ຜົລເສັຽຫາຍ ພາຍຫຼັງພະຍຸຖລົ່ມ ພາກໃຕ້ ຂອງລາວ

ຈຳປາທອງ
2022.09.30
ຜົລເສັຽຫາຍ ພາຍຫຼັງພະຍຸຖລົ່ມ ພາກໃຕ້ ຂອງລາວ ຮູບໂຕຢ່າງ: ຊາວບ້ານ ທີ່ໄດ້ຮັບຄວາມເດືອດຮ້ອນ ຈາກພັຍນ້ຳຖ້ວມ ຫຼາຍແຂວງພາກໃຕ້ ຂອງລາວ ທີ່ຜ່ານມາ.
ຮູບພາບໂດຍ: ຜູ້ປະສົບພັຍນ້ຳຖ້ວມ

ຈາກການປະເມີນ ເບື້ອງຕົ້ນ ຂອງຄະນະກັມມະການ ຄຸ້ມຄອງພັຍພິບັດແຂວງ ແຂວງອັດຕະປື ກ່ຽວກັບຜົລກະທົບ ຈາກພະຍຸໂນຣູ ຢູ່ແຂວງອັດຕະປື, ມີ 4 ເມືອງໄດ້ຮັບຜົລກະທົບໜັກ ຄືເມືອງສນາມໄຊ ມີ 8 ຄຸ້ມ 2 ບ້ານ, ເມືອງພູວົງ, 15 ບ້ານ, ເມືອງສາມັກຄີໄຊ, 11 ບ້ານ ແລະເມືອງຊານໄຊ, 24 ບ້ານ. ໃນເບື້ອງຕົ້ນ ທາງແຂວງໄດ້ຮັບ ການຊ່ອຍເຫລືອ ບັນເທົາທຸກ ມູນຄ່າ 804 ລ້ານປາຍກີບ. ໃນນັ້ນມີເຂົ້າສານ, ນໍ້າດື່ມ, ປ໊ອງປາ, ໝີ່ໄວໆ, ສັງກະສີ, ຜ້າຫົ່ມ, ອີງຕາມຣາຍງານ ຂອງຂອງຜແນກ ແຮງງານ  ແລະ ສວັດດິການສັງຄົມ ແຂວງອັດຕະປື.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງອັດຕະປື ທີ່ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 30 ກັນຍານີ້ວ່າ:

ເຂົ້ານໍ້າຊໍ້າປາຫັ້ນແຫລະ ນໍ້າຖ້ວມມັນກະເໜົ່າ ກະຕາຍ, ສັດກະເສັຽຄືກັນ. ມີຄະນະກັມມະການ ປ້ອງກັນ ຄວບຄຸມ ພັຍພິບັດ ຂອງແຂວງຫັ້ນ ເພິ່ນກໍແຈກກັນ ລົງຄົນລະເມືອງໆ ແຕ່ລະເມືອງໆ ເພິ່ນກໍກໍາລັງສັ່ງໂຮມຂໍ້ມູນຫັ້ນແຫລະ. ສ່ວນວ່າຊ່ວຍເຫລືອສຸກເສີນ ຄັນຜູ້ໃດທີ່່ວ່າ ມັນຈໍາເປັນ ແລ້ວກະບໍ່ມີອາຫານ ການກິນ ເຈົ້າໜ້າທີ່ເພິ່ນກໍເອົາໄປຊ່ວຍໂລດ.

ຄວາມເສັຍຫາຍຕ່າງໆ ຮວມທັງພື້ນທີ່ ເຮັດການຜລິຕ ຢູ່ເມືອງສນາມໄຊ ທົ່ງນາຖືກນໍ້າຖ້ວມ 714 ເຮັກຕ້າຣ໌, ເປັດ ແລະໄກ່ 700 ໂຕ ແລະອື່ນໆ.

ຢູ່ເມືອງພູວົງ 4,300 ຄອບຄົວ ໄດ້ຮັບຜົນກະທົບ, ນໍ້າຖ້ວມທົ່ງນາ 1,200 ເຮັກຕ້າຣ໌, ສວນ 100 ເຮັກຕ້າຣ໌, ໜອງປາ 15 ໜອງ, ເສັ້ນທາງເປ່ເພ 4 ເສັ້ນ ແລະອື່ນໆອີກ.

ຢູ່ເມືອງສາມັກຄີໄຊ ເນື້ອທີ່ດິນ ຖືກຜົນກະທົບທັງໝົດ 687 ເຮັກຕ້າຣ໌ປາຍ, ໜອງປາເສັຍຫາຍ 96 ໜອງ, ເສັ້ນທາງເປ່ເພ 10 ເສັ້ນ, ແລະຢູ່ເມືອງຊານໄຊ 1,680 ຄອບຄົວ ຖືກຜົນກະທົບ, ນໍ້າຖ້ວມທົ່ງນາ 1,920 ເຮັກຕ້າຣ໌, ດິນສວນ 79 ເຮັກຕ້າຣ໌, ໂຮງຮຽນ 7 ແຫ່ງ, ເສັ້ນທາງ 9 ເສັ້ນ, ສັດປີກ 5,400 ປາຍໂຕ ເສັຍຫາຍ ເວົ້າລວມແລ້ວ ແມ່ນເສັ້ນທາງຖືກຕັດຂາດ, ດິນເຊາະເຈື່ອນ, ພື້ນທີ່ເຮັດການຜະລິຕ, ສັດລ້ຽງ ໄດ້ຮັບຄວາມເສັຍຫາຍ.

ຊາວບ້ານຜູ້ນຶ່ງເວົ້າວ່າ ມື້ທໍາອິດ ທີ່ແຂວງອັດຕະປື ຖືກພະຍຸໂນຣູ ເຈົ້າໜ້າທີ່ກໍເອົາເຮືອມາຊ່ອຍ, ມື້ນີ້ນໍ້າກໍເຣີ່ມຫລຸດລົງແລ້ວ ໄປ-ມາໄດ້.

ລົງແລ້ວ ໄປມາໄດ້ ບໍ່ຖ້ວມແຮງທໍ່ປີກ່ອນໆ ເຫັນເພິ່ນຊ່ວຍຢູ່ ເພິ່ນເອົາເຮືອ ເອົາຫຍັງອອກໄປຊ່ວຍຢູ່.

ທີ່ແຂວງສາຣະວັນ ກໍຖືກຜົນກະທົບໜັກ 2 ເມືອງ ຄືເມືອງຄົງເຊໂດນ ແລະເມືອງວາປີ ສ່ວນຄວາມເສັຍຫາຍ ມີເທົ່າໃດນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງຢູ່ໃນລະຫວ່າງການຮິບໂຮມ ຂໍ້ມູນ ຊຶ່ງສ່ວນໃຫຍ່ເປັນພື້ນທີ່ເຮັດການຜະລິຕ ເສັຍຫາຍຫລາຍ ແລະເຮືອນປະຊາຊົນ ທີ່ຢູ່ແຄມນໍ້າ ກໍຖືກນໍ້າຖ້ວມ.

ໃນເບື້ອງຕົ້ນນີ້ ທາງເຈົ້າໜ້າທີ່ກໍຕຣຽມເຄື່ອງ ຂອງຊ່ອຍເຫລືອ ບັນເທົາທຸກໃຫ້ຊາວບ້ານ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ແຂວງສາຣະວັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າ:

ເບື້ອງຕົ້ນມີ 2 ເມືອງ ເມືອງວາປີ ກັບເມອງຄົງເຊໂດນ ກະມີແຕ່ເວົ້າເຣື່ອງນາເຂົ້າ ເພິ່ນກະມີຕຽມເຣື່ອງນໍ້າດື່ມ ແລະກະປະເພດເຂົ້າອາຫານ ພວກມີປາກະປ້ອງຫຍັງແຫລະ ເພິ່ນກະມີທັງ ເພິ່ນກະມີທັງຜູ້ມາຊ່ວຍເຫລືອ ອິຫຍັງຫລາຍຢູ່ ມີແຕ່ເຂົາກໍຍ້າຍໄປຢູ່ບ່ອນສູງ ບ່ອນຫຍັງນໍາພີ່ນ້ອງ.

ຊາວບ້ານ ໃນແຂວງສາຣະວັນຜູ້ນຶ່ງ ເວົ້າເຖິງໄລຍະທີ່ເກີດພາຍຸໂນຣູວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍໄດ້ລົງຊ່ອຍເຫລືອ ຊາວບ້ານຢູ່, ແຕ່ໃນເບື້ອງຕົ້ນ ຊາວບ້ານກໍຍັງຊ່ອຍເຫລືອ ກັນເອງ ແລະເຝົ້າລະວັງຍ້ອນຝົນຍັງຕົກ ເຖິງແມ່ນວ່ານໍ້າ ຈະເຣີ່ມຫລຸດລົງແລ້ວກໍຕາມ.

ເວົ້າເຣື່ອງພືດຜັກຫຍັງຕ່າງໆ ເນາະເຂົ້ານໍ້າຊໍ້າປາຫັ້ນແຫລະ ມັນກະຖືວ່າຊ່ວງນີ້ເຂົາກໍຕຽມ ຕັ້ງທ້ອງໃສ່ຮວງໃສ່ຫຍັງຫັ້ນນ່າ ກະນໍ້າຖ້ວມ ເຄື່ອງຊ່ວຍເຫລືອນີ້ ກະບໍ່ເຖິງຂັ້ນອັນນັ້ນດອກ ບໍ່ເຖິງຂັ້ນວ່າມັນຖືກໄລຍະ 2019 ນັ້ນນ່າເນາະ ກະຍ້າຍຈາກບ່ອນມັນຖ້ວມ ມັນຢູ່ບ່ອນມັນສູງ ຫາຢູ່ກັບເຮືອນພີ່ນ້ອງກັບຫຍັງໄປຫັ້ນນ່າ.

ຢູ່ແຂວງເຊກອງ ໄດ້ຮັບຜົນກະທົບໜັກ 4 ເມືອງ, ອີງຕາມການຣາຍງານ ຂອງຄະນະກັມມະການ ຄຸ້ມຄອງພັຍພິບັດຂັ້ນແຂວງ, ແຕ່ມື້ວັນທີ 27 ຫາ 29 ກັນຍານີ້ ແຂວງເຊກອງ 4 ເມືອງທີ່ໄດ້ຮັບຜົນກະທົບ ຄື ເມືອງດາກຈຶງ ເສັຍຫາຍ 5 ບ້ານ, ຫາຍສາບສູນ 1 ຄົນ, ເມືອງທ່າແຕງ ເສັຍຫາຍ 6 ບ້ານ, ເມືອງກະລຶມ ເສັຍຫາຍ 10 ບ້ານ ແລະເມືອງລະມາມ ເສັຍຫາຍ 7 ບ້ານ. ໃນນັ້ນມີເຮືອນຊາວບ້ານ ຖືກນໍ້າຖ້ວມຂັງ, ນໍ້າປ່າໄຫລລົງມາ, ດິນເຊາະເຈື່ອນຖົມເສັ້ນທາງ. ເນື້ອທີ່ເຮັດການຜະລິຕ, ສັດລ້ຽງ, ໂຮງຮຽນ, ຊົລປະທານ, ນໍ້າລິນ ເສັຍຫາຍຫລາຍ. ແຂວງເຊກອງ ໄດ້ຮັບງົບປະມານ ຈາກທັງແຂວງ ເປັນເງິນ 40 ລ້ານກີບ ເພື່ອຊ່ອຍເຫລືອ ບັນເທົາທຸກໃນຄັ້ງນີ້ ແລະກໍໄດ້ເລັ່ງໃຫ້ການ ຊ່ອຍເຫລືອຊາວບ້ານ ທີ່ຖືກຜົນກະທົບນັ້ນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງເຊກອງທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ:

ສ່ວນຫລາຍໄຮ່ນາ ຄັນວ່າມີມູລນິທິ ມີໃຜຈະຊ່ວຍກະຮັບເອົາເນາະ ແຕ່ວ່າເຂົາຈະທຸກຍາກ ອຶດໝາກແຄ້ນແຄນມັນກໍບໍ່ເຖິງຂັ້ນດອກ ມັນມີຄະນະເວົ້າເຣື່ອງແກ້ໄຂ ພັຍພິບັດເນາະ ເຂົາກໍຈະແຕ່ງຕັ້ງກັນແລ້ວ ເຂົາກໍລົງໄປເກັບກໍາຂໍ້ມູນ ບັນດາເມືອງ ເພື່ອຢາກຮູ້ວ່າຜົລເສັຍຫາຍ ມັນໜ້ອຍຫລາຍປານໃດ.

ຊາວບ້ານ ຢູ່ແຂວງເຊກອງຜູ້ນຶ່ງ ກໍເວົ້າວ່າ ມາຮອດມື້ນີ້ ອາກາດກໍດີຂຶ້ນແລ້ວ, ແຕ່ຍັງມີຝົນຕົກ ເປັນບາງບ່ອນ. ເສັ້ນທາງຢູ່ເມືອງດາກຈຶງ ແລະເມືອງກະລຶມ ບາງເສັ້ນຖືກນໍ້າເຊາະຂາດ, ດິນເຈື່ອນ, ການເດີນທາງໄປ-ມາ ຍັງບໍ່ໄດ້ເທື່ອ.

ຖ້ວມກາຢູ່ດາກຈຶ້ງ ກະລຶມ ໃກ້ວຽດນາມ ຊາຍແດນຕິດກັນ ທາງຂາດລົງມາ ກະບໍ່ໄດ້ ພວກຊິເມືອກໍເມືອບໍ່ໄດ້ ແບບດິນພູມັນໂຢດ ມັນຫຍັງຕັນທາງ ອິຫຍັງຫັ້ນນ່າ.

ຢູ່ແຂວງຈໍາປາສັກ ກໍຍັງຕ້ອງໄດ້ເຝົ້າລະວັງ ຝົນຕົກໜັກ ແລະລົມພະຍຸພັດແຮງຢູ່. ຢູ່ເຂດບ້ານດອນຂັນເທິງ ເມືອງສຸຂຸມາ ໄດ້ຮັບຜົນກະທົບຈາກພະຍຸໂນຣູເລັກນ້ອຍ, ແຕ່ນໍ້າປ່າໄດ້ໄຫລເຂົ້າຖ້ວມ ໂຮງຮຽນ ແລະບ້ານ. ນອກຈາກນີ້ ໃນເມືອງຈໍາປາສັກ ກໍມີ 73 ບ້ານ ໄດ້ຮັບຜົນກະທົບຈາກພະຍຸນີ້, ເຮັດໃຫ້ມີນໍ້າຖ້ວມຂັງ, ເສົາໄຟຟ້າລົ້ມ ຊຶ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງແຈ້ງເຕືອນຊາວບ້ານ ທີ່ຢູ່ແຄມນໍ້າ ເຊັ່ນ ບ້ານຫົວປາຄໍ່, ບ້ານຫ້ວຍເງິນ, ບ້ານເໜືອ ແລະບ້ານໃຕ້ ໃຫ້ລະມັດລະວັງຝົນຕົກ, ດິນເຈື່ອນ ແລະໃຫ້ມ້ຽນມັດເຄື່ອງຂອງ ໄວ້ທີ່ສູງ ແລະຕິດຕາມ ສະພາບອາກາດ ຢ່າງໃກ້ຊິດໃນໄລຍະນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.