫລາຍມື້ຫັ້ນນ່າ ກໍຕ້ອງໄດ້ໃຊ້ຣົຖໄດ້ລໍຖ້າ.”
ອີງຕາມການຣາຍງານ ຂອງທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງ ແຂວງອຸດົມໄຊ ໃນມື້ວັນທີ 26 ສິງຫານີ້, ມີ 25 ບ້ານ, ເຮືອນ 469 ຫລັງ, 2,324 ຄົນ ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມຄັ້ງນີ້, ເສັຍຊີວິຕ 2 ຄົນ, ບາດເຈັບ 3 ຄົນ, ເຮືອນຖືກນ້ຳພັດໄປ 58 ຫລັງ, ດິນເຊາະເຈື່ອນ 2 ຫລັງ, ເສັ້ນທາງ 2E ແຕ່ເມືອງໄຊ ຫາເມືອງຫລາ ຖືກຕັດຂາດ 4 ຈຸດ, ຂົວຖືກຕັດຂາດ ແລະເພພັງຫລາຍແຫ່ງ, ໂຮງຮຽນປະຖົມ ໄດ້ຮັບຜົລກະທົບ 5 ແຫ່ງ, ນ້ຳລິນເປ່ເພ 7 ຈຸດ, ເນື້ອທີ່ທຳການຜລິຕເສັຍຫາຍ 35 ເຮັກຕ້າຣ໌ ແລະອື່ນໆອີກ.
ພັຍນ້ຳຖ້ວມປີນີ້ ໄດ້ເຮັດໃຫ້ 6 ແຂວງ ພາກເໜືອຂອງລາວ ໄດ້ຮັບຜົລກະທົບ ຄືແຂວງຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ, ຫລວງພຣະບາງ, ຫົວພັນ ແລະແຂວງໄຊຍະບູຣີ.