ພະຍຸໂນຣູ ຜ່ານເຂົ້າລາວ ບໍ່ກະທົບ ເຂື່ອນໄຟຟ້າ
2022.09.30
ພະຍຸ ໂນຣູ (Noru) ໄດ້ເຄື່ອນຜ່ານແຂວງພາກໃຕ້ ຂອງປະເທດລາວ ໃນມື້ວັນທີ 28-29 ກັນຍາ 2022 ທີ່ຜ່ານມາ ເຮັດໃຫ້ຫຼາຍພື້ນທີ່ໄດ້ຮັບຜົລກະທົບ ຍ້ອນຖືກນໍ້າຖ້ວມ ໂດຍສະເພາະ ເນື້ອທີ່ທໍາການກະເສຕຂອງຊາວບ້ານ ໄດ້ຮັບຄວາມເສັຍຫາຍຢ່າງໜັກ.
ເຖິງວ່າຈະມີພະຍຸ ເຄື່ອນທີ່ຜ່ານແຂວງພາກໃຕ້ ແຕ່ເຂື່ອນໄຟຟ້າສ່ວນໃຫຍ່ ທີ່ຢູ່ເຂດດັ່ງກ່າວ ກໍບໍ່ໄດ້ເພີ່ມປະຣິມານການປ່ອຍນໍ້າ ຫຼືບາງແຫ່ງ ກໍບໍ່ໄດ້ປ່ອຍນໍ້າອອກຈາກເຂື່ອນເລີຍ ເນື່ຶອງຈາກເຂື່ອນແຕ່ລະແຫ່ງ ມີການບໍຣິຫານຈັດການທີ່ດີ ກ່ອນໜ້າທີ່ພາຍຸ ໂນຣູ ຈະເຄື່ອນທີ່ຜ່ານປະເທດລາວ ເປັນຕົ້ນ ເຂື່ອນເຊປຽນ-ເຊນໍ້ານ້ອຍ ກໍເຂັ້ມງວດເພີ່ມຂຶ້ນ ເພື່ອຄວບຄຸມລະດັບນໍ້າໃນອ່າງ ໃຫ້ຢູ່ໃນລະດັບມາຕຖານ ໂດຍທີ່ບໍ່ໄດ້ປ່ອຍນໍ້າອອກຈາກເຂື່ອນເລີຍ.
ດັ່ງເຈົ້າໜ້າທີ່ ບໍຣິສັດເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຫຼື PNPC ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 30 ກັນຍາ ນີ້ວ່າ:
“ແມ່ນໆ ຢູ່ໃນຂັ້ນມາຕຖານ ທີ່ເຮົາຄວບຄຸມ ເຄື່ອນໄຫວຕລອດເດ້ ວິຊາການເພິ່ນໄປເຝົ້າລະວັງຕລອດ ເຮົາມີຄວາມພ້ອມແລ້ວ ກະເຝົ້າລະວັງ ວິຊາການປະຈໍາຕລອດ ແຕ່ວ່າຍັງບໍ່ມີແຜນວ່າ ແຈ້ງປ່ອຍນໍ້າເທື່ອ.”
ເຈົ້າໜ້າທີ່ຜູ້ນີ້ ຍັງກ່າວຕື່ມອີກວ່າ ສໍາລັບເຂື່ອນເຊປຽນ-ເຊນໍ້ານ້ອຍ ແມ່ນໄດ້ຕຣຽມຄວາມພ້ອມ ໃນທຸກດ້ານ ເພື່ອບໍຣິຫານຈັດການ ລະດັບນໍ້າໃນອ່າງ ໃຫ້ຢູ່ໃນເກນມາຕຖານ ແລະຄວາມປອດພັຍ ໂດຍຣະດູແລ້ງທີ່ຜ່ານມາ ເຂື່ອນເຊປຽນ-ເຊນໍ້ານ້ອຍ ກໍໄດ້ປ່ອຍນໍ້າອອກຈາກເຂື່ອນໄປແລ້ວ 1 ຄັ້ງ ເຮັດໃຫ້ອ່າງເກັບນໍ້າ ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ສາມາດຮອງຮັບປະຣິມານນໍ້າ ຈາກພະຍຸ ໂນຣູ ໄດ້ທັງໝົດ.
ສ່ວນເຂື່ອນໄຟຟ້າ ເຊກະໝານ 3 ໃນເມືອງດາກຈຶງ ແຂວງເຊກອງ ແລະເຂື່ອນເຊກະໝານ 1 ໃນເມືອງຊານໄຊ ແຂວງອັດຕະປື ກໍບໍ່ມີການແຈ້ງເຕືອນພັຍ ແລະແຈ້ງປ່ອຍນໍ້າ ອອກຈາກເຂື່ອນເພີ່ມຕື່ມ ເນື່ອງຈາກປະຣິມານນໍ້າ ໃນອ່າງໂຕ່ງ ຂອງທັງ 2 ເຂື່ອນ ຍັງຢູ່ໃນເກນມາຕຖານ ໂດຍມີເຈົ້າໜ້າທີ່ຊ່ຽວຊານ ແລະວິຊາການ ຂອງຜແນກພະລັງງານ ແລະບໍ່ແຮ່ ແຂວງອັດຕະປື ເຝົ້າລະວັງຕິດຕາມ ສະຖານະການຢ່າງໃກ້ຊິດ.
ສໍາລັບເຫດການ ນໍ້າຖ້ວມທີ່ເກີດຂຶ້ນ ໃນເມືອງຊານໄຊ ແລະເມືອງສາມັກຄີໄຊ ແຂວງອັດຕະປື ກໍໄດ້ຮັບອິດທິພົນ ຈາກພະຍຸ ໂນຣູ ບວກກັບເຂື່ອນໄຟຟ້າ ອາເລື້ອຍ (A Luoi) ໃນປະເທດວຽດນາມ ທີ່ແຈ້ງການປ່ອຍນໍ້າ ອອກຈາກເຂື່ອນ ປະຣິມານສູງເຖິງ 2,500 ແມັຕກ້ອນ ຕໍ່ວິນາທີ ກໍເປັນປັດຈັຍນຶ່ງ ທີ່ເຮັດໃຫ້ລໍານໍ້າເຊກອງ ລົ້ນຕາຝັ່ງ ໄຫຼຊຸຖ້ວມເຮືອນຊານ ແລະເນື້ອທີ່ທໍາການກະເສຕ ຂອງຊາວບ້ານ.
ດັ່ງເຈົ້າໜ້າທີ່ ຜແນກ ພະລັງງານ ແລະບໍ່ແຮ່ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ໆ ບໍ່ໄດ້ປ່ອຍ ບໍ່ຄຸມກະ ນໍ້າບໍ່ໄດ້ເຕັມອ່າງ ເພາະພະຍຸລູກດຽວນີ້ນ່າ ເຂົ້າອັດຕະປືແຮງໆແດ່ນິ່ ພໍດີ 3 ມື້ຫັ້ນມັນຂຶ້ນຢູ່ປະມານ 8 ລ້ານແມັຕກ້ອນເທົ່ານັ້ນ.”
ແຂວງເຊກອງ ກໍເປັນອີກ 1 ແຂວງ ທີ່ມີເຂື່ອນໄຟຟ້າ ຂນາດນ້ອຍ ແລະ ຂນາດກາງ ຢ່າງໜ້ອຍ 10 ແຫ່ງ ໃນນັ້ນ ມີແຕ່ 2 ເຂື່ອນເທົ່ານັ້ນ ທີ່ແຈ້ງການປ່ອຍນໍ້າ ອອກຈາກເຂື່ອນ ຄື ເຂື່ອນໄຟຟ້າ ຫ້ວຍລໍາພັນໃຫຍ່ ແລະ ເຂື່ອນໄຟຟ້າຫ້ວຍລໍາພັນ ຕອນລຸ່ມ ຂອງບໍຣິສັດ ຜລິດໄຟຟ້າລາວ ມະຫາຊົນ ຫຼື EDL-Gen. ສ່ວນເຂື່ອນໄຟຟ້າ ແຫ່ງອື່ນໆ ພາຍໃນແຂວງເຊກອງ ບໍ່ມີການປ່ອຍນໍ້າ ອອກຈາກເຂື່ອນ ແລະທຸກແຫ່ງ ລະດັບນໍ້າໃນອ່າງ ຍັງຢູ່ໃນເກນປົກກະຕິ.
ດັ່ງເຈົ້າໜ້າທີ່ ຜແນກພະລັງງານແລະບໍ່ແຮ່ ແຂວງເຊກອງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມີແຕ່ເຂື່ອນຫ້ວຍລໍາພັນ ເພາະວ່າເຮົາກະໄດ້ເຮັດແຈ້ງການແຫຼະ ທີ່ວ່າແຈ້ງເຕືອນ ປ່ອຍນໍ້າເຂື່ອນ ທາງຜແນກເຮົາກະ ໄດ້ເຮັດແຈ້ງການ ໃຫ້ປະຊາຊົນຮັບຮູ້, ຕົວເຂື່ອນອື່ນຄືບໍ່ເຫັນ.”
ສ່ວນແຂວງສາຣະວັນ ກໍເປັນອີກ 1 ແຂວງ ທີ່ພະຍຸ ໂນຣູ ເຄື່ອນທີ່ຜ່ານ ຈົນເຮັດໃຫ້ເກີດນໍ້າຖ້ວມສູງ ໃນຫຼາຍພື້ນທີ່ ໂດຍສະເພາະ ຊາວບ້ານທີ່ອາສັຍ ຢູ່ຕາມແຄມນໍ້າເຊໂດນ ແລະຕາດຈໍ ແຕ່ເຫດການນໍ້າຖ້ວມໃນຄັ້ງນີ້ ທາງການແຂວງສາຣະວັນ ຢັ້ງຢືນວ່າ ເປັນຍ້ອນຝົນຕົກໜັກ ບໍ່ແມ່ນການປ່ອຍນໍ້າ ອອກຈາກເຂື່ອນໄຟຟ້າ, ແຕ່ສໍາລັບເຂື່ອນໄຟຟ້າ ພາຍໃນແຂວງສາຣະວັນ ເກືອບທັງໝົດ ແມ່ນເປັນເຂື່ອນຂນາດນ້ອຍ ແລະຂນາດກາງ ແລະບໍ່ມີເຂື່ອນແຫ່ງໃດ ແຈ້ງປ່ອຍນໍ້າ ອອກຈາກເຂື່ອນ ເຖິງແມ່ນວ່າຈະມີຝົນຕົກໜັກກໍຕາມ, ນອກຈາກນີ້ ທາງການ ແຂວງສາຣະວັນ ຍັງສັ່ງການໃຫ້ ພາກສ່ວນທີ່ກ່ຽວຂ້ອງ ລົງພື້ນທີ່ໄປປະຈໍາການ ຢູ່ຕາມເຂື່ອນໄຟຟ້າຕ່າງໆ ເປັນຕົ້ນ ເຂື່ອນເຊເຊດ 1 ແລະ 2 ແລະເຂື່ອນເຊໂດນ ເພື່ອຕິດຕາມ ສະຖານະການ ນໍ້າໃນເຂື່ອນໄຟຟ້າ ຢ່າງໃກ້ຊິດ.
ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງສາຣະວັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ພວກເຮົາຖືວ່າ ໄດ້ປະກາດ ແລ້ວກະສົ່ງພະນັກງານ ຂອງພວກເຮົານີ້ ລົງໄປຕິດຕາມລະດັບນໍ້າ ຢູ່ແຕ່ລະເຂື່ອນ ເພາະວ່າ ເຂື່ອນເຂົາຈະຣາຍງານ ລະດັບນໍ້າບໍ່ຕ່າງໆ ແຕ່ລະຊົ່ວໂມງໆ ເຂົ້າມາເລີຍ, (ເຂື່ອນ) ຖືວ່າ ຢູ່ໃນສະພາບປົກກະຕິ ດໍາເນີນການຜລິຕ ປົກກະຕິເນາະ ຕາມແຜນຂອງເຂື່ອນ ເພິ່ນຫັ້ນ ກະບໍ່ມີບັນຫາຫຍັງ.”
ທາງດ້ານເຈົ້າໜ້າທີ່ ກະຊວງ ພະລັງງານ ແລະບໍ່ແຮ່ ກ່າວວ່າ ສາເຫດທີ່ເຂື່ອນໄຟຟ້າ ສ່ວນໃຫຍ່ ບໍ່ໄດ້ແຈ້ງການປ່ອຍນໍ້າ ອອກຈາກເຂື່ອນ ກໍຍ້ອນວ່າ ແຕ່ລະເຂື່ອນມີການ ບໍຣິຫານຈັດການນໍ້າ ໃນອ່າງໂຕ່ງ ໃຫ້ຢູ່ໃນລະດັບ ມາຕຖານທີ່ສາມາດ ຮອງຮັບໄດ້ ແລະເປັນໄປຕາມ ກົດໝາຍຄຸ້ມຄອງ ຄວາມປອດພັຍ ອຸດສາຫະກັມ ພະລັງງານ ທີ່ກະຊວງ ພະລັງງານ ແລະບໍ່ແຮ່ ກໍານົດໄວ້.
ໂດຍກ່ອນທີ່ພະຍຸ ໂນຣູ ຈະເຄື່ອນທີ່ຜ່ານ ປະເທດລາວ ກໍໄດ້ສັ່ງການໃຫ້ເຂື່ອນໄຟຟ້າ ທຸກແຫ່ງທົ່ວປະເທດ ໂດຍສະເພາະ ແຂວງທີ່ພະຍຸເຄື່ອນທີ່ຜ່ານ ຈະຕ້ອງໄດ້ເຝົ້າລະວັງ ລະດັບນໍ້າ ຕິດຕາມກວດກາສະພາບເຂື່ອນ ແລະກະຕຣຽມຄວາມພ້ອມ ເພື່ອຮັບມືກັບ ເຫດສຸກເສີນ ທີ່ອາຈເກີດຂຶ້ນ ໃນທຸກເມື່ອກ
ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ໆ ບໍ່ໜັກປານໃດ ກະມີການຕຣຽມ ພ້ອມທີ່ດີນ່າ ການຈັດການ ການບໍຣິຫານ ທາງກະຊວງ ກໍຈະມີໜັງສື ແຈ້ງໃຫ້ທາງເຂື່ອນ ປະຕິບັດເນາະ ເຮັດແຜນສຸກເສີນ ເຮັດອີ່ຫຍັງຕຣຽມໄວ້.”
ໃນໄລຍະ ທີ່ພະຍາ ໂນຣູ (Noru) ໄດ້ເຄື່ອນທີ່ຜ່ານ ແຂວງພາກໃຕ້ ຂອງປະເທດລາວ ມີພຽງເຂື່ອນໄຟຟ້າ 4 ແຫ່ງ ທີ່ແຈ້ງການ ປ່ອຍນໍ້າອອກຈາກເຂື່ອນ ແລະເຕືອນຊາວບ້ານ ຢ່າງເປັນທາງການ ໃຫ້ເຝົ້າລະວັງ ພັຍນໍ້າຖ້ວມ ແລະເຫດສຸກເສີນ ດັ່ງນີ້:
- ເຂື່ອນໄຟຟ້າ ເຊລະນອງ 1 ໃນເມືອງນອງ ແຂວງສວັນນະເຂດ ເຣີ່ມປ່ອຍນໍ້າ ຕັ້ງແຕ່ວັນທີ່ 28 ກັນຍາ ເປັນຕົ້ນໄປ ໂດຍມີປະຣິມານ ການປ່ອຍນໍ້າ ຢູ່ທີ່ 500-8,500 ແມັຕກ້ອນຕໍ່ວິນາທີ.
- ເຂື່ອນໄຟຟ້າ ຫ້ວຍລໍາພັນໃຫຍ່ ໃນເມືອງທ່າແຕງ ແຂວງເຊກອງ ເຣີ່ມປ່ອຍນໍ້າ ຕັ້ງແຕ່ວັນທີ່ 29 ກັນຍາ ໄປເຖິງວັນທີ 13 ຕຸລາ 2022 ນີ້ ປະຣິມານ ການປ່ອຍນໍ້າ ຢູ່ທີ່ 75.48 ແມັຕກ້ອນ ຕໍ່ວິນາທີ.
- ເຂື່ອນໄຟຟ້າ ຫ້ວຍລໍາພັນຕອນລຸ່ມ ໃນເມືອງລະມາມ ແຂວງເຊກອງ ເຣີ່ມປ່ອຍນໍ້າ ຕັ້ງແຕ່ວັນທີ່ 28 ກັນຍາ ໄປຫາວັນທີ 1 ຕຸລາ 2022 ນີ້ ປະຣິມານ ການປ່ອຍນໍ້າ ຢູ່ທີ່ 440-510 ແມັຕກ້ອນ ຕໍ່ວິນາທີ ແລະ
- ເຂື່ອນໄຟຟ້າ ນໍ້າອີມູນ ໃນເມືອງດາກຈຶງ ແຂວງເຊກອງ ແຕ່ບໍ່ມີແຈ້ງການ ອອກມາວ່າ ເຂື່ອນດັ່ງກ່າວ ໄດ້ປ່ອຍນໍ້າ ອອກມາໜ້ອຍ-ຫຼາຍ ສໍ່າໃດ ແລະໄດ້ມີການ ແຈ້ງເຕືອນຊາວບ້ານ ລຸ່ມເຂື່ອນແນວໃດ.
ຂະນະທີ່ ຜົລກະທົບ ຈາກພັຍນໍ້າຖ້ວມ ໃນແຂວງພາກໃຕ້ ຂອງປະເທດລາວຄັ້ງນີ້ ມີຫຼາຍເມືອງ, ຫຼາຍແຂວງ ຈະໄດ້ຮັບຜົລກະທົບໜັກ ແຕ່ກໍຍັງບໍ່ມີຣາຍງານ ຄວາມເສັຍຫາຍ ຢ່າງເປັນທາງການ ເນື່ອງຈາກບາງພື້ນທີ່ ຍັງຢູ່ລະຫວ່າງ ການຮິບໂຮມຂໍ້ມູນ ແລະບາງພື້ນທີ່ ລະດັບນໍ້າຖ້ວມ ຍັງບໍ່ທັນຫຼຸດລົງເທື່ອ.