ເສັຽຊີວິດ 1, ບາດເຈັບ 8 ຍ້ອນພະຍຸ ໂກນເຊີນ

ໄຊ​ຍາ
2021.09.13
ເສັຽຊີວິດ 1, ບາດເຈັບ 8 ຍ້ອນພະຍຸ ໂກນເຊີນ ພະ​ຍຸ ໂກນ​ເຊີນ ພັດ​ເຂົ້າ​ພາກ​ໃຕ້ ຂອງ​ລາວ ເຮັດ​ໃຫ້ 1 ຄົນ​ເສັຽ​ຊີ​ວິດ, 8 ຄົນ ໄດ້​ຮັບ​ບາດ​ເຈັບ ແລະ ​ເຮືອນ​ຫຼາຍ​ສິບ​ຫຼັງ ເປ່​ເພ.
ໜັງ​ສື​ພິ​ມ ສາ​ລະ​ວັນ

ໃນວັນທີ 11 ກັນຍາ ທີ່ຜ່ານມານີ້ ຊາວບ້ານ ຫຼາຍຄອບຄົວ ໃນພື້ນທີ່ ຫຼາຍບ້ານ ຢູ່ແຂວງພາກໃຕ້ ຂອງລາວ ໄດ້ຮັບຜົລກະທົບ ຈາກພະຍຸໝູນ ເຂດຮ້ອນ ໂກນເຊີນ ຫົວທີ 13 ເຊິ່ງພັດເຂົ້າ ຫຼາຍພື້ນທີ່ ເຮັດໃຫ້ເຮືອນ ຫຼາຍຫຼັງ ເປ່ເພ ຢ່າງໜັກໜ່ວງ ໂດຍສະເພາະ ຢູ່ເຂດ ບ້ານໂພນໄຜ່ເມືອງ ສາຣະວັນ ແຂວງສາຣະວັນ ເປັນບ້ານ ທີ່ໄດ້ຮັບ ຜົລກະທົບ ຫຼາຍທີ່ສຸດ. ມີເຮືອນເປ່ເພ ທັງໝົດ 75 ຫຼັງ ໃນນັ້ນ ເສັຽຫາຍໜັກ 20 ຫຼັງ ແລະ ເສັຽຫາຍ ປານກາງ 45 ຫຼັງ ເຮັດໃຫ້ ຊາວບ້ານ ຈຳນວນ 139 ຄົນຂາດ ບ່ອນຢູ່ອາສັຍ ອີກທັງ ຍັງເຮັດໃຫ້ ມີຜູ້ເສັຽຊີວິດ 1 ຄົນ ແລະ ບາດເຈັບ ອີກ 8 ຄົນ. ດັ່ງຊາວບ້ານໂພນໄຜ່ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 13 ກັນຍາ ນີ້ວ່າ.

“ເຣີ່ມແຕ່ ວັນທີ 11 ເນາະ ມັນຖືກຢູ່ 18 ໂມງ ສຳລັບ ພະຍຸ ລູກທີ 1 ແລະ ກາໄລຍະ ໄລ່ເລັ່ຽກັນ 1 ຊົ່ວໂມງນີ້ແຫຼະ ລູກທີສອງ ເຂົ້າມາອີກ. ປັຈຈຸບັນ ກາຫຼາຍ ຄອບຄົວ ທີ່ບໍ່ມີເຮືອນຢູ່ ເນາະເພິ່ນ ໄດ້ຈັດສັນ ໃຫ້ເຂົ້າໄປ ພັກຢູ່ວັດ ຂອງບ້ານໂພນໄຜ່ ເຮົານີ້.”

ຊາວບ້ານ ໄດ້ກ່າວຕື່ມວ່າ ສຳລັບເຮືອນ ຂອງລາວເອງ ກໍໄດ້ຮັບ ຄວາມເສັຽຫາຍ ຈາກພະຍຸດັ່ງ ກ່າວ ແຕ່ບໍ່ຫຼາຍປານໃດ ແລະ ກໍສາມາດ ສ້ອມແປງເຮືອນໄດ້ ດ້ວຍໂຕເອງ. ຫຼັງຈາກ ພະຍຸສງົບລົງ ກໍມີ ເຈົ້າໜ້າທີ່ ຫຼາຍພາກສ່ວນ ໄດ້ລົງພື້ນທີ່ ມາມອບ ເຄື່ອງຊ່ອຍເຫຼືອ ແກ່ຊາວບ້ານ ຜູ້ປະສົບພັຍ ເປັນບາງສ່ວນແລ້ວ ເປັນຕົ້ນ ໄດ້ມອບ ອາຫານແຫ້ງ, ຜ້າຫົ່ມ ແລະ ເຄື່ອງໃຊ້ຕ່າງໆ ເພື່ອບັນເທົາທຸກ ໃນເບື້ອງຕົ້ນ.

ໃນຂນະທີ່ ຊາວບ້ານໂພນໄຜ່ ອີກທ່ານນຶ່ງ ກ່າວວ່າ ສຳລັບ ເຮືອນແມ່ເຖົ້າ ຂອງລາວເອງ ແລະ ເຮືອນ ຂອງຊາວບ້ານ ເຂດໃກ້ຄຽງ ໄດ້ຖືກພະຍຸພັດ ຈົນເປ່ເພ ໝົດຫຼັງ ເຮັດໃຫ້ຕ້ອງໄດ້ ຍ້າຍໄປ ພັກເຊົາ ຢູ່ວັດໂພນໄຜ່ ແບບບໍ່ມີ ກຳນົດ ເຊິ່ງຫຼາຍຄອບຄົວ ກໍກຳລັງ ລໍຖ້າ ໃຫ້ພາກສ່ວນ ກ່ຽວຂ້ອງ ຊ່ອຍສ້າງເຮືອນຄືນໃໝ່ ຫຼື ສ້ອມແປງເຮືອນໃຫ້. “ຄົນຢູ່ ໃນບ້ານຫັ້ນ ເຂົາເສັຽຫາຍ ຫຼາຍເຮືອນ ແມ່ເຖົ້າ ຜູ້ນຶ່ງຫັ້ນ ຖືກພະຍຸ ເຂົ້າພັດໄປ ແບບເຮືອນຫັ້ນ ກາເສັຽຫາຍ ໝົດຫຼັງເລີຽ ຂະເຈົ້າ ຍ້າຍໄປຢູ່ ວັດໝົດ.”

ຊາວບ້ານໂພນໄຜ່ ອີກທ່ານນຶ່ງໄ ດ້ກ່າວວ່າ ເຫດພະຍຸ ໃນຄັ້ງນີ້ ຖືວ່າ ໜັກໜ່ວງ ທີ່ສຸດ ໃນຮອບຫຼາຍປີ ເຊິ່ງໄດ້ເຮັດໃຫ້ ເຮືອນຊາວບ້ານ ຫຼຼາຍຫຼັງ ໄດ້ຮັບ ຄວາມເສັຽຫາຍ. ສ່ວນດ້ານອື່ນໆ ເປັນຕົ້ນ ເນື້ອທີ່ ທຳການຜລິດ ຂອງຊາວບ້ານ ບໍ່ໄດ້ເສັຽຫາຍໜັກ ແຕ່ຢ່າງໃດ.

“ເຮືອນພີ່ນ້ອງຫັ້ນ ເພຫຼັງນຶ່ງແລ້ວ ກໍເຫຼືອຫັ້ນ ກໍແບບວ່າ ຮູ້ຈັກກັນ ອັນນີ້ໜັກຢູ່ ມີຄົນຕາຍຜູ້ນຶ່ງ ຫັ້ນນ່າ ກູ້ພັຍຫຍັງ ເພິ່ນກາມາຊ່ອຍເດ້ ມີແຕ່ເຮືອນ ຄົນໄຮ່ນາ ກາບໍ່ປານໃດ ເພາະວ່າ ນໍ້າ ມັນກາບໍ່ໄດ້ຂຶ້ນແຮງ ຫັ້ນນ່າ.”

ທາງດ້ານອຳນາດ ການປົກຄອງ ເມືອງສາຣະວັນ ໄດ້ກ່າວວ່າ ທາງເຈົ້າໜ້າທີ່ ເມືອງສາຣະວັນ ສົມທົບກັບ ກຳລັງເຈົ້າໜ້າທີ່ ທະຫານ ແລະ ຕຳຣວດ ກໍໄດ້ລົງພື້ນທີ່ ໄປຊ່ອຍເຫຼືອ ປະຊາຊົນ ໃນເຂດ ປະສົບພັຍ ຕັ້ງແຕ່ ກາງຄືນ ຂອງວັນທີ 11 ກັນຍາ ທີ່ຜ່ານມາ ແລະ ປັຈຈຸບັນ ກໍກຳລັງຕຽມ ການກໍ່ສ້າງ ບ່ອນພັກຊົ່ວຄາວ ໃຫ້ແກ່ຊາວບ້ານ ທີ່ຂາດ ບ່ອນຢູ່ອາສັຍ ກ່ອນທີ່ຈະມີ ການຫາລືກັນ ກ່ຽວກັບ ການສ້າງເຮືອນຄືນໃໝ່ ເປັນຂັ້ນຕອນ ຕໍ່ໄປ.

“ພວກເຮົາ ກາຖືວ່າ ໄດ້ລົງໄປ ແກ້ໄຂ ແຕ່ໃນຄໍ່າຄືນ ວັນທີ 11 ພຸ້ນແຫຼະແກ່ ປະຊາຊົນ ມາຮອດມື້ນີ້ ກາຖືວ່າ ທາງເມືອງ ພວກເຮົາ ກາໄດ້ແຕ່ງຕັ້ງ ຄນະຮັບຜິດຊອບ ລົງໄປຊ່ອຍ ນໍາເອົາກຳລັງ ມາຈາກ ສອງກຳລັງ ມາຊ່ອຍ ໃນການເຄລັຍພື້ນທີ່ ແລ້ວກະຕຽມ ປຸກສ້າງເຮືອນຊານ ທີ່ພັກ ແກ່ພາກສ່ວນ ປະຊາຊົນ.”

ທ່ານກ່າວຕື່ມວ່າ ໃນເບື້ອງຕົ້ນ ທາງການ ເມືອງສາຣະວັນ ກໍໄດ້ຣະດົມທຶນ ຈາກບັນດາ ບໍຣິສັດ ຕ່າງໆ ແລະ ຜູ້ໃຈບຸນ ເພື່ອນໍາມາ ຊື້ເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ແລະ ເຄື່ອງໃຊ້ ທີ່ຈຳເປັນ ເພື່ອມອບໃຫ້ ແກ່ຊາວບ້ານ ຜູ້ປະສົບພັຍ. ໃນຂນະທີ່ ບາງບໍຣິສັດກໍໄດ້ມອບສັງກະສີແລະ ອຸປະກອນສຳລັບສ້ອມແປງເຮືອນໃຫ້ແກ່ຊາວບ້ານທີ່ເຮືອນເສັຍຫາຍບໍ່ຫຼາຍເພື່ອນຳໄປສ້ອມ ແປງເຮືອນຕໍ່ໄປ.

ໃນຂນະດຽວກັນ ພະຍຸໂກນເຊີນ ກໍໄດ້ສ້າງ ຄວາມເສັຽຫາຍ ແກ່ແຮືອນຊາວບ້ານ ອີກປະມານ 10 ຫຼັງ ຢູ່ບ້ານສິງສຳພັນ ເມືອງຊະນະສົມບູນ ແຂວງຈຳປາສັກ ແຕ່ຜົລກະທົບ ບໍ່ໜັກຫຼາຍ ປານໃດ ແລະ ຊາວບ້ານເອງ ກໍຍັງຢູ່ເຮືອນ ໄດ້ຕາມ ປົກກະຕິ, ດັ່ງຊາວບ້ານສິງສຳພັນ ໄດ້ກ່າວ ວ່າ:

“ໂອພະຍຸ ຫັ້ນບໍ່ 10 ກວ່າ ຫຼັງຄາເຮືອນ ພຸ້ນນ່າ ເພໝົດຫຼັງ ຄາກາມີເອົາ ຍົກໄປໝົດຫຼັງ ກາມີ ສ່ວນຫຼາຍ ກາຍົກໄປ ໝົດຫຼັງຄາ.”

ສ່ວນອົງການ ປົກຄອງຂັ້ນບ້ານ ບ້ານສິງສຳພັນ ກ່າວວ່າ ສຳລັບ ຜົລກະທົບ ຢູ່ບ້ານທ່ານເອງ ກໍມີ ເຮືອນຊາວບ້ານ 1 ຫຼັງທີ່ ໄດ້ຮັບ ຜົລກະທົບໜັກ. ສ່ວນເຮືອນ ອີກບາງສ່ວນ ກໍໄດ້ຮັບຜົລ ເສັຽຫາຍ ລະດັບປານກາງ ແຕ່ບໍ່ມີ ຜູ້ໄດ້ຮັບ ບາດເຈັບ ຫຼື ເສັຽຊີວິດ. ແຕ່ເຖິງຢ່າງໃດ ກໍຕາມ, ທາງເຈົ້າໜ້າທີ່ ຂັ້ນແຂວງ ແລະ ຂັ້ນເມືອງເອງ ກໍກຳລັງ ເດີນທາງ ມາເຂດບ້ານ ໃນມື້ວັນທີ 13 ກັນຍາ ເພື່ອມອບເຄື່ອງ ຊ່ອຍເຫຼືອ ໃຫ້ແກ່ ຜູ້ປະສົບພັຍ.

“ໂຕນັ້ນ ປອດພັຍ ກາຍັງ ເປັນການດີ ຄວາມແຮງ ຂອງລົມ ມັນແຮງສຽດສີວ ຫັ້ນລະ ວ່າຊັ້ນສະ ໄມ້ໃຫຍ່ນີ້ ປະມານ 30-40 ຕົ້ນລົມ ພາຍໃນບ້ານນີ້ ທາງແຂວງທາງເມືອງ ນີ້ແຫຼະ ເພິ່ນກຳລັງຂຶ້ນມາ ມື້ນີ້.”

ກ່ອນໜ້ານີ້ ພະຍຸເຂດຮ້ອນ ໂກນເຊີນ ຫົວທີ 13 ໄດ້ເຄື່ອນຍ້າຍ ຂຶ້ນຝັ່ງ ຢູ່ທາງພາກກາງ ຕອນເທິງ ຂອງປະເທດ ວຽດນາມ ແລະ ໄດ້ເຄື່ອນຍ້າຍ ມາຮອດ ພາກກາງ ແລະ ພາກໃຕ້ ຂອງລາວ. ເຊິ່ງມາຮອດ ວັນທີ 13 ກັນຍານີ້ ພະຍຸດັ່ງກ່າວ ໄດ້ອ່ອນກຳລັງລົງ ເປັນພະຍຸ ດີເພຣສຊັນ ແຕ່ຫຼາຍພື້ນທີ່ ໃນເຂດພາກກາງ ແລະ ພາກໃຕ້ ຂອງລາວ ຍັງຕ້ອງ ລະມັດລະວັງ ເຫດການ ນໍ້າຖ້ວມກະທັນຫັນ ແລະ ດິນເຈື່ອນ. ອີງຕາມ ຂໍ້ມູນ ຈາກກົມອຸຕຸນິຍົມ ວິທຍາ ແລະ ອຸທົກກະສາດ ໃນວັນ ທີ 13 ກັນຍາ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.